ລົດ​ຊາດ​ຫອມ​ຫວານ​ຂອງໝາກ​ສາ​ລີ້​ຢູ່ຕາ​ແສງ ຢາງ​ມາ ແຂວງ ລາຍ​ເຈົາ

(VOVWORLD) -   ໃນຊ່ວງເວລານີ້, ຊາວເຜົ່າມົ້ງ ຢູ່ຕາແສງ ຢາງມາ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ແມ່ນລະດູການເກັບກ່ຽວໝາກສາລີ້. ໃນ 10 ປີ ກ່ອນ, ໃນເນື້ອທີ່ດິນເຂດໂນພູປູກຕົ້ນໄມ້ທີ່ບໍ່ບັນລຸປະສິດທິຜົນ, ຢູ່ທີ່ນີ້ ໄດ້ຫັນໄປປູກບັນດາປະເພດຕົ້ນໄມ້ກິນໝາກເຂດອຸ່ນ, ໃນນັ້ນ ມີຕົ້ນສາລີ້. ພາຍຫຼັງໄດ້ປູກທົດລອງ, ບົວລະບັດມາເປັນເວລາຫຼາຍປີ, ປະຈຸບັນ, ບັນດາສວນໝາກສາລີ້ໄດ້ມີໝາກຫຼາກຫຼາຍ, ົດຊາດຫອມຫວານແບບທຳມະຊາດ ໄດ້ດຶງດູດແຂກທ່ອງທ່ຽວນັບພັນຄົນມາຢ້ຽມຊົມ, ຊື່ງໄດ້ເປີດທິດພັດທະນາເສດຖະກິດໃໝ່ ໃຫ້ແກ່ຊາກະສິກອນຢູ່ທ້ອງຖິ່.
ລົດ​ຊາດ​ຫອມ​ຫວານ​ຂອງໝາກ​ສາ​ລີ້​ຢູ່ຕາ​ແສງ ຢາງ​ມາ ແຂວງ ລາຍ​ເຈົາ - ảnh 1

ໝາກສາລີ້ ຢາງມາ ໄດ້ຮັບໃບຢັງຢືນຜະລິດຕະພັນ OCOP 3 ດາວ (ພາບ: VOV)

      ດ້ວຍເງື່ອນໄຂດິນຟ້າອາກາດເອື້ອອຳນວຍ, ເຢັນສະບາຍຕະຫຼອດປີນັ້ນ, ຕາແສງ ຢາງມາ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຮັບການຕີລາຄາວ່າ ແມ່ນເຂດດິນແດນທີ່ມີກຳລັງບົ່ມຊ້ອນ ເພື່ອປູກຕົ້ນໄມ້ກິນໝາກເຂດອຸ່ນຊະນິດຕ່າງໆຄື: ໝາກຄາຍ, ໝາກສາລີ້, ໝາກໝັ້ນ. ໂດຍໄດ້ຂຸດຄົ້ນທ່າໄດ້ປຽບທີ່ມີຢູ່ແລ້ວ, ໃນຫຼາຍປີມານີ້, ອຳນາດການປົກຄອງທ້ອງຖິ່ນໄດ້ຍູ້ແຮງການໂຄສະນາ, ຂົນຂວາຍ ປຊຊ ໃນບ້ານຕ່າງໆ ຕັ້ງໜ້າຫັນປ່ຽນເນື້ອທີ່ສວນປູກຕົ້ນໄມ້ບໍ່ໃຫ້ປະສິດທິຜົນຫຼາຍ ມາປູກຕົ້ນໄມ້ກິນໝາກ. ມາຮອດປະຈຸບັນ, ຕາແສງ ຢາງມາ ມີເນື້ອທີ່ປູກຕົ້ນໄມ້ກິນໝາກ 120ha ໃນນັ້ນມີ 50ha ປູກຕົ້ນໝາກສາລີ້ ຢູ່ 7/9 ບ້ານທີ່ພວມຢູ່ໃນໄລຍະເກັບກ່ຽວ.

  ກ້າວເຂົ້າສູ່ລະດູເກັບກ່ຽວກໍ່ແມ່ນຈຸດເວລາທີ່ ປຊຊ ຢູ່ ຕາແສງ ຢາງມາ ເປີດປະຕູສວນຕ້ອນຮັບແຂກທ່ອງທ່ຽວ. ປີນີ້, ເນື້ອທີ່ປູກຕົ້ນສາລີ້ໄດ້ຮັບການບົວລະບັດເປັນຢ່າງດີ, ສະນັ້ນ ຈຶ່ງໃຫ້ໝາກຫຼາຍ, ລົດຊາດຫວານ… ອ້າຍ ຢ່າງອາຝື, ເຈົ້າຂອງສວນຕົ້ນສາລີ້ຢູ່ບ້ານ ຢາງມາ ແບ່ງປັນວ່າ: ສວນຕົ້ນສາລີ້ຂອງຄອບຄົວອ້າຍໄດ້ປູກແຕ່ກ່ອນນີ້ 8 ປີ (ປີ 2016) ແລະ ມີກ່ວາ 120 ຕົ້ນສາມາດເກັບກ່ຽວໄດ້ແລ້ວ. ໃນຊຸມປີກ່ອນ, ປະລິມານການຜະລິດແມ່ນປະມານ 4 ໂຕນ ແລະ ລາຄາຂາຍສະເລ່ຍແມ່ນເກືອບ 1 USD /ໂລ. ປີນີ້, ລະດູການເກັບກ່ຽວໄດ້ຮັບຜົນດີ, ລາຄາຂາຍກໍ່ສູງກ່ວາ ແລະ ແຂກມາຢ້ຽມຢາມກໍ່ຫຼາຍກ່ວາ, ລາຍຮັບຂອງຄອບຄົວອ້າຍກໍ່ໄດ້ເພີ່ມຂຶ້ນເຊັ່ນດຽວກັນ:

  ການປູກເຂົ້າ ແລະ ສາລີບໍ່ບັລຸປະສິດທິຜົນຫຼາຍປານໃດ, ນັບແຕ່ເມື່ອໄດ້ປູກຕົ້ນສາລີ້, ເຫັນວ່າມີປະສິດທິົນ ແລະ ເສດຖະກິດສູງກ່ວາ. ແຂກທ່ອງທ່ຽວມາຢ້ຽມຢາມສວນເພື່ອເດັດໝາກສາລີ້, ໝາກສາລີ້ກໍ່ຫອມ, ແຊບ, ທຸກຄົນຕ່າງກໍ່ນິຍົມທີ່ສຸດ.

ລົດ​ຊາດ​ຫອມ​ຫວານ​ຂອງໝາກ​ສາ​ລີ້​ຢູ່ຕາ​ແສງ ຢາງ​ມາ ແຂວງ ລາຍ​ເຈົາ - ảnh 2

ແຂກທ່ອງທ່ຽວຢູ່ສວນສາລີ້ທີ່ບ້ານ ຢາງມາ (ພາບ: VOV)

       ເອື້ອຍ ນົງກຸຍເຮືອງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

  ພວກຂ້າພະເຈົ້າມັກໄປທ່ອງທ່ຽວຄົ້ນຫາທິວທັດທຳມະຊາດທີ່ໃຫ່ໂຕ ແລະ ສວຍງາມ, ໄປບັນດາ homestay ຫຼື ຫາດຊາຍທະເລ, ແຕ່ມີໜ້ອຍຄົນຄິດວ່າ ໄປທ່ຽວບັນດາເຂດກະສິກຳຄືແນວນີ້ ແມ່ນມີຄວາມດູດດື່ມໃຈທີ່ສຸດ. ທຸກຄົນຈະສາມາດພົບປະ, ແລກປ່ຽນກັບຊາວກະສິກອນ ແລະ ເຫັນປະຈັກຕາຜົນງານການອອກແຮງງານທີ່ລຳບາກຂອງ ຢູ່ທີ່ນີ້.

   ຫວ່າງແລ້ວນີ້, ເມືອງ ຕາມເດື່ອງ ໄດ້ຈັດວັນບຸນເດັດໝາກສາລີ້ ຄັ້ງທີ 1 ປີ 2024 ຊື່ງມີບັນດາການເຄື່ອນໄຫວທີ່ຟົດຟື້ນຄື: ເກັບກ່ຽວໝາກສາລີ້, ປອກເປືອກສິລະປະ, ແນະນຳ, ວາງສະແດງພາໝາກສາລີ້ ແລະ ຜະລິດຕະພັນກະເສດປະເພດຕ່າງໆຂອງທ້ອງຖິ່ນ, ອັນໄດ້ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວຢູ່ພາຍໃນ ແລະ ນອກແຂວງນັບພັນຄົນ. ພິເສດ, ໃນວັນບຸນ, ແຂວງ ລາຍເຈົາ ໄດ້ມອບໃບຢັ້ງຢືນຜະລິດຕະພັນຂຶ້ນກັບໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP)  3 ດາວໃຫ້ແກ່ໝາກສາລີ້ຂອງທ້ອງຖິ່ນ. ທ່ານ ມາອາຕົວ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຢາງມາ ໃຫ້ຮູ້ວ່າ:

   ທາງຕາແສງມີທິດທາງພັດທະນາໝາກສາລີ້ ຕິດພັນກັບການພັດທະນາກະສິກຳພິເສດສະເພາະ ແລະ ພັດທະນາການທ່ອງທ່ຽວເຂດຊຸມຊົນ. 2 ລະດູດອກສາລີ້ ແລະ ໝາກສາລີ້ຂອງທ້ອງຖິ່ ໄດ້ດຶງດູດແຂກທ່ອງທ່ຽວພາຍໃນ ແລະ ນອກແຂວງເປັນຈຳນວນຫຼາຍ. ທາງຕາແສງຈະຊີ້ນຳຊາວກະສິກອນໃນການສ້າງຮົ່ມໄມ້, ຕັດງ່າ, ບົວລະບັດຕົ້ນໄມ້ເປັນຢ່າງດີທີ່ສຸດ, ເຮັດແນວໃດໃຫ້ຕົ້ນໄມ້ງາມ, ແຂງແຮງ, ດຶງດູດແຂກທ່ອງທ່ຽວ ແລະ ມີໝາກໃຫ່, ນຳມາເຊິ່ງແຫຼ່ງລາຍຮັບສູງ, ໝັ້ນຄົງໃຫ້ແກ່ .

    ໝາກສາລີ້ທີ່ມີກິ່ນກອມ, ລົດຊາດຫວານ ໄດ້ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງໃຫ້ແກ່ຊາວກະສິກອນຢູ່ ຕາແສງ ຢາງມາ, ເມືອງ ຕາມເດື່ອງ, ແຂວງລາຍເຈົາ. ເພື່ອໃຫ້ຕົ້ນສາລີ້ ແລະ ຕົ້ນໄມ້ກິນໝາກເຂດອຸ່ນຊະນິດຕ່າງໆ ພັດທະນາແບບຍືນຍົງນັ້ນ, ຄະນະພັກແຂວງ, ອຳນາດການປົກຄອງທ້ອງຖິ່ນພວມມີແຜນການເປີດກ້ວາງເນື້ອທີ່ປູກ ຕິດພັນກັບການພັດທະນາການທ່ອງທ່ຽວທຳມະຊາດ. ນີ້ແມ່ນບັນດາທິດເດີນໃໝ່ ໃນການພັດທະນາກະສິກຳ, ຊ່ວຍ ປຊຊ ບັນດາເຜົ່າ ຍົກສູງມູນຄ່າ ແລະ ເຄື່ອງໝາຍການຄ້າຕົ້ນປູກໃນບໍລິເວນ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ