ຢ້ຽມຢາມໝູ່ບ້ານ ບູຮານ ແທງຖູຍແຈ໋ງ

(VOVWORLD) -ໂດຍຫ່າງຈາກນະຄອນ ເຫ້ວ (ແຂວງເທື່ອທຽນເຫ້ວ) ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 8 ກິໂລແມັດ, ໝູ່ບ້ານ ແທງຖູຍແຈ໋ງ (ຕາແສງ ຖູຍແທງ, ເທດສະບານ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວ) ໄດ້ມີຊື່ສຽງໂດ່ງດັງແຕ່ດົນນານມາແລ້ວ ວ່າແມ່ນບ່ອນມີຫລາຍກິດຈະກຳສະຖາປັດຕະຍະກຳບູຮານ, ວັດທະນະທຳເຕັມໄປດ້ວຍສີສັນຂອງນະຄອນເຫ້ວ.ເມື່ອມາຢ້ຽມຢາມໝູ່ບ້ານແຫ່ງນີ້ ນັກທ່ອງທ່ຽວ ຈະມີຄວາມຮູ້ສຶກ ບໍ່ອາດຫລົງລືມໄດ້ ກ່ຽວກັບເຂດບ້ານນາທີ່ສະຫງົບສຸກ.

ຕາມປື້ມປະຫວັດສາດແລ້ວ, ໃນສັດຕະວັດທີ 16, ປະຊາຊົນແຂວງ ແທງຮວ໋າ ໄດ້ຮ່ວມເດີນທາງກັບກະສັດ ຫງວຽນຮວ່າງ (1525-1613) ເຂົ້າເຂດ ທ້ວນຮວ໋າ (ປະຈຸບັນແມ່ນແຂວງ ກວ໋າງບີງ), ກວ໋າງຈິ ແລະ ເທື່ອທຽນເຫ້ວ) ເພື່ອບຸກເບີກເນື້ອທີ່ດິນ ສ້າງອາຊີບ ແລະ ໄດ້ຢຸດຢູ່ບໍລິເວນໝູ່ບ້ານ ແທງຖູຍແຈ໋ງໃນປະຈຸບັນ ເພື່ອກໍ່ສ້າງໝູ່ບ້ານ ແລະ ຕັ້ງຊື່ໃຫ້ໝູ່ບ້ານນີ້ວ່າ ແມ່ນໝູ່ບ້ານ ແທງຕວ່ານ. ຮອດສະໄຫມເຈົ້າຊີວິດ ທ້ຽວຈິ (1841- 1847), ຊື່ ແທງຕວ່ານ ໄດ້ປ່ຽນເປັນ ແທ່ງຖູຍ. ຫລັງຈາກນັ້ນ ໝູ່ບ້ານນີ້ ຖືກຕັ້ງຊື່ໃຫມ່ວ່າແມ່ນ ແທງຖູຍແຈ໋ງແຕ່ປະຊາຊົນຢູ່ທີ່ນີ້ຍັງຄົງລຶ້ງເຄີຍເອີ້ນວ່າ ແທງຕວ່ານ.

        ໝູ່ບ້ານ ແທງຖູຍແຈ໋ງ ປະຈຸບັນ ມີປະມານ 3000 ຄອບຄົວ ດຳລົງຊີວິດຕົ້ນຕໍດ້ວຍອາຊີບປູກເຂົ້ານາທາມ. ເມື່ອມີເວລາຫວ່າງ, ຊາວທ້ອງຖິ່ນ ຍັງເຮັດອາຊີບເສີມຄື: ເຮັດກຸບ, ເຮັດເຂົ້າຫນົມ, ຫຼອມບັນດາອຸປະກອນຜະລິດກະສິກຳ…. ຢູ່ ໃຈກາງຂອງໝູ່ບ້ານມີເຮືອນຫລັງຫນຶ່ງວາງສະແດງບັນດາອຸປະກອນຜະລິດກະສິກຳໄດ້ຮັບການກໍ່ສ້າງເມື່ອທ້າຍປີ 2014, ແນະນຳກ່ຽວກັບປະຫວັດສາດ ແລະ ວັດທະນະທຳ, ອາຊີບກະສິກຳ, ຫາປາ ແລະ ຊີວິດປະຈຳວັນຂອງຊາວບ້ານ ແທງຖູຍແຈ໋ງ. ທ່ານ ຫງວຽນເມົ້າຮ່ວາ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຖູຍແທງ ໃຫ້ຮູ້ວ່າ:

        “ບັນດາວັດຖຸພັນໃນເຮືອນວາງສະແດງອຸປະກອນຜະລິດກະສິກຳແມ່ນຕິດພັນກັບບັນດາເລື່ອງລາວຂອງຊາວບ້ານ ແທງຕວານ ເລົ່າໃຫ້ຟັງ. ຜູ້ບັນລະຍາຍ, ແນະນຳແມ່ນຊາວທ້ອງຖິ່ນ ຈະສະແດງຄືນບັນດາການເຄື່ອນໄຫວ, ວິທີເຮັດກະສິກຳເພື່ອໃຫ້ນັກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບຊີວິດທາງດ້ານເສດຖະກິດ, ວັດທະນະທຳຂອງປະຊາຊົນຢູ່ທີ່ນີ້.”

ຢ້ຽມຢາມໝູ່ບ້ານ ບູຮານ ແທງຖູຍແຈ໋ງ - ảnh 1ເຂດບ້ານນາທີ່ສະຫງົບສຸກ ຢູ່ແທງຖູຍແຈ໋ງ

(ພາບ: Lan Anh/VOV5)

ເມ່ືອມາຢ້ຽມຢາມ ແທງຖູຍແຈ໋ງ, ນອກຈາກໄດ້ຊົມທິວທັດທຳມະຊາດທີ່ສວຍສົດງາມຂອງເຂດບ້ານນາທີ່ສະຫງົບສຸກ, ຊອກຮູ້ຊີວິດປະຈຳວັນຂອງປະຊາຊົນແລ້ວ, ນັກທ່ອງທ່ຽວຍັງໄດ້ຄົ້ນຫາສະຖາປັດຕະຍະກຳບູຮານທີ່ເປັນເອກະລັກສະເພາະ, ໃນນັ້ນ ພົ້ນເດັ່ນແມ່ນເຂດປູຊະນີຍະສະຖານລະດັບຊາດ ຂົວດິນຂໍ ແທງຕວ່ານ. ຂົວດິນຂໍ ແທງຕວານ ໂດຍແມ່ນທ່ານນາງ ເຈີນທິດ້າວ, ພັນລະຍາຂອງອາຍາເຈົ້ານາຍໃນສະໄຫມເຈົ້າຊີວິດ ເລຫຽນຕົງ (1740 – 1786) ບໍລິຈາກເງິນ ກໍ່ສ້າງໃນປີ 1776 ຢູ່ສາຂານ້ຳນ້ອຍຂອງແມ່ນ້ຳ ຍືອີ. ຂົວແຫ່ງນີ້ໄດ້ຮັບການອອກແບບ ຢູ່ເທິງແມ່ນ ເຮືອນ, ຢູ່ລຸ່ມແມ່ນຂົວ ດ້ວຍຄວາມຍາວ 17 ແມັດ ກວ້າງກວ່າ 4 ແມັດ ແບ່ງເປັນ 7 ສ່ວນ. ຂົວມີຫລັງຄາມຸ້ງດ້ວຍດິນຂໍ. ຢູ່ສອງເບື້ອງຂອງຂົວມີແທ່ນໄມ້ ແລະ ຮາວເພື່ອໃຫ້ນັກທ່ອງທ່ຽວນັ່ງພັກຜ່ອນກ່ອນທີ່ຈະເຂົ້າໄປໃນບ້ານ. ສອງປີເທື່ອຫນຶ່ງ, ໃນໂອກາດ Festival ເຫ້ວ, ປະຊາຊົນຢູ່ທີ່ນີ້ ເຄີຍຈັດຕັ້ງພິທີອາໄລຫາທ່ານນາງ ເຈີນທິດ້າວ. ປ້າ ຫງວຽນທິກ້ຽມ, ຜູ້ບັນລະຍາຍແນະນຳໃຫ້ນັກທ່ອງທ່ຽວຢູ່ບ້ານ ແທງຕວ່ານ ໃຫ້ຮູ້ວ່າ:

        “ໃນ festival ຊາວບ້ານໄດ້ຈັດຕັ້ງການເຄື່ອນໄຫວແຫ່ເຄື່ອງໝາຍແຫ່ງວິນຍານຂອງທ່ານນາງ ເຈີນທິດ້າວ ຈາກເຮືອນຂອງວົງຕະກຸນເຈີນ ໄປຫາຂົວແທງຕວ່ານ. ນັ້ນແມ່ນພິທີສຳຄັນ ເພື່ອອາໄລຫາຄຸນງາມຄວາມດີຂອງທ່ານນາງ.”

ຢ້ຽມຢາມໝູ່ບ້ານ ບູຮານ ແທງຖູຍແຈ໋ງ - ảnh 2ຂົວດິນຂໍ ແທງຕວ່ານ

(ພາບ: Lan Anh/VOV5)

ຢູ່ບໍລິເວນຫົວຂົວແທງຕວ່ານ ມີຕະຫລາດພື້ນເມືອງ ທີ່ຖືກຈັດຂຶ້ນປະຈຳວັນຢູ່ໃຕ້ຮົ່ມກົກຫູກວາງທີ່ໃຫຍ່ໂຕ ແລະ ຂຽວອຸ່ມທຸ່ມ. ເມື່ອໂອກາດ Fetival ເຫ້ວ, ເຂດຕະຫລາດນັດ ແທງຕວ່ານ ຍາມໃດກໍ່ກາຍເປັນສະຖານທີ່ຈັດລາຍການ “ຕະຫລາດພື້ນເມືອງໃນວັນບຸນ” ດ້ວຍບັນດາການເຄື່ອນໄຫວຕົ້ນຕໍຄື: ສະແດງບັນດາຂັ້ນຕອນຜະລິດກະສິກຳ, ຫັດຖະກຳ, ອຸປະກອນຜະລິດກະສິກຳ, ຫາປາ ແລະ ແນະນຳວິທີເຮັດກຸບ, ຈັກສານ, ຕຳເຂົ້າ… ນອກນັ້ນ ຍັງມີບັນດາການລະຫລິ້ນພື້ນເມືອງຕ່າງໆ, ການຮ້ອງລຳທຳເພງ.. ແລະກໍ່ໃນໂອກາດນີ້ ຍັງມີລາຍການພົບປະແລກປ່ຽນສິລະປະວັນນະຄະດີ, ອ່ານບົດກະວີເຕັມໄປດ້ວຍລັກສະນະພື້ນເມືອງ, ໄດ້ຊີມບັນດາເຍື່ອງອາຫານພິເສດຂອງເຫ້ວອີກດ້ວຍ.

        ໝູ່ບ້ານ ແທງຖູຍແຈ໋ງ ດ້ວຍຫລາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ແລະ ບັນດາການເຄື່ອນໄຫວວົງຄະນາຍາດ ແລະ ໄດ້ຮັບການຫນູນຊ່ວຍສ້າງເຄື່ອງໝາຍຢັ້ງຢືນຈາກພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ເທື່ອທຽນເຫ້ວ ເພື່ອພັດທະນາການທ່ອງທ່ຽວ. ໃນຂອບເຂດງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ - VITM Hanoi 2017 ສະຖານທີ່ທ່ອງທ່ຽວວົງຄະນາຍາດບ້ານ ແທງຖູຍແຈ໋ງ ແມ່ນຫນຶ່ງໃນສາມຫົວຫນ່ວຍຂອງຫວຽດນາມ ໄດ້ຮັບລາງວັນເຂດທ່ອງທ່ຽວປະຊາຄົມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ