ລະດົມກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງຍືແທງ, ແຂວງແທງຮ່ວາ


(vovworld) - ມາ​ຮອດ​ປະຈຸ​ບັນ, ​ແຂວງ​ແທງ​ຮ່ວາ ​ໄດ້​ມີ 12 ຕາ​ແສງ​ປະຕິບັດສຳ​ເລັດຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ​ໃນ​ປີ​ນີ້​ແທງ​ຮ່ວາ ສູ້​ຊົນ​​ກໍ່ສ້າງ​ຊົນນະ​ບົດ​ໃໝ່ໃຫ້​ສຳ​ເລັດຕື່ມ​ອີກ 25 ຕາ​ແສງ. ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ຄື​ດັ່ງກ່າວ, ​ແຂວງ​ແທງ​ຮ່ວາ ​ໄດ້​ລະດົມ​ກຳລັງ​ແຮງ, ຄວາມ​ສາມັກຄີຈາກປະຊາຊົນ​ໃນ​ຂະ​ບວນການ​ທົ່ວ​ປວງ​ຊົນ​ກໍ່ສ້າງ​ຊົນນະບົດ​ໃໝ່.

ລະດົມກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງຍືແທງ, ແຂວງແທງຮ່ວາ - ảnh 1

ກິດຈະກຳຊົນລະປະທານໄດ້ຮັບການກໍ່ສ້າງສຳເລັດໃນຂະບວນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງຍືແທງ

(ພາບ: ອິນເຕີແນດ)

        ອຽນ​ທໍ້ ​ແມ່ນໜຶ່ງ​ໃນ​ຈຳນວນ 4 ຕາ​ແສງ​ຢູ່​ເມືອງ​ຍື​ແທງ ​ໃນ​ເຂດ​ພູດ​ອຍ, ​ແຂວງ​​ແທງ​ຮ່ວາ ​ໄດ້​ຮັບ​ເລືອກ​ເປັນຕາ​ແສງ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຜ່ານ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ຕາ​ແສງ​ອຽນ​ທໍ້ ​ລະດົມ​​​ເງິນ​ໄດ້​ກວ່າ 80 ຕື້​ດົ່ງ​ເພື່ອ​ລົງທຶນ​ໃຫ້​ໂຄງການ. ​ໃນ​ນັ້ນ​ລັດ​ໜູນ​ຊ່ວຍ​ເກືອບ 10 ຕື້. ທິດ​ນຳ​ຂອງ​ອຽນ​ທໍ້ ​ແມ່ນ​ລະດົມ​ແຫຼ່ງກຳລັງ​ໃນ​ໝູ່​ປະຊາຊົນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ປະຊາຊົນ; ວຽກ​ໃດງ່າຍ​​ເຮັດ​ກ່ອນ, ວຽກ​​ໃດຍາກ​ແມ່ນ​ເຮັດ​ຕາມ​ຫຼັງ. ດັ່ງ​ນັ້ນ, ອຽນ​ທໍ້​ ໄດ້​ລະດົມ​ປະຊາຊົນ​ປະກອບ​ກຳລັງ​ເຫື່ອ​ແຮງ​ເພື່ອ​ກໍ່ສ້າງ​ລະບົບ​ຄົມມະນາຄົມ​ລະຫວ່າງ​ບ້ານ, ຕາ​ແສງ​ໃຫ້​ສຳ​ເລັດ​ກ່ອນ, ຫຼັງ​ຈາກ​ນັ້ນ​ແມ່ນ​ດຳ​ເນີນ​ການສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່​ເພື່ອ​ຜະລິດຢ່າງ​ສະດວກ​ສະບາຍ. ມາ​ຮອດ​ປະຈຸ​ບັນ, ​ເສັ້ນທາ​ງ ລະຫວ່າງ​ບ້ານ, ຕາ​ແສງກວ່າ 50 ກມ, ​ເສັ້ນທາງ​ໃນ​ເຂດ​ທົ່ງ​ນາ 12 ກມ ​ແລະ ຄອງ​ເໝືອງ 12 ກມ​ໃນ​ຕາ​ແສງ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ; ບັນດາ​ໂຮງຮຽນ, ສຸກສາລາ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ, ບຸລະນະ​ສ້ອມ​ແປງຢ່າງກວ້າງຂວາງ, ສວຍ​ງາມ. ທ່ານ ຫງວຽນ​ງອກ​ຕິ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ອຽນ​ທໍ້, ​ໃຫ້​ຮູ້​ວ່າ:

        ”ປະຈຸ​ບັນ, ອຽນ​ທໍ້​ ​ໄດ້ປະຕິບັດ​ສຳ​ເລັດ 16/19 ມາດຖານກໍ່ສ້າງ​ຊົນນະບົດ​​ໃໝ່ແລ້ວ, ສ່ວນ 3 ມາດຖານ​ທີ່​ຍັງ​ເຫຼືອ​ທາງ​ຕາ​ແສງ​ຈະ​ສູ້​ຊົນ​ກໍ່ສ້າງ​ໃຫ້ສຳ​ເລັດ​ໃນ​ປີ​ນີ້. ອຽນ​ທໍ້​ ພວມ​ສະ​ເໜີ​​ໃຫ້ລັດ​ໜູນ​ຊ່ວຍ​ທຶນ​ກໍ່​ສ້າງ​ສຳນັກງານ​ຕາ​ແສງ​ເພື່ອ​​ເປັນບ່ອນໃຫ້​ປະຊາຊົນ​ພົວພັນ​ແລກປ່ຽນ​ຢ່າງ​ສະດວກ​ສະບາຍ”.

        ​ໂດຍ​ກຳນົດ​ໄດ້​ວ່າກໍ່ສ້າງ​ຊົນນະບົດ​ໃໝ່​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ຕາ​ແສງ​ອຽນ​ທໍ້​ ໄດ້ສຸມ​ໃສ່​​ເຂົ້າ​ໃນການ​ຫັນປ່ຽນ​ຜົນລະປູກ, ສ້າງ​ບັນດາ​ເຂດ​ປູກ​ສະ​ເພາະ​ຕົ້ນ​ໄມ້​ທີ່​ໃຫ້​ສະມັດ​ຕະພາບ ​ແລະ ຄຸນຄ່າ​ສູງ​ຄື: ​ເຂົາ​​ແນວ​ປະສົມ, ເຜັດສົ່ງ​ອອກ, ອ້ອຍ ​ແລະ ​ເຫັດ. ທ່ານ ​ເລ​ດິ່ງ​ມາຍ, ​ເຈົ້າ​ຂອງ​ຮາກ​ຖານ​ປູກ​ເຫັດ​ຢູ່​ບ້ານ​ຊວນ​ທໍ້, ຕາ​ແສງ​ອຽນ​ທໍ້ ​ໃຫ້​ຮູ້​ວ່າ, ຍ້ອນ​ມີ​ຮູບ​ແບບ​ນີ້, ​ແຕ່ລະ​ປີ​ຄອບຄົວ​ຂອງ​ທ່ານ​ສ້າງ​ກຳ​ໄລ​ໄດ້​ປະມານ 200 ລ້ານ​ດົ່ງ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​​ໃນ​ທ້ອງ​ຖີ່​ນແຕ່ 10 – 20 ຄົນ, ໝູນ​ໃຊ້​ແຫຼ່ງວັດຖຸ​ຢູ່​ກັບ​ທີ່, ປະກອບສ່ວນ​ທຳ​ຄວາມ​ສະອາດສິ່ງ​ແວດ​ລ້ອມ. ປ້າ ​ໂຮ່ທິຊິງ ຢູ່​ບ້ານ​ຊວນ​ທໍ້, ​ໃຫ້​ຮູ້​ວ່າ:

        ”ນັບ​ແຕ່​ຫັນປ່ຽນ​ຜົນລະປູກ, ຊີວິດ​ຂອງ​ປະຊາຊົນ​ກໍ່​ເປັນ​ປົກກະຕິ. ກ່ອນ​ນີ້ປູກ​​ເຂົ້າ​ສະມັດ​ຕະພາບ​ບໍ່​ສູງ, ​ແຕ່​​​ເມື່ອ​ຫັນ​ມາປູກ​​ເຜັດ​​​ກໍ່​ບັນລຸ​ໄດ້ສະມັດ​ຕະພາບ​ສູງ, ແຕ່​ລະ​ຄອບຄົວສາມາດ​ສ້າງກຳ​ໄລ​ໄດ້​ແຕ່ 8 – 9 ລ້ານ​ດົ່ງ/ລະດູ. ພວກ​ຂ້າພະ​ເຈົ້າ​ຢາກ​ມີ​ສົ້ນ​ອອກ​ເປັນ​ປົກກະຕິ​ເພື່ອ​ໃຫ້​ປະຊາຊົນ​ອູ່​ອ່ຽນ​ໃຈ​ທຳ​ການ​ຜະລິດ”.

ລະດົມກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງຍືແທງ, ແຂວງແທງຮ່ວາ - ảnh 2

ປະຊາຊົນເມືອງຍືແທງປູກເຜັດສົ່ງອອກ
(ພາບ: ອິນເຕີແນດ)

        ​ເຖິງ​ວ່າ​ແມ່ນ​ເມືອງ​ທີ່​ທຸກ​ຍາກຢູ່​ເຂດ​ພູດ​ອຍ ​ແລະ ບໍ່​ທັນ​ມີ​ຕາ​ແສງ​ໃດ​ບັນລຸ​ໄດ້ 19 ມາດຖານ​​ກໍ່ຕາມ, ​ແຕ່​ວິທີ​ກໍ່ສ້າງ​ຊົນນະບົດ​ໃໝ່ຂອງ​ເມືອງ​ຍື​ແທງ ​ພັດໄດ້ຮັບ​ການ​ຕີ​ລາຄາ​ວ່າ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ທ່ານ ​ເຈິ່ນວັນ​ຕ໋ວນ, ​ເລຂາ​ຄະນະ​ພັກ​ເມືອງ​ຍື​ແທງ, ​ໃຫ້​ຮູ້​ວ່າ, ດ້ວຍ 16 ຕາ​ແສງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເມືອງ​ລະດົມ​ເງິນ​ໄດ້​ກວ່າ 560 ຕື້​ດົ່ງ, ​ໃນ​ນັ້ນ 70% ​​ແມ່ນແຫຼ່ງກຳລັງໂດຍ​ປະຊາຊົນ​ປະກອບ. ​ພາຍຫຼັງ 3 ປີ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຈຸ​ບັນ​ແຕ່​ລະ​ຕາ​ແສງ​ບັນລຸ​ລະດັບ​ສະ​ເລ່ຍລວມຂອງ​ທົ່ວ​ແຂວງ​ແມ່ນ​ກວ່າ 9 ມາດຖານ, ພິ​ເສດ​ມີ 2 ຕາ​ແສງ​ບັນລຸ​ໄດ້ 16 ມາດຖານ, 1 ຕາ​ແສງ​ບັນລຸ​ໄດ້ 15 ມາດຖານ ​ແລະ ສາມາດ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ໃນ​ປີ 2015.

        ”ຢາກ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ ​ແມ່ນ​ຕ້ອງ​ສ້າງ​ໃຫ້ມີ​ຄວາມ​ຮູ້​ຢ່າງ​ຖືກຕ້ອງ ​ແລະ ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ທົ່ວ​​ເມືອງ. ຍື​ແທງ ​ແມ່ນ​ເມືອງ​ທີ່​ທຸກ​ຍາກ, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຖື​ການ​ພັດທະນາ​ການ​ຜະລິດ​ເປັນ​ສຳຄັນ​ທີ່​ສຸດ​ເພື່ອ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ, ນີ້​ທັງ​ແມ່ນ​ຈຸດປະສົງ, ທັງ​ແມ່ນ​ພື້ນຖານ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ​ຜົນ”.

        ​ໂດຍ​ຖື​ວຽກ​ງານ​ຍົກ​ສູງ​ລາຍ​ຮັບ, ປັບປຸງ​ຊີວິດ​ຂອງຊາວ​ກະ​ສີກ​ອນ​ໃຫ້​ດີ​ຂຶ້ນ ​ແມ່ນ​ຈຸດໝາຍ​ອັນ​ດັບ​ໜຶ່ງ. ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຍື​ແທງ, ​ແຂວງ​ແທງ​ຮ່ວາ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ບົນ​ພື້ນຖານ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ ​ແລະ ປະຊາຊົນ​ຊົມ​ໃຊ້​ຜົນງານ​ທີ່​ບັນລຸ​ໄດ້. ຜົນງານ​ໃນ​ເບື້ອງ​ຕົ້ນ​ຂອງ​ຍື​ແທງ ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ເພື່ອ​ໃຫ້​ບັນດາ​ເມືອງ​ອື່ນໆ​​ໃນ​ແທງ​ຮ໋ວາ ​ແລະ ທ້ອງ​ຖີ່​ນຕ່າງໆ​ໃນ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ໂຄງການ​ກໍ່​ສ້າງ​ຊົນນະບົດ​ໃໝ່ບັນລຸ​ປະສິດທິ​ຜົນ​ສູງ​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ