ບັນດາເສັ້ນທາງໃໝ່ຢູ່ເມືອງເມື່ອງເຄືອງ

ບັນດາເສັ້ນທາງໃໝ່ຢູ່ເມືອງເມື່ອງເຄືອງ - ảnh 1

(ຕາ​ແສງຂອງ​ເມືອງ​ເມື່ອງ​ເຄືອງ)

(vovworld) - ເມື່ອງ​ເຄືອງ, ແຂວງ​ລາວ​ກາຍ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 6 ເມືອງ​ທຸກ​ຍາກ​ທີ່​ສຸດ​ຂອງ​ຫວຽດ​ນາມ. ​ຍ້ອນຢູ່​ເຂດ​ພູ​ສູງ​, ພູ​ມມີ​ປະ​ເທດທຸ​ລະ​ກັນ​ດານ, ດັ່ງ​ນັ້ນ​ເມື່ອ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ເມືອງ​ເມື່ອງ​ເຄືອງ​ ​ຈຶ່ງຢາກ​ສຸມ​ໃສ່​ມາດ​ຖານ​ທີ 2, ແມ່ນ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ. ປະ​ຈຸ​ບັນ, ທາງຄົມ​ມະ​ນາ​ຄົມ​ໃໝ່ທີ່ກວ້າງ​ໃຫ​ຍ່ຫຼາຍ​ສາຍ​ພວມ​ໄດ້​ຮັບ​ການ​ກໍ່​ສ້າງ​ໃຫ້ສຳ​ເລັດ​ເທື່ອ​ລະ​ກ້າວ ບໍ່​ພຽງ​ແຕ່​ຢູ່​ເມືອງ​ເມື່ອງ​ເຄືອງ​ ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ທຸກ​ຕາ​ແສງ, ໝູ່​ບ້ານ​ໃນ​ເຂດ​ພູ​ສູງ​ແຂວງ​ລາວ​ກາຍອີກ​ດ້ວຍ.

        ເສັ້ນທາງ​ໃນ​ບ້ານ​ສິນ​ຈາຍ ຫາ​ກໍ່​ໄດ້​ຮັບ​ການ​ກໍ່​ສ້າງ, ເຖິງວ່າໜ້າ​ທາງບໍ່​ຮາບ​ພຽງ​ປານ​ໃດ ແຕ່​ເມື່ອ​ທຽບ​ໃສ່​ກ່ອນນີ້ 1 ກວ່າປີ, ແມ່ນໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ແລ້ວ. ​ປະ​ຈຸ​ບັນ, ຄອບ​ຄົວ​ໃດ​​ທີ່ມີ​ເງື່ອນ​ໄຂ​​ດ້ານ​ເສດ​ຖະ​ກິດກໍ່ສາ​ມາດ​ຊື້​ລົດ​ຈັກ​ໄປ​ມາຢ່າງສະ​ດວກສະ​ບາຍ​ໄດ້. ເອື້ອຍ ຟ້າມ​ທິ​ຍຸງ, ໃຫ້​ຮູ້​ວ່າ:

        “ກ່ອນນີ້​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ​ຄັບ​ແຄບຫຼາຍ, ພຽງ​ແຕ່​ພໍ​ດີໃຫ້ໜຶ່ງ​ຄົນໄປ​ມາ​ເທົ່າ​ນັ້ນ. ໃນມື້​ໜຶ່ງ​ພຽງ​ແຕ່ແບກ​ເຂົ້າ​ເປືອກ ຫຼື​ສາ​ລີ​ໄດ້ 3 ຖ່ຽວ​ເທົ່າ​ນັ້ນ. ປະ​ຈຸ​ບັນ​ມີ​ທາງ​ໃໝ່​ແລ້ວ, ແຕ່​ລະ​ມື້​ສາ​ມາດ​ຂົນ​ສົ່ງ​ເຂົ້າ ແລະ ສາ​ລີ​ນັບ​ສິບ​ຖົງ ດ້ວຍ​ລົດ​ໃຫ​ຍ່, ລົດ​ຈັກໄດ້ ”.

        ໃນ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ເອື້ອຍ ຟ້າມ​​ທິ​ຍຸງ ໄດ້​ເລົ່າ​​ຄືນກ່ຽວ​ກັບ​ຊຸມ​ມື້​ທຳ​ອິດ, ເມື່ອ​ບ້ານ ສິນ​ຈາຍ ​ຜັນ​ຂະ​ຫ​ຍາຍ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ເວ​ລາ​ນັ້ນ​ພາຍຫຼັງ​ຮັບ​ຟັງ​ການ​ແນະ​ນຳ​ຈາກ​ພະ​ນັກ​ງານ, ປະ​ຊາ​ຊົນ​ສ່ວນຫຼາຍ​ຮັບ​ຮູ້​ໄດ້​ຜົນ​ປະ​ໂຫຍດ​ເມື່ອ​ມີ​ເສັ້ນ​ທາງ​ໃໝ່, ດັ່ງ​ນັ້ນ​ແຕ່​ລະ​ຄົນ, ແຕ່​ລະ​ຄອບ​ຄົວ​ຈຶ່ງ​ປະ​ກອບ​-ຊັບ​ສິນ​ ເງິນ​ທອງ ແລະ ເຫື່ອ​ແຮງ ເພື່ອ​ກໍ່​ສ້າງ​ທາງ​ໃນ​ບ້ານ.

        “ປະ​ຊາ​ຊົນ​ປະ​ກອບ​ເຫື່ອ​ແຮງ, ທີ່ດິນ ແລະ ຕົ້ນ​ໄມ້ດ້ວຍ​ຄວາມ​ພາກ​ພູມ​ໃຈ, ແຕ່​ລະ​ຄອບ​ຄົວ​ປະ​ກອບ​ເງິນ 560.000 ດົ່ງ​ເພື່ອ​ເຊົ່າກົນ​ຈັກ​ເຮັດ​ທາງ. ​ຊ້ຳ​ບໍ່​ໜຳ, ມີ​ຕົ້ນ​ໄມ້​ລ້ຳ​ຄ່າ​ບາງ​ປະ​ເພດ​ໃນ​ສວນ​ໃກ້​ຈະ​ຮອດ​ຍາມ​ເກັບ​ກ່ຽວ​ແລ້ວ, ແຕ່​ເຂົາ​ເຈົ້າ​ກໍ່​​ຕັດ​ອອກ​ເພື່ອປະ​ກອບທີ່​ດິນ​ສ່ວນ​ໜຶ່ງ​ຂອງ​ຕົນ​ໃຫ້​ແກ່​ການເຮັດ​ທາງ”.

ບັນດາເສັ້ນທາງໃໝ່ຢູ່ເມືອງເມື່ອງເຄືອງ - ảnh 2

        ເສັ້ນ​ທາງ​ໃນ​ບ້ານ​ສິນ​ຈາຍ ຍາວ​ເກືອບ 1ກມ, ກວ້າງ 3 ມ, ​​ຖືກ​ກໍ່​ສ້າງ​ຂ້າມໄຮ່​ນາ​ຂອງ​ປະ​ຊາ​ຊົນ​ເກືອບສິບ​ຄອບ​ຄົວ, ແຕ່​ບໍ່​ມີຄອບ​ຄົວ​ໃດສະ​ແດງ​ຄວາມ​ເສຍ​ດາຍ, ຫຼື​ຈົ່ມ​ວ່າ​ເທື່ອ. ຄອບ​ຄົວ​ເອື້ອຍ ຫຼໍ່​ທິ​ລຽນ ໄດ້​ສະ​ຫງວນ​ທີ່​ດິນ​ເກືອບ 400 ຕາ​ລາງ​ແມດ​ເພື່ອ​ເຮັດ​ທາງ. ເມື່ອ​ຖືກ​ຖາມ​ວ່າ: ເອື້ອຍ​ເສຍ​ດາຍ​ບໍ? ເອື້ອຍ​ລຽນ ຕອບ​ວ່າ:

        “ບໍ່,​​ບໍ່ເສຍ​ດາຍດອກ​, ​ເພາະ​ວ່າມີ​ເສັ້ນ​ທາງ​ແລ້ວ, ການໄປ​ມາຂອງ​ປະ​ຊາ​ຊົນ​, ໃນ​ນັ້ນ​ມີ​ຂ້າ​ພະ​ເຈົ້າ​ກໍ່​ສະ​ດວກ​ສະ​ບາຍກວ່າ ”.

ບັນດາເສັ້ນທາງໃໝ່ຢູ່ເມືອງເມື່ອງເຄືອງ - ảnh 3

        ເສັ້ນ​ທາງໃໝ່​ຢູ່ບ້ານ​ສິນ​ຈາຍ ​ພວມ​ໄດ້​ຮັບ​ການ​ກໍ່​ສ້າງໃກ້​ຈະ​ສຳ​ເລັດແລ້ວ, ປະ​ຊາ​ຊົນ​ໃນ​ບ້ານພາກ​ພູມ​ໃຈ​ຫຼາຍ, ເພາະ​ຄິດ​ວ່າ: ເສັ້ນ​ທາງນີ້​ຈະ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ບ້ານ​ສິນ​ຈາຍ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ລຳ​ບາກ.

        ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ເຊິ່ງ ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ກໍ່​ຄື​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຢູ່​ເມືອງ​ເມື່ອ​ງເຄືອງ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ແລະ ຜັນ​ຂະ​ຫ​ຍາຍ​ຢ່າງ​ລະ​ອຽດ. ຄະ​ນະ​ຊີ້​ນຳ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຈາກ​ຂັ້ນ​ເມືອງ​ຕະຫຼອດຮອດ​ຂັ້ນ​ຕາ​ແສງ ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ໄດ້ປັບ​ປຸງ, ປະ​ກາດ​ໃຊ້​ລະ​ບຽບ​ການ​ເຄື່ອນ​ໄຫວ​ຢ່າງ​ລະ​ອຽດ. ເມື່ອ​ງເຄືອງ ໄດ້​ກໍ່​ສ້າງ​ແຜນ​ການ​ແຂ່ງ​ຂັນ​ໃນ​ທົ່ວ​ເມືອງ ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ໃຫ້​ບັນ​ດາ​ຕາ​ແສງ​ຈົດ​ທະ​ບຽນ​ປະ​ຕິ​ບັດ​ສຳ​ເລັດ​ມາດ​ຖານ​ຕ່າງໆ​ຕາມ​ແຕ່​ລະ​ໄລ​ຍະ, ແຕ່​ລະ​ປີ. ທ່ານ ຫງວຽນ​ແມ້ງ​ແທ່ນ, ຫົວ​ໜ້າ​ຫ້ອງ​ກະ​ສີ​ກຳ​ເມືອງ​ເມື່ອງ​ເຄືອງ, ໃຫ້​ຮູ້​ວ່າ:

        “ຄະ​ນະ​ຊີ້​ນຳ​ອີງ​ໃສ່ 19 ມາດ​ຖານ​ຂອງ​ຂໍ້​ຕົກ​ລົງ​ 491, ເພື່ອ​ແບ່ງ​ງານ​ໃຫ້​ບັນ​ດາ​ອົງ​ການ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​, ຖ້ານ​ຫາກ​ກ່ຽວ​ຂ້ອງ​ເຖິງ​ມາດ​ຖານ​ໃດ​ຕ້ອງ​ຮັບ​ຜິດ​ຊອບ​ມາດ​ຖານ​ນັ້ນ. ​ເມືອງ​ສ້າງ​ຕັ້ງ​ໜ່ວຍ​ປະ​ສານ​ງານ ເພື່ອ​ຊ່ວຍ​ຫົວ​ໜ້າ​ຕິດ​ຕາມ, ສັງ​ລວມ, ແນະ​ນຳ​​ການປະ​ຕິ​ບັດຢູ່​ຂັ້ນ​ຮາກ​ຖານ. ສ່ວນຫ້ອງ​ການ​ກະ​ສີ​ກຳຕ້ອງ​ຮັບ​ພິດ​ຊອບມາດ​ຖານ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີ​ກອນ. ທັງ​ແມ່ນ​ຫົວ​ໜ່ວຍ​ທີ່​ຄະ​ນະ​ຊີ້​ນຳ​ມອບ​ໜ້າ​ທີ່​ປະ​ຈຳ​ການ​ສັງ​ລວມ”

        ມາ​ຢ້ຽມ​ຢາມ​ບັນ​ດາ​ບ້ານຕາ​ແສງຂອງ​ເມືອງ​ເມື່ອງ​ເຄືອງ​ ໃນ​ຕົ້ນ​ປີ 2013, ພວກ​ເຮົາ​ຈະ​ເຫັນ​​ປະຊາ​ຊົນ​ຊາວ​ເຜົ່າ​ນຸ່ງ, ໄຢ໋, ໂບ໋​ອີ, ປາຢີ້… ຫ້າວ​ຫັນ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ. ເລື່ອງ​ປະ​ຕິ​ບັດ​ສຳ​ເລັດບັນ​ດາ​ມາດ​ຖານ​ຕົ້ນ​ຕໍ່​ຂອງ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເມືອງ​ເມື່ອງ​ເຄືອງ, ແຂວງ ລາວ​ກາຍ ແມ່ນ​ວຽກ​ງານ​ອັນ​ຈຳ​ເປັນ ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ພູ​ດອຍ, ເຂດ​ຊາຍ​ແດນ​ຂອງ​ປະ​ເທດໃຫ້ນັບ​ມື້​ນັບ​ດີ​ຂື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ