ບັນດາເສດຖີເງິນຕື້ໜຸ່ມຢູ່ໝູ່ບ້ານດອກໄມ້ໃໝ່ ຊວນກວານ

(VOVWORLD) -ພຽງແຕ່ສິບກວ່າປີ ນັບແຕ່ເມື່ອຫັນປ່ຽນອົງປະກອບເສດຖະກິດ ຈາກການປູກເຂົ້າ, ຜັກພືດມາູກດອກໄມ້, ຕົ້ນໄມ້ປະດັບ, ຕາແສງ ຊວນກວານ, ເມືອງ ວັນຢາງ, ແຂວງ ຮຶງອຽນ ໄດ້ກາຍເປັນ ໝູ່ບ້ານດອກໄມ້ໃໝ່ ໂດຍໄດ້ເປັນທີ່ຮູ້ຈັກຂອງຫຼາຍຄົນ. ຊວນກວານ ເກີດຂຶ້ນຕາມຫຼັງ ແຕ່ດ້ວຍຄວາມມີຫົວຄິດປະດິດສ້າງ, ຮອງຮັບບັນດາທ່າອ່ຽງໃໝ່ ສະນັ້ນ ໝູ່ບ້ານດອກໄມ້ແຫ່ງນີ້ພວມພັດທະແຮງກວ່າເມື່ອທຽບໃສ່ໝູ່ບ້ານດອກໄມ້ແບບດັ້ງເດີມຫຼາຍແຫ່ງ. ດິນທົ່ງອັນກວ້າງໃຫຍ່ໄພສານ, ເຕັມໄປດ້ວຍສີສັນຂອງດອກໄມ້, ຕົ້ນໄມ້ປະດັບນາໆຊະນິດ ເຊິ່ງປັດຈຸບັນໄດ້ຮັບຄວາມນິຍົມທີ່ສຸດ ນັ້ນແມ່ນຜົນງານຂອງບັນດາຊາວກະສິກອນທີ່ກ້າຄິດ, ກ້າທຳ ຢູ່ເຂດຊົນນະບົດນີ້.

ບັນດາເສດຖີເງິນຕື້ໜຸ່ມຢູ່ໝູ່ບ້ານດອກໄມ້ໃໝ່ ຊວນກວານ - ảnh 1 ໝູ່ບ້ານດອກໄມ້ໃໝ່ ຊວນກວານ

ໂດຍເປັນຄົນທຳອິດໃນຕາແສງ ຊວນກວານ ທີ່ໄດ້ໄປທົ່ວທຸກສາລະທິດໃນທົ່ວປະເທດ ເພື່ອຊອກຊື້ບັນດາຕົ້ນກຸຫຼາບບູຮານມາບົວລະບັດ, ການ ແລະ ຕໍ່ກິ່ງໄມ້ (ຂະຫຍາຍພັນ) ແລ້ວຂາຍໃຫ້ບັນດາຄອບຄົວທີ່ມີຄວາມຕ້ອງການ. ພຽງໃນ 10 ປີເທົ່ານັ້ນ, ອ້າຍ ຫງວຽນວັນຕວຽນໄດ້ກາຍເປັນໜຶ່ງໃນຈຳນວນບັນດາເສດຖີເງິນຕື້ໜຸ່ມຂອງໝູ່ບ້ານດອກໄມ້ແຫ່ງນີ້. ອ້າຍ ຕວຽນ ເຄີຍຂາຍບັນດາຕົ້ນກຸຫຼາບບູຮານທີ່ມີດອກເກືອບເຖິງ 1.000 ດອກເຫລົ່ານີ້ ດ້ວຍມູນຄ່າເປັນຮ້ອຍໆລ້ານດົ່ງ. ອ້າຍ ຕວຽນ ເລົ່າສູ່ຟັງວ່າ ປີ 2003, ສອງຜົວເມຍອ້າຍຕ້ອງຕ່າງໂຖດອກໄມ້, ຕົ້ນໄມ້ປະດັບໄປຂາຍຢູ່ຕະຫຼາດ ເບື໋ອຍ ຫຼື ຖະໜົນ ຮວ່າງຮວາຖ໋າມ ຢູ່ ຮ່າໂນ້ຍ. ເວລານັ້ນ, ຕ້ອງໄປແຕ່ຮຸ່ງເຊົ້າ, ມີບາງມື້ລົດເພ, ຕ້ອງຈູງເປັນຫຼາຍຊົ່ວໂມງຈຶ່ງເຫັນຮ້ານສ້ອມແປງລົດເປີດຮ້ານ. ແຕ່ບັດນີ້ ພໍ່ຄ້າຊາວຂາຍໄດ້ມາຊື້ຢູ່ກັບເຮືອນຂອງອ້າຍ. ຄອບຄົວອ້າຍປຸກສ້າງໄດ້ເຮືອນວິນລາ 1 ຫຼັງ ແລະ ມີລົດໂອໂຕ 3 ຄັນແລ້ວ. ອ້າຍ ຕວຽນ ໃຫ້ຮູ້ວ່າ ທັງໜົດແມ່ນຍ້ອນອາໄສການປູກຕົ້ນກຸຫຼາບບູຮານ ແລະ ບັນດາແນວພັນດອກໄມ້ໃໝ່ທີ່ນຳເຂົ້າຈາກຕ່າງປະເທດດ້ວຍກວ່າ 7000 ຕາແມັດ:

        ມີເທື່ອໜຶ່ງ, ຂ້າພະເຈົ້າໄປ ຊາປາ ເຫັນມີບັນດາຕົ້ນດອກກຸຫຼາບບູຮານ ສະນັ້ນ ຈິ່ງໄດ້ຊອກຮູ້ກ່ຽວກັບຊະນິດດອກກຸຫຼາບຝະລັ່ງ ທີ່ມີດອກໃຫຍ່, ຕົ້ນໃຫຍ່ແຂງແຮງນີ້. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ເກັບຊື້, ທ້ອນໂຮມນຳເອົາກັບເມືອ ເພື່ອປູກ ແລະ ຂະຫຍາຍພັນ. ຫຼັງຈາກນັ້ນ ຂ້າພະເຈົ້າໄດ້ຊອກຮູ້ໃນເຄືອຂ່າຍອິນເຕີເນັດກ່ຽວກັບແນວພັນດອກໄມ້ໃໝ່ຂອງປະເທດໄທ ແລະ ລາຊະອານາຈັກອັງກິດທີ່ງົດງາມທີ່ສຸດ ແລ້ວຂ້າພະເຈົ້າກໍໄປປະເທດໄທ, ຈີນ ເພື່ອຊອກຊື້ ແລະ ເອົາເມືອຂະຍາຍພັນ. ປັດຈຸບັນ ຕົ້ນດອກໄມ້ຂອງຄອບຄົວຂ້າພະເຈົ້າໄດ້ສົ່ງໄປຂາຍໃນທົ່ວປະເທດ, ໄກສຸດແມ່ນທາງພາກຕາເວັນຕົກ.

ບັນດາເສດຖີເງິນຕື້ໜຸ່ມຢູ່ໝູ່ບ້ານດອກໄມ້ໃໝ່ ຊວນກວານ - ảnh 2 ອ້າຍ ຫງວຽນວັນຕວຽນ ເສດຖີເງິນຕື້ຈາກອາຊີບປູກດອກໄມ້

        ໃນແຕ່ລະປີ ລາຍຮັບເກັບມາໄດ້ຈາກອາຊີບປູກດອກໄມ້ເປັນຕື້ໆດົ່ງ , ຄອບຄົວຂອງອ້າຍ ຟານຮູຍຮວ່າງ ກໍໄດ້ຊອກເຫັນທິດເດີນໃໝ່. ໂດຍເລີ່ມມາຈາກຕົວຈິງ ປະຊາຊົນໃນໝູ່ບ້ານດອກໄມ້ຕ້ອງໄດ້ນຳເຂົ້າແນວພັນຕົ້ນໄມ້ຈາກຕ່າງປະເທດ, ອ້າຍ ຮູຍ ໄດ້ນຳເອົາບັນດາຄວາມຮູ້ທີ່ຮຽນໃນເວລາ 4 ປີຢູ່ ສະຖາບັນກະສິກຳ ຫວຽດນາມ ມາເພື່ອຄົ້ນຄວ້າການລ້ຽງເພາະຕໍ່, ການກິ່ງໄມ້ໃນຫ້ອງທົດລອງ. ສອງປີຜ່ານມາ, ຫ້ອງທົດລອງໄດ້ຮັບການລົງທຶນກວ່າ 2 ຕື້ດົ່ງ ຄອບຄົວອ້າຍ ຮູຍ ກໍໄດ້ສະໜອງຕົ້ນໄມ້ແນວພັນເປັນໝື່ນໆຕົ້ນໃຫ້ແກ່ປະຊາຊົນໝູ່ບ້ານດອກໄມ້ ດ້ວຍລາຄາຖືກ ແລະ ມີການຮັບປະກັນນຳອີກ. ອ້າຍ ຟານຮູຍຮວ່າງ ໃຫ້ຮູ້ວ່າ ຕົນເອງພວມຂຶ້ນແຜນສະໜອງຕົ້ນໄມ້ແນວພັນໃຫ້ໝູ່ບ້ານດອກໄມ້ຫຼາຍແຫ່ງ ແລະ ຈະສ້າງໃຫ້ມີເຄື່ອງໝາຍການຄ້າ ເພື່ອສົ່ງອອກ:

        ໝູ່ບ້ານດອກໄມ້ ຊວນກວານ ນຳເຂົ້າແນວພັນຈາກ ດາຫຼາດ ຫຼາສົມຄວນ. ໂດຍເລີ່ມມາຈາກຄວາມຕ້ອງການຂອງພໍ່ແມ່ພີ່ນ້ອງນັ້ນ ແລະ ຂ້າພະເຈົ້າກໍເຄີຍຮຽນຢູ່ສະຖາບັນກະສິກຳ ຫວຽດນາມ, ມີຄວາມເມົາມົວກັບຕົ້ນໄມ້ ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເປີດຫ້ອງລ້ຽງເພາະຕໍ່, ການກິ່ງໄມ້ ຮັບໃຊ້ຕົ້ນໄມ້ແນວພັນໃຫ້ແກ່ພໍ່ແມ່ພີ່ນ້ອງ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະສືບຕໍ່ເປີດຫ້ອງລ້ຽງເພາະຕໍ່ງ່າ, ຕໍ່ກິ່ງໄມ້ ແລະ ຂະຫຍາຍພັນຕົ້ນດອກໄມ້ຫຼາຍຊະນິດໃນຍຸສະໄໝໃໝ່ທີ່ມີຄ່ານິຍົມສູງ, ໂດຍສະເພາະແມ່ນບັນດາຕົ້ນດອກໄມ້ທີ່ປະຊາຊົນບໍ່ສາມາດຂະຫຍາຍພັນໄດ້.

        ຍັງມີເສດຖີເງິນຕື້ຢູ່ໝູ່ບ້ານດອກໄມ້ ຊວນກວານ ອີກຄົນຫນຶ່ງຕ້ອງເວົ້າເຖິງ ນັ້ນແມ່ນອ້າຍ ຫງວຽນງັອກຮ່າມ, ອ້າຍ ຫງວຽນງັອກຕ໋ວຽນ ຢູ່ບ້ານ 1, ອ້າຍ ຫງວຽນວັນເທີມ ຢູ່ບ້ານ 3, ອ້າຍ ຫງວຽນມິງດຶກ ຢູ່ບ້ານ 4. ນັບແຕ່ເມື່ອສະໂມສອນປູກດອກໄມ້ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2006 ດ້ວຍສະມາຊິກກວ່າ 10 ຄົນ ໂດຍໄດ້ຮັບການໜູນຊ່ວຍໃນການຝຶກອົບຮົມກ່ຽວກັບຫັນປ່ຽນອົງປະກອບຜົນລະປູກ ຈາກອຳນາດການປົກຄອງຕາແສງ ແລະ ເຈົ້າຂອງລົງທຶນສ້າງເຂດຕົວເມືອງການຄ້າ - ການທ່ອງທ່ຽວ ວັນຢາງ ໃນບໍລິເວນ, ມາຮອດປັດຈຸບັນ ຕາແສງ ຊວນກວານ ກໍໄດ້ມີສະຫະກອນປູກດອກໄມ້ ດ້ວຍສະມາຊິກ 36 ຄົນໃນຈຳນວນເກືອບ 900 ຄອບຄົວທີ່ເຮັດອາຊີບນີ້. ນີ້ແມ່ນບັນດາຄອບຄົວທີ່ນຳໜ້າໃນຂະບວນການພັດທະນາກະສິກຳ ເຕັກໂນໂລຊີສູງ ດ້ວຍມາດຖານ “ໂລກມີເຕັກໂນໂລຊີຫຍັງສຳລັບການປູກດອກໄມ້ ແມ່ນຢູ່ ຊວນກວານ ກໍມີໝົດ”. ປີກາຍ ແຕ່ລະຄອບຄົວສະມາຊິກສະຫະກອນປູກດອກໄມ້ ໄດ້ຮັບຜົນກຳໄລສະເລ່ຍ ຕ່ຳສຸດແມ່ນ ກວ່າ 300 ລ້ານດົ່ງ, ຄອບຄົວທີ່ມີຜົນກຳໄລສູງສຸດແມ່ນແຕ່ 2 – 4 ຕື້ດົ່ງ ອັນໄດ້ສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ປະຊາຊົນຢູ່ໃນເຂດ. ທ່ານ ເລກູຍໂດນ, ປະທານຄະນະກຳມະການປະຊາຊົນຕາແສງ ຊວນກວານ, ໃຫ້ຮູ້ວ່າ:

        ປີ 2004, ໂດຍໄດ້ຮັບການໜູນຊ່ວຍຈາກເຈົ້າຂອງໂຄງການໃນການຫັນປ່ຽນອາຊີບນັ້ນ, ປະຊາຊົນໄດ້ນຳໃຊ້ເງິນທີ່ໄດ້ຮັບຈາກການຊົດເຊີຍທີ່ດິນ ເພື່ອໄປຊອກຮູ້ຮ່ຳຮຽນຢູ່ໝູ່ບ້ານດອກໄມ້ແຫ່ງຕ່າງໆ ແລ້ວນຳມາໝູນໃຊ້ເຂົ້າໃນທ້ອງຖິ່ນຕົນ, ລົງທຶນລະບົບເຮືອນຮົ່ດ້ວຍການນຳໃຊ້ຕາໜ່າງ ທີ່ມີວາມທົນທານ ແລະ ແຂງແຮງກວ່າ, ທັນສະໄໝກວ່າເມື່ອທຽບໃສ່ບັນດາໝູ່ບ້ານດອກໄມ້ ເມລິງ, ໄຕຕຶວ ຊວນກວານ ກໍປູກດອກໄມ້ຫຼາຍຊະນິດກວ່າເມື່ອທຽບໃສ່ບ້ານດອກໄມ້ແຫ່ງອື່ນໆ ຄື: ດອໄມ້ປະດັບຕົບແຕ່ງພາຍໃນ, ເຮັດຜາມ ຫຼື ສາກດອກໄມ້, ດອກໄມ້ທີ່ປູກຢູ່ຕາມລະບຽງເຮືອນ, ດອກໄມ້ໃນເດີ່ນສວນ ເຊິ່ງມີລາຍຮັບສະເລ່ຍ 50 -70 ລ້ານດົ່ງ/ປີ.

        ຈາກທ້ອງຖິ່ນທີ່ປູກເຂົ້າ, ຜັກພືດເປັນຕົ້ນຕໍ, ມີລາຍຮັບບໍ່ເປັນປົກກະຕິ, ມາຮອດປັດຈຸບັນ ໝູ່ບ້ານດອກໄມ້ໃໝ່ ຊວນກວານ ພວມບືນຕົວຂຶ້ນຢ່າງແຮງດ້ວຍເນື້ອທີ່ປູກດອກໄມ້ເກືອບ 200 ເຮັກຕາ. ໃນລະດູດອກໄມ້ງາມທີ່ສຸດນັ້ນ, ໝູ່ບ້ານດອກໄມ້ ໄດ້ດຶງດູດແຂກທ່ອງທ່ຽວມາຊື້ ແລະ ຊົມດອກໄມ້ ນັບພັນໆເທື່ອຄົນ. ບັນດາເສດຖີເງິນຕື້ຢູ່ທີ່ນີ້ ພວມຝັກໄຝ່ຄວາມຄິດໃນການພັດທະນາຮູບແບບການທ່ອງທ່ຽວຂອງໝູ່ບ້ານອາຊີບ ດ້ວຍບັນດາຮ່ອມພູດອກໄມ້ທີ່ບໍ່ມີບ່ອນສິ້ນສຸດ ແລະ ບັນດາການບໍລິການດ້ານຄວາມບັນເທີງໃໝ່ອ່ຽມ ເພື່ອເຮັດໃຫ້ໝູ່ບ້ານດອກໄມ້ ພັດທະນາຢ່າງເຂັ້ມແຂງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ