ຜົນສຳເລັດໃນເບື້ອງຕົ້ນແຫ່ງນການກໍ່ສ້າງຊົນນະບົດໃໝ່ຢູ່ນະຄອນ ໂຮ່ຈີມິນ


(vovworld) - ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາ​ຍ, ​ໂສມ​ໜ້າ​ຂອງ​ບັນດາ​ຕາ​ແສງ​ທີ່ໄດ້​ຮັບ​ການ​ເລືອກ​ເຟັ້ນປະຕິບັດ​ທົດ​ລອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ. ມີ​ຫຼາຍ​ຮູບ​ແບບ​ຜະລິດ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ລາຍ​ຮັບ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ພື້ນຖານ​ໂຄງ​ລ່າງ​ນັບ​ມື້​ນັບ​ພັດທະນາ.

ຜົນສຳເລັດໃນເບື້ອງຕົ້ນແຫ່ງນການກໍ່ສ້າງຊົນນະບົດໃໝ່ຢູ່ນະຄອນ ໂຮ່ຈີມິນ - ảnh 1

ລະບົບຊົນລະປະທານ

(ພາບ: ອິນເຕີແນດ)

        ປີ 2010, ນະຄອນ​ໂຮ່ຈີ​ມິນ​ໄດ້​ເລືອກ​ເຟັ້ນ 5 ຕາ​ແສງ​ຄື: ​ເຍີນ​ດຶກ (ຍ່າ​ແບ່); ຊວນ​ເທີ໋ຍ​ເທື້ອງ (ຮອກ​ມົນ); ທ໋າຍມີ້ (ກູ​ຈີ); ​ເຕີນ​ຍຶດ (ບິ່ງ​ແຈ້ງ) ​ແລະ ຫຼີ​ເຍີ​ຍ (​ເກີ່​ນ​ເຢີ່) ​ເພື່ອ​ປະຕິບັດ​ທົດ​ລອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນອກ​ນັ້ນ​ຍັງ​ມີ​ຕາ​ແສງ​ເຕີນ​ທົງ​ໂຫ້​ຍ (ກູ​ຈີ) ​ໂດຍ​ຄະນະ​ຊີ້​ນຳ​ສູນ​ກາງ​ເລືອກ​​ເຟັ້ນປະຕິບັດ​ນັ້ນ, ໝາຍ​ຄວາມ​ວ່າ​ໃນ​ໄລຍະ​ດຽວ​ກັນ, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ 6 ຕາ​ແສງ.

        ຕາ​ແສງ​ຫຼີ​ເຍີນ ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼີກ​ຂອງ​ນະຄອນ​ໂຮ່ຈີ​ມິນ, ຫ່າງ​ຈາກ​ເມືອງ​ເກິ່ນ​ເຢີ່ 70 ກມ, ​ແມ່ນ​ຕາ​ແສງ​ທຳ​ອິດ​ທີ່​ນະຄອນ​ເລືອກ​ເຟັ້ນ​ປະຕິບັດ​ທົດ​ລອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເພື່ອ​ປະຕິບັດ 19 ມາດຖານ​ແຫ່ງ​ຊາດ ກ່ຽວກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ໄດ້​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ຕາມ​ແຕ່ລະ​ໄລຍະ. ທຳ​ອິດ​ແມ່ນ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຍົກ​ລະດັບ​ບັນດາ​ສາຍ​ທາງ​ຄົມມະນາຄົມ. ​ເພື່ອ​ເປີດ​ກວ້າງ, ຍົກ​ລະດັບ​ທາງ​ຄົມມະນາຄົມ, 984 ຄອບຄົວ​ໃນ​ຕາ​ແສງ​ຫຼີ​ເຍີນ ​ໄດ້​ສະໝັກ​ໃຈສະຫງວນທີ່​ດິນ 250.000 ຕາລາງ​ແມັດ ດ້ວຍ​ມູນ​ຄ່າ​ກວ່າ 20 ຕື້ດົ່ງ. ທັງ​ຕາ​ແສງ​ມີ 7000 ກວ່າ​ຄອບຄົວ​ສະຫງວນ​ທີ່​ດິນ​ເພື່ອ​ເປີດ​ທາງທາງ​ຄົມມະນາຄົມ, ກໍ່ສ້າງ​ໂຮງຮຽນ, ສຸກສາລາ... ດ້ວຍ​ເນື້ອ​ທີ່​ທັງ​ໝົດ 725.800 ຕາລາງ​ແມັດ, ລວມມູນ​ຄ່າ​ກວ່າ 615 ຕື້ດົ່ງ. ບັນດາ​ກິດຈະກຳ​ນີ້​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ທ້ອງ​ຖີ່​ນ. ທ່ານ ຫງວຽນ​ວັນ​ເຊີນ, ປະທານ​ເມືອງ​ເກິ່ນ​ເຢີ່, ​ແບ່ງປັນວ່າ:

        “ພວກ​ຂ້າພະ​ເຈົ້າ​ສະ​ເໜີ​​ແບ່ງ​ວິວັດ​ແຫ່ງ​ການປະຕິບັດ​ແຜນ​ຮ່າງ​ກໍ່ສ້າງ​ຊົນນະບົດ​ໃໝ່​​ເປັນ 2 ​ໄລຍະ. ​ໄລຍະ​ທີ​ໜຶ່ງ​ແມ່ນ​ປະຕິບັດ​ເຖິງ​ປີ 2015 ດ້ວຍ​ຈຸດໝາຍ​ກໍ່ສ້າງ​ບັນດາ​ຕາ​ແສງ​​ໃຫ້ບັນລຸ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ທີ່ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງ​ນະຄອນ. ​ໄລຍະ​ຕໍ່​ໄປ​ແມ່ນ​ຫຼັງ​ປີ 2015 ​ເຖິງ​ປີ 2020, , ນີ້​ແມ່ນ​ໄລຍະ​ປັບປຸງ, ຍົກ​ສູງ​ຄຸນ​ນະພາ​ບການກໍ່ສ້າງ​ຊົນນະບົດ​ໃໝ່, ພັດທະນາ​ເສດຖະກິດ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເມືອງ​ເກິ່ນ​ເຢີ່ ພວມກ້າວ​ເຂົ້າ​ສູ່​ໄລຍະ​ກາຍ​ເປັນ​ໃຈກາງ​ທ່ອງ​ທ່ຽວ​ຊີວະ​ພາບ​ຂອງ​ທັງ​ປະ​ເທດ ​ແລະ ສາກົນ“.

ຜົນສຳເລັດໃນເບື້ອງຕົ້ນແຫ່ງນການກໍ່ສ້າງຊົນນະບົດໃໝ່ຢູ່ນະຄອນ ໂຮ່ຈີມິນ - ảnh 2

ປະຊາຊົນຮ່ວມແຮງຮ່ວມໃຈເພື່ອກໍ່ສ້າງທາງ
(ພາບ: ອິນເຕີແນດ)

        ​ມີ​ບາງ​ຕາ​ແສງ​ຢູ່​ຊານ​ນະຄອນ​ໂຮ່ຈີ​ມິນ​ ມີ​ເງື່ອນ​ໄຂ​ສະດວກ​ໃນ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕົວຢ່າງ​ຄື​ຕາ​ແສງ​ຊວນ​ເທີ໋ຍ​ເທື້ອງ, ​ເມືອງ​ຮອກ​ມົນ, ກ່ອນ​ທີ່​ຜັນ​ຂະຫຍາຍ​ໂຄງການ, ທາງ​ຕາ​ແສງ​ໄດ້​ມີ​ລະບົບ​ຊົນລະ​ປະທານ​ດີ​ພໍ​ສົມຄວນ, ມີ​ສະຫະກອນ​ກະ​ສີ​ກຳ - ການ​ບໍລິການທີ່​ພວມ​ເຄື່ອນ​ໄຫວ, ມີ​ຕາໜ່າງ​​ໄຟຟ້າ, ມີ​ສຸກສາລາ​ບັນລຸ​ມາດຖານ, ມີ​ໄປສະນີ​ວັດທະນະທຳ ​ແລະ ມີ​ຊາວ​ກະ​ສີກ​ອນພາກສ່ວນ​ໜຶ່ງ​ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດທິ​ຜົນ, ດັ່ງ​ນັ້ນ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​ດຳ​ເນີນ​ຢ່າງ​ສະດວກ​ສະບາຍ ​ແລະ ບັນລຸ​ໄດ້ຜົນ​ງານ​ໃນ​ເບື້ອງ​ຕົ້ນ. ທ່ານ​ ບູ່​ຍງອກ​ກວີ໋, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຊວນ​ເທິ໋ຍ​ເທື້ອງ, ​ເມືອງ​ຮອກ​ມົນ, ​ຖື​ວ່າ:

        “ກ່ອນ​ອື່ນ​ໝົດ, ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ​ຊຸດ​ຮຽນ​ວິຊາ​ຊີບ​ໂດຍ​ບໍ່​ເສຍ​ເງິນ​ໃນ​ຕາ​ແສງ ​ເພື່ອ​ດຶງ​ດູດ​ທຸກ​ຄົນ​ເຂົ້າ​ຮ່ວມ. ທີ​ສອງ​ແມ່ນ​ມອບ​ຄາດໝາຍ​ໃຫ້​ບັນດາ​ຫົວໜ່ວຍ​ໃນ​ທ້ອງ​ຖີ່​ນ ​ເພື່ອ​ສາມາດ​ສຳ​ພັດ​ໂດຍ​ກົງ​ກັບ​ປະຊາຊົນ, ທີ​ສາມ​ແມ່ນ​ສຸມ​ໃສ່​ບຳລຸງ​ສ້າງ​ວິຊາ​ຊີບ​ທີ່​ເໝາະ​ສົມ​ກັບ​ຈຸດ​ພິ​ເສດ​ຂອງ​ທ້ອງ​ຖີ່​ນ“.

        ພາຍຫຼັງ 3 ປີ​ແຫ່ງການ​ປະຕິບັດ​ແຜນ​ຮ່າງກໍ່ສ້າງ​ຊົນນະບົດ​ໃໝ່, 6 ຕາ​ແສງ​ຂອງ​ນະຄອນ​ໂຮ່ຈີ​ມິນ​ສາມາດ​ກໍ່ສ້າງ​ໄດ້​ເກືອບ 1000 ກິດຈະກຳ, ​ໃນ​ນັ້ນ​ມີ​ປະມານ 240 ກິດຈະກຳ​ຄົມມະນາຄົມ, ກວ່າ 100 ກິດຈະກຊົນລະປະທານ, ລົບ​ລ້າງ​ເຮືອນ​ຊົ່ວຄາວ​ໄດ້ 430 ຫຼັງ, ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 2000 ຕື້​ດົ່ງ, ​ໃນ​ນັ້ນ 34% ​ແມ່ນ​ແຫຼ່ງທຶນ​ໂດຍ​ປະຊາຊົນ​ປະກອບ. ມາ​ຮອດ​ປະຈຸ​ບັນ, ນອກຈາກ 2 ຕາ​ແສງ​ຄື: ​ເຕິ​ນທົງ​ໂຫ້​ຍ ​ແລະ ທ໋າຍມີ້ ບັນລຸ​ໄດ້ 19/19 ມາດຖານ​ກ່ຽວ​ກັບການກໍ່ສ້າງ​ຊົນນະບົດ​ໃໝ່​ແລ້ວ, 4 ຕາ​ແສງ​ທີ່​ຍັງ​ເຫຼືອ​ກໍ່​ບັນລຸ​ໄດ້ 17/19 ມາດຖານ. ປະຈຸ​ບັນ​ເນື້ອ​ທີ່​ປູກ​ເຂົ້າ​ຢູ່ບັນດາ​ຕາ​ແສງກໍ່ສ້າງ​ຊົນນະບົດ​ໃໝ່ຖືກ​ຮັດ​ແຄບ​ໄວ້ ​ເພື່ອ​ຫັນ​ໄປ​ສູ່​​ການ​ປູກ​ພືດ​, ທີ່​ສ້າງ​ກຳ​ໄລ​ສູງ​ກວ່າ​ທົບ​ຫຼາຍ​ເທົ່າ. ບັນດາ​ຮູບ​ແບບ​ປູກ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ, ລ້ຽງ​ງົວ​ນົມ, ໝູ່​ບ້ານ​ພື້ນ​ເມືອງ ກໍ່​ໄດ້​ຮັບ​ການ​ຂະຫຍາຍ​ອອກ, ອັນ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ເພີ່ມ​ລາຍ​ຮັບ. ທ່ານ ຫງວຽນ​ເຕິ໋ນຕ໋ວຽນ, ຮອງ​ຫົວໜ້າ​ຄະນະ​ເສດຖະກິດ​ງົບປະມານ, ສະພາ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ, ຢືນຢັນ​ວ່າ:

        “​ແຜນ​ນະ​ໂຍບາຍ​ຄາດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ຖືກຕ້ອງ, ​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ. ຜົນສຳ​ເລັດ​ໃນ​ໂຄງການກໍ່ສ້າງ​ຊົນນະບົດ​ໃໝ່​ຮຽກຮ້ອງ​​ໃຫ້​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາ​ຄົມ ​ແລະ ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ​ຂັ້ນ​ຮາກ​ຖານ. ຂ້າພະ​ເຈົ້າ​ຖື​ວ່າ​ນີ້​ແມ່ນ​ປັດ​ໃຈ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ເປີດ​ກວ້າງ​ຮູບ​ແບບກໍ່ສ້າງ​ຊົນນະບົດ​ໃໝ່“

ຜົນສຳເລັດໃນເບື້ອງຕົ້ນແຫ່ງນການກໍ່ສ້າງຊົນນະບົດໃໝ່ຢູ່ນະຄອນ ໂຮ່ຈີມິນ - ảnh 3

ເນື້ອທີ່ປູກເຂົ້າໃນເມື່ອກ່ອນສ່ວນຫຼາຍໄດ້ຫັນເປັນເນື້ອທີ່ປູກພືດ ແລະ ດອກໄມ້
(ພາບ: ອິນເຕີແນດ)

        ພາຍຫຼັງ 3 ປີ​ແຫ່ງ​ການ​ປະຕິບັດ, ​ແຜນ​ນະ​ໂຍບາຍກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ປຸກລຸກ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປະຊາຊົນ​ໃນ​ທ້ອງ​ຖີ່​ນ. ນີ້​ແມ່ນ​ພື້ນຖານ​ທີ່​ສຳຄັນ ​ເພື່ອ​ໃຫ້​ນະຄອນ​ໂຮ່ຈີ​ມິນ​ ສືບ​ຕໍ່​ຂະຫຍາຍ​ຮູບ​ແບບ​ຊົນນະບົດ​ໃໝ່​ອອກ​ສູ່ 50 ຕາ​ແສງ​ທີ່​ຍັງ​ເຫຼືອ ​ເພື່ອ​ຮອດ​ປີ 2015,  56/56 ຕາ​ແສງ​ຂອງ​ນະຄອນ​ປະຕິບັດ​ສຳ​ເລັດ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໂດຍ​ພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ