ຜະລິດຕະພັນ OCOP ເຮັດໃຫ້ໂສມໜ້າຊົນນະບົດຢູ່ແຂວງດັ໊ກລັ໊ກມີການປ່ຽນແປງ

(VOVWORLD) -ໂຄງການ OCOP ໄດ້ສ້າງກຳລັງໜູນໃຫ້ແກ່ບັນດາແນວຄວາມຄິດໃໝ່ຢ່າງແຮງ, ບັນດາຜະລິດຕະພັນໃໝ່, ມີຫຼາຍຮູບຫຼາຍແບບ ໄດ້ຜະລິດອອກມາຢູ່ຫຼາຍບ່ອນໃນແຂວງ ດັ໊ກລັ໊ກ.

ຜະລິດຕະພັນ OCOP ເຮັດໃຫ້ໂສມໜ້າຊົນນະບົດຢູ່ແຂວງດັ໊ກລັ໊ກມີການປ່ຽນແປງ - ảnh 1  ກາເຟ, ໂກໂກ້ ເຊິ່ງແມ່ນບັນດາຜະລິດຕະພັນຕົ້ນຕໍ ແລະ ມີທ່າແຮງຂອງແຂວງ ດັ໊ກລັ໊ກ

(ພາບ: doanhnghiepvn.vn)

ເລື່ອງຕີລາຄາ, ຈັດແບ່ງ ປະເພດຜະລິດຕະພັນ OCOP (ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ) ພວມກາຍເປັນກຳລັງໜູນສົ່ງເສີມ, ເຮັດໃຫ້ເສດຖະກິດຊົນນະບົດ ຢູ່ແຂວງ ດັ໊ກລັ໊ກ, ເຂດ ໄຕງວຽນມີການປ່ຽນແປງ. ສິ່ງດັ່ງກ່າວກໍ່ພວມສ້າງກຳລັງແຮງອັນໃຫຍ່ຫຼວງໃຫ້ແກ່ການກໍ່ສ້າງຊົນນະບົດໃໝ່ ຕາມທິດພັດທະນາແບບຍືນຍົງ ຈາກການຢັ້ງຢືນທີ່ຕັ້ງໃຫ້ແກ່ຜະລິດຕະພັນກະເສດຂອງທ້ອງຖິ່ນ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຊັນອະນຸມັດຜ່ານໂຄງການ OCOP ເມື່ອວັນທີ 07 ພຶດສະພາ 2018, ດ້ວຍຈຸດສຸມແມ່ນພັດທະນາສິນຄ້າກະສິກຳ, ບໍ່ເປັນກະສິກຳ, ການບໍລິການທີ່ມີທ່າແຮງຢູ່ແຕ່ລະທ້ອງຖິ່ນຕາມລະບົບມູນຄ່າ ເຊິ່ງຢູ່ໃນນັ້ນຜູ້ປະຕິບັດແມ່ນບັນດາພາກສ່ວນເສດຖະກິດພາກເອກະຊົນ, ເສດຖະກິດສະຫະກອນ. ຜະລິດຕະພັນ OCOP ໄດ້ຮັບການຕີລາຄາຕາມ 5 ລຳດັບ (ແຕ່ 1 ດາວຫາ 5 ດາວ). ໄລຍະ ທາງຜະລິດຕະພັນ OCOP ແຫ່ງຊາດຮອດປີ 2020 ແມ່ນ ມີຜະລິດຕະພັນປະມານ 2.500 ຢ່າງ, ປັບປຸງ 3.920 ອົງການຈັດຕັ້ງເສດຖະກິດທີ່ເຂົ້າຮ່ວມ OCOP, ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ສະຫະກອນ 500 ແຫ່ງເຂົ້າຮ່ວມໂຄງການ OCOPໃໝ່ຕື່ມອີກ.

        ກາເຟ, ໂກໂກ້ ເຊິ່ງແມ່ນບັນດາຜະລິດຕະພັນຕົ້ນຕໍ ແລະ ມີທ່າແຮງຂອງແຂວງ ດັ໊ກລັ໊ກ. ແປ້ງ ໂກໂກ້ ຂອງບໍລິສັດໂກໂກ້ ນາມເຈື່ອງເຊີນ ຈຳກັດ, ຢູ່ຕາແສງ ແອອານາ, ເມືອງ ກຣົງ ອານາ, ແຂວງ ດັ໊ກລັ໊ກ ແມ່ນຜະລິດຕະພັນ OCOP ບັນລຸລະດັບ 4 ດາວ, ສູງທີ່ສຸດໃນຈຳນວນ 11 ຜະລິດຕະພັນ OCOP ເຊິ່ງທາງແຂວງຫາກໍ່ຕີລາຄາ, ຈັດອັນດັບ. ຕາມທ່ານ ເຈືອງງອັກກວາງ, ຜູ້ອຳນວຍການໃຫຍ່ບໍລິສັດ ໂກໂກ້ ນາມເຈື່ອງເຊີນ ຈຳກັດ ແລ້ວ, ຜະລິດຕະພັນຂອງບໍລິສັດໄດ້ຮັບການຈັດອັນດັບ OCOP ບັນລຸລະດັບ 4 ດາວ ຈະເປັນການສ້າງຄວາມສະດວກ ໃຫ້ແກ່ຜະລິດຕະພັນສາມາດເຂົ້າຮ່ວມຕະຫຼາດຢູ່ພາຍໃນປະເທດ ແລະ ສົ່ງອອກໄດ້.

        “ບໍລິສັດ ໂກໂກ້ ນາມເຈື່ອງເຊີນ ຈຳກັດ ໄດ້ເຂົ້າຮ່ວມໃນລະບົບທີ່ມີການຢັ້ງຢືນ ກໍຄືໄດ້ຮັບຫຼາຍລາງວັນ, ແຕ່ສຳລັບໂຄງການ OCOP ແລ້ວ ນີ້ແມ່ນໜຶ່ງໃນບັນດາໂຄງການບໍ່ພຽງແຕ່ເປັນຂອງແຂວງເທົ່ານັ້ນ, ຫາກຍັງເປັນຂອງປະເທດຊາດອີກດ້ວຍ, ສະນັ້ນ, ການເຂົ້າຮ່ວມການຕີລາຄາຮັບຮອງ OCOP ສ່ວນໜຶ່ງກໍ່ແມ່ນຍ້ອນທາງບໍລິສັດຢາກຢືນຢັນ ຄຸນຄ່າເຄື່ອງໝາຍການຄ້າ ຄືນໃໝ່ ເພື່ອບັນລຸໄດ້ຕາມມາດຕະຖານ OCOP, ອີກສ່ວນໜຶ່ງກໍ່ຢາກສ້າງປະຊາຄົມຜະລິດຕະພັນ OCOP ເພື່ອສາມາດແລກປ່ຽນກ່ຽວກັບວິທີການຮ່ວມມື, ຜະລິດ”.

ຜະລິດຕະພັນ OCOP ເຮັດໃຫ້ໂສມໜ້າຊົນນະບົດຢູ່ແຂວງດັ໊ກລັ໊ກມີການປ່ຽນແປງ - ảnh 2(ໂຄງການ OCOP ໄດ້ສ້າງກຳລັງໜູນໃຫ້ແກ່ບັນດາຜະລິດຕະພັນໃໝ່, ມີຫຼາຍຮູບຫຼາຍແບບ)

        ໂຄງການ OCOP ໄດ້ສ້າງກຳລັງໜູນໃຫ້ແກ່ບັນດາແນວຄວາມຄິດໃໝ່ຢ່າງແຮງ, ບັນດາຜະລິດຕະພັນໃໝ່, ມີຫຼາຍຮູບຫຼາຍແບບ ໄດ້ຜະລິດອອກມາຢູ່ຫຼາຍບ່ອນໃນແຂວງ ດັ໊ກລັ໊ກ. ທ່ານນາງ ເຈິ່ນທິກິມລວ໊ຽນ, ເຈົ້າຂອງຮາກຖານຜະລິດຜົງຂີ້ໝີ້ນ ກິມລວ໊ຽນ, ໃຫ້ຮູ້ວ່າ ການເຂົ້າຮ່ວມຕີລາຄາຜະລິດຕະພັນຕາມໂຄງການ OCOP ແມ່ນວິທີໜຶ່ງເພື່ອໃຫ້ວິສາຫະກິດສັງເກດໄດ້ບັນດາຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງ, ຖອດຖອນບົດຮຽນເພື່ອສ້າງໃຫ້ຜະລິດຕະພັນມີຄວາມສົມບູນແບບກວ່າ.

        “ນີ້ທັງແມ່ນສິ່ງທົດສອບ, ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ຕະຫຼາດຮູ້ຈັກເຖິງຜະລິດຕະພັນຂອງຮາກຖານ ແລະ ກໍ່ໄດ້ຮັບການຕີລາຄາຈາກສະພາ ກ່ຽວກັບບັນດາຈຸດດີ, ຈຸດອ່ອນ ເພື່ອໃຫ້ຮາກຖານສາມາດເຫັນໄດ້ເພື່ອແກ້ໄຂ ແລະ ພັດທະນາແບບຍືນຍົງ, ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ”.

        ບັນດາຜະລິດຕະພັນ OCOP ໄດ້ ປະກອບສ່ວນຍົກສູງສະຕິຄວາມຮັບຮູ້, ໜ້າທີ່ຂອງປະຊາຊົນ, ວິສາຫະກິດໃນການຜະລິດ, ຮັບປະກັນເຄື່ອງໝາຍການຄ້າຂອງຜະລິດຕະພັນ OCOP ກໍຄືສິດ ແລະ ຜົນປະໂຫຍດຂອງຜູ້ບໍລິໂພກອຸປະໂພກ, ວິສາຫະກິດ. ຜ່ານນັ້ນ, ໄດ້ປະກອບສ່ວນສ້າງຊົນນະບົດໃໝ່ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າ. ທ່ານ ຫງວຽນຮ່ວາຍເຢືອງ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ດັ໊ກລັ໊ກ, ໃຫ້ຮູ້ວ່າ.

        “ກ່ຽວກັບດ້ານພື້ນຖານ, ບັນດາຜະລິດຕະພັນ OCOP ໄດ້ປະກົດມີຢູ່ຕະຫຼາດແລ້ວ, ເຖິງຢ່າງໃດກໍ່ຕາມ ເພື່ອປະຕິບັດໃຫ້ສຳເລັດບັນດາມາດຖານຄຸນນະພາບຕາມບັນດາມາດຕະຖານການຈັດດາວນັ້ນແມ່ນ ຮຽກຮ້ອງໃຫ້ຜູ້ເປັນເຈົ້າຂອງ ຕ້ອງມີການຄົ້ນຄວ້າຢ່າງລະອຽດກວ່າ ແລະ ມີຄວາມສົມບູນ, ພິເສດແມ່ນບັນດາສຳເນົາເອກະສານຕ້ອງສ້າງໃຫ້ຖືກຕ້ອງຕາມຂໍ້ກຳນົດ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າໄດ້ເພີ່ມທະວີຈັດການຝຶກອົບຮົມໃຫ້ ຖັນແຖວຄຸ້ມຄອງ ແລະ ຜູ້ເປັນເຈົ້າຂອງ ເພື່ອສາມາດກຳແໜ້ນໄດ້ບັນດາຂໍ້ກຳນົດຢ່າງລະອຽດທີ່ສຸດ. ຈາກນັ້ນ, ສ້າງເງື່ອນໄຂໃຫ້ເຂົາເຈົ້າສ້າງແນວຄິດ, ສ້າງທິດທາງໃຫ້ແກ່ຜະລິດຕະພັນ, ຜັນຂະຫຍາຍຜະລິດຕະພັນເທື່ອລະກ້າວ ແລະ ສິ່ງສຳຄັນທີ່ສຸດແມ່ນເຊື່ອມຕໍ່ເພື່ອສາມາດຈຳໜ່າຍສິນຄ້າໄດ້.”

        ແຂວງ ດັ໊ກລັ໊ກ ໄດ້ວາງຄາດໝາຍໄວ້ ໝົດປີ 2020 ແມ່ນຈະຍົກລະດັບ, ສ້າງຜະລິດຕະພັນ OCOP ໃນຂົງເຂດກະສິກຳ ແລະ ການບໍລິການ, ທ່ອງທ່ຽວຊົນນະບົດ 27 ຢ່າງ ທີ່ມີຢູ່ແລ້ວຂອງທ້ອງຖິ່ນ ໃຫ້ສຳເລັດ ແລະ ສົມບູນແບບ; ຮັບຮອງ/ຢັ້ງຢືນ ແຕ່ 1 ຫາ 2 ຜະລິດຕະພັນ ໃຫ້ບັນລຸລະດັບ 5 ດາວ, ແຕ່ 10 – 12 ຜະລິດຕະພັນໃຫ້ບັນລຸລະດັບ 3 - 4 ດາວຂັ້ນແຂວງ. ແຂວງ ດັ໊ກລັ໊ກ ສູ້ຊົນ ຢ່າງໜ້ອຍສຸດແມ່ນໃຫ້ມີແຕ່ 10 ຫາ 15 ອົງການຈັດຕັ້ງເສດຖະກິດສ້າງຕັ້ງຂຶ້ນໃໝ່ເພື່ອຜະລິດ, ດຳເນີນທຸລະກິດກ່ຽວກັບຜະລິດຕະພັນທີ່ມີທ່າແຮງທີ່ມີຢູ່ແລ້ວຂອງບັນດາທ້ອງຖິ່ນທີ່ເຂົ້າຮ່ວມໂຄງການ OCOP ໃນປີ 2020 ພາຍໃຕ້ຮູບການໜ່ວຍສະຫະກອນ, ສະຫະກອນ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ