ປຸ​ກລຸກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນດ້ານ​ການ​ທ່ອງ​ທ່ຽວ​ຢູ່ໝູ່​ບ້ານ​ປະ​ມົງ ຮົ່ງ​ຈິງ

(VOVWORLD) -ຫ່າງຈາກນະຄອນ ຟານທຽດ ປະມານ 40 ກິໂລແມັດ ໄປທາງທິດເໜືອ, ໝູ່ບ້ານປະມົງ ຮົ່ງຈິງ, ຕາແສງຮວ່າຖັງ, ເມືອງ ບັກບິ່ງ, ແຂວງບິ່ງທ້ວນ, ໄດ້ເປັນທີ່ຮູ້ຈັກກັນດີສຳລັບແຂກທ່ອງທ່ຽວຫຼາຍຄົນ ຍ້ອນຈຸດຄວາມງາມທີ່ປະຖົມປະຖານຂອງຫາດໄຄຂຽວຢູ່ແຄມຝັ່ງທະເລ. ໃນໄລຍະຈະມາເຖິງ, ເມື່ອໄດ້ຮັບການລົງທຶນ, ເຊື່ອມຕໍ່ກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ເບົ່າຈັ໊ງ, ໝູ່ບ້ານປະມົງ ຮົ່ງຈິງ ຈະເປັນສະຖານທີ່ທ່ອງທ່ຽວໃໝ່ໃນເຂດທ່ອງທ່ຽວລະດັບຊາດ ມຸ໊ຍແນ໊, ແຂວງ ບິ່ງທ້ວນ.
ປຸ​ກລຸກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນດ້ານ​ການ​ທ່ອງ​ທ່ຽວ​ຢູ່ໝູ່​ບ້ານ​ປະ​ມົງ ຮົ່ງ​ຈິງ - ảnh 1ບັນດາຫີນທີ່ປູດ້ວຍໄຄຂຽວເຫຼື້ອມຫຍິບຫຍັບ

ອ້າຍ ຟານດຶກທິ້ງ ເຊິ່ງເປັນໜຶ່ງໃນບັນດາບັນດາສ່ວນບຸກຄົນທີ່ກໍ່ຕັ້ງ ຣີສອດ Stop and Go  ລ່າງຈ່າຍ ຂຶ້ນຢູ່ໝູ່ບ້ານປະມົງ ຮົ່ງຈິງ, ໄດ້ແບ່ງປັນວ່າ: ໃນການເດີນທາງໄປປະຕິບັດງານຢູ່ຕາແສງ ຮວ່າຖັງ, ເມືອງ ບັກບິ່ງ, ໄດ້ກິນ, ໄດ້ຢູ່, ໄດ້ອອກທະເລກັບຊາວປະມົງຢູ່ທີ່ນີ້, ອ້າຍຮູ້ສຶກໄດ້ເຖິງຄວາມງາມແບບລຽບງ່າຍຂອງໝູ່ບ້ານປະມົງ. ຍາມຕາເວັນຂຶ້ນ, ບັນດາຫີນທີ່ປູດ້ວຍໄຄຂຽວເຫຼື້ອມຫຍິບຫຍັບ ແລະ ເຮືອກະທຸ້ງທີ່ມີຫຼາກຫຼາຍສີສັນໄດ້ພົ້ນເດັ່ນໃນໜ້ານ້ຳທະເລທີ່ຂຽວໃສ ພ້ອມດ້ວຍບັນຍາກາດທີ່ສົດໃສຂອງທ້ອງຟ້າ.  ສ່ວນຍາມຕາເວັນຕົກ, ນ້ຳທະເລຈະເຫຼື້ອມຄືສີເງິນ ພ້ອມທັງມີຄື້ນຄ່ອຍໆ ເຊິ່ງສວຍງາມດັ່ງໃນຝັນ. ປີ 2019, ອ້າຍ ທິ້ງ ພ້ອມດ້ວຍໝູ່ຈຳນວນໜຶ່ງຢູ່ນະຄອນ ໂຮ່ຈີມິນ ໄດ້ຕັດສິນໃຈມາເປີດການບໍລິການທ່ອງທ່ຽວຢູ່ທີ່ນີ້.

“ເຂດຮວ່າຖັ໊ງ ແລະ ເບົ່າຈັ໊ງ ງາມຫຼາຍ, ປັດຈຸບັນຍັງປະຖົມປະຖານຢູ່. ຂ້າພະເຈົ້າຫວັງວ່າ ສະຖານທີ່ແຫ່ງນີ້ຈະດີຂຶ້ນ, ເວລານັ້ນເຮົາຈະຈັດເຫດການຕ່າງໆທີ່ດຶງດູດຫຼາຍຄົນ, ຄ່ອຍໆຈະມີຫຼາຍຄົນຈະຮູ້ຈັກເຖິງ ຮົ່ງຈິງ. ເພາະສະນັ້ນ, ໝູ່ບ້ານປະມົງຈະກາຍເປັນສະຖານທີ່ທ່ອງທ່ຽວໃໝ່ຢູ່ ບິ່ງທ້ວນ ເທື່ອລະກ້າວ”.

ທ່ານ ກາວຮ່າເຕິນ, ຜູ້ອຳນວຍການບໍລິສັດບຳລຸງສ້າງກິລາປະເພດການບິນ ຫວຽດນາມ ຈຳກັດ ໃຫ້ຮູ້ວ່າ ພາຍຫຼັງທີ່ພ້ອມກັບໝູ່ເພື່ອນໄປພັກຜ່ອນຢູ່ ຣີສອດ ຢູ່ ຮົ່ງຈິງ ເປັນຫຼາຍເທື່ອ, ລາວເຫັນວ່າ ຢູ່ທີ່ນີ້ຍັງມີຫຼາຍສະຖານທີ່ໜ້າຄົ້ນຫາທີ່ຈັບໃຈຄື: ມຸ໊ຍອ໊ຽນ, ເຂດໂມນ, ດອນເງ່, ດອນຮົ່ງ... ບັນດາສະຖານທີ່ເຫຼົ່ານີ້ ລ້ວນແຕ່ມີຄວາມງາມແບບຮົກເຮື້ອ, ໃຫຍ່ໂຕມະໂຫຖານ ພ້ອມດ້ວຍບັນດາຍາກາດທີ່ສົດໃສປອດໂປ່ງ. ພິເສດ, ດອນຮົ່ງ ຍັງຕອບສະໜອງໄດ້ຄຳຮຽກຮ້ອງຕ້ອງການທີ່ວາງອອກສຳລັບປະເພດກິລາ ໂດດຈ້ອງ - ເຊິ່ງເປັນປະເພດກິລາທີ່ພວມມີຫຼາຍຄົນຝຶກຊ້ອມໃນປັດຈຸບັນ, ສະນັ້ນ, ນັບມື້ນັບດຶງດູດແຂກທ່ອງທ່ຽວ; ທ່ານແບ່ງປັນວ່າ:

“ຂ້າພະເຈົ້າ ພ້ອມດ້ວຍອ້າຍນ້ອງຢູ່ນະຄອນ ໂຮ່ຈີມິນ ໄດ້ຕິດພັນກັບ ດອນຮົ່ງມາເປັນເວລາ 10 ປີ. ນີ້ແມ່ນເງື່ອນໄຂທີ່ດີພໍສົມຄວນ ເມື່ອທຽບໃສ່ໄລຍະກອ່ນນີ້. ນີ້ແມ່ນເຂດທີ່ໂດ່ງດັງພໍສົມຄວນຢູ່ ຫວຽດນາມ, ອາດຈະຈັດການໂດດຈ້ອງທ່ອງເວຫາໃນຫຼາຍລະດູຂອງປີ, ນັບແຕ່ເດືອນ ມີນາ ຫາເດືອນ ພະຈິກ. ຢູ່ທີ່ນີ້, ຍັງມີໂນນຊາຍອີກດ້ວຍ. ຜູ້ໃດທີ່ຮຽນໂດດຈ້ອງຢູ່ນະຄອນ ໂຮ່ຈີມິນ ກໍລ້ວນແຕ່ມາທີ່ນີ້”.

ປຸ​ກລຸກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນດ້ານ​ການ​ທ່ອງ​ທ່ຽວ​ຢູ່ໝູ່​ບ້ານ​ປະ​ມົງ ຮົ່ງ​ຈິງ - ảnh 2ດອນຮົ່ງ ສາມາດຈັດການໂດດຈ້ອງທ່ອງເວຫາໃນຫຼາຍລະດູຂອງປີ (ພາບ: VOV)
ໝູ່ບ້ານປະມົງ ຮົ່ງຈິງ ມີປະຊາກອນດຳລົງຊີວິດເກືອບ 500 ຄອບຄົວ, ໂດຍນອນໃນເສັ້ນທາງແຄມທະວີ ຮວ່າຖັ໊ງ - ຮວ່າຝູ, ເຊິ່ງໄດ້ຮັບຖືວ່າ ແມ່ນເສັ້ນທາງທີ່ງາມທີ່ສຸດຂອງ ຫວຽດນາມ ໃນປັດຈຸບັນ. ວັນທີ 18 ທັນວາ 2018, ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານແຜນຜັງສັງລວມການພັດທະນາເສດຖະກິດເຂດທ່ອງທ່ຽວລະດັບຊາດ ມຸ໊ຍແນ໊, ແຂວງ ບິ່ງທ້ວນ. ຈາກນັ້ນ, ປະຊາຊົນໝູ່ບ້ານປະມົງ ຮົ່ງຈິງ ໄດ້ເລີ່ມເປີດການບໍລິການທ່ອງທ່ຽວ. ທ່ານ ຕັງຕ໊ຽນວິງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຮວາຖັ໊ງ, ເມືອງ ບັກບິ່ງ, ແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ໄລ່ມາຮອດປັດຈຸບັນ, ໃນບ້ານ ຮົ່ງຈິງ, ນອກຈາກ ຣີສອດ Stop and Go ລ່າງຈ່າຍ ແລ້ວ ກໍຍັງມີຫຼາຍກວ່າ 10 ຄອບຄົວດຳເນີນທຸລະກິດຮັບໃຊ້ການບໍລິການພັກເຊົາອີກດ້ວຍ.

“ຕາມມະຕິຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕາແສງ, ອາຍຸການ 2022 – 2025, ເຮົາຈະຫັນປ່ຽນການເຮັດເສດຖະກິດກະສິກຳໄປສູ່ການຄ້າ, ການບໍລິການ, ການທ່ອງທ່ຽວ. ການທ່ອງທ່ຽວລວມມີ 3 ຮູບແບບຄື ການທ່ອງທ່ຽວເຂດຫາກດຊາຍ, ການທ່ອງທ່ຽວທະເລ ແລະ ການທ່ອງທ່ຽວເຂດສວນ. ນອກຈາກນັ້ນ, ຍັງມີການບໍລິການກິນດື່ມ, ພັດຕະຄານ, ໂຮງແຮມ, ເຮືອນພັກ.”

ໝູ່ບ້ານປະມົງ ຮົ່ງຈິງ ຍັງໄດ້ຮັບຖືວ່າ ເປັນຂົວເຊື່ອມຕໍ່ລະຫວ່າງບັນດາທັດສະນີຍະພາບທີ່ມີຊື່ສຽງຂອງ ບິ່ງທ້ວນ ບົນເສັ້ນທາງ ຮວ່າຖັ໊ງ - ຮວ໊າຝູ. ຢູ່ທີ່ນີ້, ແຂກທ່ອງທ່ຽວສາມາດເດີນທາງໄປຍັງ “ຫາດຊາຍ ຊາຮາຣາ ຂະໜາດນ້ອຍ” ເບົ່າຈັ໊ງ ໂດຍຂີ່ລົດໃຊ້ເວລາພຽງແຕ່ 5 ນາທີເທົ່ານັ້ນ. ໃນຊຸມປີມໍ່ໆມານີ້, ຈຳນວນແຂກທ່ອງທ່ຽວໄປທ່ຽວ ເບົ່າຈັ໊ງ ນັບມື້ນັບເພີ່ມຂຶ້ນ. ໃນ 3 ເດືອນຕົ້ນປີ 2022 ບັນລຸເກືອບ 27.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນ, ມີຫຼາຍຄົນເລືອກແວ່ຢາມ ຮົ່ງຈິງ.

ຕາມພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບິ່ງທ້ວນ ແລ້ວ, ໃນແຜນຜັງເຂດທ່ອງທ່ຽວແຫ່ງຊາດ ມຸ໊ຍແນ໊, ໝູ່ບ້ານປະມົງ ຮົ່ງຈິງ ແມ່ນຈຸດເນັ້ນໜັກຂອງເຂດທ່ອງທ່ຽວ ເບົ່າຈັ໊ງ. ທ່ານ ບຸ່ຍເຖ໊ເຍິນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຢາກຫັນຊັບພະຍາກອນທີ່ມີຄ່າເຊິ່ງທຳມະຊາດົນບັນດານໃຫ້ທີ່ນີ້ ໃຫ້ກາຍເປັນບ່ອນທີ່ດຳເນີນກິດຈະກຳທາງດ້ານວັດທະນະທຳ, ທ່ອງທ່ຽວ, ກິລາລະດັບແຂວງ, ລະດັບພາກພື້ນ ແລະ ສາກົນຢ່າງເປັນປະຈຳ. ພ້ອມກັບອຳນາດການປົກຄອງ ແລະ ປະຊາຊົນພະຍາຍາມອະນຸລັກຮັກສາທິດທັດທຳມະຊາດ, ສິ່ງແວດລ້ອມ, ຄວາມສະອາດປອດໄພ ເພື່ອໃຫ້ ເບົ່າຈັ໊ງ ເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມໃນໃຈແຂກທ່ອງທ່ຽວຕະຫຼອດໄປ”.

ບໍ່ອຶກກະທຶກ, ຄຶກຄື້ນ, ໝູ່ບ້ານປະມົງ ຮົ່ງຈິງ ຍັງຮັກສາໄດ້ຄວາມງາມແບບລຽບງ່າຍ, ປະຖົມປະຖານ, ສອດຄ່ອງກັບແຂກທ່ອງທ່ຽວທີ່ມັກຄົ້ນຫາ ແລະ ທັດສະນະຊີວິດຕົວຈິງຂອງຊາວປະມົງ. ຖ້າຫາກວ່າມີການລົງທຶນເປັນແບບເປັນແຜນ, ນອກຈາກ ເບົ່າຈັ໊ງ ແລ້ວ, ໝູ່ບ້ານປະມົງ ຮົ່ງຈິງ ຈະເປັນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຢູ່ແຂວງ ບິ່ງທ້ວນ./.

ຕອບກັບ

ຂ່າວ/ບົດ​ອື່ນ