ພະ​ລັງ​ຊີ​ວິດ​ໃໝ່​ຢູ່ເຂດ​ປ່າ ອູ​ມິນ​ຮະ

(VOVWORLD) -ກ່ອນນີ້ປະມານ 5 ປີ, ຕາແສງ ແຄ໊ງເລິມ, ເມືອງ ອູມິນ, ແຂວງກ່າເມົາ ມີອັດຕາຄອບຄົວທຸກຍາກກວມເອົາປະມານ 34% ແລະ ໄດ້ຮັບຖືວ່າ ແມ່ນຕາແສງທຸກຍາກທີ່ສຸດຢູ່ແຂວງກ່າເມົາ. ເຖິງຢ່າງໃດກໍຕາມ, ໂດຍໄດ້ຜັນຂະຫຍາຍຫຼາຍຮູບແບບເສດຖະກິດຢ່າງມີປະສິດທິຜົນ, ປັດຈຸບັນ, ພໍ່ແມ່ປະຊາຊົນຢູ່ຕາແສງ ແຄ໊ງເລິມ ພວມນັບມື້ນັບມີຢູ່ມີກິນກວ່າ. ເຂດດິນແດນທີ່ທຸກຍາກແຫ່ງນີ້ ໄດ້ປ່ຽນໂສມໜ້າໃໝ່ ແລະ ພວມຟ້າວປະຕິບັດບັນດາຄາດໝາຍ ໃຫ້ສໍາເລັດເພື່ອກະກຽມຮັບໃບຢັ້ງຢືນຕາແສງບັນລຸມາດຕະຖານຊົນນະບົດໃໝ່.
ພະ​ລັງ​ຊີ​ວິດ​ໃໝ່​ຢູ່ເຂດ​ປ່າ ອູ​ມິນ​ຮະ - ảnh 1ອ້າຍ ເລວັນອານ  

        ຄອບຄົວອ້າຍ ເລວັນອານ ໄດ້ມາຕັ້ງຖິ່ນຖານຢູ່ຕາແສງແຄ໊ງເລິມ ນັບແຕ່ປີ 2003. ຄອບຄົວອ້າຍ ອານ ມີເນື້ອທີປ່າ 7 ເຮັກຕາ. ຕາມຂໍ້ກຳນົດ, ອ້າຍໄດ້ປະຕິບັດການຫັນ 30% ເນື້ອທີ່ດິນດັ່ງກ່າວມາເປັນດິນຜະລິດກະສິກຳ. ໃນຈຸດເວລານັ້ນ, ຄອບຄົວອ້າຍ ອານ ພຽງແຕ່ປູກເຂົ້າເທົ່ານັ້ນ, ຖ້າວ່າລະດູໃດໄດ້ຮັບຜົນດີ ແມ່ນບັນລຸປະມານ 200 ກິໂລກຣາມຕໍ່1 ໄລ່ (1ໄລ່ເທົ່າກັບ 1000m2 ຄິດໄລ່ຕາມແບບພາກໃຕ້) ສະນັ້ນ ແມ່ນຫຍຸ້ງຍາກຫຼາຍ. ຫຼັງຈາກນັ້ນ, ອ້າຍ ອານ ໄດ້ປ່ຽນມາປູກຕົ້ນໄມ້ກິນໝາກ ແລະ ລ້ຽງປາ. ຕອນທຳອິດ, ອ້າຍ ອານ ທົດລອງຮູບແບບດັ່ງກ່າວໃນເນື້ອທີ່ດິນປະມານ 0,5 ເຮັກຕາ, ໂດຍໄດ້ປູກຕົ້ນໝາກພຸກ ແລະ ໝາກມ່ວງປະມານ 200 ຕົ້ນ. ພາຍຫຼັງປູກມາໄດ້ 3 ປີ, ຕົ້ນໝາກພຸກແຕ່ລະຕົ້ນກໍໃຫ້ຜົນເກັບກ່ຽວ ແລະໄດ້ນຳມາເຊິ່ງຄຸນຄ່າເສດຖະກິດສູງກວ່າ ເມື່ອທຽບໃສ່ການປູກເຂົ້າ. ນັບແຕ່ນັ້ນມາ, ອ້າຍ ເລວັນອານ ໄດ້ຂະຫຍາຍຮູບແບບດັ່ງກ່າວໃນເນື້ອທີ່ດິນກະສິກຳທັງໝົດຂອງຄອບຄົວ. ນອກຈາກນັ້ນ, ຄອບຄົວອ້າຍ ອານ ຍັງໝູນໃຊ້ເຂດດິນເປົ່າວ່າງປູກຜັກປະເທດຕ່າງໆອີກດ້ວຍ. ບ້ວງເງິນທີ່ໄດ້ມາຈາກການຂາຍຜັກນັ້ນ ແມ່ນຈະໃຊ້ຈ່າຍເຂົ້າໃນການດໍາລົງຊີວິດປະຈຳວັນ. ສ່ວນບ້ວງເງິນ 100 ລ້ານດົ່ງ/ປີ ທີ່ໄດ້ມາຈາກການຂາຍໝາກໄມ້ ແລະ ການລ້ຽງປານັ້ນ ບໍ່ພຽງແຕ່ໄດ້ຊ່ວຍຄອບຄົວອ້າຍ ອານ ຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ ຫາກນັບມື້ນັບເຮັດໃຫ້ຄອບຄົວ ອ້າຍ ມີຢູ່ມີກິນອີກດ້ວຍ. ທ່ານ ເລວັນອານ ໃຫ້ຮູ້ວ່າ:

        ທຳອິດຂ້າພະເຈົ້າໄດ້ລອງປູກໃນເນື້ອທີິ່ດິນ 0,5 ເຮັກຕາ, ນັບທັງການເຮັດສວນ ແລະ ຄອງເມືອງ. ແຕ່ລະປີ ກໍສ້າງລາຍຮັບໄດ້ຫຼາຍກວ່າ 30 ລ້ານດົ່ງຈາກການຂາຍໝາກໄມ້, ສ່ວນການລ້ຽງປາ ກໍ່ຊ່ວຍສ້າງລາຍຮັບເພີ່ມເຕີມໄດ້ປະມານ 20 30 ລ້ານດົ່ງ. ສະນັ້ນ, ຂ້າພະເຈົ້າ ຈຶ່ງຂະຫຍາຍຮູບແບບ ກໍຄື ເນື້ອທີ່ດິນກະສິກຳຕື່ມອີກ. ການປູກຕົ້ນໄມ້ກິນໝາກແມ່ນມີປະສິດທິຜົນສູງຫຼາຍ, ສູງກວ່າທົບ 10 ເທົ່າ ເມື່ອທຽບໃສ່ການປູກເຂົ້າ”.

        ໂດຍເຫັນໄດ້ປະສິດທິຜົນຂອງຮູບແບບດັ່ງກ່າວ, ອໍານາດການປົກຄອງທ້ອງຖິ່ນ ໄດ້ ໜູນຊ່ວຍດ້ານທຶນຮອນ ແລະ ສົ່ງເສີມປະຊາຊົນທ້ອງຖິ່ນທະວີຄູນ. ຄອບຄົວ ອ້າຍ ຫງວຽນວັນຕິ່ງ ແມ່ນໜຶ່ງໃນບັນດາຄອບຄົວໄດ້ຮັບການກູ້ຢືມທຶນບຸລິມະສິດ ເພື່ອພັດທະນາເສດຖະກິດ. ໃນເບື້ອງຕົ້ນ, ອ້າຍ ຕິ່ງ ໄດ້ຮຽນວິທີປູກຜັກທົດລອງ ແລ້ວເຫັນວ່າສົ້ນອອກມີຄວາມໝັ້ນຄົງດີ ອ້າຍຕິ່ງ ຈຶ່ງຕັດສິນໃຈກູ້ຢືມທຶນຈາກທະນາຄານ ເພື່ອລົງທຶນຮູບແບບການປູກຜັກປອດສານພິດໃນເນື້ອທີ່ດິນກວ່າ 1 ເຮັກຕາ. ພ້ອມກັບການລົງທຶນກໍ່ສ້າງເຮືອນຕ່າໜ່າງ ເພື່ອປູກຜັກປອດສານພິດໃນເນື້ອທີ່ກວ້າງປະມານ 400 m2 , ສ່ວນເນື້ອທີ່ດິນທີ່ຍັງເຫຼືອ ອ້າຍ ຕິ່ງ ໄດ້ສົມທົບການປູກຕົ້ນໄມ້ກິນໝາກ ໃສ່ກັບການລ້ຽງປາ. ຮູບແບບດັ່ງກ່າວ ສາມາດເສີມຂະຫຍາຍໄດ້ປະສິດທິຜົນ ແລະ ພວມຊ່ວຍໃຫ້ຊີວິດການເປັນຢູ່ຂອງຄອບຄົວ ອ້າຍ ຫງວຽນວັນຕິ່ງ ນັບມື້ນັບດີຂຶ້ນ.

        “ຂ້າພະເຈົ້າເຫັນວ່າ ດິນຢູ່ທີ່ນີ້ແມ່ນດິນສົ້ມ, ຄວນນໍາໃຊ້ຟົດຟໍ, ປູນ ແລະ ຂີ້ງົວ ປະສົມເຂົ້າກັນ ເພື່ອມາບໍາບັດ ແລ້ວຈຶ່ງປູກ ນັ້ນແມ່ນມີຄວາມເປັນໄປໄດ້ສູງ. ຖ້າຫາກພໍ່ແມ່ປະຊາຊົນຮູ້ເຕັກນິກໃນການບົວລະບັດນັ້ນ ຜັກຈະງາມທີ່ສຸດ. ຜັກໜານໜຶ່ງມີແຕ່ສິບປາຍແມັດກະເລເທົ່ານັ້ນ ແຕ່ຂ້າພະເຈົ້າເກັບມາໄດ້ 600.000 ດົ່ງ”.

ພະ​ລັງ​ຊີ​ວິດ​ໃໝ່​ຢູ່ເຂດ​ປ່າ ອູ​ມິນ​ຮະ - ảnh 2 ເຮືອນຕ່າໜ່າງ ປູກຜັກປອດສານພິດຂອງຄອບຄົວອ້າຍ ຕິ່ງ

        ຈາກຄວາມມານະພະຍາຍາມຂອງອໍານາດການປົກຄອງ ແລະ ປະຊາຊົນໃນການພັດທະນາການຜະລິດນັ້ນ, ປັດຈຸບັນ ລາຍຮັບສະເລ່ຍຕໍ່ຫົວຄົນຂອງຕາແສງ ແຄ໊ງເລິມ ບັນລຸໄດ້ 45 ລ້ານດົ່ງ/ຄົນ/ປີ.  ໃນປີ 2006, ຕາແສງດັ່ງກ່າວມີຄອບຄົວທຸກຍາກປະມານ 1.100 ຄອບຄົວ, ແຕ່ປັດຈຸບັນມີພຽງແຕ່ປະມານ 200 ຄອບຄົວເທົ່ານັ້ນ, ເຊິ່ງກວມເອົາບໍ່ຮອດ 6%. ພິເສດ, ແຄ໊ງເລິມ ແມ່ນໜຶ່ງໃນບັນດາທ້ອງຖິ່ນມີລະບົບຄົມມະນາຄົມເຂດຊົນນະບົດສົມບູນທີ່ສຸດຢູ່ເມືອງ ອູມິນ. ທ່ານ ຮວິ່ງແທັງລູ, ຮອງປະທານຄະນະກໍາມະການປະຊາຊົນຕາແສງ ແຄ໊ງເລິມ ໃຫ້ຮູ້ວ່າ: ເພື່ອບັນລຸໄດ້ຜົນສໍາເລັດນັ້ນ ແມ່ນຍ້ອນມີການສຸມໃສ່ພັດທະນາເສດຖະກິດຢ່າງມີປະສິດທິຜົນ. ເມື່ອຊີວິດການເປັນຢູ່ຂອງປະຊາຊົນມີຢູ່ມີກິນແລ້ວນັ້ນ ພໍ່ແມ່ປະຊາຊົນກໍພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນບັນດາວຽກງານຂອງສັງຄົມ. ທ່ານກ່າວວ່າ:

        “ແຕ່ລະປີ, ທາງຕາແສງໄດ້ສຸມໃສ່ວຽກງານໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນທະວີຄູນບັນດາຮູບແບບເຮັດເສດຖະກິດທີ່ມີປະສິດທິຜົນໃນບໍລິເວນ. ຈາກນັ້ນ, ພໍ່ແມ່ປະຊາຊົນກໍຫຼຸດພ້ົນອອກຈາກຄວາມທຸກຍາກ. ພວກຂ້າພະເຈົ້າໄດ້ສຸມໃສ່ຊີ້ນໍາຢ່າງມີຈຸດສຸມ ເປັນຕົ້ນແມ່ນ ຕ້ອງທະວີຄູນຮູບແບບທີ່ມີທ່າແຮງຄື ລ້ຽງປາ, ປູກຕົ້ນໄມ້ກິນໝາກ, ພືດພັນທັນຍາຫານ. ຜ່ານນັ້ນ, ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງຢ່າງແຮງໃນແຕ່ລະປີ”.

        ໃນວຽກງານກໍ່ສ້າງຊົນນະບົດໃໝ່, ຕາແສງແຄ໊ງເລິມ ບັນລຸໄດ້ 15 ໃນຈໍານວນ 19 ຄາດໝາຍ. ຕາມແຜນການແລ້ວ, ໃນປີ 2020 ນີ້, ທາງຕາແສງຕ້ອງບັນລຸໄດ້ບັນດາມາດຖານຊົນນະບົດໃໝ່. ປັດຈຸບັນ, ຕາແສງ ແຄ໊ງເລິມ ພວມສຸມໃສ່ປະຕິບັດບັນດາຄາດໝາຍທີ່ຍັງເຫຼືອໃຫ້ສໍາລັດ ເພື່ອກາຍເປັນຕາແສງທີ 4 ທີ່ບັນລຸມາດຖານຊົນນະບົດໃໝ່ຂອງເມືອງ ອູມິນ./.

ຕອບກັບ

ຂ່າວ/ບົດ​ອື່ນ