​ປະ​ຊາ​ຊົນ ​ກຽນ​ຢາງ ພັດ​ທະ​ນາ​ຊີ​ວິດ ​ດ້ວຍ​ການ​ລ້ຽງ​ຫອຍ​ແມງ​ຜູ່

(VOVWORLD) -   ໃນຫຼາຍປີມານີ້, ການລ້ຽງຫອຍແມງຜູ່ ພວມກາຍເປັນໜຶ່ງໃນບັນດາອາຊີບທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍຫຼາຍ ແຕ່ໄດ້ນຳມາເຊິ່ງກຳໄລເປັນປົກກະຕິ. ຈຸດເວລານີ້ ກໍ່ແມ່ນລະດູເກັບກ່ຽວຫອຍແມງຜູ່ທີ່ຄຶກຄື້ນຂອງ ປຊຊ ເຂດທະເລຢູ່ແຂວງກຽນຢາງ.
​ປະ​ຊາ​ຊົນ ​ກຽນ​ຢາງ ພັດ​ທະ​ນາ​ຊີ​ວິດ ​ດ້ວຍ​ການ​ລ້ຽງ​ຫອຍ​ແມງ​ຜູ່ - ảnh 1

 ຊາວກະສິກອນຢູ່ເຂດແຄມທະເລ ກຽນຢາງ ລ້ຽງຫອຍແມງຜູ່ສຳເລັດຜົນ (ພາບ: VOV)

ຊາວກະສິກອນຫຼາຍຄົນທີ່ດຳລົງຊີວິດຢູ່ເຂດແຄມທະເລ ກຽນຢາງ ໄດ້ລ້ຽງຫອຍແມງຜູ່ສຳເລັດຜົນ ແລະ ອາຊີບນີ້ໄດ້ເຮັດໃຫ້ຊີວິດດ້ານເສດຖະກິດຂອງ ປຊຊ ເຂດແຄມທະເລຄ່ອຍໆພັດທະນາດີຂຶ້ນ. ໃນລະດູການປີນີ້, ຢູ່ເມືອງ ອານບຽນ ຂຶ້ນກັບເຂດ ອູມິນເທື້ອງ, ແຂວງກຽນຢາງ, ຊາວກະສິກອນພວມຄ້າງຄາກັບການເກັບກ່ຽວຫອຍແມງຜູ່. ໃນພື້ນທ້ອງທະເລ ແມ່ນສັບສິນນັບເປັນຕື້ດົ່ງຊື່ງທຳມະຊາດດົນບັນດານໃຫ້ ປຊຊ ຢູ່ເຂດເກາະດອນແຫ່ງນີ້. ຊາວກະສິກອນລ້ຽງຫອຍແມງຜູ່ ໃຫ້ຮູ້ວ່າ, ປີນີ້, ເຖິງວ່າ ລາຄາຫອຍແມງຜູ່ ໄດ້ຫລຸດລົງຫຼາຍກໍ່ຕາມ, ແຕ່ຫອຍແມງຜູ່ ໄດ້ອອກແມ່ແຜ່ລູກແບບທຳມະຊາດຫຼາຍທີ່ສຸດ, ເກືອບຄືວ່າ ບໍ່ຕ້ອງເສຍເງິນຫຼາຍເພື່ອຊື້ແນວພັນ, ພຽງແຕ່ລົງທຶນຊື້ໄມ້ມາເຮັດຮ້ານຢູ່ໃຕ້ນ້ຳ ເພື່ອໃຫ້ຫອຍແມງຜູ່ຈັບແມ່ນໄດ້ແລ້ວ, ຕິດຕາມວິວັດການຂະຫຍາຍຕົວຂອງຫອຍແມງຜູ່ ແລະ ລໍຖ້າຮອດລະດູເກັບກ່ຽວເທົ່ານັ້ນ, ປະສິດທິຜົນດ້ານເສດຖະກິດຍັງໄດ້ຮັບປະກັນຢູ່. ອ້າຍຫງວຽນວັນຈັງ, ຢູ່ບ້ານ 6 ທະເລ, ເມືອງອານບຽນ ໃຫ້ຮູ້ວ່າ:

    ຂ້າພະເຈົ້າເຫັນວ່າ, ຮູບແບບລ້ຽງການລ້ຽງຫອຍແມງຜູ່ ມີກຳໄລສູງທີ່ສຸດ. ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ລົງທຶນ 30 ລ້ານດົ່ງ, ເຫັນວ່າຫອຍແມງຜູ່ ທີ່ລ້ຽງແບບທຳມະຊາດໄດ້ອອກແມ່ແຜ່ລູກຫຼາຍທີ່ສຸດ. ຄາດວ່າ, ຮູບແບບທີ່ພວກຂ້າພະເຈົ້າເຮັດ ຈະເກັບກ່ຽວຫອຍແມງຜູ່ ໄດ້ປະມານ 4 ໂຕນ, ລາຄາໃນຕະຫຼາດປະຈຸບັນນີ້ແມ່ນ 15.000 ດົ່ງ/ໂລ.

 
​ປະ​ຊາ​ຊົນ ​ກຽນ​ຢາງ ພັດ​ທະ​ນາ​ຊີ​ວິດ ​ດ້ວຍ​ການ​ລ້ຽງ​ຫອຍ​ແມງ​ຜູ່ - ảnh 2

 ລາຄາຂາຍຫອຍແມງຜູ່ ແມ່ນຢູ່ໃນລະດັບ 15.000ດົ່ງ/ໂລ (ພາບ:VOV)

   ອ້າຍ ຫວໍ້ວັນເຊີນ, ຢູ່ຕາແສງ ນາມທາຍ ໃຫ້ຮູ້ດ້ວຍຄວາມມ່ວນຊື່ນວ່າ, ປີ 2021, ອ້າຍໄດ້ກູ້ຢືມທຶນສິນເຊື່ອ 50 ລ້ານດົ່ງຈາກທະນາຄານນະໂຍບາຍສັງຄົມເມືອງ ເພື່ອລົງທຶນລ້ຽງຫອຍແມງຜູ່, ມາຮອດປະຈຸບັນ, ພາຍຫຼັງເກັບກ່ຽວໄດ້ລະດູດຽວ, ອ້າຍກໍ່ຂາຍໄດ້ປະມານ 17 ລ້ານໂຕນແລ້ວ, ໄດ້ເງິນ 200 ລ້ານດົ່ງ.    ອ້າຍ ຫວໍ້ວັນເຊີນ ແບ່ງປັນວ່າ:

   ຮູບແບບຂອງຂ້າພະເຈົ້າແມ່ນລົງທຶນຊື້ເສົາໄມ້ໝົດເງິນປະມານ 30 ລ້ານດົ່ງ, ໃນນັ້ນໄດ້ເສົາໄມ້ 3000 ຕົ້ນ ແລະ ນອກຈາກນັ້ນແມ່ນຄ່າໃຊ້ຈ່າຍອື່ນໆ. ຂ້າພະເຈົ້າເກັບຫອຍແມງຜູ່ ໄດ້ປະມານ 10 ປ່າຍໂຕນແລ້ວ, ຂາຍໄດ້ປະມານ 200 ລ້ານດົ່ງ, ດຽວນີ້ຍັງເຫຼືອ 2, 3 ໂຕນອີກ.

    ຕາແສງ ນາມທາຍ, ເມືອງ ອານບຽນ ມີເຂດດິນສັນດອນແຄມທະເລກ່ວາ 1 ພັນເຮັກຕາ, ແຕ່ດົນນານມາແລ້ວ ເຂດດິນແຫ່ງນີ້ ກາຍເປັນແຫຼ່ງທຳມາຫາກິນຂອງນັບຮ້ອຍຄອບຄົວ. ບັນດາຊາວກະສິກອນທຸກຍາກ, ຕ້ອງອອກທະເລທຳມາຫາກິນ, ໄດ້ຮັບການກູ້ຢືມທຶນສິນເຊື່ອຈາກທະນາຄານນະໂຍບາຍ ສ້າງຮູບແບບການລ້ຽງກຸ້ງ, ກະປູ, ຫອຍແຄງ ແລະ ປະຈຸບັນແມ່ນລ້ຽງຫອຍແມງຜູ່, ພວມຄອ່ຍໆບືນຕົວພັດທະນາເສດຖະກິດໃຫ້ດີຂຶ້ນ. ສະເພາະຮູບແບບການລ້ຽງຫອຍແມງຜູ່ນັ້ນ, ສະເລ່ຍໃນເຂດລ້ຽງຫອຍທີ່ມີເນື້ອທີ່ປະມານ 2 ເຮັກຕາ, ຊາວກະສິກອນປັກເສົາໄມ້ເມລາລູກ້າໃສ່ ແຕ່ 1000-5000 ເສົາ, ຮອດລະດູເກັບກ່ຽວ, ເສົາໄມ້ແຕ່ລະຕົ້ນຈະມີຫອຍແມງຜູ່ຈັບຢູ່ ແຕ່ 10-30 ໂລ. ປະຈຸບັນລາຄາຂາຍ ແມ່ນຢູ່ໃນລະດັບ 15.000 ດົ່ງ/ໂລ. ດ້ວຍລະດັບລາຄານີ້, ນອກຈາກຫັກເງິນຕົ້ນທຶນ ແລະ ຄ່າໃຊ້ຈ່າຍອອກແລ້ວ ຍັງມີກຳໄລຢູ່ 50%. ທ່ານ ໂດ້ວັນເຮີ້ຍ, ຊາວທ້ອງຖິ່ນລ້ຽງຫອຍແມງຜູ່ ໃຫ້ຮູ້ວ່າ:

   ຂ້າພະເຈົ້າໄດ້ກູ້ຢືມເງິນຈາກທະນາຄານນະໂຍບາຍສັງຄົມ ເພື່ອມາລ້ຽງຫອຍແມງຜູ່ ໃນກ່ວາ 3 ປີຜ່ານມາ. ຄອບຄົວຂ້າພະເຈົ້າໄດ້ປະສົບຜົນສຳເລັດ ແລະ ໃຊ້ໜີ້ທະນາຄານໄດ້ໝົດແລ້ວ. ປະຈຸບັນ ກໍ່ກູ້ຢືມຕື່ມອີກ ເພື່ອເພີ່ມເນື້ອທີ່ລ້ຽງຫອຍແມງຜູ່ອີກ. ປະຈຸບັນ, ປະລິມານຫອຍແມງຜູ່ແມ່ນຫຼາຍທີ່ສຸດ.

   ເມືອງ ອານບຽນ ມີຝັ່ງທະເລຍາວ 21 ກມ ດ້ວຍເນື້ອທີ່ໜ້ານ້ຳເຂດດິນສັນດອນແຄມທະເລກ່ວາ 7000 ເຮັກຕາ ໄດ້ມອບໃຫ້ຊາວກະສິກອນນຳໃຊ້. ໃນຊຸມປີມານີ້, ເຖິງວ່າໄດ້ຮັບຜົນກະທົບຈາກດິນຟ້າອາກາດ ແລະ ລາຄາໃນຕະຫຼາດມີການເໜັງຕີງກໍ່ຕາມ ແຕ່ຍ້ອນໄດ້ຫັນປ່ຽນໂຄງປະກອບກະສິກຳຢ່າງຖືກທິດ, ຊາວກະສິກອນຢູ່ເຂດດິນສັນດອນ ຍັງຮັກສາການພັດທະນາເສດຖະກິດໄດ້ດີ ຍ້ອນຮູ້ຈັກຂຸດຄົ້ນແຫຼ່ງຊັບພະຍາກອນນ້ຳ ໂດຍທຳມະຊາດດົນບັນດານໃຫ້ຢ່າງເໝາະສົມ ແລະຍືນຍົງ. /. 

 

 

ຕອບກັບ

ຂ່າວ/ບົດ​ອື່ນ