ຜູ້​ປູກ​ຕົ້ນ​ດອກ​ຄາຍ, ຕົ້ນ​ໝາກ​ແປ້ນ​ປະ​ດັບ ຫ້າງ​ຫາ​ກະ​ກຽມ​ຮັບ​ໃຊ້​ບຸນ​ເຕັດ​ປີ 2021

(VOVWORLD) -ຊຸມມຶ້ື້ໃກ້ຮອດບຸນເຕັດບັນດາຄອບຄົວປູກຕົ້ນດອກຄາຍຕົ້ນໝາກແປ້ນປະດັບຢູ່ ໝູ່ບ້ານປູກດອກໄມ້ ເຍີດເຕີນ ແລະ ໝູ່ບ້ານປູກຕົ້ນໝາກແປ້ນປະດັບ ຕຶລຽນ ເມືອງໄຕໂຮ່ ຮ່າໂນ້ຍ ພວມຫ້າງຫາກະກຽມເພື່ອຮັບໃຊ້ບຸນເຕັດປີ 2021.  ຕົ້ນດອກຄາຍ, … ຕົ້ນໝາກແປ້ນ ຢູ່ເຮືອນສວນແຫ່ງຕ່າງໆ ໄດ້ສົ່ງໄປຂາຍຢູ່ທ້ອງຕະຫລາດຮ່າໂນ້ຍ ແລະ ຫລາຍແຂວງ, ນະຄອນ ໃນທົ່ວປະເທດ.
ຜູ້​ປູກ​ຕົ້ນ​ດອກ​ຄາຍ, ຕົ້ນ​ໝາກ​ແປ້ນ​ປະ​ດັບ ຫ້າງ​ຫາ​ກະ​ກຽມ​ຮັບ​ໃຊ້​ບຸນ​ເຕັດ​ປີ 2021 - ảnh 1ສວນປູກຕົ້ນດອກຄາຍ ເຍີດເຕີນ ເລີ່ມມີຄົນມາເລືອກຊື້ເປັນຈຳນວນຫຼາຍ (ພາບ:VGP)

ມາຢ້ຽມຢາມໝູ່ບ້ານປູກຕົ້ນດອກຄາຍ ເຍີດເຕີນ ຜູ້ຄົນທັງຫລາຍກໍ່ລ້ວນແຕ່ເຫັນໄດ້ເຖິງຄວາມຫ້າວຫັນຟ້າວຟັ່ງຂອງປະຊາຊົນທີ່ປູກຕົ້ນດອກຄາຍຢູ່ທີ່ນີ້. ມີສຽງຫົວສຽງເວົ້າອັນຟົດຟື້ນມ່ວນຊື່ນປະສານກັບບັນຍາກາດການອອກແຮງງານທຳການຜະລິດອັນເມົາມົວຂອງປະຊາຊົນໃນທ່າມກາງອາກາດຫນາວເຢັນຂອງລະດູບານໃຫມ່. ບັນດາຕົ້ນດອກຄາຍ ກໍ່ພວມອອກດອກຈູມ ແລະ ໄດ້ຮັບການບົວລະບັດຢ່າງລະອຽດລະອໍ ເພື່ອໃຫ້ມີດອກໄມ້ງາມທີ່ສຸດ ຮັບໃຊ້ຕາມຄວາມຕ້ອງການຂອງລູກຄ້າໃນຍາມບຸນເຕັດ.

ການເບິ່ງແຍງບົວລະບັດບັນດາຕົ້ນດອກຄາຍໃນຈຸດເວລານີ້ ບໍ່ຫຍຸ້ງຍາກລຳບາກຄືໄລຍະລິໃບອອກ ແຕ່ຜູ້ປູກຕົ້ນດອກຄາຍຍັງຕ້ອງ “ກິນໃນສວນ,ນອນໃນສວນ”. ບົວລະບັດຕົ້ນດອກຄາຍແຕ່ລະຕົ້ນຢ່າງລະອຽດລະອໍ, ທ່ານ ຫງວຽນວັນແຫ້ງ ເຈົ້າຂອງສວນດອກຄາຍ ມີກວ່າ 400 ຕົ້ນ ໄດ້ແບ່ງປັນວ່າ: ສຸດຈິດສຸດໃຈຕໍ່ອາຊີບ ແມ່ນສິ່ງບໍ່ອາດຂາດໄດ້ສຳລັບຊາວປູກຕົ້ນດອກຄາຍແຕ່ລະຄົນ, ແຕ່ປັດໄຈຕັດສິນຊີ້ຂາດພັດແມ່ນອາກາດ.

 “ຮອດເວລາ ຂາຍດອກຄາຍ ພວກຂ້າພະເຈົ້າຕ້ອງຕິດຕາມອາກາດເປັນປະຈຳ. ຖ້າຫາກອາກາດຫນາວຈັດ ຕ້ອງບົວລະບັດໃຫ້ດີກວ່າ ແຕ່ເມື່ອອາກາດພໍດີ ບໍ່ຕ້ອງບົວລະບັດຫລາຍ

ຜູ້​ປູກ​ຕົ້ນ​ດອກ​ຄາຍ, ຕົ້ນ​ໝາກ​ແປ້ນ​ປະ​ດັບ ຫ້າງ​ຫາ​ກະ​ກຽມ​ຮັບ​ໃຊ້​ບຸນ​ເຕັດ​ປີ 2021 - ảnh 2ຕົ້ນໝາກແປ້ນປະດັບ ຕືລຽນ (ພາບ:VGP)

ມາຮອດຈຸດເວລານີ້ ມີຫລາຍອົງການ, ບໍລິສັດ ໄດ້ຊອກມາຫາໝູ່ບ້ານປູກຕົ້ນດອກຄາຍ ເຍີດເຕີນ ແລະ ໝູ່ບ້ານ ປູກໝາກແປ້ນປະດັບ ຕຶລຽນ ເພື່ອຈອງຊື້ ຫລື ເຊົ່າມາປະດັບໃນໂອກາດປີໃຫ່ມປະຈຳຊາດ ເພາະຕາມຫລາຍຄົນແລ້ວ ມາທີ່ນີ້ໄວຈະຊອກໄດ້ຕົ້ນດອກຄາຍ ແລະ ຕົ້ນໝາກແປ້ນ ທີ່ງາມ.

ເມື່ອໄປເລືອກຊື້ຕົ້ນດອກຄາຍໃຫ້ອົງການຂອງຕົນແບບທີ່ມີຟຸ່ມກວ້າງ, ມີດອກຈູມ ແລະ ຍອດອ່ອນຫລາຍ, ທ່ານ ທ່ຽວຈີຮີ່ງ ພະນັກງານພວມເຮັດວຽກຢູ່ ຄະນະກຳມະການປະຊາຊົນ ນະຄອນ ຫວີງອຽນໃຫ້ຮູ້ວ່າ:

ປີນີ້ກໍ່ຄືປີກາຍ ຂ້າພະເຈົ້າໄປຊື້ດອກຄາຍຊ້າກວ່າຫນ້ອຍຫນຶ່ງ. ປີກາຍນີ້ ຊື້ຢູ່ໝູ່ບ້ານດອກໄມ້ ເຍີດເຕີນ ແລະ ຮອດວັນເພັງເດືອນຈຽງ ດອກຍັງງາມຢູ່. ດອກຄາຍ ຢູ່ທີ່ນີ້ ງາມຫລາຍ ແນວພັນດີ, ສະນັ້ນ ໃນໄລຍະ 4 ປີຜ່ານມາ ຂ້າພະເຈົ້າລ້ວນແຕ່ມາຊື້ຢູ່ນີ້.”

ຢູ່ຄຽງຂ້າງໝູ່ບ້ານ ດອກຄາຍ ເຍີດເຕີນ ແມ່ນໝູ່ບ້ານປູກຕົ້ນໝາກແປ້ນປະດັບ ກໍ່ມີບັນຍາກາດຟົດຟື້ນດ້ວຍແຂກທີ່ມາຊື້ຕົ້ນໝາກແປ້ນປະດັບເປັນຈຳນວນຫລວງຫລາຍ. ຄຽງຄູ່ກັບຕົ້ນ ໝາກແປ້ນປະດັບແບບເກົ່າ ມາປີນີ້ ບັນດານັກສິລະປະການໝູ່ບ້ານປູກຕົ້ນ ໝາກແປ້ນປະດັບ ຕຶລຽນ ມີຫລາຍແນວຄວາມຄິດທີ່ເປັນເອກະລັກສະເພາະ ກ່ຽວກັບຮູບຊົງໂຕຄວາຍທີ່ສວຍງາມຈັບໃຈ.  ລາຄາຕົ້ນໝາກແປ້ນປະດັບປີນີ້ ແມ່ນຖືກກວ່າປີກາຍປະມານ 10 – 20%. ເອື້ອຍ ຟ້າມທູຖູຍ ເຈົ້າຂອງເຮືອນສວນ ຊີງຖູຍ ໃຫ້ຮູ້ວ່າ:

 “ລາຄາຕົ້ນໝາກແປ້ນປະດັບປີນີ້ ແມ່ນທຳມະດາ ແລະ ຕະຫລາດຕົ້ນໝາກແປ້ນປະດັບກໍມີຊ້າຫນ້ອຍຫນຶ່ງ, ປີກາຍ ຕົ້ນໃດງາມ ຂາຍໄດ້ 12 ລ້ານດົ່ງ ແຕ່ປີນີ້ ອາດຈະບໍ່ຮອດ 10 ລ້ານ ເພາະຍ້ອນສະພາບການເສດຖະກິດຫຍຸ້ງຍາກ. ປີກາຍ ພວກຂ້າພະເຈົ້າຂາຍໄດ້ກວ່າ 50 ຕົ້ນ ແຕ່ປີນີ້ ຫາກໍ່ຂາຍໄດ້ພຽງ 30 ຕົ້ນເທົ່ານັນ.”

ບໍ່ພຽງແຕ່ຢູ່ ຮ່າໂນ້ຍ ເທົ່ານັ້ນຫາກບັນດາສວນປູກຕົ້ນໝາກແປ້ນຢູ່ ຫລາຍແຂວງ, ນະຄອນ ກໍພວມຫ້າງຫາຢ່າງຄຶກຄື້ນ, ສ້າງຮູບຊົງຕົ້ນໃຫ້ງາມເພື່ອສະຫນອງໃຫ້ຕະຫລາດ.

ດ້ວຍການປະດິດຄິດສ້າງຂອງບັນດາເຮືອນສວນ, ສະນັ້ນ ຕົ້ນໝາກແປ້ນ, ຕົ້ນດອກຄາຍ ນັບມື້ນັບມືຮູບຊົງສວຍງາມ ຕອບສະຫນອງໃຫ້ຜູ້ນິຍົມດອກໄມ້ບຸນເຕັດ ນຳມາເຊິ່ງສີສັນຫລາກຫລາຍຂອງລະດູບານໃຫມ່ອັນສົດໃສໃຫ້ທຸກຄອບຄົວ. 

 

 

ຕອບກັບ

ຂ່າວ/ບົດ​ອື່ນ