ບັນດາຈຸດໝາຍກໍ່ສ້າງຊົນນະບົດໃໝ່ປີ 2013

(vovworld) - ມາ​ຮອດ​ປະ​ຈຸ​ບັນ, ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຫວຽດ​ນາມ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກທົ່ວ​ສັງ​ຄົມ. ບັນ​ດາ​ຜົນ​ງານ​ ແລະ ບັດ​ຮຽນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ໄລ​ຍະ​ຜ່ານ​ມາ​ ແມ່ນ​ປະ​ຖົມ​ປັດ​ໃຈ​ທີ່​ສຳ​ຄັນ ເພື່ອ​ໃຫ້​ລັດ​ຖະ​ບານ​ວາງ​ຈຸດ​ໝາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຕາມ​ທິດ​ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ.

ບັນດາຈຸດໝາຍກໍ່ສ້າງຊົນນະບົດໃໝ່ປີ 2013 - ảnh 1

ພາບ​ປະ​ກອບ

        ພາຍຫຼັງ 3 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໂຄງ​ການກໍ່​ສ້າງ​ໄດ້​ເກືອບ 5000 ຮູບ​ແບບ​ຜະ​ລິດ, ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຜະ​ລິດ​ຂຶ້ນ​ແຕ່ 20 – 30%. ຜົນ​ງານ​ທີ່​ເຫັນ​ໄດ້​ຊັດ​ໃນ​ການ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ທ້ອງ​ຖີ່ນ​ຕ່າງໆ ​ນັ້ນ​ແມ່ນ​ການ​ທ້ອນ​ໂຮມ​ເນື້ອ​ທີ່​ດິນ​ນາເຂົ້າ, ຕິດ​ພັນ​ກັບ​​ການວາງ​ແຜນ​​ກຳ​ນົດເຂດ​ຜະ​ລິດ​ສິນ​ຄ້າ​ຢູ່​ທຸກ​ແຂວງ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳແດງ ແລະ ກໍ່​ສ້າງ​ຮູບ​ແບບ “ທົ່ງ​ນາ​ແບບ​ຢ່າງ​ຂະ​ໜາດ​ໃຫ​ຍ່”, “​ຫັນ​ການຜະ​ລິດ​ກະ​ສີ​ກຳ​ດ້ວຍ​ກົນ​ຈັກ” ຢູ່​ເຂດ​ທົ່ງ​ພຽງ​ແມ່ນ້ຳຂອງ. ມາ​ຮອດ​ປະ​ຈຸ​ບັນ, ຢູ່ 11 ຕາ​ແສງ​ທີ່​ສູນ​ກາງ​ຄັດ​ເລືອກ​ເປັນ​ແຫ່ງປະ​ຕິບດ​ທົດ​ລອງ​ນັ້ນ, ໄດ້​ບັນ​ລຸ​ແຕ່ 15 – 18 ມາດ​ຖານ​ໃນ​ການ​ກໍ່​ສ້າງ​ຊນ​ນະ​ບົດ​ໃໝ່. ບັນ​ດາທ້ອງ​ຖີ່ນ​ທີ່​​ບັນ​ລຸ​ໄດ້ຫຼາຍມາດ​ຖານ​ຄື: ຮ່າ​ໂນ້ຍ, ກວາງ​ນິງ, ຫາຍ​ຝ່ອງ, ບັກ​ຢາງ, ລາວ​ກາຍ, ອຽນ​​ບ໋າຍ, ຮຶງ​ອຽນ… ນອກ​ນັ້ນ​ຍັງມີ 950 ຕາ​ແສງ​ຢູ່ບັນ​ດາ​ແຂວງ​ໃນ​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ແດງ, ເຂດ​ທິດ​ເໜືອ​ຂອງ​ພາກ​ກາງບັນ​ລຸ​​ໄດ້ແຕ່ 10 ມາດ​ຖານ​ຂຶ້ນ​ໄປ (ກວມ​ປະ​ມານ 18%).

        ອາ​ດ​ເວົ້າ​ໄດ້​ວ່າ, ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ ໂຄງ​ການ​ໄດ້​ກາຍ​ເປັນ​ຂະ​ບວນ​ການ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ, ອັນ​ໄດ້​ດຶງ​ດູດ​ທັງ​ລະ​ບົບ​ການ​ເມືອງ​ຈາກ​ສູນ​ກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖີ່ນ​ເຂົ້າ​ຮ່ວມ ແລະ​ ໄດ້ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ຊາວ​ກະ​ສີ​ກອນ​ໃນ​ທົ່ວ​ປະ​ເທດ. ໃນ​ເບື້ອງ​ຕົ້ນ, ໂຄງ​ການ​ສາ​ມາດ​ກໍ່​ສ້າງ​ບາງ​ຮູບ​ແບບກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ດ້ວຍ​ວິ​ທີ​ການ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ຖອດ​ຖອນ​ໄດ້​ບາງ​ບົດ​ຮຽນ​ທີ່​ດີ. ທ່ານ ໂຮ່​ຊວນ​ຮຸ່ງ, ທີ່​ປຶກ​ສາ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຖື​ວ່າ:

        “ເຖິງວ່າ​ແຜນ​ນະ​ໂຍ​ບາຍ​ຈະ​ຖືກ​ຕ້ອງ, ແຕ່​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​​ເຂົ້າ​ໃຈໄດ້, ບໍ່​ຫັນ​​ພາ​ລະ​ກິດນັ້ນ​ເປັນ​ຂອງ​ເຂົາ​ເຈົ້າ ມັນ​ຈະ​ບໍ່​ໄດ້​ຮັບ​ຜົນ. ເຖິງວ່າ​ເວ​ລາ​ປະ​ຕິ​ບັດ​ບໍ່​ຍາວ​ປານ​ໃດ, ແຕ່​ບັນ​ດາ​ຜົນ​ງານ​ໃນ​ເບື້ອງ​ຕົ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕ້ອງ​ອີງ​ບົນຫຼັກ​ການ, ກ່ອນ​ອື່ນ​ໝົດ​ແຜນ​ນະ​ໂຍ​ບາຍຕ້ອງ​ຖືກ​ຕ້ອງ, ທີ​ສອງ​ແມ່ນ​ຕ້ອງ​ເຮັດຫຼາຍ​ເພື່ອ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ນັ້ນ, ເພື່ອ​ໃຫ້​ປະ​ຊາ​ຊົນ​​ເຫັນໄດ້​ວ່າ ເຮັດ​ຄື​ແນວ​ນັ້ນ​ແມ່ນ​ເພື່ອ​ໃຫ້​ເຂົາ​ເຈົ້າ”.

ບັນດາຈຸດໝາຍກໍ່ສ້າງຊົນນະບົດໃໝ່ປີ 2013 - ảnh 2

ພາບ​ປະ​ກອບ

        ຕາມ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແລ້ວ, ໃນ​ຈຳ​ນວນ 19 ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ນັ້ນ, ມາດ​ຖານ​ວາງ​ແຜນ​ກຳ​ນົດ​ແມ່ນ​ມາດ​ຖານ​ສຳ​ຄັນທີ່​ສຸດ. ເພາະ​ວ່າ​​ມາດ​ຖານນີ້​ໄດ້​ຮັບ​ການສ້າງ​ສຳ​ເລັດແລ້ວ, ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ມາດ​ຖານ​ອື່ນໆ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ພາຍຫຼັງ 3 ປີ ແຫ່ງ​ການ​ຜັນ​ຂະ​ຍາຍ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ອັດ​ຕາ​ສ່ວນ​ຕາ​ແສງ​ປະ​ຕິ​ບັດ​ສຳ​ເລັດ​ມາດ​ຖານນີ້​ບັນ​ລຸ​ພຽງ 68% ເທົ່າ​ນັ້ນ, ໃນ​ນັ້ນ​ມາດ​ຖານ​ວາງ​ອອກ​ແມ່ນ​ຕ້ອງ​ສຳ​ເລັດ 100% ໃນ​ປີ 2012. ທ່ານ ກາວ​ດຶກ​ຟາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຂອງ​ໂຄງ​ການ. ມີ​ບາງ​ແຫ່ງ​ປະ​ຕິ​ບັດ​ໂຄງ​ການບໍ່​ທັນ​ເຄັ່ງ​ຄັດ. ​ຄວາມ​ສາ​ມາດ​ສ້າງ​ແຜນ​ກຳ​ນົດ​ຢູ່​ທ້ອງ​ຖີ່ນ​ຕ່າງ​ໆ​ກໍ່​ຄື​ອົງ​ການ​ໃຫ້​ຄຳ​ປຶກ​ສາ​ຍັງ​ຕ່ຳ​ເມື່ອ​ທຽບ​ໃສ່​ໜ້າ​ທີ່. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ວາງ​ແຜນ​ກຳ​ນົດ​ຢູ່​ເກືອບ 10 000 ຕາ​ແສງ​ໃນ​ພາບ​ດຽວ​ ແມ່ນ​ວຽກ​ງານ​ປະ​ຕິ​ບັດ​ຍາກ. ດັ່​ງນັ້ນ​ໃນ​ປີ 2013, ພວກ​ຂ້າ​ພະ​ເຈົ້າ​​ຈະສືບ​ຕໍ່​ຊີ້ນ​ຳ ແລະ ໜູນ​ຊ່ວຍ​ທ້ອງ​ຖີ່ນ​ຕ່າງປະ​ຕິ​ບັດ​ວຽກ​ງານນີ້​ໃຫ້​ສຳ​ເລັດ”.

ບັນດາຈຸດໝາຍກໍ່ສ້າງຊົນນະບົດໃໝ່ປີ 2013 - ảnh 3

ພາບ​ປະ​ກອບ

ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ເຊິ່ງ​ຄະ​ນະ​ຊີ້​ນຳ​ແຫ່​ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ມີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ປະ​ຈຸ​ບັນ, ນັ້ນ​ແມ່ນ​ຕ້ອງ​ປັບ​ປຸງ​, ດັດ​ແກ້ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ແຕ່​ລະ​ທ້ອງ​ຖີ່ນ. ເພາະ​ວ່າ​ແຕ່​ລະ​ທ້ອງ​ຖີ່ນ​ມີ​ຈຸດ​ພິ​ເສດ​ສະ​ເພາະ ແລະ ເງື່ອນ​ໄຂ​ທຳ​ມະ​ຊາດ, ເສດ​ຖະ​ກິດ ສັງ​ຄົມຢູ່​ແຕ່​ລະ​ເຂດ​ກໍ່​ແຕກ​ຕ່າງ​ກັນ, ມີ​ບາງ​ມາດ​ຖານ​ວາງ​ອອກ​ໃນ​ລະ​ດັບ​ສູງ​ໂພດ, ດັ່ງ​ນັ້ນ​ຄວນ​ປັບ​ປຸງ​ຄືນ​ໃຫ້​ເໝາະ​ສົມ​ກັບ​ບັນ​ດາ​ເຂດ​ຊົນ​ນະ​ບົດ​ໃນ​ປະ​ຈະ​ບັນ, ພິ​ເສດ​ແມ່ນ​ມາດ​ຖານ​ລາຍ​ຮັບ, ອັດ​ຕາ​ຄອບ​ຄົວ​ທີ່​ທຸກ​ຍາກ, ໂຄງ​ປະ​ກອບ​ແຮງ​ງານ​ຊົນ​ນະ​ບົດ, ການ​ປະກອບ​ສ່ວນ​ຂອງ​ຊາວ​ກະ​ສີ​ກອນ, ວິ​ສາ​ຫະ​ກິດ​ໃນ​ການ​ກໍ່​ສ້າງ​ໂຄງ​ລ່າງ​ຊົນ​ນະ​ບົດ. ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ຂອງ​ມາດ​ຖານ ຄະ​ນະ​ຊີ​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໄດ້​ມອບ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຄົ້ນ​ຄ້​ວາ, ເພີ່ມ​ເຕີມ, ເຮັດ​ສຳ​ເລັດ​ຄຳ​ນິ​ຍາມ, ເນື້ອ​ໃນ, ຂອບ​ເຂດ, ​ຄິດ​ໄລ່​ບັນ​ດາ​ມາດ​ຖານ​ຢ່າງ​ມີວິ​ທະ​ຍາ​ສາດ ແລະ ໄກ້​ສິດ​ກັບ​ສະ​ພາບຕົວ​ຈິງ. ດ້ວຍ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ແລະ​ການ​ສົມ​ທົບ​ຂອງ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆຢູ່​ຂັ້ນ​ສູນ​ກາງ, ​ກໍ່​ຄືອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ນັ້ນ, ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຫວຽດ​ນາມ​ພວມ​ຫັນ​ທິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິດ​ຈະ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ເພື່ອ​ຈຸດ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ຂອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ