ປະສິດທິຜົນຈາກຮູບແບບຮ່ວມສຳພັນລະຫວ່າງຊາວກະສິກອນ ແລະ ວິສາຫະກິດຢູ່ແຂວງກວາງນາມ

(vovworld) - ​ເພື່ອ​ແນ​ໃສ່​ຊ່ວຍ​ປະຊາຊົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​​ຢ່າງ​ໝັ້ນຄົງ, ຂະ​ແໜງ​ກະ​ສິກຳ​ເມືອງ​ຢູຍຊວຽນ, ​ແຂວງ​ກວາງ​ນາມ, ​ໄດ້​ເປັນ​ຂົວ​ຕໍ່​ໃຫ້​ບໍລິສັດ​ການ​ຄ້າ ​ແລະ ຂາ​ເຂົ້າຂາ​ອອກ​ຈຳກັດ​ຫວຽດທັ໋ງ, ໜູນ​ຊ່ວຍ​ຊາວ​ກະ​ສິກ​ອນປູກ​ໝາກ​ແຕງ​ແນວ​ພັນຍີ່ປຸ່ນ​ທົດ​ລອງ. ຮູບ​ແບບ​ນີ້​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ, ຊ່ວຍ​ປະຊາຊົນ​ພັດທະນາ​ຊີວິດ​ການ​ເປັນ​ຢູ່, ປະກອບສ່ວນ​ຍູ້​ແຮງ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ.

ປະສິດທິຜົນຈາກຮູບແບບຮ່ວມສຳພັນລະຫວ່າງຊາວກະສິກອນ ແລະ ວິສາຫະກິດຢູ່ແຂວງກວາງນາມ - ảnh 1
(ພາບອິນເຕີແນດ)

        ​ໃນ​ຊຸມ​ມື້​ນີ້ຊາວ​ກະສິກອນ​ເມືອງ​ຢູຍຊວຽນ, ​ແຂວງ​ກວາງ​ນາມ, ພວມ​ກ້າວ​ເຂົ້າ​ລະດູ​ການ​ເກັບ​ກ່ຽວ​ໝາກ​ແຕງ​ແນວ​ພັນ​ຍີ່ປຸ່ນ. ທ່ານ ຫງວຽນ​ແປງ, ຢູ່​ຕາ​ແສງ​ຢູຍຈີ​ງ, ​ເມືອງ​ຢູຍຊວຽນ, ​ແຂວງ​ກວາງ​ນາມ, ​ໃຫ້​ຮູ້​ວ່າ: ນອກ​ຈາກ​ປູກສາລີ, ໝາກ​ຖົ່ວດິນ… ​ແລ້ວ, ຊາວ​ກະ​ສິກອນ​ຍັງ​ປູກ​ໝາກ​ແຕງ​ແນວ​ພັນ​ຍີ່ປຸ່ນ​ ຕື່ມ​ອີກ. ​ໃນ​ລະດູ​ການ​ນີ້, ຄອບຄົວ​ທ່ານ ​ແປງ ​ປູກ​ໝາກ​ແຕງ​ໃນ​ເນື້ອ​ທີ່ 1 ພັນ​ກວ່າ​ຕາ​ແມັດ. ຕາມ​ການ​ຄິດ​ໄລ່​ຂອງ​ທ່ານ​ແລ້ວ, ປູກ​ໝາກ​ແຕງ​ສາມາດ​ຫາ​ກຳ​ໄລ​ໄດ້​ຫຼາຍ​ກວ່າ​ທົບ 4 ​ເທົ່າ​ເມື່ອ​ທຽບ​ໃສ່​ການ​ປູກ​ເຂົ້າ ​ແລະ ຕົ້ນ​ໄມ້​ຊະນິດ​ອື່ນໆ.

        “ປູກ​ຕົ້ນໝາກ​ແຕງ​ໃຫ້​ສະມັດ​ຕະພາບ​ສູງ. ​ເມື່ອ​ປູກ​ຕົ້ນ​ໄມ້​ກະສິກຳຊະນິດ​ອື່ນ​ແມ່ນ​ບໍ່​ຮັບປະກັນສົ້ນ​ອອກ, ສ່ວນ​ປູກ​ໝາກ​ແຕງ​​ແນວ​ພັນ​ຍີ່ປຸ່ນ, ຮອດ​ຍາມ​ເກັບ​ກ່ຽວ​, ບໍລິສັດ​ຫວຽດທັ໋ງ ກໍ່​ມາ​ຊື້ ​ແລະ ຈ່າຍ​ເງິນ​ຢູ່​ກັບ​ທີ່, ດັ່ງ​ນັ້ນ​ຊາວ​ກະສິກອນ​ອຸ່ນ​ອຽນ​ໃຈຫຼາຍ“.

        ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ປະຊາຊົນ, ນອກຈາກ​ການ​ເກັບ​ຊື້​ຜະລິດ​ຕະພັນ, ບໍລິສັດ​ການ​ຄ້າ ​ແລະ ຂາ​ເຂົ້າຂາ​ອອກ​ຈຳກັດ​ຫວຽດທັ໋ງ ຍັງ​ໜູນ​ຊ່ວຍ​ເງິນ​ເພື່ອ​ເຮັດ​ຮ້ານ ​ແລະ ​ແນະນຳ​ວິທີ​ບົວລະບັດ, ​ເກັບ​ກ່ຽວໝາກ​ແຕງ. ທ່ານ ຫງວຽນ​ເຈື່ອງ​ເຊີນ, ຜູ້​ຄຸ້ມຄອງ​ໂຮງງານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ບໍລິສັດ​ການ​ຄ້າ ​ແລະ ຂາ​ເຂົ້າຂາ​ອອກ​ຈຳກັດ​ຫວຽດທັ໋ງ ສາຂາ​ຢູ່​ຕາ​ແສງ​ຢູຍ​ເຈົາ, ​ເມືອງ​ຢູຍຊວຽນ, ​ແຂວງ​ກວາງ​ນາມ ​ໃຫ້​ຮູ້​ວ່າ: ນອກຈາກ​ຕົ້ນ​ໝາກ​ແຕງ, ບໍລິສັດ​ຍັງ​ສົມທົບ​ກັບ​ຂະ​ແໜງ​ກະສິກຳ​ເມືອງ​ຢູຍຊວຽນ ​ປູກ​ຂີງ​, ​ໝາກ​ເຂືອ…ໃນ​ເນື້ອ​ທີ່ 4 ​ເຮັກຕາ​ຕາມ​ຮູບ​ການ​ຜະລິດ, ຈຳໜ່າຍ​ຜະລິດ​ຕະພັນອີກ.

        “​ໃນ​ເບື້ອງ​ຕົ້ນ, ບໍລິສັດ​ຈະ​ລົງທຶນໜູນ​ຊ່ວຍ​ດ້ານ​ອຸປະກອນ​ໃຫ້​ແກ່​ຊາວ​ກະສິກອນ, ຫຼັງ​ຈາກ​ນັ້ນ​ຈະ​ເກັບ​ຊື້​ຜະລິດ​ຕະພັນ​ທັງ​ໝົດ. ຈຸດປະສົງ​ຂອງ​ບໍລິສັດ​ແມ່ນ​ສ້າງ​ເຂດ​ວັດຖຸ​ດິບ​ໃຫ້​ແກ່​ການ​ຜະລິດ. ຍ້ອນ​ເມືອງ​ຢູຍຊວຽນ​ ສ້າງ​ເງື່ອນ​ໄຂ​ໃຫ້​ບໍລິສັດ​ຫວຽດທັ໋ງ ​ເກັບ​ຊື້​ຜະລິດ​ຕະພັນ, ​ລາຍ​ຮັບ​ຂອງ​ປະຊາຊົນກໍ່ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ“.

ປະສິດທິຜົນຈາກຮູບແບບຮ່ວມສຳພັນລະຫວ່າງຊາວກະສິກອນ ແລະ ວິສາຫະກິດຢູ່ແຂວງກວາງນາມ - ảnh 2
(ພາບອິນເຕີແນດ)

        ປະຈຸ​ບັນ, 150 ຄອບຄົວ​ຢູ່​ຕາ​ແສງ​ຢູຍຈູງ, ຢູຍ​ເຈົາ, ຢູຍຈິງ, ຢູຍ​ແທ່ງ, ຢູຍ​ເຕິ​ນ, ​ເມືອງ​ຢູຍຊວຽນ ພວມ​ປູກ​ໝາກ​ແຕ່ງ​ແນວ​ພັນ​ຍີ່ປຸ່ນ​ໃນ​ເນື້ອ​ທີ່​ເກືອບ 13 ​ເຮັກຕາ. ​ເມືອງ​ຢູຍຊວນ ​​ໄດ້​ຊ່ວຍ​ເຫຼືອ​ຊາວ​ກະສິກອນ​ແນວ​ພັນ​ປູກ, ນອກ​ນັ້ນ​ເຂົາ​ເຈົ້າ​ຍັງ​ໄດ້​ຮັບ​ການ​ແນະນຳ​ກ່ຽວ​ກັບ​ເຕັກນິກ​ປູກ, ປ້ອງ​ກັນ​ ​ແລະ ຂ້າສັດຕູ​ພືດ. ທ່ານ ວັນ​ບ໋າ​ນຳ, ຫົວໜ້າ​ຫ້ອງການ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ເມືອງ​ຢູຍຊວຽນ, ​ແຂວງ​ກວາງ​ນາມ, ​ໃຫ້​ຮູ້​ວ່າ: ​ໃນ​ເບື້ອງ​ຕົ້ນ, ຮູບ​ແບບ​ຮ່ວມ​ສຳພັນ​ໃນ​ການ​ຮ່ວມ​ມື​ຜະລິດ​ຕິດ​ພັນ​ກັບ​ການຈຳໜ່າຍຜະລິດ​ຕະພັນໝາກ​ແຕງ​ແນວ​ພັນ​ຍີ່ປຸ່ນ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ໃຫ້​ແກ່​ຊາວ​ກະສິກອນ, ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີ​ຂຶ້ນ. ຮູບ​ແບບ​ນີ້​ຍັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ.

        “ພວກ​ຂ້າພະ​ເຈ້ົາ​ໄດ້​ຮ່ວມ​ສຳພັນ​ກັບ​ຫຼາຍ​ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ປູກ​ໝາກ​ແຕງ​ແນວ​ພັນ​ຍີ່ປຸ່ນ​ສົ່ງ​ອອກ. ຜ່ານ​ຮູບ​ແບບ​ນີ້, ລາຍ​ຮັບຈາກ​ການ​ປູກ​ໝາກ​ແຕງ​ໄດ້ສູງ​ກວ່າທົບ 4 ​ເຖິງ 5​ ​ເທົ່າ​ເມື່ອ​ທຽບ​ໃສ່ປູກ​ເຂົ້າ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ​ຜັນ​ຂະຫຍາຍ​ການ​ປູກ​ໝາກ​ແຕງລະດູ​​ບານ​ໃໝ່ຕໍ່​ລະດູ​ຮ້ອນ ​ແລະ ລະດູຮ້ອນ​ຕໍ່​ລະດູໃບ​ໄມ້​ຫຼົ່ນ.​

ປະສິດທິຜົນຈາກຮູບແບບຮ່ວມສຳພັນລະຫວ່າງຊາວກະສິກອນ ແລະ ວິສາຫະກິດຢູ່ແຂວງກວາງນາມ - ảnh 3
(ພາບອິນເຕີແນດ)

        ​ເມືອງ​ຢູຍຊວຽນ ມີ 11 ຕາ​ແສງ​ພວມ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ມີ 4 ຕາ​ແສງ​ທີ່​ເປັນ​ແບບຢ່າງ. ​ມາ​ຮອດ​ປະຈຸ​ບັນ, ບັນດາ​ຕາ​ແສງ​ສ່ວນ​ຫຼາຍ​ບັນລຸ​ໄດ້ 10 ມາດຖານ​ຂຶ້ນ​ໄປ, ​ໃນ​ນັ້ນ​ຕາ​ແສງ​ຢູຍຈິງ, ຢູຍ​ເຟືອ​ກ ບັນລຸ​ໄດ້ 17 ມາດຖານ. ​ໃນ​ຊຸມ​ປີຜ່ານມາ, ​ເມືອງ​ໄດ້​ລົງທຶນ​ເກືອບ 330 ຕື້​ດົ່ງ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ຂອງ​ປະຊາຊົນ. ຕາມ​ແຜນການ, ນັບ​ແຕ່​ນີ້​ເຖິງ​ທ້າຍ​ປີ 2015, 4 ຕາ​ແສງ​ທີ່​ເປັນ​ແບບຢ່າງ​ຈະ​ປະຕິບັດ​ສຳ​ເລັດ​ຄາດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່.

        ປະຈຸ​ບັນ, ​ເມືອງ​ຢູຍຊວຽນ, ​ແຂວງ​ກວາງ​ນາມ, ສືບ​ຕໍ່​ຮ່ວມ​ສຳພັນ​ກັບ​ວິ​ສາ​ຫະກິດ​ຕ່າງໆ ​ແລະ ​ເປີດ​ກວ້າງ​ເນື້ອ​ທີ່​ປູກ​ຕົ້ນ​ໄມ້​ອຸດສາຫະກຳ​ອື່ນໆ. ຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຈາກ​ຮູບ​ແບບ​ປູກ​ໝາກ​ແຕງ​ແນວ​ພັນ​ຍີ່ປຸ່ນ ​ໄດ້​ເປີດ​ທິດ​ທາງ​ໃໝ່​ໃນ​ການ​ພັດທະນາ​ກະ​ສີ​ກຳ ກໍ່​ຄື​ຊ່ວຍ​ປະຊາຊົນ​ຢູ່​ທີ່​ນີ້​ມີ​ຊີວິດ​ເປັນ​ປົກກະຕິ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ ​ແລະ ສຳ​ເລັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ.


ຕອບກັບ

ຂ່າວ/ບົດ​ອື່ນ