ພະລັງຊີວິດຂອງສະຫະກອນຕາແສງດ້າຍຟອງ

ພະລັງຊີວິດຂອງສະຫະກອນຕາແສງດ້າຍຟອງ - ảnh 1

(ພາບ: baoquangbinh.vn)

(vovworld) – ກ່ອນ​ນີ້ກວ່າ 50 ປີ, ສະຫະກອນ​ດ້າຍ​ຟອງ, ຢູ່​ຕາ​ແສງ​ຟອງ​ຖູ​ຍ,​​ເມືອງ​ເລ້​ຖູ​ຍ, ​ແຂວງ​ກວາງ​ບິ່ງ, ​ໄດ້​ມີ​ຊື່​ສຽງ​​ໄປ​ທົ່ວ​ພາກ​ເໜືອ ດ້ວຍ​ຜົນງານ​ເປັນ​ຄັນ​ທຸງ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ສະຫະກອນ​ຜະລິດກະ​ສີ​ກຳ ​ແລະ ສະຫະກອນ​ນີ້​​ເປັນ​ກຽດທີ່​ໄດ້​ຮັບ​ຈົດໝາຍ​ຍ້ອງຍໍ​ຈາກ​ປະທານ ​ໂຮ່ຈີ​ມິນ ​ເຖິງ 2 ຄັ້ງ. ກວ່າ 50 ປີ​ທີ່​ຜ່ານ​ມາ, ສະຫະກອນ​ຕາ​ແສງ​ດ້າຍ​ຟອງ ຍັງ​ຄົງ​ແມ່ນ​ແບບຢ່າງ, ​ແມ່ນ​ຄັນ​ທຸງ​ນຳ​ໜ້າ​ໃນ​ຂະ​ບວນການ​ພັດທະນາ​ການ​ຜະລິດ​ກະ​ສີ​ກຳ, ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ກວາງ​ບິ່ງ ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ.

ວັນ​ທີ 23/11/1959 ​ໄດ້​ກາຍ​ເປັນ​ວັນ​ທີ່​ໜ້າ​ຈົດ​ຈຳ​ຂອງ​ຊາວບ້ານດ້າຍ​ຟອງ, ​ເມື່ອ​ທ້ອນ​ໂຮມ​ສະຫະກອນ​ຂະໜາດນ້ອຍ, ຜະລິດ​ແບບ​ກະ​ແຈກ​ກະຈາຍ 3 ​ແຫ່ງ​ເຂົ້າ​ເປັນ​ສະຫະກອນ​ໜຶ່ງດຽວ ນັ້ນ​ແມ່ນ​ສະຫະກອນ​ຕາ​ແສງ​ດ້າຍ​ຟອງ ຕາມ​ຮູບ​ແບບ​ສະຫະກອນ​ຜະລິດ​ກະ​ສີ​ກຳ​ທີ່​ເປັນແບບຢ່າງ​ແຫ່ງ​ທຳ​ອິດ​ຢູ່​ພາກ​ເໜືອ, ​ເມື່ອ​ປະ​ເທດ​ຖືກ​ແບ່ງ​ອອກ​ເປັນ 2 ພາກ. 50 ກວ່າ​ປີ​ທີ່​ຜ່ານ​ມາ, ພໍ່​ຕູ້​ຟ້າ​ມງອກ​ດິ໋ງ, ອະດີດ​ຫົວໜ້າ​ສະຫະກອນ​ດ້າຍ​ຟອງ, ປະຈຸ​ບັນ, ​ເຖິງ​ວ່າ​ມີ​ອາຍຸ 86 ປີ​ແລ້ວ​ກໍ່ຕາມ, ​ແຕ່​ພໍ່​ຕູ້​ຍັງ​ຄົງຈື່​ຈຳ​ບັນຍາ​ກາດ​ແຫ່ງ​ການ​ແຂ່ງຂັນ​ອອກ​ແຮງ​ງານ​ຢູ່​ບ້ານ​ເກີດ​​ຂອງ​ຕົນ. ​ເວລາ​ນັ້ນ, ບັນຍາກາດ​ຢູ່​ບ້ານ​ດ້າຍ​ຟອງ ຟົດ​ຟື້ນ​ທີ່​ສຸດ, ຊາວ​ດ້າຍ​ຟອງ ນັບ​ທັງ​ຜູ້​ເຖົ້າ, ຜູ້​ແກ່, ຊາວ​ໜຸ່ມ, ​ແມ່ຍິງ ຕະຫຼອດ​ຮອດ​ເດັກນ້ອຍ​ ນັກຮຽນ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ການ​ປ້ານ​ຄັນ​ຄູ​ກັນ​ນ້ຳ​ເຄັມ, ດັດ​ສ້າງ​ທົ່ງ​ນາ, ​ເຮັດ​ຊົນລະປະທານ. ພໍ່​ແມ່​ປະຊາຊົນ​ສະມາຊິກສະຫະກອນດ້າຍ​ຟອງ ຍັງ​​ໄປ​ຖາງ​ປ່າ​ບຸກ​ເບີກ​ທີ່​ດິນຢູ່​​ເຂດ​ເບ໋ນຕ໋ຽນ, ທາງ​ທິດຕາ​ເວັນ​ຕົກ​ເມືອງ​ເລ້​ຖູ​ຍ ​​ເຊິ່ງ​ແມ່ນ​ເຂດ​ຫ່າງ​ຈາກ​ຕາ​ແສງ​ດ້າຍ​ຟອງ​ ນັບ​ສິບ​ກິ​ໂລ​ແມດ ​ເພື່ອ​ປູກອ້ອຍ, ລ້ຽງ​ງົວ, ຄວາຍ. ພາຍຫຼັງ 2 ປີ ​ແຫ່ງ​ການ​ບຸກ​ເບີກ​, ​ເນື້ອ​ທີ່​ດິນຂອງ​ດ້າຍ​ຟອງ ​ໄດ້​ຮັບ​ການ​ເປີດ​ກວ້າງ​ຈາກ 2 ​ໄຮ່/ຄົນ ​ໄດ້​​ເພີ່ມຂຶ້ນ​ເຖິງ 7 ​ໄຮ່/ຄົນ; ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ສະ​ເລ່ຍ​ກໍ່ເພີ່ມຂຶ້ນ​​ຈາກ 650 ກິ​ໂລກຼາມ ເຖິງ 880 ກິ​ໂລກຼາມ/ຄົນ ​ແລະ ​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ​ໃນ​ຊຸມ​ປີ​ຕໍ່ໆ​ໄປ. ພໍ່​ຕູ້ ຟ້າ​ມງອກ​ດິ໋ງ, ຫວນ​ຄືນ​ວ່າ:

​ເວລາ​ນັ້ນ​ໄດ້​ປຸກລະດົມ​ຂະ​ບວນການ ຜູ້​ໜຶ່ງ​ເຮັດ​ວຽກ​ເທົ່າ​ກັບ 2 ຄົນ, ​ເຮັດ​ວຽກ​ກາງ​ເວັນ​ບໍ່​ພໍ ກໍ່​ພະຍາຍາມ​ເຮັດ​ວຽກຕື່ມ​ອີກໃນ​ຍາມ​ກາງຄືນ​. ຊາວ​ໜຸ່ມ, ສະມາຊິກ​ສະຫະກອນ, ​ແມ່ຍິງ, ຜູ້​ເຖົ້າ​ຜູ້​ແກ່ ​ເຖິງ​ວ່າ​ມີ​ບາງ​ຄົນ​ອາຍຸສູງ 70, 80 ປີ ​ແລ້ວ ​ແຕ່​ຍັງ​ສະໝັກ​ໃຈເຂົ້າ​ຮ່ວມ​ຂະ​ບວນການ​ຢ່າງ​ຫ້າວຫັນ. ພິ​ເສດ​ແມ່ນ​ໃນ​ສົງຄາມ​ຕ້ານ​ອາ​ເມ​ລິ​ກາ, ອ້າຍ​ນ້ອງ​ຊາວ​ໜຸ່ມ​ທັງ​ທຳ​ການຜະລິດ ທັງ​ຕໍ່ສູ້“.

ພະລັງຊີວິດຂອງສະຫະກອນຕາແສງດ້າຍຟອງ - ảnh 2

ດ້ວຍ​ຂະ​ບວນ​ການ​ແຂ່ງຂັນ​ນັ້ນ, ​ແບບຢ່າງ​ສະຫະກອນ​ດ້າຍ​ຟອງ ​ໄດ້​ແຜ່​ຂະຫຍາຍ​ໄປ​ທົ່ວ​ໝູ່​ບ້ານ, ທົ່ງ​ນາ​ຕ່າງໆຢູ່​ພາກ​ເໜືອ. ດ້ວຍ​ນາມ​ປາກກາ ​ເຈິ່ນ​ເລຶກ, ​ປະທານ​ໂຮ່ຈີ​ມິນ ​ໄດ້​ຂຽນ​ບົດ​ລົງພິມ​ໃນ​ໜັງສືພິມ​ເຍິນ​ເຢີ​ນ (ປະຊາຊົນ) ສະບັບ​ອອກ​ວັນ​ທີ 15-4-1961, ​ເພື່ອ​ຍ້ອງຍໍ​ສະຫະກອນ​ດ້າຍ​ຟອງ​ ວ່າ: “ນັບ​ແຕ່​​ເວລາ​ທີ່ຫົວໜ້າ​ຄະນະ​ກະ​ສີກ​ອນສູນ​ກາງ ຫງວຽນ​ຈີ໋​ແທງ ຍົກ​ອອກ​ບັນດາ​ດ້ານ​ດີ ​ແລະ ຄວາມ​ກ້າວໜ້າ​ຂອງ​ສະຫະກອນ​ດ້າຍ​ຟອງ, ມາ​ຮອດ​ປະຈຸ​ບັນ​​ແມ່ນບໍ່​ທັນ​ຮອດ 2 ​ເດືອນ, ​ແຕ່​ທັງ​ພາກ​ເໜືອໄດ້​ມີ​ສະຫະກອນ 1 ພັນ ​ແຫ່ງ ຈົດ​ທະບຽນ​ແຂ່ງຂັນ ”ຮຳ່ຮຽນ​ຕາມ​ແບບຢ່າງ​ດ້າຍ​ຟອງ, ທັດ​ທຽມ​ກັບ​ດ້າຍ​ຟອງ ​ແລະ ລື່ນ​ກາຍ​ດ້າຍ​ຟອງ”. ນັ້ນ​ແມ່ນ​ຂະ​ບວນການ​ທີ່​ດີ ​ແລະ ​ແຂງ​ແຮງ​ທີ່​ສຸດ, ມັນ​ພິສູດ​ໃຫ້​ເຫັນ​ນ້ຳ​ໃຈ​ຫ້າວຫັນ, ກຳລັງ​ອັນ​ໃຫຍ່​ຫຼວງ ​ແລະ ຄວາມ​ສາມາດ​ທີ່​ລົ້ນ​ເຫຼືອ​ຂອງ​ຊາວ​ກະ​ສີກ​ອນຫວຽດນາມ“.

ປີ 1961, ສະຫະກອນ​ດ້າຍ​ຟອງ ​ເປັນກຽດ​ທີ່​ໄດ້​ຮັບ​ລົດ​ແກ່ DT.54 ​ໂດຍ​ປະທານ ​ໂຮ່ຈີ​ມິນ​ ມອບ​ໃຫ້. ລົດ​ແກ່​ນີ້​​ໂດຍ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂກ​ໂຊ​ມົນ ຂອງ​ໂຊ​ຫວຽດ ມອບ​ໃຫ້​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ​ ​ໄດ້​ມອບ​ໃຫ້​ປະຊາຊົນ​ແຫ່ງ​ນີ້. ພໍ່​ຕູ້ ຟ້າ​ມງອກ​ດິ໋ງ, ​ເລົ່າ​ສູ່​ຟັງ​ວ່າ:

ດ້າຍ​ຟອງ​ ໄດ້​ຮັບ​ຄັນ​ທຸງ​ນຳ​ໜ້າຈາກລັດຖະບານ ​ແລະ ລົດ​ແກ່​ຂອງ​ປະທານ​ໂຮ່ຈີ​ມິນ, ​ເຂົາ​ເຈົ້າ​ຮູ້ສຶກ​ເປັນ​ກຽດ ​ແລະ ພາກພູມ​ໃຈ​ຫຼາຍ, ດັ່ງ​ນັ້ນ​ຈຶ່ງ​ພະຍາຍາມ​ແຂ່ງຂັນ​ກັນ​ອອກ​ແຮງ​ງານ​ທຳ​ການ​ຜະລິດຢ່າງ​ສຸດ​ຈິດ​ສຸດ​ໃຈ“.

ພະລັງຊີວິດຂອງສະຫະກອນຕາແສງດ້າຍຟອງ - ảnh 3

​ໃນ​ຊຸມ​ປີ​ແຫ່ງ​ສົງຄາມ, ພໍ່​ແມ່​ປະຊາຊົນ ສະມາຊິກ​ສະຫະກອນດ້າຍ​ຟອງ ​ໄດ້​ຕິດ​ພັນ​ກັບ​ທົ່ງ​ນາ​ທັງ​ເວັນ ​ແລະ ຄືນ, ​ແຂ່ງຂັນ​ກັນ​ທຳ​ການ​ຜະລິດ. ​ເມື່ອ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລຍະ​ປ່ຽນ​ແປງ​ໃໝ່, ມີ​ສະຫະກອນ​ຫຼາຍ​ແຫ່ງ​ເຄື່ອນ​ໄຫວ​ບໍ່​ມີ​ປະສິດທິ​ຜົນ​ຕ້ອງ​ຍຸບ​ເລີກ, ​ແຕ່​ສະຫະກອນດ້າຍ​ຟອງ ຍັງ​ຄົງ​ແມ່ນ “​ໂຕ​ນົກ​ນຳ​ໜ້າ“ ກ່ຽວ​ກັບ​ສະມັດ​ຕະພາບ​ການ​ຜະລິດເຂົ້າ​ຢູ່​ແຂວງ​ກວາງ​ບິ່ງ, ​ທັງ ແມ່ນສະຫະກອນ​ບໍລິການ​ກະ​ສີ​ກຳ​ແບບ​ໃໝ່​ທີ່​ດີ​ເດັ່ນ​ຂອງ​ທົ່ວ​ປະ​ເທດ. ທ່ານ​ຫງວຽນ​ວັນ​ຮ່ວາງ, ຫົວໜ້າ​ສະຫະກອນ​ຕາ​ແສງ​ດ້າຍ​ຟອງ, ​ເວົ້າ​ວ່າ:

ຖ້າ​ຫາກ​ວ່າ​ສະຫະກອນ​ກະ​ສີ​ກຳ​ຍັງ​ຄົງ​ຮັກສາ​ກົນ​ໄກ​ຜະລິດ​ກະ​ສີ​ກຳຄື​ເກົ່າ, ຈະ​ພັດທະນາ​ຍາກ​ທີ່​ສຸດ. ສິ່ງ​ສຳຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ສ້າງ​ແຫຼ່ງທຶນ, ຕ້ອງ​ມີ​ແຜນ​ດຳ​ເນີນ​ທຸລະ​ກິດ, ພິ​ເສດ​ແມ່ນ​​ການ​ບໍລິການ​ວັດຖຸ​ອຸປະກອນ, ຝຸ່ນ​ເຄມີ ​ແລະ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ສະມາ​ຊິກ​ສະຫະກອນ“.

ມາ​ຢ້ຽມຢາມ​ດ້າຍ​ຟອງ​ ໃນ​ທຸກ​ວັນ​ນີ້, ຢູ່​ບ່ອນ​ໃດ​ກໍ່​ຮັບ​ຟັງ​ພໍ່​ແມ່​ປະຊາຊົນ​ເວົ້າ​ເຖິງ​ເລື່ອງ​ສະໝັກ​ໃຈ​ສະຫງວນ​ທີ່​ດິນ​ໃຫ້​ແກ່​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ຊົນນະບົດ​ໃໝ່. ສະຫະກອນ​ດ້າຍ​ຟອງ ກໍ່​ໄດ້​ຫັກ​ເງິນ​ 25 ຕື້​ດົ່ງຈາກກອງ​ທຶນ​ສະຫວັດດີ​ການ​ສັງຄົມ ​ເພື່ອ​ກໍ່ສ້າງ​ຄອງ​ເໝືອງ, ກິດຈະກຳ​ຊົນລະປະທານ, ທາງ​ຄົມມະນາຄົມ​ໃນ​ບ້ານ​ດ້ວຍ​ເບ​ຕົງ, ກໍ່ສ້າງ​ຫໍ​ວັດທະນະທຳ​ບ້ານ, ​ໂຮງຮຽນ ກໍ່​ຄື​ກິດຈະກຳ​ອື່ນໆ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ປະຊາຊົນ​ອີກ. ທັງ​ຕາ​ແສງ​ຟອງ​ຖູ​ຍ​ ໄດ້​ມີ 70% ຈຳນວນ​ຄອບຄົວ​ຮັ່ງມີ, ​ແລະ ມີ​ລະດັບ​ຄອງ​ຊີບພໍ​ສົມຄວນ, ຈຳນວນ​ຄອບຄົວ​ທຸກ​ຍາກ​ເຫຼືອ​ພຽງ 5%​ ເທົ່າ​ນັ້ນ. ທ່ານ​ ກາວ​ວັນ​ໂກຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຟອງ​ຖູ​ຍ, ​ເມືອງ​ເລ້​ຖູ​ຍ, ​ແຂວງ​ກວາງ​ບິ່ງ, ​ໃຫ້​ຮູ້​ວ່າ:

​ໃນ​ຕາ​ແສງ​ໜຶ່ງ​ແຕ່​ມີ​ເຖິງ 2 ສະຫະກອນ​ເຄື່ອນ​ໄຫວ​ໄດ້​ດີ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​​ເຮັດ​ໃຫ້​ຟອງ​ຖູ​ຍ ກາຍ​ເປັນຕາ​ແສງ​ທຳ​ອິດ​ຂອງ​ແຂວງ ທີ່​ມີ 2 ບ້ານ​ວັດທະນະທຳ​ຂັ້ນ​ແຂວງ“.

ພາຍຫຼັງ 50 ປີ ທີ່​ໄດ້​ຕ້ອນຮັບ​ຄັນ​ທຸງ​ນຳ​ໜ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ປະຈຸ​ບັນ, ດ້າຍ​ຟອງ ຍັງຄົງ​ແມ່ນ​ແບບຢ່າງ, ​ແມ່ນ​ພະລັງ​ຊີວິດທີ່​ເສີມ​ສ້າງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃຫ້​ແກ່​ປະຊາຊົນ​ໃນ​ຕາ​ແສງ​ຟອງ​ຖູ​ຍ, ​ເມືອງ​ເລ້​ຖູ​ຍ, ​ແຂວງ​ກວາງ​ບິ່ງຕື່ມ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ