ມົງເຊີນຈະກາຍເປັນຕາແສງຊົນນະບົດໃໝ່ໂດຍໄວ

ມົງເຊີນຈະກາຍເປັນຕາແສງຊົນນະບົດໃໝ່ໂດຍໄວ - ảnh 1
ມົງເຊີນຈະກາຍເປັນຕາແສງຊົນນະບົດໃໝ່ໂດຍໄວ
(ພາບ: yenbai)

(vovworld) - ​ມາ​ຢ້ຽມຢາມຕາ​ແສງ​ມົງ​ເຊີນ, ​ເມືອງ​ອຽນ​ບິ່ງ, ​ແຂວງ​ອຽນ​ບ໋າ​ຍ ໃນ​ຊຸມ​ມື​້ນີ້, ສາມາດ​ເຫັນ​ໄດ້​ກາ​ນປ່ຽນ​ແປງ​ຢູ່​ແຫ່ງ​ນີ້​ຢ່າງ​ຈະ​ແຈ້ງ. ລະບົບ​ສາຍ​ໄຟຟ້າ, ​ໂຮງຮຽນ, ສຸກສາລາ, ບັນດາ​ກິດຈະກຳ​ຊົນລະປະທານ ພວມ​ໄດ້​ຮັບ​ການ​ລົງທຶນ​ຍົກ​ລະດັບ, ກໍ່ສ້າງ​ໃໝ່. ພາຍຫຼັງ 5 ປີ​ແຫ່ງ​ຄວາມ​ມານະ​ພະຍາ​ມປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຄາດ​ຄະ​ເນ​ວ່າມົງ​ເຊີນ ຈະ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ໃນ​ທ້າຍ​ປີ 2015.

        ມົງ​ເຊີນ ​ແມ່ນ​ຕາ​ແສງ​ກະສິກຳ​ຢູ່​ແຄມ​ໜອງ​ ທາກ​ບ່າ, ມີ​ເນື້ອ​ທີ່​ດິນ​ທຳ​ມະ​ຊາດ​ 4.500 ​ກວ່າເຮັກຕາ, ​ໃນ​ນັ້ນ​ເນື້ອ​ທີ່​ຖືກ​ນຳ້​ຖ້ວມ​ແມ່ນ 2.800 ​ເຮັກຕາ. ສິ່ງ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ແມ່ນ​ໜ້ອຍ​ເຖິງ​ການ​ປະຕິບັດ​ບັນດາ​ມາດຖານ​​ກໍ່ສ້າງ​ຊົນນະບົດ​ໃໝ່, ພິ​ເສດ​ແມ່ນ​ໃນ​ການວາງ​ແຜນ​ກຳນົດ, ການ​ພັດທະນາ​ລະບົບ​ຄົມມະນາຄົມ. ​ແຕ່​ພາຍຫຼັງ 5 ປີ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ​ລະບົບ​ການ​ເມືອງ, ພ້ອມ​ກັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ, ບັນດາ​ເສັ້ນທາງ​ລະຫວ່າງ​ຕາ​ແສງ, ບ້ານ​ລ້ວນ​ແຕ່​ໄດ້​ຮັບ​ການ​ປູຢາງ, ກໍ່ສ້າງ​ດ້ວຍ​ເບ​ຕົງ​​ຕາມ​ມາດຖານ​ທີ່​ໄດ້​ວາງ​ອອກ. ​ເອື້ອຍ ຫງວຽນ​ທິ​ຖູູຍ, ຢູ່​ບ້ານ ຈູງ​ເຊີນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ທີ່​ໄດ້ບໍລິຈາກ​ທີ່​ດິນ​​​ຫຼາຍ​ທີ່​ສຸດໃຫ້​ແກ່​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດຢູ່​ຕາ​ແສງ​ ມົງ​ເຊີນ, ​ໃຫ້​ຮູ້​ວ່າ: ບໍ່​ພຽງ​ແຕ່​ຄອບຄົວ​ເອື້ອຍ​ເທົ່າ​ນັ້ນ, ຫາກ​ບັນດາ​ຄອບຄົວ​ໃນ​ຕາ​ແສງ​​ເກືອບ​ທັງ​ໝົດ ລ້ວນ​ແຕ່​ບໍລິຈາກ​ທີ່​ດິນ, ​ເຫື່ອ​ແຮງ​ດ້ວຍ​ຄວາ​ມສະ​ໝັກ​ໃຈ ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ.

        “​ເມື່ອ​ຮູ້ສຶກ​ວ່າ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເໝາະ​ສົມກັບ​ສະພາບ​ຕົວ​ຈິງ, ຄອບຄົວ​ຂ້າພະ​ເຈົ້າກໍ່​ບໍລິຈາກ​ທີ່​ດິນ, ​ເພື່ອກໍ່ສ້າງ​ທາງ​ຄົມມະນາຄົມ ​ເຮັດ​ໃຫ້ການ​ໄປ​ມາສະ​ດວກ​ສະບາຍ​ກວ່າ“.

        ຕອບ​ສະໜອງ​ບັນດາ​ຂະ​ບວນການ​ພັດທະນາ​ເສດຖະກິດ​ໂດຍ​ຕາ​ແສງ​ປຸກລະດົມ, ປະຊາຊົນ​ຕາ​ແສງ​ ມົງ​ເຊີນ ​ໄດ້​ຕັ້ງໜ້າ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ສັດລ້ຽງ. ມາ​ຮອດ​ປະຈຸ​ບັນ, ​ໃນ​ຕາ​ແສງ​ມີ 3 ຮາກ​ຖານ​ຜະລິດ​ປຸງ​ແຕ່ງ​ໄມ້​ປ່າ, 1 ຮາກ​ຖານ​ຜະລິດ​ປຸງ​ແຕ່ງ​ແປ້ງ​ມັນ​ຕົ້ນ, 2 ຮາກ​ຖານ​​ເຮັດ​ການບໍລິການ​ເຮືອ​ກຳ່​ປັ່ນ ພ້ອມ​ກັບ​ຫຼາຍ​ຮູບ​ແບບ​ປູກຝັງ, ລ້ຽງສັດ​ຢ່າງ​ມີ​ປະສິດທິ​ຜົນ. ຄອບຄົວ​ອ້າຍ​ ຫງວຽນ​ວັນ​ແມ້ງ, ຢູ່​ບ້ານ ກ້ານ ​ແມ່ນ​ແບບຢ່າງ​ຄື​ແນວ​ນັ້ນ. ກ່ອນ​ນີ້, ຄອບຄົວ​ອ້າຍ​ພຽງ​ແຕ່​​ຫາ​ເງິນ​ລ້ຽງ​ຊີ​ບດ້ວຍ​ການເຮັດ​ນາ ​ແລະ ຫາ​ປາ​ໃນ​ໜອງ ທາກ​ບ່າ​ເທົ່າ​ນັ້ນ, ຊີວິດ​ຈຶ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​. ​ເມື່ອ​ຕາ​ແສງ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ອ້າຍ​ກໍ່​ມີ​ບົດຮຽນ, ຄວາມ​ຮູ້​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ​ຄອບຄົວ. ອ້າຍ​ໄດ້​ຫັນ​​ອາຊີບ​ຫາ​ປາມາ​ປູກ​ຕົ້ນ​ໄມ້​ກິນ​ໝາກທີ່​ມີ​ມູນ​ຄ່າ​​ເສດຖະກິດສູງ​ກວ່າ. ນອກ​ນັ້ນ​ອ້າຍ​ຍັງ​ລ້ຽງ​ເຜີ້ງ ​ແລະ ໝູ​ອີກ. ມາ​ຮອດ​ປະຈຸ​ບັນ, ຄອບຄົວ​ອ້າຍ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ 100 ລ້ານກວ່າ​ດົ່ງ/ປີ. ອ້າຍ​ ຫງວຽນ​ວັນ​ແມ້ງ ​ແບ່ງປັນ​ວ່າ:

        “ກ່ອນ​ນີ້​ເມື່ອ​ເຮັດອາຊີບ​ຫາ​ປາ​ຊີວິດ​ການ​ເປັນ​ຢູ່ບໍ່​ເປັນ​ປົກກະຕິ, ນັບ​ແຕ່​ຫັນ​ມາ​ປູກ​ຕົ້ນ​ໄມ້​ກິນ​ໝາກ, ຄອບຄົວ​ຂ້າພະ​ເຈົ້າ​ໄດ້ມີ​ຊີວິດ​ເປັນ​ປົກກະຕິກວ່າ, ການ​ເຮັດ​ວຽກ​ກໍ່​ສະບາຍ​ກວ່າ​ກ່ອນ​ນີ້​ອີກ“.

        ຜ່ານ​ເກືອບ 5 ປີ​ແຫ່ງການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ ມົງ​ເຊີນ ​ລະດົມ​ເງິນ​ໃຫ້ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ກວ່າ 176 ຕຶ້ດົ່ງ, ​ໃນ​ນັ້ນ​ງົບປະມານ​ຂອງ​ສູນ​ກາງ ​ແລະ ທ້ອງ​ຖີ່​ນກວມ​ກວ່າ 15%, ສ່ວນ​ຍັງ​ເຫຼືອກ​ວ່າ 80% ​ແມ່ນ​ລະດົມ​ຈາກ​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ຕາມ​ຮູບ​ກາ​ນປະກອບ​ເງິນສົດ, ​ແຮງ​ງານ, ວັດ​ສະ​ດຸ​ກໍ່ສ້າງ ​ແລະ ບໍລິຈາກ​ທີ່​ດິນ. ຈາກ​ແຫຼ່ງງົບປະມານ​ນີ້, ປະຊາຊົນ​ໄດ້​ກໍ່ສ້າງ​ທາງ​ລະຫວ່າງ​ບ້ານ, ຕາ​ແສງ ດ້ວຍ​ຄວາມ​ຍາວ​ເກືອບ 20 ກມ, ຕາ​ແສງ ມົງ​​ເຊີນ ​ຍັງ​ກໍ່ສ້າງ​ຫໍ​ວັດທະນະທຳ​ບ້ານ​ຕາ​ແສງ​ໄດ້ 8 ​ແຫ່ງ. ພ້ອມ​ກັນ​ນັ້ນ​ລະບົບ​ກິດຈະກຳ​ຊົນລະປະທານ​ທົ່ວ​ຕາ​ແສງ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ອີກ. ມາ​ຮອດ​ປະຈຸ​ບັນ, ມົງ​ເຊີນ​ ໄດ້​ປະຕິບັດ​ສຳ​ເລັດ 17/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຫງວຽນ​ວັນ​ດົງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ມົງ​ເຊີນ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ສຸມ​ໃສ່​ຊີ້​ນຳ​ຂະ​ແໜງ​ຕ່າງໆ, ພິ​ເສດ​ແມ່ນ​ສົມທົບ​ກັບບັນດາ​ໂຮງຮຽນ​ເພື່ອ​ຮັບປະ​ກັນ​ບັນລຸ​ມາດຖານ​ວັດທະນະທຳ​ສຶກສາ. ​ໃນ​ປີ​ນີ້​ພວກ​ຂ້າພະ​ເຈົ້າ​ຈະ​ກໍ່ສ້າງ​ຫໍ​ວັດທະນະທຳ​ບ້ານ, ຕາ​ແສງ​ຕື່ມ​ອີກ 2 ​ແຫ່ງ​​“.

        ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາ​ຄົມ, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນທຸກ​ຂັ້ນ, ຄາດ​ຄະ​ເນ​ວ່າ, ທ້າຍ​ປີ​ນີ້, ມົງ​ເຊີນ​ ຈະ​ປະຕິບັດ​ສຳ​ເລັດ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຈະ​ກາຍ​ເປັນຕາ​ແສງ​ທຳ​ອິດ​ຂອງ​ເມືອງ​ ອຽນ​ບິ່ງ, ​ແຂວງ​ ອຽນ​ບ໋າ​ຍ ສຳ​ເລັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ