ບ້ານ​ຟຽງ​ກາຍ​ປ່ຽນ​ແປງ​ໃໝ່

(VOVWORLD) -ໃນຊຸມວັນນີ້, ເມື່ອມາຢ້ຽມຢາມບັນດາຕາແສງເຂດຊາຍແດນບ້ານຟຽງກາຍ, ຕາແສງລອງເຊິບ, ເມືອງມົກເຈົາ, ແຂວງເຊີນລາ, ຊື່ງແມ່ນບ້ານໜຶ່ງມີແຕ່ຊາວເຜົ່າມົ້ງ ດຳລົງຊີວິດຢູ່ຮ່ວມກັນເທົ່ານັ້ນ, ແຂກທັງຫຼາຍຈະເຫັນໄດ້ການປ່ຽນແປງໃໝ່ ດ້ວຍບັນດາຮ້ານຂາຍເຄື່ອງບໍລິການທີ່ມີຫຼາຍຮູບຫຼາຍແບບ, ມີເຮືອນຫຼາຍຊັ້ນທີ່ໃຫ່ຍໂຕ ແລະ ສວຍງາມໄດ້ສ້າງຂຶ້ນ, ເຂດພົນລະເມືອງຕິດຕໍ່ກັນ ແລະ ມີສີສັນໃໝ່. ເສັ້ນທາງລະຫວ່າງຕາແສງ, ບ້ານຕໍ່ບ້ານໄດ້ປູດ້ວຍເບຕົງ...

     .....ເຮັດໃຫ້ການໄປມາຂອງ ປຊຊ ມີຄວາມສະດວກສະບາຍ; ສີຂຽວຂອງຕົ້ນໝາກພຸກ, ໝາກກ້ຽງ, ໝາກລຳໄຍ, ໄຮ່ສາລີ, ໄຮ່ຊາ….ໄດ້ປົກຄຸມໄປທົ່ວໂນນພູ ຊື່ງສະແດງໃຫ້ເຫັນຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງ ປຊຊ ຢູ່ທີ່ນີ້. ສິ່ງພິເສດນັ້ນແມ່ນ, ປຊຊ ຢູ່ທີ່ນີ້ ໄດ້ຫັນມາປູກພືດ ລ້ຽງສັດທີ່ນຳມາເຊິ່ງປະສິດທິຜົນທີ່ດີທີ່ສຸດ, ຊີວິດໄດ້ ແລະ ພວມປ່ຽນແປງໄປຕາມແຕ່ລະມື້.

ບ້ານ​ຟຽງ​ກາຍ​ປ່ຽນ​ແປງ​ໃໝ່ - ảnh 1ການປູກຕົ້ນໝາກໜອດໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ (ພາບ:baosonla.org.vn)

    ຕາມທ່ານຈາງລາວຕູ ຫົວໜ້າຄະນະວຽກງານແນວໂຮມຂອງບ້ານ ຟຽງກາຍ ແລ້ວ, ຄອບຄົວທ່ານແມ່ນໜຶ່ງໃນບັນດາຄອບຄົວຂອງບ້ານ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ສ້າງຄວາມຮັ່ງມີຈາກການລ້ຽງສັດ ແລະ ປູກຕົ້ນໄມ້ໃສ່ດິນໂຄກຄ້ອຍ. ທ່ານໃຫ້ຮູ້ວ່າ, ແຕ່ລະອາທິດ, ພໍ່ແມ່ ປຊຊ ໄດ້ມາເຕົ້າໂຮມກັນ, ພະນັກງານຫຼັກແຫຼ່ງຂອງຕາແສງ, ເມືອງໄດ້ລົງໄປແຕ່ລະຄອບຄົວເພື່ອໂຄສະນາເຜີຍແຜ່, ຂົນຂວາຍ ປຊຊ ໃນບ້ານ ໃຫ້ກຳແໜ້ນແຜນນະໂຍບາຍ, ຕັ້ງໜ້າອອກແຮງງານທຳການຜະລິດ:

   ໂດຍໄດ້ປະຕິບັດຕາມແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຊີວິດການເປັນຢູ່ຂອງ ປຊຊ ຈະດີຂຶ້ນ, ລູກຫຼານໄດ້ໄປຮຽນໜັງສື, ມີເຄື່ອງນຸ່ງຫົ່ມ, ມີຂອງກິນ. ຄອບຄົວໃດບໍ່ປະຕິບັດຕາມແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບໍ່ປູກເຂົ້າ, ສາລີ ກໍ່ຈະບໍ່ມີລາຍຮັບ.

   ບ້ານຟຽງກາຍ ມີ 88 ຄອບຄົວທີ່ເປັນຊາວເຜົ່າມົ້ງ ດຳລົງຊີວິດຢູ່ຮ່ວມກັນ, ເສດຖະກິດແມ່ນມາຈາກການພັດທະນາກະສິກຳເປັນຕົ້ນຕໍ ດ້ວຍເນື້ອທີ່ດິນກະສິກຳກ່ວາ 100 ເຮັກຕາ. ປຊຊ ໄດ້ປູກເຂົ້າໃນເນື້ອທີ່ດິນ 45 ເຮັກຕາ ແລະ ປູກສາລີແມ່ນ 60 ເຮັກຕາ. ເພື່ອຂົນຂວາຍ ປຊຊ ນຳເອົາແນວພັນປູກໃໝ່ທີ່ມີສະມັດຕະພາບສູງມາຜະລິດນັ້ນ, ຄະນະຄຸ້ມຄອງບ້ານໄດ້ເຕົ້າໂຮມ ປຊຊ ຫຼາຍຄັ້ງ ແລະ ໄດ້ເຮັດວຽກກັບຜູ້ເປັນຫົວໜ້າວົງຕະກູນ ເພື່ອສຳຫຼວດ ແລະ ຊ່ວຍບັນດາຄອບຄົວຈົດທະບຽນປູກຕົ້ນໄມ້ກິນໝາກ… ທ່ານຈາງລາວຕູ ໃຫ້ຮູ້ວ່າ, ຍ້ອນມີການຝຶກອົບຮົມ, ຮ່ຳຮຽນແລກປ່ຽນດັ່ງກ່າວ, ຄວາມຮັບຮູ້ຂອງ ປຊຊ ກໍ່ມີການປ່ຽນແປງ, ກ້າຫັນປ່ຽນຜົນລະປູກ ສັດລ້ຽງ, ປູກຕົ້ນໄມ້ກິນໝາກໃສ່ທີ່ດິນໂນນຄ້ອຍ, ອັນໄດ້ນຳມາເຊິ່ງຊີວິດທີ່ນັບມື້ນັບຮັ່ງມີ.

   ພ້ອມກັນນັ້ນ, ໂດຍໄດ້ເຂົ້າໃຈຈະແຈ້ງກ່ຽວກັບຮີດຄອງປະເພນີ ຂອງ ປຊຊ, ຍາດແຍ່ງໄດ້ຜູ້ທີ່ມີອິດທິພົນຊື່ສຽງຢູ່ບໍລິເວນ, ຜ່ານແຫຼ່ງຂ່າວຈາກ ປຊຊ, ບັນດາກຳລັງຕຳຫຼວດຕາແສງ ກໍ່ໄດ້ຈັດຊຸດໂຄສະນາອົບຮົມ, ໂອ້ລົມກັບ ປຊຊ, ແນະນຳ ປຊຊ ສ້າງເສດຖະກິດ, ພັດທະນາການລ້ຽງສັດໃຫ້ເໝາະສົມ ເພື່ອໃຫ້ຊີວິດດ້ານວັດຖຸ ແລະ ຈິດໃຈ ນັບມື້ນັບພັດທະນາ. ຮ້ອຍເອກ ຮ່າວັນຈ້ອງ, ຮອງຫົວໜ້າຕຳຫຼວດຕາແສງ ລອງເຊິບ ໃຫ້ຮູ້ວ່າ: ບັນດາການພົບປະ, ແນະນຳໃຫ້ ປຊຊ, ຜູ້ຖືສາສະໜາຄຼິດ ກໍ່ຄື ປຊຊ ທ້ອງຖິ່ນ ໄດ້ປະຕິບັດຕາມຂໍ້ກຳນົດຂອງກົດໝາຍເປັນຢ່າງດີ:

   ນອກຈາກໄດ້ໂຄສະນາໃຫ້ ປຊຊ ທັງໝົດແລ້ວ, ພວກຂ້າພະເຈົ້າ ກໍ່ໄດ້ສຸມໃສ່ການໂຄສະນາ ຂົນຂວາຍເອົາບັນດາຄອບຄົວ, ສ່ວນບຸກຄົນ ເພື່ອມີຄວາມເຂົ້າໃຈ ແລະ ຫລີກລ້ຽງຈາກໄພຕິດຢາເສບຕິດ. ພວກຂ້າພະເຈົ້າໄດ້ສະຫງວນເວລາຫຼາຍກ່ວາ ເພື່ອໂອ້ລົມກັບເປົ້າໝາຍໃດທີ່ຍັງບໍ່ທັນໄດ້ຮັບຟັງ ແລະ ປະຕິບັດການດຳລົງຊີວິດຕາມລັດຖະທຳມະນູນ ແລະ ກົດໝາຍ ກໍ່ຄືໄດ້ແນະນຳໃຫ້ເຂົາເຈົ້າໂດຍກົງ ໃນການພັດທະນາເສດຖະກິດຄອບຄົວ.

  ອີງຕາມສະພາບການຕົວຈິງ,ຄະນະປະຈຳອົງຄະນະພັກເມືອງ ມົກເຈົາ ຫາກໍ່ປະກາດໃຊ້ຄຳສັ່ງວ່າດ້ວຍການເພີ່ມທະວີວຽກງານຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ, ພັດທະນາເສດຖະກິດ ສັງຄົມຢູ່ 10 ບ້ານເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງເມືອງ, ໃນນັ້ນມີບ້ານ ຟຽງກາຍ. ປ້າ ຟ້າມທິຍູງ, ຮອງເລຂາຄະນະປະຈຳອົງຄະນະພັກເມືອງ ມົກເຈົາ ຢືນຢັນວ່າ: ທາງເມືອງພວມປະຕິບັດບັນດາມາດຕະການຢ່າງຂ້ຽວຂາດ ເຮັດແນວໃດເພື່ອທັງຍົກສູງຊີວິດການເປັນຢູ່ຂອງ ປຊຊ ທັງແກ້ໄຂບັນຫາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃຫ້ເປັນຢ່າງດີ:

 ພວກຂ້າພະເຈົ້າຈະສືບຕໍ່ປະຕິບັດບັນດາກົນໄກນະໂຍບາຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ, ຕິດພັນກັບການສ້າງເຂດປ້ອງກັນໃຫ້ໝັ້ນຄົງເຂັ້ມແຂງ. ພວກຂ້າພະເຈົ້າກໍ່ຫັນເປົ້າໝາຍການພັດທະນເສດຖະກິດສັງຄົມປະຈຳປີ ແລະ ໄລຍະ 5 ປີເປັນລະອຽດ. ອີງຕາມພື້ນຖານກວດກາສັງລວມແລ້ວ, ໃນໄລຍະຈະມາເຖິງ ກໍ່ຕ້ອງກວດກາແຕ່ລະຄອບຄົວ, ຊ່ວຍເຫຼືອ, ໜູນຊ່ວຍຄືແນວໃດ ເພື່ອໃຫ້ມີບາດກ້າວຫັນປ່ຽນທີ່ດີໃນທົ່ວບ້ານນັ້ນ.

  ພໍ່ແມ່ ປຊຊ ບ້ານຟຽງກາຍ ມີຄວາມພາກພູມໃຈຫຼາຍໃນການຫັນປ່ຽນຜົນລະປູກ, ປະຈຸບັນ, ໃນບ້ານມີ 30 ຄອບຄົວໄດ້ປູກຕົ້ນໝາກໜອດ, ບັນດາຄອບຄົວເກືອບທັງໝົດໄດ້ປູກຕົ້ນໝາກໝັ້ນ ຫຼືລ້ຽງສັດໃຫ່ຍ, ສັດປີກ ເພື່ອຮັກສາການຜະລິດເປັນປົກກະຕິ. ຍ້ອນຄວາມດຸໝັ່ນຂອງ ປຊຊ, ລະດູການເກັບກ່ຽວກໍ່ໄດ້ຮັບຜົນດີ. ປະຈຸບັນ, ອຳນາດການປົກຄອງຕາແສງ ລອງເຊິບ, ເມືອງມົກເຈົາ, ແຂວງເຊີນລາ ພວມສະເໜີເມືອງມົກເຈົາ ກໍ່ສ້າງໂຮງງານປຸງແຕ່ງຜະລິດຕະພັນກະເສດ ເພື່ອເກັບຊື້ ຜະລິດຕະພັນກະເສດຂອງ ປຊຊ. ໃນສະເພາະຫນ້າ, ອຳນາດການປົກຄອງຕາແສງ ມຸ່ງໄປເຖິງການສ້າງຕັ້ງບັນດາໜ່ວຍສະຫະກອນ ເພື່ອຂາຍຜະລິດຕະພັນຂອງ ປຊຊ, ທາງຕາແສງ ໄດ້ສ້າງແຜນການປີ 2021-2025 ຄືນໃໝ່ ກຳນົດໃຫ້ ປຊຊ ຫັນມາປູກຕົ້ນໝາກໜອດ ແລະ ຕົ້ນຊາ. ຫວັງວ່າ, ໃນໄລຍະຈະມາເຖິງ, ຜະລິດຕະພັນກະເສດຂອງ ປຊຊ ຊາວເຜົ່າມົ້ງ ຢູ່ ບ້ານຟຽງກາຍ ຈະໄດ້ຮັບການຈຳໜ່າຍຢ່າງແຮງໃນບໍລະເວນເມືອງ ແລະ ເຂດອ້ອມຂ້າງ, ຜ່ານນັ້ນ ປະກອບສ່ວນປົວແປງຊີວິດາການເປັນຢູ່ຂອງ ປຊຊ ຢູ່ແຫ່ງນີ້ ໃຫ້ນັບມື້ນັບອີ່ມໜຳສຳລານ, ສົມບູນພູນສຸກກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ