ລະດູບານໃໝ່ໃນເຂດຜະລິດກະສີກຳດ້ວຍເຕັກໂນໂລຢີສູງຢູ່ຕີນພູ Langbiang


(vovworld) - ​​ເຂດ​ພູ​ພຽງ​ Langbiang ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ດ້ວຍ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ໄດ້​ຮັບ​ການ​ຮູ້ຈັກ​ດ້ວຍ​ຮູບ​ແບບ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ ​ແລະ ​ເປັນ​ແບບຢ່າງ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ເລິ​ມດົ່ງ​ ອີກ​ດ້ວຍ. ຍ້ອນ​ມີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ໃນ​ການ​ຜະລິດ​ກະ​ສີ​ກຳ, ຊີວິດ​ທາງ​ດ້ານ​ວັດຖຸ, ວັດທະນະທຳ, ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ຢູ່​ທີ່​ນີ້​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໂສມ​ໜ້າ​ຊົນນະບົດ​ໄດ້​ຮັບ​ການ​ປ່ຽນ​ແປງ​ປະຈຳ​ວັນ.

ລະດູບານໃໝ່ໃນເຂດຜະລິດກະສີກຳດ້ວຍເຕັກໂນໂລຢີສູງຢູ່ຕີນພູ Langbiang - ảnh 1

ພາບປະກອບ

        ​ເມື່ອ​ເຫັນ​ເຮືອນ​​ຫຼັງໃຫຍ່​ໂຕ​ໂອ​ໂຖງ, ດ້ວຍ​ເຄື່ອງ​ໃຊ້​​ໄມ້​ສອຍ​ຢ່າງ​ຄົບ​ຖ້ວນ​ຂອງ​ຄອບຄົວທ່ານ Cill Nom, ຊາວ​ເຜົ່າ ກຮໍ ຢູ່​ບ້ານ​ບອນ​ດຶງ 1, ​ເທດສະບານ​ລາກ​ເຢືອງ, ​ເມືອງ​ລາກ​ເຢືອງ, ​ແຂວງ​ເລິ​ມດົ່ງ ນັ້ນ, ຍາກ​ທີ່​ຈະ​ເຊື່ອ​ໄດ້​ວ່າ, ກ່ອນ​ນີ້ 7 ປີ, ຄອບຄົວ​ທ່ານ​ແມ່ນ​ຄອບຄົວ​ທີ່​ທຸກ​ຍາກ. ທ່ານ Cill Nom ​ເລົ່າ​ສູ່​ຟັງ​ວ່າ: ​ເວລາ​ນັ້ນດ້ວຍ​ເນື້ອ​ທີ່​ປູກ​ເຂົ້ານາ​ທາມ 1​ເຮັກຕາ, ປູກ 1 ລະດູ/ປີ ​ແມ່ນ​ບໍ່​ສາມາດ​ຮັບປະກັນ​ຊີວິດ​ໃຫ້​ຄອບຄົວ​ໄດ້. ​ໂດຍ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ໃນ​ການ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ຖ່າຍ​ທອດ​ເຕັກນິກ​ການ​ປູກຝັງ​ຕາມ​ເຕັກ​ໂນ​ໂລ​ຢີສູງ, ຄອບຄົວ​ທ່ານ​ໄດ້​ຫັນປ່ຽນ​ເນື້ອ​ທີ່​ປູກ​ເຂົ້ານາ​ທາມ​ທັງ​ໝົດ​ມາ​ປູກ​ຜັກ, ດອກ​ໄມ້​ຫຼາຍ​ປະ​ເພດ… ຈາກ​ນັ້ນ, ​ແຕ່ລະ​ປີ, ຄອບຄົວ​ທ່ານ Cill Nom ​ສ້າງ​ລາຍ​ຮັບ​ໄດ້ 300 ລ້ານ​ດົ່ງ/ປີ. ສະ​ເພາະ​ໃນ 2 ປີຜ່ານມາ, ຍ້ອນ​ລົງທຶນ​ປະກອບ​ລະບົບ​ຫົດ​ນຳ້​​ແບບອັດຕະ​ໂນ​ມັດ ​ແລະ ​ເຮືອນ​ແກ້ວປູກ​ດອກ​ໄມ້​ຄຸນ​ນະພາ​ບສູງ 500 ຕາ​ແມັດ. ລາຍ​ຮັບ​ຂອງ​ຄອບຄົວ​ໄດ້​ຍົກ​ຂຶ້ນ​ເຖິງ 500 ລ້ານ​ດົ່ງ/ປີ. ທ່ານ Cill Nom. ​ໃຫ້​ຮູ້​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ:

        “ກ່ອນ​ນີ້​ເຮັດ​ນາ 1 ລະດູການ/ປີ, ບໍ່​ພໍ​ຢູ່​ພໍ​ກິນ, ຕ້ອງ​​ໄປ​ຮັບ​ຈ້າງຕະຫຼອດ. ນັບ​ແຕ່​ຫັນ​ເນື້ອ​ທີ່​ປູກ​ນາທາມ​ມາ​ປູກ​ຜັກ ​ແລະ ດອກ​ໄມ້​ປະ​ເພດ​ຕ່າງໆ​ແມ່ນ​ສາມາດ​ກຸ້ມ​ກິນ​ໄດ້. ລາຍ​ຮັບ​ເພີ່ມ​ຂຶ້ນ​ສູງ, ມີ​ເງິນ​ຊື້​ເຄື່ອງ​ໃຊ້​ໄມ້​ສອຍ​ໃນ​ຄອບຄົວ​ຢ່າງ​ຄົບ​ຖ້ວນ“.

        ບໍ່​ພຽງ​ແຕ່​ເປັນ​ເຈົ້າ​ດ້ານ​ເຕັກ​ໂນ​ໂລ​ຢີຜະລິດ​ຕາມ​ແບບ​ວິທີ​ທັນ​ສະ​ໄໝ​ເພື່ອ​ບັນລຸ​ປະລິມານ​ການ​ຜະລິດ, ຄຸນ​ນະພາ​ບສູງ​ເທົ່າ​ນັ້ນ, ມີ​ຫຼາຍ​ຄອບຄົວ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ທ້ອງ​ຖີ່​ນຍັງ​ປ່ຽນ​ໃໝ່​ແບບ​ວິທີ​ປູກຝັງ​ຕາມ​ຮູບ​ແບບ​ຮ່ວມ​ສຳພັນ​ລະຫວ່າງ​ການ​ຜະລິດ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ. ນຳ​ຫນ້າ​ໃນ​ການ​ຫັນປ່ຽນ​ນີ້​ແມ່ນ​ທ່ານ Pang ting sin, ຢູ່​ບ້ານ​ດານ​ເກ​ຍ, ​ເທດສະບານ​ລາກ​ເຢືອງ. ພາຍຫຼັງ​ເຊັນ​ສັນຍາ​ກັບ​ວິ​ສາ​ຫະກິດ​ຈຳໜ່າຍ​ດອກ​ໄມ້​ແລ້ວ, ທ່ານ​ໄດ້​ຫັນ 5/8 ​ເນື້ອ​ທີ່​ດິນ​ປູກ​ຜັກ​ຂອງ​ຄອບຄົວ​ມາ​ປູກ​ດອກ​ກຸຫຼາບ. ດ້ວຍ​ລາຄາ​ເກັບ​ຊື້​ເປັນ​ປົກກະຕິ​ແມ່ນ 1.000 ດົ່ງ/ດອກ. ປະຈຸ​ບັນ, ​ແຕ່ລະ​ເດືອນ​ຄອບຄົວ​ທ່ານ​ຫາ​ກຳ​ໄລ​ໄດ້​ກວ່າ 50 ລ້ານ​ດົ່ງ.  ທ່ານ Pang ting sin, ​ໃຫ້​ຮູ້​ວ່າ:

        “ປູກ​ດອກ​ໄມ້​ຕ້ອງ​ລົງທຶນ​ຫຼາຍ​ກວ່າ​ປູກ​ຜັກ ​ແລະ ຕ້ອງ​ມີ​ຄວາມ​ຮູ້​ດ້ານ​ເຕັກນິກ​ຫຼາຍ​ກວ່າ​ເພື່ອ​ນຳ​ໃຊ້​ເຕັກນິກ, ​ເຕັກ​ໂນ​ໂລ​ຢີສູງ​ກວ່າ. ທີ​ສອງ​ແມ່ນ​ລາຍ​ຮັບ​ຈາກ​ການ​ປູກ​ຜັກ​ກໍ່​ຕຳ່​ກວ່າ​ປູກ​ດອກ​ໄມ້“.

ລະດູບານໃໝ່ໃນເຂດຜະລິດກະສີກຳດ້ວຍເຕັກໂນໂລຢີສູງຢູ່ຕີນພູ Langbiang - ảnh 2

ພາບປະກອບ

        ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ​ກວ່າ 70% ​ເນື້ອ​ທີ່​ດິນຜະລິດ​ກະ​ສີ​ກຳ 1.500 ​ເຮັກຕາ ຂອງ​ເທດສະບານລາກ​ເຢືອງ​ແມ່ນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ເຂົ້າ​ໃນ​ການ​ຜະລິດ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຜະລິດ​ຜັກ​ຂຽວ, ດອກ​ໄມ້, ອາ​ຕີ​ໂຊ…, ດ້ວຍ​ປະລິມານ​ການ​ຜະລິດ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນ​ນັບ​ມື້​ນັບ​​​ເພີ່ມ​ຂຶ້ນສູງ. ຕາມ​ທ່ານ ຫງວຽນ​ຢູຍຫາຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ລາກ​ເຢືອງ ​ແລ້ວ, ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຄວາມ​ຮູ້, ວິທີ​ເຮັດ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ມີການ​ຫັນປ່ຽນຢ່າງ​ຕັ້ງໜ້າ. ​ໃນ​ຕໍ່ໜ້າ​ທາງ​ທ້ອງ​ຖີ່​ນຈະ​ມີ​ບັນດາ​ນະ​ໂຍບາຍ​ລະອຽດ ​ເພື່ອ​ໃຫ້​ການ​ຜະລິດ​ກະ​ສີ​ກຳ​ດ້ວຍ​ເຕັກ​ໂນ​ໂລ​ຢີສູງ​ຂະຫຍາຍ​ອອກ​ສູ່​ບັນດາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ທ້ອງ​ຖີ່​ນ. ທ່ານ ຫງວຽນ​ຢູຍຫາຍ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ທ້ອງ​ຖີ່​ນ​ໄດ້​ມີ​ບັນດາ​ຮູບ​ແບບຜະລິດ​ຢ່າງຈະ​ແຈ້ງ, ສາມາດ​ສ້າງ​ລາຍ​ຮັບ​ສູງ​ພໍ​ສົມຄວນ, ​ເຮັດ​ໃຫ້​ຊີວິດ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່​ນີ້​ມີ​ການ​ປ່ຽນ​ແປງ. ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ກຳນົດ​ວ່າ, ​ໃນ​ຕໍ່ໜ້າ​ຈະ​ມີ​ບັນດາ​ລາຍການ​ລະອຽດ ​ເພື່ອ​ຂະຫຍາຍ​ຮູບ​ແບບ, ​ແບບຢ່າງ​ທີ່​ດີ​ເດັ່ນ​ຕື່ມ​ອີກ. ​ເພາະວ່າ​ສຳລັບ​ຊາວ​ເຜົ່າ​ສ່ວນ​ໜ້ອຍ, ການ​ຫັນປ່ຽນ​ຜົນລະປູກ​ແມ່ນ​ວິວັດ​ການ​ທີ່​ຈຳ​ເປັນ​ຕ້ອງ​ມີ​ເວລາ“.

        ປະຈຸ​ບັນ, ການ​ພັດທະນາ​ກະ​ສີ​ກຳ​ຕາມ​ທິດ​ເຕັກ​ໂນ​ໂລ​ຢີສູງ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ເຂດ​ພູ​ພຽງ Lang Biang ພວມ​ນັບ​ມື້​ນັບ​ເສີມ​ຂະຫຍາຍ​ປະສິດທິ​ຜົນ, ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ຍົກ​ສູງ​ຂຶ້ນ. ຈາກ​ນັ້ນ, ກິດຈະກຳ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ທ້ອງ​ຖີ່​ນຈະ​ປະຕິບັດ​ສຳ​ເລັດ​ຄາດໝາຍທີ່​ໄດ້​ວາງ​ອອກ, ​ເພື່ອ​ເຮັດ​ໃຫ້​ແຕ່ລະ​ປີ, ​ເມື່ອ​ລະດູບານ​ໃໝ່​ວຽນມາ​ປະຊາຊົນ​ຢູ່​ເຂດ​ນີ້​ຍິ່ງ​ມີ​ຄວາມ​ອິ່ມໜຳສຳລານ ​ແລະ ມີ​ຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ