ພັດທະນາບັນດາໝູ່ບ້ານອາຊີບຢູ່ແຂວງ ຟູທໍ້

(VOVWORLD) - ແຂວງ ຟູທໍ້ ປະຈຸບັນ ມີ 73 ໝູ່ບ້ານອາຊີບ ໄດ້ຮັບການຮັບຮອງ, ຟື້ນຟູ ແລະ ສົ່ງເສີມພັດທະນາຈາກ ຄະນະກຳມະການປະຊາຊົນແຂວງ. ບັນດາໝູ່ບ້ານອາຊີບເຫົຼ່ານີ້ ໄດ້ປະກອບສ່ວນຫັນປ່ຽນອົງປະກອບແຮງງານ ຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ໃນທ່າອ່ຽງພັດທະນາປະຈຸບັນ, ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ ພວມຍູ້ແຮງການລົງທຶນ, ໝູນໃຊ້ຄວາມກ້າວຫນ້າວິທະຍາສາດເຕັກນິກ, ຍົກສູງຄຸນນະພາບຜະລິດຕະພັນ, ເຊື່ອມຕໍ່ “ຊາວກະສິກອນ, ລັດ, ນັກວິທະຍາສາດ ແລະ ວິສາຫະກິດ”, ປະກອບສ່ວນພັດທະນາເສດຖະກິດທ້ອງຖິ່ນ, ກໍ່ສ້າງຊົນນະບົດໃຫມ່.

ບັນດາໝູ່ບ້ານອາຊີບ ຢູ່ ແຂວງ ຟູທໍ້ ໄດ້ແບ່ງເປັນ 7 ໝວດຕົ້ນຕໍ: ຊ່າງໄມ້, ຈັກສານ, ປຸງແຕ່ງຊາ, ປຸງແຕ່ງຜະລິດຕະພັນກະເສດ ອາຫານ, ກຸບ ແລະຜະລິດແຜ່ນແພພື້ນເມືອງ, ກໍ່ສ້າງ, ຜະລິດວັດສະດຸກໍ່ສ້າງ, ອາຊີບປູກແນວພັນ ແລະ ດຳເນີນທຸກລິດ, ສັດ ແລະ ຕົ້ນໄມ້ປະດັບ..

ພັດທະນາບັນດາໝູ່ບ້ານອາຊີບຢູ່ແຂວງ ຟູທໍ້ - ảnh 1 ອາຊີບຜະລິດກຸບຢູ່ແຂວງຟູທໍ້

(ພາບ: phutho.gov.vn)

ໃນໄລຍະຜ່ານມາ, ການພັດທະນາຂະແຫນງອາຊີບ, ໝູ່ບ້ານອາຊີບ ໄດ້ຮັບການກຳນົດຈາກແຂວງ ຟູທໍ້ວ່າ ແມ່ນການພັດທະນາຜະລິດປອດກະສິກຳຕິດພັນກັບຕະຫລາດຈຳຫນ່າຍ ແລະ ເຄື່ອງໝາຍການຄ້າ, ຫັນປ່ຽນອົງປະກອບເສດຖະກິດຊົນນະບົດຕາມທິດອຸດສາຫະກຳ, ສ້າງວຽກເຮັດງານທຳຕື່ມອີກ, ຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງແຂວງ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າໃນວິວັດການຫັນອຸດສາຫະກຳ ກະສິກຳ, ຊົນນະບົດເປັນທັນສະໄຫມ, ກໍ່ສ້າງເຂດຊົນນະບົດໃຫມ່. ທ່ານ ຫວູກວັກຕວນ, ຫົວຫນ້າກົມພັດທະນາຊາວກະສິກອນສາຂາແຂວງ ຟູທໍ້ ຢືນຢັນວ່າ:

“ຂ້າພະເຈົ້າຖືວ່າ ໃນໄລຍະຜ່ານມາ ແຂວງ ຟູທໍ້ ເບື້ອງຕົ້ນໄດ້ປະສົບຜົນສຳເລັດໃນການສຳຜັດກັບຕະຫລາດຈຳຫນ່າຍຜະລິດຕະພັນຂອງໝູ່ບ້ານອາຊີບ, ຍົກສູງລາຍຮັບ, ປະກອບສ່ວນພັດທະນາເສດຖະກິດໝູ່ບ້ານອາຊີບກໍ່ຄືເສດຖະກິດສັງຄົມຂອງທ້ອງຖິ່ນ. ປະຈຸບັນ ບັນດາໝູ່ບ້ານອາຊີບ ເພື່ອຮັບປະກັນພັດທະນາການຜະລິດ ມີຫລາຍວິທີການເພື່ອຈຳຫນ່າຍຜະລິດຕະພັນ.”

ຜັນຂະຫຍາຍແຜນການພັດທະນາໝູ່ບ້ານອາຊີບ ໄລຍະ 2016 – 2020, ພ້ອມກັບການໂຄສະນາ, ເຊື່ອມຕໍ່ທ່ອງທ່ຽວ, ຮ່ວມສຳພັນການຜະລິດ, ຈຳຫນ່າຍຜະລິດຕະພັນ, ແຂວງ ຟູທໍ້ ພວມສົ່ງເສີມຮັບຮອງໝູ່ບ້ານອາຊີບຕື່ມອີກຫລາຍແຫ່ງ, ອາລັກຂາເຄື່ອງໝາຍການຄ້າຜະລິດຕະພັນ ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈໃນການຜະລິດ, ຍົກສູງສະມັດຕະພາບ. ທ່ານ ກາວດັງຢູຍ, ຫົວຫນ້າໝູ່ບ້ານຜະລິດເຂົ້າປຸ້ນ ຮຸ່ງໂລ, ນະຄອນ ຫວຽດຈີ ແຂວງ ຟູທໍ້ ໃຫ້ຮູ້ວ່າ:

“ຊຸມປີມໍ່ໆມານີ້ ໝູ່ບ້ານຜະລິດເຂົ້າປຸ້ນ ມີສັນຍານຟື້ນຕົວ ແລະ ພັດທະນາ. ທີຫນຶ່ງ ນັບແຕ່ມື້ສ້າງຕັ້ງສະຫະກອນ, ທີສອງ ນັບແຕ່ມື້ຈົດທະບຽນເຄື່ອງໝາຍການຄ້າເຂົ້າປຸ້ນຮຸ່ງໂລ ຈາກນັ້ນ ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈໃນວິວັດທະນາການຜະລິດດຳເນີນທຸລະກິດກວ່າ. ຜະລິດຕະພັນເຂົ້າປຸ້ນ ຮຸ່ງໂລ ປີ 2017 ໄດ້ຮັບການອາລັກຂາ ແລະ ຈົດທະບຽນຍີ່ຫໍ້, ມີເລກລະຫັດ. ປະຈຸບັນ ຜະລິດຕະພັນໄດ້ນຳໄປຂາຍຢູ່ທົ່ວປະເທດ ແລະ ປາດຖະຫນາວ່າໄລຍະຈະມາເຖິງຈະສົ່ງໄປຂາຍຢູ່ຕ່າງປະເທດ.”

ພັດທະນາບັນດາໝູ່ບ້ານອາຊີບຢູ່ແຂວງ ຟູທໍ້ - ảnh 2ອາຊີບເຮັດເຂົ້າປຸ້ນແຫ້ງຢູ່ແຂວງຟຸູທໍ້

  (ພາບ:dulichphutho.com.vn)

ໃນວິວັດການພັດທະນາ, ບັນດາໝູ່ບ້ານອາຊີບເອງກໍ່ພວມນັບມື້ນັບໄປທັດທຽມກັບທ່າອ່ຽງ, ປະກອບສ່ວນເພີ່ມລາຍຮັບ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຫັນປ່ຽນອົງປະກອບເສດຖະກິດຢູ່ບໍລິເວນແຂວງ. ຕໍ່ຫນ້າການພັດທະນາຂອງວິທະຍາສາດເຕັກນິກ, ມີຫລາຍຄອບຄົວຢູ່ບັນດາໝູ່ບ້ານອາຊີບໄດ້ຮູ້ຈັກຍາດແຍ່ງກາລະໂອກາດລົງທຶນເຂົ້າໃນການຜະລິດ ດ້ວຍເຄື່ອງຈັກທັນສະໄຫມ, ຍົກສູງປະສິດທິຜົນການຜະລິດ ແລະ ລາຍຮັບໃຫ້ແກ່ປະຊາຊົນ. ອ້າຍ ເລແທ່ງຈູງ, ປະຊາຊົນໝູ່ບ້ານຊ່າງໄມ້ ເວີນຢູ, ເມືອງ ດວານຮຸ່ງ ແຂວງ ຟູທໍ້ ຖືວ່າ:

        “ນັບແຕ່ເມື່ອສ້າງຕັ້ງໝູ່ບ້ານອາຊີບ, ບັນດາຄົນງານ, ປະຊາຊົນ ຄືພວກຂ້າພະເຈົ້າມີວຽກເຮັດງານທຳ ແລະ ມີລາຍຮັບເປັນປົກກະຕິ, ຮັບປະກັນລະດັບເງິນເດືອນ ຈາກ 4,5 – 5 ລ້ານດົງ/ເດືອນ, ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.”

ແຕ່ລະປີ ແຂວງ ຟູທໍ້ ໄດ້ຜັນຂະຫຍາຍບັນດາຊຸດອົບຮົມ, ບຳລຸງບັນດາຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງເຖິງການຜະລິດດຳເນີນທຸລະກິດໃຫ້ແກ່ບັນດານາຍບ້ານອາຊີບ. ພະແນກວິທະຍາສາດເຕັກໂນໂລຊີ ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຈັດຕັ້ງບັນດາຊຸດອົບຮົມໃນແຕ່ລະປີ, ພ້ອມກັບບັນດາຄູ່ຮ່ວມມືຕ່າງປະເທດ, ຊ່ວຍບັນດາຄອບຄົວໃນໝູ່ບ້ານອາຊີບ ສຳຜັດກັບເຕັກໂນໂລຊີຂໍ້ມູນຂ່າວສານ. ຜ່ານນັ້ນ ຍົກສູງຄຸນນະພາບການຜະລິດຕະພັນສົ້ນອອກ. ທ່ານ ຫງວຽນຫືວຮົ່ງ, ນາຍບ້ານອາຊີບ, ຜູ້ອຳນວຍການສະຫະກອນປຸ້ງແຕ່ງຊາ ຟູທິ້ງ ແຂວງຟູທໍ້ ແບ່ງປັນວ່າ:

        “ໂດຍໄດ້ຮັບຄວາມເອົາໃຈໃສ່ສ້າງເງື່ອນໄຂຈາກອຳນາດການປົກຄອງ, ພວກຂ້າພະເຈົ້າໄດ້ສ້າງຕັ້ງສະຫະກອນເມື່ອປີ 2016 ແລະ ໄດ້ຮັບການຫນູນຊ່ວຍຈາກສະຫະພັນສະຫະກອນເຢຍລະມັນກ່ຽວກັບດ້ານເຕັກນິກ, ຝຶກອົບຮົມຍົກສູງກຳລັງຄວາມສາມາດໃນການປຸງແຕ່ງຊາ. ພວກຂ້າພະເຈົ້າກໍ່ໄດ້ຮັບການຫນູນຊ່ວຍຈາກສະຖາບັນວິທະຍາສາດສັງຄົມກະສິກຳປ່າໄມ້ເຂດພູດອຍທາງພາກເຫນືອ ເພື່ອລົງເລິກການບົວລະບັດ, ປຸງແຕ່ງຊາ, ປະຈຸບັນ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພະແນກກະສິກຳ ແລະ ສູນສົ່ງເສີມກະສິກຳແຂວງ ຟູທໍ້ ຫນູນຊ່ວຍ, ຮ່ວມສຳພັນ, ສ້າງຂັ້ນຕອນການຜະລິດປຸງແຕ່ງຊາປອດສານພິດ, ຊາປອດໄພ ແລະ ປະຈຸບັນ ເຄື່ອງໝາຍການຄ້າຊາ ຟູທິ້ງ ໄດ້ ແລະ ພວມໄດ້ຮັບການອາລັກຂາ, ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈຜະລິດບັນດາຜະລິດຕະພັນຊາ ຮັບປະກັນມາດຕະຖານຄຸນນະພາບ.”

        ສຳລັບແຂວງ ຟູທໍ້, ເລື່ອງອະນຸລັກຮັກສາ ແລະ ພັດທະນາບັນດາໝູ່ບ້ານອາຊີບ ໄດ້ຮັບການຮັບຮອງ ປະກອບສ່ວນສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ຄົນງານຊົນນະບົດ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດໃນວິວັດການຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄຫມ, ປະກອບສ່ວນກໍ່ສ້າງແຂວງ ຟູທໍ້ ໃຫ້ພັດທະນາແບບຍືນຍົງໃນທ່າອ່ຽງເຊື່ອມໂຍງລວມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ