ປະ​ສິດ​ທິ​ຜົນ​ຂອງ​ອາ​ຊີບລ້ຽງ​ງົວ​ນົມ​​ຢູ່​ແຂວງ ​ຊອກ​ຈັງ

(VOVWORLD) -ແຕ່ຫຼາຍປີມານີ້, ອາຊີບລ້ຽງງົວນົມຖືກຖືວ່າ ແມ່ນທ່າແຮງຂອງແຂວງ ຊອກຈັງ ຊື່ງເປັນຮູບແບບປະກອບສ່ວນສຳຄັນ ໃນການຊ່ວຍໃຫ້ຊີວິດການເປັນຢູ່ຂອງຫຼາຍຄອບຄົວ, ໂດຍສະເພາະແມ່ນບັນດາຄອບຄົວທຸກຍາກ, ຊາວເຜົ່າຂະແມ ໄດ້ຮັບການຍົກສູງລາຍຮັບ, ປົວແປງຊີວິດທາງດ້ານເສດຖະກິດ. ງົວນົມກໍ່ແມ່ນສັດລ້ຽງທີ່ຊ່ວຍ ປຊຊ ຊອກຈັງ ສາມາດດຳລົງຊີວິດຢູ່ໃນບ້ານ, ຈຳກັດການຍົກຍ້າຍໄປຫາເງິນລ້ຽງຊີບ ຢູ່ບັນດານະຄອນໃຫ່ຍ.
ປະ​ສິດ​ທິ​ຜົນ​ຂອງ​ອາ​ຊີບລ້ຽງ​ງົວ​ນົມ​​ຢູ່​ແຂວງ ​ຊອກ​ຈັງ - ảnh 1
ຍ້ອນໄດ້ລ້ຽງງົວນົມ, ຫຼາຍຄອບຄົວຢູ່ ຊອກຈັງ ໄດ້ປົວແປງຊີວິດການເປັນຢູ່ (ພາບ: VOV )

 ລຸງ ເຊີນຮາງ ຢູ່ບ້ານຈ່າເບັດ, ຕາແສງທາມດົນ, ເມືອງມີ້ຊວຽນ ໃຫ້ຮູ້ວ່າ: ລຸງໄດ້ເລີ່ມລ້ຽງງົວນົມນັບແຕ່ປີ 2009, ໃນເບື້ອງຕົ້ນມີງົວພຽງ 1 ໂຕເທົ່ານັ້ນ. ປີ 2015, ລຸງໄດ້ເຂົ້າຮ່ວມໂຄງການລ້ຽງງົວນົມຂອງແຂວງ, ຍ້ອນໄດ້ຮັບການແນະນຳດ້ານເຕັກນິກ, ໜູນຊ່ວຍງົວພັນ, ພັນຫຍ້າ, ພັນສາລີ, ທຶນກໍ່ສ້າງຄອກ… ໄດ້ຊ່ວຍຄອບຄົວລຸງພັດທະນາອາຊີບລ້ຽງງົວໄດ້ຢ່າງໄວວາ. ມາຮອດປະຈຸບັນ, ຄອບຄົວລຸງມີງົວນົມທັງໝົດ 18 ໂຕ, ໃນນັ້ນມີ 6 ໂຕກຳລັງໃຫ້ນົມ, ສະເລ່ຍແຕ່ລະມື້ກໍ່ເກັບດ້ນົມ 100 ໂລ. ແຕ່ລະອາທິດ, ຄອບຄົວລຸງກໍ່ມີກຳໄລກ່ວາ 6 ລ້ານດົ່ງ. ນີ້ແມ່ນແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວລຸງ.

 ຖ້າເຮົາມີທຶນ, ມີຄວາມສາມາດ ກໍ່ຈະເປີດກ້ວາງການລ້ຽງສັດໄດ້. ອີກຢ່າງໜຶ່ງແມ່ນຖ້າເຮົາເລືອກໄດ້ພັນງົວທີ່ດີ, ສ້າງຄອກສະອາດ, ກັນພະຍາດໄດ້ດີ, ຫົວອາຫານພຽງພໍ, ຫຍ້າມີທາດໂພຊະນາການຫຼາຍ ງົວຈະໃຫ້ນົມບັນລຸມາດຖານຂອງຫົວໜ່ວຍເກັບຊື້ຄື Vinamilk.  

ປະ​ສິດ​ທິ​ຜົນ​ຂອງ​ອາ​ຊີບລ້ຽງ​ງົວ​ນົມ​​ຢູ່​ແຂວງ ​ຊອກ​ຈັງ - ảnh 2

ງົວນົມກໍ່ແມ່ນສັດລ້ຽງທີ່ຊ່ວຍ ປຊຊ ຊອກຈັງ ສາມາດດຳລົງຊີວິດຢູ່ໃນບ້ານ, ຈຳກັດການຍົກຍ້າຍໄປຫາເງິນລ້ຽງຊີບ ຢູ່ບັນດານະຄອນໃຫ່ຍ (ພາບ: VOV )

     ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຊອກຈັງ ແລ້ວ, ປີ 2013, ທາງແຂວງໄດ້ເລີ່ມຜັນຂະຫຍາຍໂຄງການພັດທະນາລ້ຽງງົວນົມຂອງແຂວງ ຊື່ງໄດ້ນຳມາເຊິ່ງປະສິດທິຜົນອັນຕັ້ງໜ້າຢ່າງໄວວາ, ປະກອບສ່ວນຫັນປ່ຽນໂຄງປະກອບສັດລ້ຽງ, ວິທີລ້ຽງສັດຈາກການລ້ຽງແບບຍ່ອຍນ້ອຍໄດ້ເປັນການລ້ຽງສັດແບບລວມສູນ, ສ້າງອາຊີບລ້ຽງງົວນົມໃນແຂວງເທື່ອລະກ້າວ, ຮ່ວມແຮງຮ່ວມໃຈປະຕິບັດ “ສ້າງໂຄງປະກອບກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາແບບຍືນຍົງ”.

 ຕາມທ່ານ ຕັງແທັງຈີ, ຮອງຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ມີ້ຊວຽນ ແລ້ວ, ເພື່ອໃຫ້ໂຄງການພັດທະນາການລ້ຽງງົວນົມຢູ່ທ້ອງຖິ່ນ ນຳມາເຊິ່ງປະສິດທິຜົນນັ້ນ, ໃນໄລຍະຜ່ານມາ, ທາງເມືອງໄດ້ໜູນຊ່ວຍດ້ານທຶນຮອນໃຫ້ແກ່ບັນດາຄອບຄົວພາຍໃນເມືອງ ແລະ ໄດ້ສອນວິຊາຊີບໃຫ້ນັກເຕັກນິກ 20 ຄົນ ເພື່ອຝຶກອົບຮົມດ້ານເຕັກນິກການລ້ຽງງົວໃຫ້ແກ່ຊາວກະສິກອນທ້ອງຖິ່ນອີກດ້ວຍ.

  ປະຈຸບັນ, ປະລິມານນ້ຳນົມຂອງເມືອງສະເລ່ຍແມ່ນປະມານ 4-4,3 ໂຕນ/ມື້, ໃນນັ້ນບໍລິສັດຫຸ້ນສ່ວນນົມ Vinamilk ຊື້ປະມານ 2,2-2,5 ໂຕນ, ສ່ວນສະຫະກອນ Evergrowth ຊື້ປະມານ 1,7-1,8 ໂຕນ ແລະ ລາຄານ້ຳນົມປະຈຸບັນນີ້ ສະເລ່ຍແມ່ນ 13.000 ດົ່ງ/ໂລ, ຕາມການຄິດໄລ່ແມ່ນ ນົມ 1 ໂລ ມີກຳໄລສະເລ່ຍປະມານກ່ວາ 5000 ດົ່ງ. ເບີ່ງລວມແລ້ວ, ຮູບແບບການລ້ຽງງົວນົມໃນບໍລິເວນເມືອງ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ປະກອບສ່ວນສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ ປຊຊ ຢູ່ເຂດຊົນນະບົດ.

   ເພື່ອໃຫ້ການລ້ຽງງົວນົມແບບຍືນຍົງ, ແຂວງຊອກຈັງ ຍັງພັດທະນາເນື້ອທີ່ດິນປູກຫຍ້າເຖິງ 1000 ເຮັກຕາ ເພື່ອ ປຊຊ ເພີ່ມອາຫານຂຽວໃຫ້ແກ່ຝູງງົວນົມ. ຮູບແບບນີ້ໄດ້ແກ້ໄຂວຽກເຮັດງານທຳໃຫ້ແຮງງານກ່ວາ 5000 ຄົນຢູ່ເຂດຊົນນະບົດ, ເຂດຊາວເຜົ່າຂະແມ, ອັນໄດ້ຊ່ວຍຊາວກະສິກອນມີລາຍຮັບຕື່ມອີກ; ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ເຮັດໃຫ້ເພີ່ມຄຸນຄ່າການຜະລິດຂະແໜງກະສິກຳ. ທ່ານ ເວືອງກວັກນາມ ຮອງປະທານຄະນະກຳມະການ ປຊຊ ແຂວງ ຊອກຈັງ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ທາງແຂວງຈະສືບຕໍ່ຮັກສາ ແລະ ພັດທະນາບັນດາໂຄງການລ້ຽງງົວພັນຊີ້ນ, ງົວພັນນົມກ່ວາອີກ ໃຫ້ແກ່ ປຊຊ ຢູ່ທ້ອງຖິ່ນຕ່າງໆ, ພ້ອມທັງມີນະໂຍບາຍເໝາະສົມກັບເປົ້າໝາຍເຊິ່ງແມ່ນຄອບຄົວທຸກຍາກ, ຊາວເຜົ່າສ່ວນໜ້ອຍ, ບັນດາສະຫະກອນ…

  ສິ່ງທີ່ຕ້ອງເອົາໃຈໃສ່ກ່ວາອີກ ນັ້ນແມ່ນນະໂຍບາຍຕໍ່ບັນດາເປົ້າໝາຍ, ຂອບຂະໜາດການລ້ຽງຄືແນວໃດ ໃຫ້ບັນລຸປະສິດທິຜົນ. ທາງແຂວງຈະມີນະໂຍບາຍນີ້ໃຫ້ບັນດາຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກຖ້າຫາກວ່າມີເງື່ອນໄຂຜະລິດ, ມີຄວາມມຸ່ງຫວັງຢາກຜະລິດ. ໂດຍສະເພາະແມ່ນໃນເຂດຊາວເຜົ່າສ່ວນໜ້ອຍ ເພື່ອໃຫ້ມີນະໂຍບາຍເໝາະສົມກັບເປົ້າໝາຍນີ້.

  ໂຄງການພັດທະນາການລ້ຽງງົວເວົ້າລວມ ແລະ ງົວນົມເວົ້າສະເພາະ ຈະສືບຕໍ່ບັນລຸປະສິດທິຜົນດ້ານເສດຖະກິດສູງ. ປະຈຸບັນ, ຂະແໜງກະສິກຳແຂວງຊອກຈັງ ພວມສຸມໃສ່ຍົກສູງຄຸນນະພາບແນວພັນ, ຮັກສາ ແລະ ທະວີຄູນບັນດາຮູບແບບລ້ຽງສັດທີ່ທັນສະໄໝ, ຮັບປະກັນຄວາມປອດໄພຊີວະສາດ. ຄຽງຄູ່ກັນນັ້ນ, ການແມ່ນຍົກສູງຄວາມສາມາດດ້ານວິຊາສະເພາະ ໃຫ້ແກ່ຖັນແຖວນັກເຕັກນິກ, ຄວາມສາມາດຜະລິດ ແລະ ຮ່ວມສຳພັນໃຫ້ແກ່ບັນດາຄອບຄົວລ້ຽງສັດ, ຍົກສູງຄຸນນະພາບແຫຼ່ງອາຫານ, ຫັນເປັນການລ້ຽງສັດດ້ວຍເຄື່ອງຈັກ ແລະ ໜູນຊ່ວຍຊາວກະສິກອນໃນການສຳຜັດກັບທຶນ ກໍ່ຄືເພີ່ມຂອບຂະໜາດລ້ຽງສັດໃນຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ