ປະຕິບັດລະບຽບການປະຊາທີປະໄຕໃນການກໍ່ສ້າງຊົນນະບົດໃໝ່ ຢູ່ເມືອງບາວທັ໋ງ, ແຂວງລາວກາຍ

(vovworld) – ​ບາ​ວທັ໋ງ ​ແມ່ນ​ເມືອງ​ໜຶ່ງ​ທີ່​ຕັ້ງ​ຢູ່​ໃຈກາງ​ແຂວງ​ລາວ​ກາຍ (ຫ່າງ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄປ​ທາງ​ທິດ​ເໜືອປະມານ 400 ກມ. ​ໃນ 2 ກວ່າ​ປີ​ທີ່​ຜ່ານ​ມາ, ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບາ​ວທັ໋ງ ​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ປະຕິບັດ​ຈາກ​ປະຊາຊົນ… ບັນລຸ​ໄດ້​ສິ່ງ​ດັ່ງກ່າວ ​ແມ່ນ​ຍ້ອນ​ທາງ​ເມືອງ​ປະຕິບັດ​ລະບຽບ​ການ​ປະຊາທິປະ​ໄຕ, ດັ່ງ​ນັ້ນ​ຈຶ່ງ​ລະດົມ​​ແຫຼ່ງກຳລັງ​ຈາກ​ປະຊາຊົນ​ທີ່​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຊາຊົນ​ເມືອງ​ບາ​ວທັ໋ງຮັບ​ຮູ້​ໄດ້​ບົດ​ບາດ​ຂອງ​ຕົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ໄດ້. ດັ່ງ​ນັ້ນ​ເຂົາ​ເຈົ້າ​ໄດ້​ສະຫງວນທີ່​ດິນ​ນັບ​ແສນ​ຕາລາງ​ແມັດ ​ແລະ ​ແຮງ​ງານ​ນັບ​ໝື່ນ​ວັນ​ໃຫ້​ແກ່​ຂະ​ບວນການ​ນີ້.

ປະຕິບັດລະບຽບການປະຊາທີປະໄຕໃນການກໍ່ສ້າງຊົນນະບົດໃໝ່ ຢູ່ເມືອງບາວທັ໋ງ, ແຂວງລາວກາຍ - ảnh 1

ທຸກຄົນໃນເມືອງບາວທັ໋ງ ເຂົ້າຮ່ວມໂຄງການກໍ່ສ້າງຊົນນະບົດໃໝ່

(ພາບ: ອິນເຕີແນດ)

​ເສັ້ນທາງ​ຍາວ​ເກືອບ 5 ກມ ຢູ່​ບ້ານລ່າງ​ກ້າວ, ຕາ​ແສງຊວນ​ກວາງ, ຫາ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຂອງ​ຊາວ​ທ້ອງ​ຖີ່​ນ. ລວມຍອດ​ເງິນ​ກໍ່ສ້າງ​ເສັ້ນທາງ​ນີ້​​ແມ່ນເກືອບ 3 ຕື້​ດົ່ງ, ​ໃນ​ນັ້ນ​ລັດ​ໜູນ​ຊ່ວຍ 1,4 ຕຶ້ດົ່ງ, ສ່ວນ​ຍັງ​ເຫຼືອ​ໂດຍ​ປະຊາຊົນ​ປະກອບ​ເອງ. ​ເພື່ອ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ, ​ແຕ່​ລະ​ຄອບຄົວ​ໃນ​ບ້ານ​ໄດ້​ປະກອບ 29 ວັນ​ແຮງ​ງານ ​ແລະ ​ເງິນສົດ​ ​ດ້ວຍ​ຄວາມ​ສະໝັກ​ໃຈ. ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ, ອຳນາດ​ການ​ປົກຄອງ​ເມືອງ, ຕາ​ແສງ ​ແລະ ບ້ານ​ ຕ້ອງ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ ກໍ່​ຄື​ຖື​ການ​ປະຕິບັດ​ລະບຽບ​ການ​ປະຊາທິປະ​ໄຕ​ເປັນ​ສຳຄັນ. ພ້ອມ​ກັບ​ຕາ​ແສງ​ຊວນ​ກວາງ, ຕາ​ແສງ​ຊວນ​ຟູ໋ ​ແລະ ຫຼາຍ​ຕາ​ແສງ​ໃນ​ເມືອງ ​ກໍ່​ພວມ​ປະຕິບັດລະບຽບ​ການ​ປະຊາທິປະ​ໄຕ​ໃນ​ການ​ກໍ່ສ້າ​ງຊົນນະບົດ​ໃໝ່. ຢູ່​ຕາ​ແສງ​ຟູ໋ຍ້ວນ, ປະຊາຊົນ​ຫຼາຍ​ຄົນ​ບໍ່​ພຽງ​ແຕ່​ປະກອບ​ແຮງ​ງານ ​ແລະ ​ເງິນສົດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບ​ທີ່​ດິນ​ນັບ​ແສນ​ຕາລາງ​ແມັດ​ໃຫ້​ແກ່​ຂະ​ບວນການ​ກໍ່ສ້າງຊົນນະບົດ​ໃໝ່. ຕົວຢ່າງ​ຄື​ຄອບຄົວ​ທ່ານ ກິ​ມວັນ​ອຽດ, ​ເຈິ່ນວັນ​ຫາຍ, ຫງວຽນ​ວັນ​ເຍິດ ​ແລະ ຄອບຄົວ​ອື່ນໆ​ອີກ ​ໄດ້​ປະກອບ​ທີ່​ດິນ​ແຕ່ 500 – 900 ຕາລາງ​ແມດ ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ ​ແລະ ຫໍ​ວັດທະນະທຳ​ບ້ານ. ທ່ານ ​ເຈິ່ນກວາງ​ເຈືອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຟູ໋ຍ້ວນ, ​ເມືອງ​ບາ​ວທັ໋ງ, ຖື​ວ່າ:

“ນັບ​ແຕ່​ສ້າງ​ຕັ້ງ​ ຄະນະ​ຊີ້​ນຳ​ແບ່ງ​ໜ້າ​ທີ່, ບັນດາ​ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ລ້ວນ​ແຕ່​ເຂົ້າ​ຮ່ວມ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ເຖິງ​ໝູ່​ມະຫາຊົນ. ​ວຽກ​ງານໃດ​ປະຊາຊົນ​ກໍ່​ຮູ້ໝົດ ​ແລະ ​ເຂົາ​ເຈົ້າ​ແມ່ນ​ຜູ້​ທີ່ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

ປະຕິບັດລະບຽບການປະຊາທີປະໄຕໃນການກໍ່ສ້າງຊົນນະບົດໃໝ່ ຢູ່ເມືອງບາວທັ໋ງ, ແຂວງລາວກາຍ - ảnh 2

  ປະຊາຊົນປະກອບແຮງງານ 1.400 ວັນເພື່ອກໍ່ສ້າງທາງຄົມມະນາຄົມ

(ພາບ: ອິນເຕີແນດ)

ນອກນັ້ນ, ​ໃນຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢູ່​ເມືອງ​ບາ​ວທັ໋ງ ຍັງ​ມີ​ການ​ຮ່ວມ​ແຮງຂອງ​ຄະນະ​ຊາວ​ໜຸ່ມ, ສະຫະພັນ​ແມ່ຍິງ, ສະມາຄົມ​ຜູ້​ອາຍຸ​ສູງ. ອ້າຍ ຫງວຽນ​ເທ໋​ແອ​ງ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ຕາ​ແສງ​ຟູ໋ຍ້ວນ, ​ເມືອງ​ບາ​ວທັ໋ງ, ​ແຂວງ​ລາວ​ກາຍ, ​ໃຫ້​ຮູ້​ວ່າ:

“ທາງຕາ​ແສງຈັດ​ຕັ້ງ​ຂະ​ບວນການ​ສະມາຊິກ​ຊາວ​ໜຸ່ມ​​ສະໝັກ​ໃຈ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນ​ນະ​ບົດ​. ​ເພື່ອ​ປະຕິບັດ​ມາດຖານ 17 ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ພວກ​ຂ້າພະ​ເຈົ້າ​ໄດ້​ລະດົມ​ສະມາຊິກ​ຊາວ​ໜຸ່ມ​ໃນ​ຕາ​ແສງ​ຂຸດ​ຂຸມ​ບັນຈຸ​ຂີ້​ເຫຍື່ອ. ສະມາຊິກ​ຊາວ​ໜຸ່ມ​ຂຸດ​ກ່ອນ, ຫຼັງ​ຈາກ​ນັ້ນ​ຈະ​ຊ່ວຍ​ບັນດາ​ຄອບຄົວໃນ​ຕາ​ແສງຂຸດ​ຂູ​ມບັນຈຸ​ຂີ້​ເຫຍື່ອ​“.

ປະຕິບັດລະບຽບການປະຊາທີປະໄຕໃນການກໍ່ສ້າງຊົນນະບົດໃໝ່ ຢູ່ເມືອງບາວທັ໋ງ, ແຂວງລາວກາຍ - ảnh 3

ສະມາຊິກ​ຊາວ​ໜຸ່ມ​​ຂຸດ​ຂຸມ​ບັນຈຸ​ຂີ້​ເຫຍື່ອ

(ພາບ: ອິນເຕີແນດ)

ປະຈຸ​ບັນ, ສະມາຄົມ​ແມ່ຍິງ​ເມືອງບາ​ວທັ໋ງພວມ​ຂະຫຍາຍ​ຮູບ​ແບບ “​ເຮືອນ, ສວນ​ສະອາດ“, ສະມາຄົມ​ຊາວ​ກະ​ສີກ​ອນປະຕິບັດ​ຂະ​ບວນການ “​ໂຄສະນາ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ“, ຄະນະ​ຂົນຂວາຍ​ປະຊາຊົນ​ປະຕິບັດ​ຂະ​ບວນການ “ຂົນ​ຂວາ​ຍປະຊາຊົນ​ເກັ່ງ“. ຈຸດ​ທີ່​ພົ້ນ​ເດັ່ນ​ໜຶ່ງ​ອີກ​ຂອງ ບາ​ວທັ໋ງ, ນັ້ນ​ແມ່ນ​ໄດ້​ສ້າງ 100 ກວ່າ​ໜ່ວຍ​ໂຄສະນາ ​ແລະ ຂົນ​ຂວາ​ຍປະຊາຊົນ​ຢູ່​ບ້ານ​ຕ່າງໆ, ​ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ​ເຊິ່ງ​ແມ່ນ​ບັນດາ​ຜູ້​ທີ່​ມີ​ອິດ​ທິພົນຊື່​ສຽງ​ໃນ​ເຂດ​ຊຸມ​ຊົນ. ຍ້ອນ​ເຫດ​ນັ້ນ​ຈຶ່ງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ໄດ້. ທ່ານ​ ດັ້ງ​ຟີ​ເວິນ, ​ເລຂາ​ຄະນະ​ພັກ​ເມືອງ ບາ​ວທັ໋ງ, ​ແຂວງ​ລາວ​ກາຍ, ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ລາຍການ​ຈຸດ​ສຸມ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ​ສະມາຊິ​ກພັກ ​ແລະ ປະຊາຊົນ. ​ເພາະວ່າ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ໄດ້​ດີກ​ວ່າ. ດັ່ງ​ນັ້ນ​ວຽກ​ງານ​ທຳ​ອິດ​ແມ່ນ​ຕ້ອງ​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ້​ບົດບາດ​ຂອງ​ຕົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຈາກ​ນັ້ນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ, ປຸກລຸກ​ກຳລັງ​ພາຍ​ໃນ​ຂອງ​ປະຊາຊົນ ​ເພື່ອ​ປຸກລະດົມ​ຂະ​ບວນການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

ມາ​ຮອດ​ປະຈຸ​ບັນ, ​ເມືອງ​ບາ​ວທັ໋ງ ປູກ​​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບສູງ​ໄດ້​ກວ່າ 300 ​ເຮັກຕາ, ປູກ​ຊາ​​ບັນລຸ​ຄູນ​ນະພາ​ບສູງ​ໄດ້ 20 ​ເຮັກຕາ, ສ້າງ​ຟາ​ມລ້ຽງສັດ​​ແບບ​ທັນ​ສະ​ໄໝ ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ປະຈຸ​ບັນ​ເມືອງ​ບາ​ວທັ໋ງ ມີ 150 ຮູບ​ແບບ​ລ້ຽງສັດ​ດ້ວຍ​ຂອບ​ຂະໜາດ​ໃຫຍ່, ລ້ຽງ​ງົວ​ຄວາຍ​ໄດ້ 15.600 ​ໂຕ ​ແລະ ໝູ 140.000 ​ໂຕ.

ຍ້ອນ​ມີ​ຄວາມເປີດ​ເຜີຍ, ປະຊາທິປະ​ໄຕ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​, ດັ່ງ​ນັ້ນ​ເມືອງ​ບາ​ວທັ໋ງ ຈຶ່ງເສີມ​ຂະຫຍາຍ​ສະຕິ, ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໄດ້. ນີ້​ກໍ່​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ທີ່​ສາມາດ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ​ຢູ່​ທ້ອງ​ຖີ່​ນອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ