ພາບພົດເຂດຊົນນະບົດໃໝ່ຢູ່ຕາແສງໜຶ່ງໃນເຂດພູດອຍ

(vovworld) - ພາບ​ພົດ​ເຂດຊົນນະບົດ​ໃໝ່​ນັບ​ມື້​ນັບ​ໄດ້​ຮັບ​ການສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ​ເມື່ອ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ຕາ​ແສ​ງໃນ​ເຂດພູດ​ອຍ ສິ໋ນ​ແຈ໋ງ (Sín Chéng), ​ເຊິ່ງ​ແມ່ນຕາ​ແສງ​ໃນ​ເຂດ​ພູດ​ອຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເມືອງ ຊີ​ມາ​ກາຍ, ​ແຂວງ ລາວ​ກາຍ. ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖີ່​ນ, ຕາ​ແສງ​ສິ໋​ແຈ໋ງ (Sín Chéng)​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕາ​ແສງ​ແບບຢ່າງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ ລາວ​ກາຍ.

ພາບພົດເຂດຊົນນະບົດໃໝ່ຢູ່ຕາແສງໜຶ່ງໃນເຂດພູດອຍ - ảnh 1

(ພາບປະກອບ: google.com.vn)

        ສອງ​ປີ​ກ່ອນ​ນີ້, ​ເສັ້ນທາງ​​ເຂົ້າ​ໝູ່​ບ້ານ ມ່າວ​ແຊວ​ຝິ່ນ (Mào Seo Phìn) ​​​ເຮັດ​ດ້ວຍ​ດິນ ​ແລະ ຫີນ​ກະຕຸກ​ກະຕາດ, ລະດູຝົນຕົກ, ຂີ່​ລົດຈັກ​ບໍ່​ໄດ້​ເພາະວ່າ​​ເສັ້ນທາງນີ້​ທັງ​ໝື່ນ, ​ທັງເປັນຄ້ອຍ​ຊັນ. ​ດັ່ງ​ນັ້ນ, ເມື່ອ​ໄປ​ຕະຫຼາດປະຊາຊົນ​ໃນ​ໝູ່​ບ້ານຕ້ອງຍ່າງ​​ເປັນ​ເວລານັບ​ຊົ່ວ​ໂມງ. ​ແຕ່​ປະຈຸ​ບັນ​, ​ໄດ້​ມີເສັ້ນທາງດິນ​ແດງ​​ເຂົ້າ​ສູ່​​ໝູ່​ບ້ານທັງ​ໝົດ​ແລ້ວ, ປະຊາຊົນສາມາດ​ຂີ່​ລົດຈັກ​​ໄປ​ຍັງ​ແຕ່​ລະ​ຄອບຄົວ​ໄດ້. ມາ​ຮອດ​ປະຈຸ​ບັນ ໝູ່​ບ້ານທັງ​ໝົດ 9 ​ແຫ່ງ​ຂອງ​ຕາ​ແສງ ສິ໋​ແຈ໋ງ (Sín Chéng) ລ້ວນ​ແຕ່​ມີ​ເສັ້ນທາງ​ຄົມມະນາຄົມຢ່າງ​ຮຽບຮ້ອຍ. ​ນາຍບ້ານຢ່າງ​ອາຈ໋າງ (Giàng A Tráng) , ​ໃຫ້​ຮູ້​ວ່າ:

        ”​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບໍ່​ພຽງ​ແຕ່​ຄອບຄົວ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ, ຫາກ​ທຸກ​ຄອບຄົວ​ໃນ​ໝູ່​ບ້ານ​ລ້ວນ​ແຕ່​ປະກອບ​ເຫື່ອ​ແຮງ ​ແລະ ທີ່​ດິນ ​ເພື່ອ​ກໍ່ສ້າງ​ທາງ. ລັດ​ພຽງ​ແຕ່​ໜູນ​ຊ່ວຍ​ແຕ່ 30-40%​ ເທົ່າ​ນັ້ນ, ສ່ວນ​ຍັງ​ເຫຼືອ​ແມ່ນ​ປະຊາຊົນ​ປະກອບສ່ວນ​ດ້ວຍ​ຄວາມສະໝັກ​ໃຈ. ປະຈຸ​ບັນ, ​ໄດ້​ມີ​ທາງ​ໄປ​ຍັງ​ແຕ່ລະ​ໝູ່​ບ້ານ​ແລ້ວ, ​ເຖິງ​ວ່າ​ມັນ​ນ້ອຍໆ​, ລົດ​ໃຫຍ່​ເຂົ້າ​ບໍ່​ໄດ້ກໍ່ຕາມ, ​ແຕ່​ສາມາດ​ຂີ່ລົດຈັກ​ໄປ​ໄດ້​, ດັ່ງ​ນັ້ນ​ການ​ຂົນ​ສົ່ງ​ສິນຄ້າ​ກໍ່​ສະດວກ​ສະບາຍ​ທີ່​ສຸດ”.

ພາບພົດເຂດຊົນນະບົດໃໝ່ຢູ່ຕາແສງໜຶ່ງໃນເຂດພູດອຍ - ảnh 2

(ພາບປະກອບ: google.com.vn)

        ນອກຈາກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ໂດຍ​ເສັ້ນທາງ​ໃໝ່​ນຳ​ມາ​ໃຫ້​ແລ້ວ, ປະຊາຊົນ​ໃນ​ຕາ​ແສງ​ຍັງ​ໄດ້​ກູ້​ຢືມ​ທຶນ​ເພື່ອ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກອີກ. ພາບ​ພົດ​ຊົນນະບົດ​ຢູ່ ສິ໋ນ​ແຈ໋ງ (Sín Chéng) ນັບ​ມື້​ນັບ​ໄດ້​ຮັບ​ການ​ປ່ຽນ​ໃໝ່.

        ອ້າຍ​ມາ​ອານ໋າວ (Ma A Náo), ຊາວ​ເຜົ່າ​ມົ້ງ ຢູ່​ບ້ານ​ຄາ, ຕາ​ແສງ​ສິ໋ນ​ແຈ໋ງ (Sín Chéng), ​ໃຫ້​ຮູ້​ວ່າ, ​ໃນ​ສອງ​ບ້ານ​ມໍ່ໆ​ນີ້, ມີ​ແຕ່​ຄອບຄົວ​ອ້າຍ​ມີ​ຈັກ​ສີ​ເຂົ້າ​, ດັ່ງ​ນັ້ນ​ຕ້ອງ​ເຮັດ​ວຽກ​ໝົດ​ມື້. ​ໃນ​ເບື້ອງ​ຕົ້ນ​ມີ​ເງິນ 10 ລ້ານ​ດົ່ງ​ທີ່​ກູ້​ຢືມຈາກທະນາຄານ​ນະ​ໂຍບາຍ​ສັງຄົມ​ເມືອງ​ ສີມາ​ກາຍ ​ເພື່ອ​ຊື້​ງົວ​​ເທົ່າ​ນັ້ນ, ມາ​ບັດ​ນີ້, ອ້າຍ​ໄດ້​ຂະຫຍາຍການ​ຜະລິດ​ດ້ວຍ​ການ​ຂຸດ​ໜອງ​ລ້ຽງ​ປາ, ຊື້​ງົວ, ຄວາຍ​ຕື່ມ​ອີກ, ຮັບ​ສີ​ເຂົ້າ ​ແລະ ​ເກັບ​ຊື້​ຜະລິດ​ຕະພັນ​ກະ​ເສດ​ຂອງ​ປະຊາຊົນ​ໃນ​ບ້ານ. ປະຈຸ​ບັນ, ຄອບຄົວ​ອ້າຍ​ໄດ້​ມີ​ເຮືອນ​ຫຼັງ​ໃຫຍ່ ​ແລະ ສວຍ​ງາມ, ມີ​ຊີວິດ​ອີ່ມ​ໜຳ​ສຳລານ. ທ່ານ ອາ​ມານ໋າວ (Ma A Náo), ​ແບ່ງປັນ​ວ່າ:

        ”​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຊາຊົນ​ຕາ​ແສງ ສິ໋​ແຈ໋ງ ​(Sín Chéng)ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ພັກ ​ແລະ ລັດ. ສະ​ເພາະ​ຂ້າພະ​ເຈົ້າ​ເອງ​ໄດ້​ກູ້​ຢືມ​ທຶນ​ຈາກ​ທະນາຄານ​ເພື່ອ​ດຳ​ເນີນ​ທຸລະ​ກິດ. ປະຈຸ​ບັນ, ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ຫຼຸ​ດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແລ້ວ, ມີ​ຂອງ​ກິນ​ຂອງ​ເໄວ້, ດັ່ງ​ນັ້ນ​ຈຶ່ງ​ດີ​ໃຈ​ຫຼາຍ. ​ໂດຍ​ແມ່ນ​ຊາວ​ເຜົ່າ​ມົ້ງ, ​ແຕ່​ຍາມ​ໃດ​ຄອບຄົວ​ຂ້າພະ​ເຈົ້າກໍ່​ນຳ​ໜ້າ​ໃນ​ຂະ​ບວນການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນ, ໝູ່​ບ້ານ​ໄດ້​ມີ​ການ​ປ່ຽນ​ແປງ​, ມີ​ທາງ​ຄົມມະນາຄົມ, ມີ​ຄອງ​ເໝືອງ  ​ແລະ ນຳ​້ສະອາດ​ແລ້ວ, ພໍ່​ແມ່​ປະຊາຊົນ​ດີ​ໃຈ​ຫຼາຍ”.

ພາບພົດເຂດຊົນນະບົດໃໝ່ຢູ່ຕາແສງໜຶ່ງໃນເຂດພູດອຍ - ảnh 3

(ພາບປະກອບ: google.com.vn)

        ຕາມ​ແຜນການ​ແລ້ວ, ຮອດ​ປີ 2015, ຕາ​ແສງ​ສິ໋​ແຈ໋ງ (Sín Chéng) ຈະ​ປະ​ຕິ​ບັດ​ສຳ​ເລັດ 19 ມາດຖານ ​ເພື່ອ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່. ປະ​ຈຸ​ບັນ, ຍັງ​ມີ​ມາດ​ຖານ​ຈຳນວນ​ໜຶ່ງ​ບໍ່ທັນ​ປະຕິບັດ​ສຳ​ເລັດ​ເທື່ອ​ຄື: ລະບົບ​ຊົນ​ລະ​ປະທານ, ພື້ນຖານ​ດ້ານ​ວັດຖຸ, ວັດທະນະທຳ, ລະດັບ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ… ທ່ານ​ ຫຼີຊວນ​ແທງ (Lý Xuân Thành), ​ເລຂາ​ຄະນະ​ພັກ, ທັງ​ເປັນ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ສິ໋​ແຈ໋ງ, ຖື​ວ່າ, ມີ​ຫຼາຍ​ມາດຖານ​ກ່ຽວ​ກັບ​ຊົນນະບົດ​ໃໝ່​ຄວນ​ໄດ້​ຮັບ​ການປັບປຸງ, ​ເພີ່ມ​ເຕີມ​ໃຫ້​ເໝາະ​ສົມ​ກັບ​ຈຸດ​ພິ​ເສດສະ​ເພາະ​ຂອງ​​ແຕ່ລະ​ເຂດ, ​ແຕ່ລະ​ທ້ອງ​ຖີ່​ນ:

        ”ດ້ວຍ​ບັນດາ​ມາດຖານ​ທີ່​ຍັງ​ເຫຼືອ, ຂ້າພະ​ເຈົ້າ​ເຫັນ​ວ່າ​ຍາກ​ທີ່​ຈະ​ປະຕິບັດ​ໄດ້, ຍ້ອນ​ບໍ່​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖີ່​ນຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ທີ່ເຮັດ​ອາຊີບ​ກະ​ສີ​ກຳ​ເປັນ​ຕົ້ນ​ຄື​ພວກ​ຂ້າພະ​ເຈົ້າ. ທີ​ສອງ​ແມ່ນ, ອັດຕາ​ສ່ວນ​ຜູ້​ທຸກ​ຍາກ​ຂອງ​ຕາ​ແສງ​ຍັງ​ຢູ່​ໃນ​ລະດັບ​ສູງ​, ດັ່ງ​ນັ້ນ​ບັນດາ​ແຫຼ່ງກຳລັງ​ທີ່​ປະກອບສ່ວນ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ປະຊາຊົນ​ຍັງຈຳກັດ​ຢູ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ໄລຍະ​ຜ່ານ​ມາ, ທາງ​ຕາ​ແສງ​ໄດ້​ປຸກລະດົມ​ຂະ​ບວນການ​ ຮ່ວມ​ແຮງຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເພື່ອ​ລະດົມ​ແຫ່ງ​ກຳລັງ​ໃນ​ທົ່ວ​ລະບົບ​ການ​ເມືອງ, ກໍ່​ຄື​ວິ​ສາ​ຫະກິດ​ຕ່າງໆ. ພິ​ເສດ, ພວກ​ຂ້າພະ​ເຈົ້າ​ກຳນົດ​ວ່າ​ຕ້ອງ​ປ່ຽນ​ໃໝ່​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ, ​ຖ້າເຮັດ​ໄດ້​ຄື​ແນວ​ນັ້ນ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​ປະສົບ​ຜົນສຳ​ເລັດ”.

        ຄວາມ​ຈິງ​ແລ້ວ, ວິວັດ​​ແຫ່ງການ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ ສິ໋​ແຈ໋ງ (Sín Chéng), ​ເມືອງ ຊີ​ມາ​ກາຍ, ​ແຂວງ​ລາວ​ກາຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຽງ​ຂ້າງ​ຄວາມ​ຕັດສິນ​ໃຈ, ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ແລະ ປະຊາຊົນ​ແລ້ວ, ລັດ​ຄວນ​ເອົາ​ໃຈ​ໃສ່​ລົງທຶນ​ຢ່າງ​ທັນ​ການ ​ແລະ ມີ​ການ​ຄົ້ນ​ຄ້ວາ, ປັບປຸງ​ມາດຖານ​ໃຫ້​ເໝາະ​ສົມ​ກັບ​ສະພາບຕົວຈິງ​ຢູ່​ເຂດ​ພູດ​ອຍ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ