ລະດົມແຫຼ່ງກຳລັງ, ເສີມຂະຫຍາຍປະຊາທິປະໄຕເພື່ອກໍ່ສ້າງ ຊົນນະບົດໃໝ່ຢູ່ ຮ່າໂນ້ຍ

(vovworld) – ພາຍຫຼັງ 3 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກະ​ສີ​ກຳ, ຊົນນະບົດ​ຂອງ​ນະຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ມີ​ການຫັນປ່ຽນ​ອັນຕັ້ງໜ້າ​ຫຼາຍ​ຢ່າງ. ບົດຮຽນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງຮ່າ​ໂນ້ຍ ນັ້ນ​ແມ່ນ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາຊົນ, ລະດົມ​ບັນດາແຫຼ່ງກຳລັງ​ໃນ​ສັງຄົມ. ພິ​ເສດ​ແມ່ນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍ​ບາຍ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ປະຊາທິປະ​ໄຕ.

ລະດົມແຫຼ່ງກຳລັງ, ເສີມຂະຫຍາຍປະຊາທິປະໄຕເພື່ອກໍ່ສ້າງ ຊົນນະບົດໃໝ່ຢູ່ ຮ່າໂນ້ຍ - ảnh 1

(ພາບອິນເຕີແນດ)

        ພາຍຫຼັງ 3 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​​ມີ 19/19 ຈຳນວນ​ເມືອງ, ​ເທດສະບາ​ນ​ເມືອງ​ໃນ​ນະຄອນຮ່າ​ໂນ້ຍ ​ໄດ້​ວາງ​ແຜນຮ່າງ​ຂັ້ນ​ເມືອງ​; 100% ຈຳນວນ​ຕາ​ແສງ​ໄດ້​ວາງ​ແຜນ​ຮ່າງ ​ແລະ ​ແຜນ​ກຳນົດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ສຳ​ເລັດ. ມີ​ຮອດ​ປະຈຸ​ບັນ, ທົ່ວ​ນະຄອນ​ມີ 161/401 ຈຳນວນ​ຕາ​ແສງ​ບັນລຸ​ໄດ້ 10 – 19 ມາດຖານ, ​ໃນ​ນັ້ນ​ມີ 12 ຕາ​ແສງ​ບັນລຸ​ໄດ້ 19/19 ຈຳນວນ​ມາດຖານ… ພາຍຫຼັງ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຮ່າ​ໂນ້ຍ, ​ມີຫຼາຍ​ຕາ​ແສງ​ໄດ້​ຮັບ​ການ​ພັດທະນາ​ເສດ​ຖະ​ກິດ, ຊີວິດ ​ແລະ ລາຍ​ຮັບ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຕົວຢ່າງ​ຄື ”ບ້ານ​ເສດຖີ​ເງິນ​ຕື້” ​ໃນ​ຕາ​ແສງ​ເຟືອງ​ດິ່ງ, ​ເມືອງ​ດານ​ເຟື້ອງ, ​ພັດ​ທະ​ນາ​ຍ້ອນ​ການ​ຫັນປ່ຽນ​ຜົນລະປູກ​ຢ່າງ​ມີ​ປະສິດທິ​ຜົນ; ຫຼື​ຕາ​ແສງຕ່ຽນອຽນ, ​ເມືອງ​ຮ່ວາຍ​ດຶກ, ພັດທະນາ​ດ້ວຍ​ການ​ປູກ​ຜັກ​ສະອາດ, ຕາ​ແສງ​ໄຕ​ຕື້​ວ, ​ເມືອງ​ຕື່ລຽມ, ​​ພັດ​ທະ​ນາດ້ວຍ​ອາຊີບ​ປູກ​ດອກ​ໄມ້… ກ່ອນ​ນີ້, ຕາ​ແສງ​ເຟືອງ​ດິ່ງ, ​ເມືອງ​ດານ​ເຟື້ອງ, ພຽງ​ແຕ່​ປູກ​ສາລີ ​ແລະ ພືດ​ສຳຮອງ, ດັ່ງ​ນັ້ນ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ຕຳ່, ຫຼາຍ​ຄົນ​ຕ້ອງ​ປະ​ວຽກ​ໄຮ່​ການ​ນາ​ຍ້າຍໄປ​ເຮັດ​ວຽກ​ອື່ນ. ​ປະຈຸ​ບັນ, ປະຊາຊົນ​ໄດ້​ຕິດ​ພັນ​ກັບ​ວຽກ​ໄຮ່​ການ​ນາ ຍ້ອນ​​ເນື້ອ​ທີ່​ດິນ​ 60 ​ເຮັກຕາ​ແຄມ​ແມ່​ນຳ້ໄດ໋ ໄດ້​ຮັບ​ການວາງ​ແຜນ​ກຳນົດ ດ້ວຍທາງເບ​ຕົງ​​ໃນ​ເຂດ​ຊົນນະບົດ​​ ອັນ​ໄດ້ສ້າງ​ເງື່ອນ​ໄຂ​​ໃຫ້​ປະ​ຊາ​ຊົນໄປມາ​ຢ່າງ​ສະດວກ​ສະບາຍ. ຍ້ອນ​ການ​ຫັນປ່ຽນ​ຜົນລະປູກ, ລາຍ​ຮັບ​ຂອງ​ຫຼາຍ​ຄອບຄົວ​ບັນລຸ​ນັບ​ຮ້ອຍ​ລ້ານ​ດົ່ງ/ປີ. ທ່ານ ຫງວຽນ​ວັນ​ວຽນ, ຊາວບ້ານ​ລາ​ແທກ, ຕາ​ແສງ​ເຟືອງ​ດິ່ງ, ​ເມືອງ​ດານ​ເຟື້ອງ, ​ໃຫ້​ຮູ້​ວ່າ:

        ”ພວກ​ຂ້າ​ພະ​ເຈົ້າ​ໄດ້​ຫັນປ່ຽນ​ຜົນລະປູກ. ​ໃນ​ເນື້ອ​ທີ່​ດິນກວ່າ 60 ​ເຮັກຕາ ​ແມ່ນ​ປູກ​ຕົ້ນ​ໄມ້​ກິນ​ໝາກ ​ແລະ ຜັກ. ປີ​ນີ້​ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ ​ເພາະວ່າ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ​ແລະ ຜັກ​ກໍ່​ຂາຍ​ໄດ້​ລາຄາ​ສູງ. ດັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ຢາກ​ສືບ​ຕໍ່​ຂະຫຍາຍ​ເຂດ​ປູກ​ຜັກ​ສະອາດ​ຕື່ມ​ອີກ. ກ່ຽວ​ກັບ​ການ​ລ້ຽງສັດ, ພວກ​ຂ້າພະ​ເຈົ້າ​ມີ​ງົວ​ນົມ 160 ​ໂຕ. ບັນດາ​ຄອບຄົວ​ລ້ຽງ​ງົວ​ນົມ​ລ້ວນ​ແຕ່​ມີ​ຂອງ​ກິນ​ຂອງ​ເພື່ອ”.

ລະດົມແຫຼ່ງກຳລັງ, ເສີມຂະຫຍາຍປະຊາທິປະໄຕເພື່ອກໍ່ສ້າງ ຊົນນະບົດໃໝ່ຢູ່ ຮ່າໂນ້ຍ - ảnh 2

ປະ​ຊາ​ຊົນລາ​ແທກ, ຕາ​ແສງ​ເຟືອງ​ດິ່ງ, ​ເມືອງ​ດານ​ເຟື້ອງ
ປູກ​ຜັກ​ສະອາດ​ໄດ້​ຮັບ​ຜົນ​ດີ

(ພາບອິນເຕີແນດ)

        ໂດຍ​ປະ​ຕິ​ບັດ​ການ​ທ້ອນ​ໂຮມເນື້ອ​ທີ່​ດິນ​ນາ, ຫັນ​ປ່ຽນ​ຜົນ​ລະ​ປູກ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ບ້ານບັກ​ເທື້ອງ, ຕາ​ແສງກວາງ​ຕ໋ຽນ, ເມືອງ​ຊອກ​ເຊີນ ໄດ້​ວາງ​ແຜນ​ກຳ​ນົດ​ເນື້ອ​ທີ່​ດິນ​ນາ 54 ເຮັກ​ຕາ ເພື່ອ​ແບ່ງ​ໃຫ້​ຊາວ​ກະ​ສີ​ກອນ​ປູກ​ຝັງ. ທ່ານ ຫງວຽນ​ງອກ​ດົ່ງ, ຮອງ​ຫົວໜ້າ​ຄະ​ນະທ້ອນ​ໂຮມເນື້ອ​ທີ່​ດິນ​ນາ, ຫັນ​ປ່ຽນ​ຜົນ​ລະ​ປູກ ບ້ານ​ບັກ​ເທື້ອງ, ຕາ​ແສງກວາງ​ຕ໋ຽນ ແບ່ງ​ປັນ​ວ່າ, ເພື່ອ​ປະ​ຕິ​ບັດ​ວຽກ​ງານນີ້ ສິ່ງ​ສຳ​ຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ປ່ຽນ​ໃໝ່​ຄວາມ​ຮັບ​ຮູ້ຂອງ​ປະ​ຊາ​ຊົນ, ພ້ອມ​ກັນ​ປຶກ​ສາ​ຫາ​ລື​ຢ່າງ​ປະ​ຊາ​ທິ​ປະ​ໄຕ ແລະ ມີ​ທິດ​ຫັນ​ປ່ຽນ​ຜົນ​ລະ​ປູກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ຊາວ​ກະ​ສີ​ກອນ.

        “ກ່ອນ​ອື່ນ​ໝົດ, ທາງ​ບ້ານ​ໄດ້​ຖື​ວຽກ​ງານ​ໂຄ​ສະ​ນາ​ເປັນ​ຂອດ​ບຸກ​ທະ​ລຸ, ການ​ວາງ​ແຜນ​ກຳ​ນົດ​ເປັນ​ເປັນ​ຕົ້ນ​ຕໍ່, ບົນ​ພື້ນ​ຖານ​ປະ​ຊາ​ຊົນ​ຮູ້, ປະ​ຊາ​ຊົນ​ປຶກ​ສາ​ຫາ​ລື, ປະ​ຊາ​ຊນ​ໄດ້​ຮັບ​ສິດ​ຜົນ​ປະ​ໂຫຍດ. ເພື່ອ​ໃຫ້​ປະ​ຊາ​ຊົນ​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ວຽກ​ງານທ້ອນ​ໂຮມເນື້ອ​ທີ່​ດິນ​ນາ, ຫັນ​ປ່ຽນ​ຜົນ​ລະ​ປູກ, ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ກັບ​ປະ​ຊາ​ຊົນ, ທາງ​ຕາ​ແສງໄດ້​ຍົກ​ເລີກ​ບັນ​ດາ​ກິດ​ຈະ​ກຳ​ທີ່ບຽດ​ຢືດ​ທີ່​ດິນ ແລະ ລະ​ເມີດ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ການ​ກໍ່​ສ້າງ...​ຍ້ອນ​ເຫດ​ນັ້ນ, ໃນ​ກອງ​ປະ​ຊຸມ​ທຳ​ອິດ, ປະ​ຊາ​ຊົນ​ທຸກ​ຄົນ​ໃນ​ຕາ​ແສງ​ໄດ້​ລົງ​ມະ​ຕິ​ເຫັນ​ດີ​ຕໍ່​ວຽກ​ງານ​ດັ່ງ​ກ່າວ”.

ລະດົມແຫຼ່ງກຳລັງ, ເສີມຂະຫຍາຍປະຊາທິປະໄຕເພື່ອກໍ່ສ້າງ ຊົນນະບົດໃໝ່ຢູ່ ຮ່າໂນ້ຍ - ảnh 3

ຊາວກະສີກອນທ້ອນ​ໂຮມເນື້ອ​ທີ່​ດິນ​ນາ, ຫັນ​ປ່ຽນ​ຜົນ​ລະ​ປູກ

(ພາບອິນເຕີແນດ)

        ເຖິ​ງ​ຢ່າງ​ໃດ​ກໍ່​ຕາມ, ເລື່ອງ​ຜັນ​ຂະ​ຫ​ຍາຍ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຮ່າ​ໂນ້ຍ ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ. ການ​ລົງ​ທຶນ​ໃຫ້​ຂົງ​ເຂດ​ກະ​ສີ​ກຳ​ບໍ່​ທັນ​ເໝາະ​ສົມ; ຂາດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ສະ​ພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ຊົນ​ນະ​ບົດ; ເລື່ອງ​ພັດ​ທະ​ນາ​ຕະຫຼາດ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ ບໍ່​ທັນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເທົ່າ​ທີ່​ຄວນ. ໃນ 2 ກວ່າ​ປີ​ທີ່​ຜ່ານ​ມາ, ຮ່າ​ໂນ້ຍ​ ໄດ້ລະ​ດົມ​ເງິນກວ່າ 8.500 ຕື້​ດົ່ງໃຫ້​ແກ່​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໃນ​ນັ້ນ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ປະ​ກອບ​ເກືອບ 1000 ຕື້​ດົ່ງ. ທ່ານ​ຮອງ​ເລ​ຂາ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ຫງວຽນ​ກົງ​ຊ໋​ວາຍ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ນະ​ຄອນຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

        “ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທາງນະ​ຄອນ​ສືບ​ຕໍ່​ເລືອກ​ເຟັ້ນ​ບັນ​ດາ​ວຽກ​ງານ​ຈຸດ​ສຸມ, ຕົ້ນ​ຕໍ່​ເພື່ອ​ປະ​ຕິ​ບັດ. ສຳ​ລັບ​ບັນ​ດາ​ຕາ​ແສງ​ບັນ​ລຸ​ໄດ້ 14/18 ມາດ​ຖານ ແມ່ນ​ຕ້ອງ​ສູ້​ຊົນ​​ປະ​ຕິ​ບັດໃຫ້​ສຳ​ເລັດ​ໃນ​ປີ 2013 – 2014. ສຳ​ລັບ​ຕາ​ແສງ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແລ້ວ ແມ່ນ​ຕ້ອງ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ. ທາງ​ນະ​ຄອນ​ໄດ້​ຊີ້​ນຳ​ໃຫ້​ທ້ອງ​ຖີ່ນ​ຕ່າງໆ​ສືບ​ຕໍ່​ຫັນປ່ຽນ​​ຜົນ​ລະ​ປູກ, ສັດ​ລ້ຽງ, ນຳ​ໃຊ້​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ, ສ້າງ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ສີ​ວິ​ໄລ​ໃນ​ເຂດ​ຊົນ​ນະ​ບົດ. ສຸມ​ໃສ່​​ວຽກ​ງານ​ໂຄ​ສະ​ນາ ເພື່ອ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ໃຫ້ພະ​ນັກ​ງານ​ສະ​ມາ​ຊິກ​ພັກ ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”.

        ທາງ​ນະ​ຄອນ​ຮ່າ​ໂນ້ຍ ວາງ​ຄາດ​ໝາຍ​ເຖິງ​ປີ 2015, ມີ​​ປະ​ມານ 160 ຕາ​ແສງ​ຕື່ມ​ອີກບັນ​ລຸ​ 19 ມາດ​ຖານ; ລາຍ​ຮັບ​ສະ​ເລ່ຍ​ຂອງ​ຊາວ​ກະ​ສີ​ກອນ​ບັນ​ລຸ 25 ລ້ານດົ່ງ/ປີ; ຫຼຸດ​ຜ່ອນ​ອັດ​ຕາ​ຄອບ​ຄົວ​ທີ່​ທຸກ​ຍາກ​ລົງ​ແຕ່ 1,5-1,8%/ປີ. ເພື່ອ​ບັນ​ລຸ​ຄາດ​ໝາຍ​ດັ່ງ​ກ່າວ​ໃຫ້​ໄດ້, ບັນ​ດາ​ຂັ້ນ, ຂະ​ແໜງ​ການ​ຂອງ​ນະ​ຄອນ​ພວມ​ຍູ້​ແຮງ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ຢ່າງ​ຄົບ​ຊຸດ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ໂຄ​ສະ​ນາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະ​ຊາ​ຊົນ ເພື່ອ​ໃຫ້​ໂຄງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃໝ່​ຂອງ​ນະ​ຄອນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ.

       

Vinh Phong

ຕອບກັບ

ຂ່າວ/ບົດ​ອື່ນ