ບົດຮຽນລະດົມປະຊາຊົນເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ຢູ່ດັກລັກ


(vovworld) - ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​. ຢູ່ 5 ​ແຂວງ​​ໃນ​ເຂດ​ໄຕ​ງວຽນ ​ໄດ້​ມີ 11 ຕາ​ແສງ​ບັນລຸ​ 19 ມາດຖານ​​ກໍ່ສ້າງ​ຊົນນະບົດ​ໃໝ່. ຜ່ານ​ບົດຮຽນແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ຂອງບັນດາ​ຕາ​ແສງ​ໄດ້​ຮັບ​ຜົນສຳ​ເລັດ​​ກໍ່​ເຫັນ​ວ່າ: ການ​ລະດົມ​ກຳລັງ​​ແຮງ​ຈາກປະຊາຊົນມີ​ບົດບາດ​ສຳຄັນ​ທີ່​ສຸດ. ນີ້​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ໃນ​ບົດ​ຂຽນ​ຂອງ ດິ່ງ​ຕ໋ວນ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​

ບົດຮຽນລະດົມປະຊາຊົນເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ຢູ່ດັກລັກ - ảnh 1

ພະນັກງານກວດກາເສັ້ນທາງຄົມມະນາຄົມຊົນນະບົດທີ່ຫາກໍ່ສຳເລັດ

(ພາບ: ຟານແອງຢຸງ))

        ​ໃນ​ບັນດາ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ການ​ພັດທະນາ, ບຸລະນະ​ສ້ອມ​ແປງ​ລະບົບ​ຄົມມະນາຄົມ​ຊົນນະບົດ​ແມ່ນ​ວຽກ​ງານ​ຫຍຸ້ງຍາກທີ່​ສຸດ, ຍ້ອນ​ຕ້ອງການ​ເງິນ​ຫຼາຍ. ​ແຕ່​ຢູ່​ຕາ​ແສງ Ea O, ​ເມືອງ Ea Kar, ​ແຂວງ​ດັກ​ລັກ, ທາງ​ຄົມມະນາຄົມ​ຊົນນະບົດ​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ. ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ທາງ​ຕາ​ແສງ​ໄດ້​ລະດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ກໍ່ສ້າງ​ສຳ​ເລັດຂົວ​ຖາວອນ​ 2 ​ແຫ່ງ, ​ທາງ​​ປູຢາງ ຫຼື ທາງເບ​ຕົງລະຫວ່າງບ້ານ, ຕາ​ແສງ​ໄດ້ 90 ກມ, ດ້ວຍ​ມູນ​ຄ່າ​ກໍ່ສ້າງ​ເກືອບ 70 ຕື້​ດົ່ງ. 500 ກວ່າ​ຄອບຄົວ​ໃນ​ຕາ​ແສງ​ໄດ້​ບໍລິຈາກ​ເງິນ, ​ແຮງ​ງານ ​ແລະ ປະກອບ​ທີ່​ດິນ 160.000 ຕາລາງ​ແມດດ້ວຍ​ຄວາມສະມັກ​ໃຈ… ​ເພື່ອ​ກໍ່ສ້າງ​ສຳ​ເລັດ​ທາງ​ຄົມມະນາຄົມ.ຕາມ​ທ່ານ ຫງວຽນ​ມິ​ງຈ່ວຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ ຕາ​ແສງ Ea O ​ແລ້ວ, ດ້ວຍ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ອາດ​ຈະ​ປະຕິບັດສຳ​ເລັດ​ໃນ​ປີ 2015. ທ່ານ ຫງວຽນ​ມິ​ງຈ່ວຽນ, ​ແບ່ງປັນ​ວ່າ:

        ”ຕ້ອງ​ຮັບ​ຮູ້​ບຸນ​ຄຸນຂອງ​ປະຊາຊົນ​ຢ່າງ​ທັນ​ການ. ຕົວຢ່າງ​ຄື: ​ເມື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ, ພວກ​ຂ້າພະ​ເຈົ້າ​ໄດ້​ລະດົມ​ແຕ່​ລະ​ຄອບຄົວ. ວັດ​ແທກ​ທີ່​ດິນ  ​ແລະ ຈຳນວນ​ຕົ້ນ​ໄມ້​ທີ່​ເຂົາ​ເຈົ້າ​ໄດ້​ອຸທິດ​ສ່ວນ, ​ແລ້ວ​ຄິດ​ໄລ່​ເປັນ​ມູນ​ຄ່າ. ​ເມື່ອ​ຕ້ອງ​ບຸກ​ເບີກ​​ເນື້ອທີ່​ດິນຢ່າງ​ກວ້າງຂວາງ, ພວກ​ຂ້າພະ​ເຈົ້າ​ກໍ່​​ແຈ້ງ​ບັນດາ​ວຽກ​ດີ​ຄົນ​ເດັ່ນ​ທາງ​ວິທະຍຸ, ຫຼັງ​ຈາກ​ນັ້ນ​ຈະ​ຍ້ອງຍໍ​ຢ່າງ​ທັນ​ການ”.

        ຍ້ອນ​ມີ​ຄວາມ​ຊຳນານ​ໃນ​ການ​ລະດົມ​ມະຫາຊົນ​ເຂົ້າ​ຮ່ວມ, ຢູ່​ບັນດາ​ຕາ​ແສງ​ກວາງ​ດ່ຽນ (​ເມືອງ Krong Ana), Ea Tul (​ເມືອງ Chu M Gar) , Ea Nuoi (​ເມືອງບ້ານ​ດົນ)… ນັບ​ຮ້ອຍ​ຄອບຄົວ​ຢູ່​ທີ່​ນີ້​ໄດ້​ສະໝັກ​ໃຈ​ຍົກຍ້າຍ, ສະຫງວນ​ທີ່​ດິນ, ບໍລິຈາກ​ເງິນ, ປະກອບ​ເຫື່ອ​ແຮງ ​ເພື່ອ​ກໍ່ສ້າງ​ກິດຈະກຳ​ສະຫວັດດີ​ການ ​ແລະ ທາງ​ຄົມມະນາຄົມ. ຜ່ານ​ນັ້ນ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນ. ທ່ານ​ ຫງວຽນ​ໂລກ, ຢູ່​ບ້ານ 1, ຕາ​ແສງກວາງ​ດ່ຽນ, ຜູ້​ທີ່​ໄດ້​ອຸທິດທີ່​ດິນ​ເກືອບ 600 ​ຕາລາງ​ແມດ, ພ້ອມ​ທັງ​ຂົນຂວາຍ​ນັບ​ສິບໆ​ຄອບຄົວ​ອື່ນ​ໃນ​ບ້ານ​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃຫ້​ຮູ້​ວ່າ:

        ”ຄອບຄົວຂ້າພະ​ເຈົ້າ​ທຸກ​ຄົນ​ລ້ວນ​ແຕ່​ເຫັນ​ດີປະກອບສ່ວນ, ​ເພາະວ່າ​ນີ້​ແມ່ນ​ສິດຜົນປະ​ໂຫຍ​ດຂອງ​ຊາວ​ກະ​ສີກ​ອນ. ກ່ອນ​ນີ້​ເມື່ອ​ຝົນຕົກ​ທາງ​ກໍ່​ເປັນ​ຕົມ​ການ​ໄປ​ມາຍາ​ກຫຼາຍ… ​ເມື່ອ​ມີທາງປູຢາງ​ແລ້ວ​ການ​ໄປ​ມາສະ​ດວກ​ສະບາຍ​ກວ່າ ”.

        ດ້ວຍ​ການ​ສະໜັບສະໜູນ​ຂອງ​ທົ່ວ​ປວງ​ຊົນ, ​ເລື່ອງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ສະດວກ​ສະບາຍ. ພັນ​ໂທ ຫງວຽນ​ມິ​ງ​ແມ້ງ, ຫົວໜ້າ​ການ​ເມືອງ​ກອງ​ພົນ​ນ້ອຍ 198, ຫົວໜ່ວຍ​ທີ່​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່ 3 ຕາ​ແສງ​ໃນ​ແຂວງ​ດັກ​ລັກ ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃຫ້​ຮູ້​ວ່າ: ທຳ​ອິດ​ແມ່ນ​ຕ້ອງ​ຊ່ວຍ​ປະຊາຊົນ​ເຂົ້າ​ໃຈ​ກ່ຽວ​ກັບ​ຊົນນະບົດ​ໃໝ່, ​ແລະ ​ໂຄສະນາ​ແນວທາງ​ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່. ພິ​ເສດ, ພະນັກງານ​ຕ້ອງ​ໃກ້​ຊິດ​ຕິດ​ແທດ​ກັບ​ປະຊາຊົນ, ​ເພື່ອ​ໃຫ້​ປະຊາຊົນ​ຮູ້​ອາລົມ​ຈິດ ​ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະນັກງານ.

        ”ພວກ​ຂ້າພະ​ເຈົ້າ​ໄປມາ​ຊ່ວຍ​ເຫຼືອ​ປະຊາຊົນ, ກໍ່ສ້າງ​ທາງ​ຄົມມະ ນາຄົມ, ຂູດຄອງ​ເໝືອງ, ຊົນລະປະທານ… ສ້າງ​ຄວາມ​ໃກ້ຊິດ​ສະໜິດ​ຕິດ​ພັນ​ລະຫວ່າງ​ນັກຮົບ​ກັບ​ປະຊາຊົນ. ​ເພື່ອຈຸດໝາຍ​ ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ”.

        ຜ່ານ 3 ປີ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບັນດາ​ຄອບຄົວ​ຢູ່​ດັກ​ລັກ ​ໄດ້​ອຸທິດ​ທີ່​ດິນ, ປະກອບ​​ເຫື່ອ​ແຮງ, ບໍລິຈາກ​ເງິນ ລວມ​ມູນ​ຄ່າ​ກວ່າ 750 ຕື້​ດົ່ງ, ປະກອບສ່ວນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ​ໄດ້​ມີ 1/5 ຕາ​ແສງ​ໃນ​ແຂວງ​ບັນລຸ​ໄດ້​ແຕ່ 10-15 ມາດຖານ. ຄາດ​ວ່າ​ໃນ​ປີ​ນີ້, ​ແຂວງ​ດັກ​ລັກ​ ຈະ​ມີ 2 ຕາ​ແສງ​ປະຕິບັດ​ສຳ​ເລັດ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຮອດ​ປີ 2015, ທົ່ວ​ແຂວງ​ຈະ​ມີ​ຕື່ມ 30 ຕາ​ແສງ​ບັນລຸ​ມາດຖານ. ນອກຈາກ​ການ​ລົງທຶນ​ຢ່າງ​ເໝາະ​ສົມ, ການ​ຊີ້​ນຳ​ຢ່າ​ງທັນ​ການ, ບັນດາ​ບົດຮຽນ​ທີ່​ຖອດຖອນ​ມາ​ໄດ້ໃນ​ການ​ລະດົມ​ກຳລັງ​ແຮງ​ຈາກ​ປະຊາຊົນ​​ໃນ 3 ປີຜ່ານມາ ​ແມ່ນ​ສິ່ງ​ທີ່ສຳຄັນ​ຊ່ວຍ​ໃຫ້​ດັກ​ລັກ​ ປະຕິບັດ​ສຳ​ເລັດຈຸດໝາຍ​ທີ່​ໄດ້​ວາງ​ອອກ.

 

ຂ່າວ/ບົດ​ອື່ນ