ລາຍເຈົາມີບາດກ້າວບຸກທະລຸໃນການກໍ່ສ້າງຊົນນະບົດໃໝ່

(vovworld) –​  ໂດຍ​ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ທ້​າ​ທາຍຂອງ​ແຂວງ​ເຂດພູ​ສູງ​ຊາຍ​ແດນ, ແຂ​ວງ​ລາຍ​ເຈົາ ແມ່ນ​ໜຶ່ງ​ໃນ 3 ທ້ອງ​ຖິ່ນມ​ີ​ບາດ​ກ້າວ​ບຸກ​ທ​ະ​ລຸໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ບັນ​ດາ​ແຂວງ​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ. ດ້ວຍ​ວິ​ທີ​​ປະ​ຕິ​ບັດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ປະ​ສິດ​ທິ​ຜົນ, ມາ​ຮອດ​ປະ​ຈຸ​ບັນ ແຂວງ​ລາຍ​ເຈ​ົາ ໄດ້​ມີ 15 ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ໃນ​ນັ້ນ ບ້ານ​ຢາງ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕາ​ແສງ​ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ ກ​ໍ​​ໄດ້​ປ​ະ​ຕິ​ບັດ​ສຳ​ເລັດ​ຈຸດ​ໝາຍ​ໂດຍ​ໄວ ແລະ ກາຍ​ເປັນ​​ຈຸດ​​ທີ່​ພົ້ນ​ເດັ່ນໃນ​ໂຄງກ​ານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເຂດ​ພູ​ສູງ​​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມ. ບົດ​ຂຽນ “ລາຍ​ເຈົາ​ມີ​ບາດ​ກ້າວບຸກ​ທະ​ລຸ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່” ຂອງ ຄັກ​ກຽນ, ນັກ​ຂ່າວ VOV.
ລາຍເຈົາມີບາດກ້າວບຸກທະລຸໃນການກໍ່ສ້າງຊົນນະບົດໃໝ່  - ảnh 1
(ພາບ​ປະ​ກອບ: laichau)

ຕາ​ແສງ​ເຂດ 3 ບ້ານ​ຢາງ, ເມືອງ ຕ​າມ​ເດື່ອງ, ແຂວງ​ລາຍ​ເຈົາ ລວມ​ມີ 9 ບ້ານ, 5 ຊົນເຜົ່າ, ດ້ວຍຈຳ​ນວນ​ພົນ​ລະ​ເມືອງກວ່າ 3.500 ​​ຄົນ, ​ຕົ້ນ​ຕໍ່​ແມ່ນ​ເຜົ່າ ໄຢ໋ ແລະ ມ​ົງ. ເຖິງວ່າ​ແມ່ນ​ເຂດ​ພູ​ດອຍທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​ກໍ່​ຕາມ ແຕ່ນີ້​ພັດ​ແມ່ນ​ຕາ​ແສງ​ທີ່ປະ​ຕິ​ບັດ​​ສຳ​ເລັດ​ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດໃໝ່ ຂອງ​ແຂວງ​ລາຍ​ເຈົາ ໃນ​ປີ 2015. ເພື່ອ​ປະ​ຕິ​ບັດ​​ໃຫ້ສຳ​ເລັດຈຸດ​ໝາຍທີ່​ໄ​ດ້​ວາງ​ອອກ​ຖືກ​ຕາມ​ການ​ກຳ​ນົດ, ​ນັບແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ, ບ້ານ​ຢາງ ໄດ້​​ປຸກລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ລົງ​ທຶນ, ດ້ວຍ​ຍອດຈຳ​ນວນ​ທຶນກວ່າ 39 ຕື້​ດົງ ເພື່ອກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ໃນ​ນັ້ນ​ປະ​ຊາ​ຊົນ​ໄດ້​ສະ​ຫງວນທີ່​ດິນ​ເກືອບ 3 ​ເຮັກ​ຕາ, ​ສະ​ໜັບ​ສະ​ໜູນ​ເງິນ​ກວ່າ 500 ລ້ານ​ດົງ ແລະ ປະ​ກອບ​ສ່ວນແຮງ​ງານ​ນັບ​ພັນ​ມື້ ເພື່ອກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ສາ​ທາ​ລະ​ນະ. ລະ​ດ​ູ​ບານ​ໃໝ່​ໄດ້​ວຽນ​ມາ, ປະ​ຊາ​ຊົນ ບ້ານ​ຢາງ ​ຍິ່ງມີ​ຄວາມ​ເບີກ​ບານ​ມ່ວ​ນ​ຊື່ນກວ່າ ຍ້ອນ​ວ່າ​​ບັນ​ລຸ​ບັນ​ດາ​ໝາກຜົນ​​ທີ່ຕົນ​ເອງ​ໄດ້​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ ແລະ ໄດ້​ຮັບ​ການ​ຮັບ​​ຮອງ​ວ່າ ເປັນ​ບ້ານ​ທີ່​ບັນ​ລຸ​ມາດ​ຖານກໍ່​ສ້າ​ງ​ຊົນ​ນະ​ບົດໃໝ່ໃນ​ໄລ​ຍ​ະ​ຜ່ານ​ມາ. ທ່ານ ຫງວຽນ​ບ໋າ​ກ້ຽນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ບ້ານ​ຢາງ, ເມືອງ ຕາມ​ເດື່ອງ, ໃຫ້​ຮູ້​ວ່າ.

        “ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ຈະ​ນຳ​ໃຊ້​ແຫຼ່ງ​ທຶນ​ຂອງ​ທ້ອງ​ຖິ່ນ ແລະ ​ປຸກລະ​ດົມ​ບັນ​ດາ​ແຫຼ່ງ​ທຶນ​ຈາກ​ທະ​ນາ​ຄາ​ນນ​ະ​ໂຍ​ບາຍ, ທະ​ນາ​ຄານ​ກະ​ສິ​ກຳ ເພື່ອ​ຊ່ວຍ​ໃຫ້ພໍ່​ແມ່​ປະ​ຊາ​ຊົນ​ພັດ​ທະ​ນາ​ການ​ລ້ຽງ​ສັດ, ພັດ​ທະ​ນາ​ການ​ຜະ​ລິດ. ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ, ດ້ວຍ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​​ນັບ​ແຕ່​ປີ 2015, ໃນ​ປີ 2016 ພ​ວກ​ຂ້າ​ພະ​ເຈົ້າ​ຈະ​ມາ​ນະ​ພະ​ຍາ​ຍາມ​ສຸມ​ໃສ່​ຍົກ​ອັດ​ຕາ​ຄອບ​ຄົວ​​ທີ່​ທຸກ​ຍາກ​ໃຫ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທ​ຸກ​ຍາກ​ເທື່ອ​ລະ​ກ້າວ​”.

        ເມືອງ ຕາມ​ເດື່ອງ ກໍ​ແມ່ນ​ທ້ອ​ງ​ຖິ່ນ​ນຳ​ໜ້າ​ຂອງ​ແຂວງ ລາຍ​ເຈົາ ໃນ​ການ​ປະ​ຕິ​ບັດ​​ໂຄງການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມີ 4/13 ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ເລື່ອງ​​ການນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ເຂົ້າ​ໃນ​ການກໍ່​ສ້າງ​​ບັນ​ດາ​ກິດ​ຈະ​ກຳ​ສາ​ທາ​ລະ​ນະ​ແມ່ນໄດ້​ຮັບ​ການ​ປຶກ​ສາ​​ຈາກປະ​ຊາ​ຊົນ​ຢ່າງ​​ມີປະ​ຊາ​ທິ​ປະ​ໄຕ, ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ໄດ້​​ຮັບ​ການເປີດ​ເຜີຍ, ກະ​ຈາງ​ແຈ​້ງ ແລະ ​ມີການ​ຕິດ​ຕາມກວດ​ກາ​ຂອງ​ທັງ​ປະ​ຊາ​ຄົມ. ນອກ​ຈາກ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລາງ​ແລ້ວ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ບໍ​ລິ​ເວນ​ແຂວງ​ຍັງ​ສຸມ​ໃສ່​ໃຫ້​ແກ່​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຫຼັກ​ຖານ​ທີ່​ຊີ້ິ​ໃຫ້​ເຫັນ​ແມ່ນ​ອັດ​ຕາ​ຄອບ​ຄົວ​​ທີ່ທຸ​ກ​ຍາກ​ໄດ້​ຫຼຸດຈາກ 51,78% ໃນ​ປີ 2010 ລົງ​ເຫຼືອ​ພຽງ 14,7% ໃນ​ປີ 2015. ທ່ານ​ບຸຍກວາງວິງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຕາມ​ເດື່ອງ ໃຫ້​ຮ​ູ້​ວ່າ.

        “ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ຂົນ​ຂວາຍ​ປະ​ຊາ​ຊົນ ເພື່ອ​ໃຫ້​ປະ​ຊາ​ຊົນມີ​ຄວາມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເຈົ້າ​ຕ​ົນ​ເອງ, ເພື່ອ​ໃຫ້​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ​ຢ່າງ​ແທ​້​ຈິງ. ເອົາ​ໃຈ​ໃສ່​ພັດ​ທະ​ນາ​​ການຜະ​ລິ​ດ​ສິນ​ຄ​້າ​ລວມ​ສູນ, ຕິດ​ພັນ​ກັບ​ການ​​ຮ່ວມ​ສຳ​ພັນ​ຕະ​ຫຼຼາດ, ຍູ້​ແຮງ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ທີ່​ກ້າວ​ໜ້າ​ເຂົ້າ​ໃນ​ການ​ຜະ​ລິດ, ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບຕາມ​ທິດ​ໃນ​ການ​ຜະ​ລິດ​​ສິນ​ຄ້າແບບ​ຍືນ​ຍົງ. ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໃຫ້​ຄອບ​ຄົ​ວ​ທີ່​ທຸກ​ຍາກ, ສຸມ​ໃສ່​ໜູນ​ຊ່ວຍ, ລົງ​ທຶນ​​ໃຫ້​ບັນ​ດາ​ຕາ​ແສງ​ທີ່​ມີ​ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຄ​ຽງ​ຂ້າງນັ້ນ, ​ຕ້ອງເພີ່ມ​ທະ​ວີ​ວຽກ​ງາ​ນ​ຕິດ​ຕາມກວດກ​າ, ຄຸ້ມ​ຄອງ​ບັນ​ດາ​ແຫຼ່ງ​ທຶນ​ໜູນ​ຊ່ວຍ, ຮັບ​ປະ​ກັນ​​ໃຫ້ແຫຼ່ງ​ທຶນ​ສາ​ມາດ​ເສີມ​ຂະ​ຫຍາຍ​ໄດ້​ຕາມ​​ຄາດ​ໝາຍ​ທີ່​ໄດ້​ວາງ​ໄວ້, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ”.


ລາຍເຈົາມີບາດກ້າວບຸກທະລຸໃນການກໍ່ສ້າງຊົນນະບົດໃໝ່  - ảnh 2
(ພາບ​ປະ​ກອບ: laichau)

ພາຍ​ຫຼັງ​ 5 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມາ​ຮອດ​ປະ​ຈຸ​ບັນແຂວງ ລາຍ​ເຈົາ ໄດ້​ມີ 15 ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ເພື່ອ​ບັນ​ລຸ​ໄດ້​​ໝາກຜົນ​​ດັ່ງ​ກ່າວນັ້ນ, ແຂວງ​ລາຍ​ເຈົ້າ ໄດ້​ຂຸດ​ຄົ້ນ​ບັນ​ດາ​ທ່າ​ແຮງ​ກ່ຽວ​ກັບ​ທີ່​ຕັ້ງ​ພູມ​ສາດ, ທີ່​ດິນ, ພື້ນ​ຖານ​ໂຄງ​ລ່າງ ແລະ ມູນ​ເຊື້ອ​ການ​ຜະ​ລິດ​ຂອງ​ທ້ອງ​ຖິ່ນ​ຢູ່​ລຽບ​ຕາມ​ທາງ​ຫຼວງ​ແຫ່ງ​ຊາດ​ເລກ​ທີ 32, 4D ຢ່າງ​​ສຸດ​ຂີດ. ນອກ​ຈາກນັ້ນ, ລາຍ​ເຈົາ ຍັງ​​ໄດ້​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ບັນ​ດາ​ຕາ​ແສງທີ່​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​​ຈາກ​ບັນ​ດາ​ກິດ​ຈະ​ກຳ​ເຄື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ໃຫຍ່​ຄື: ຮ້ວຍກວາງ, ບ້ານ​ຈ໋າດ, ເຊີນ​ລາ ແລະ ລາຍ​ເຈົາ, ກໍ​ຄື​ແຫຼ່ງ​ລາຍ​ຈ່າຍ​ການ​ບໍ​ລິ​ການ​​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອ​ມ​ຂອງ​ປ່າ​ໄມ້ ເພື່ອ​ໃຫ້​ປະ​ຊາ​ຊົນ​ລົ​ງ​ທຶນ​ຄືນ​ໃໝ່, ຍົກ​ສູງ​ລາຍ​ຮັບ​ໃຫ້​ເຂົາ​ເຈົ້າ.

        ທ່ານ​ຮ່າ​ວັນ​ອູມ, ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ຮອ​ງ​ປະ​ທານ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນ​ະ​ບົດ​ໃໝ່​ແຂວງ ລາຍ​ເຈົາ ໃຫ​້​ຮູ້​ວ່າ: ​ນັບແຕ່ນີ້​ຮອດ​ປີ 2020, ​ແຂວງລ​າຍ​ເຈົາ ສູ້​ຊົນ​ໃນ​ແຕ່​ລະ​ປີ​ຈ​ະ​ໃຫ້​ມີ 6 ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່​ຕື່​ມ​ອີກ.

        “ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທຸກ​​ໆແຫຼ່ງ​ກຳ​ລັງ​ຂອງ​ແຂວງ ພວກ​ຂ້າ​ພ​ະ​ເຈົ້າ​ຈະ​ໃຫ້​ບຸ​ລິ​ມະ​ສິດ​ແກ່ 15 ຕາ​ແສງ​ບັນ​ລຸ​ມາດ​ຖານ​ໄດ້​ແລ້ວ ເພື່ອ​​ສ້າງ​ບັນ​ດາ​ມາດ​ຖານ​ໃຫ້​ສົມບູບ​ແບບ. ທີ່ 2 ແມ່ນ​ໃຫ້​ບຸ​ລິ​ມະ​ສິດ​ແກ່ 6 ຕາ​ແສງ​ປະ​ຕິ​ບັດ​ໃນ​ປີ 2016 ນີ້, ພິ​ເສດ​ແມ່ນ​ມາດ​ຖານ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ, ຄົມ​ມະ​ນາ​ຄົມ​ເຂດ​ທົ່​ງ​ນາ, ​ສະ​ພາບແວດ​ລ້ອມ ແລະ ມາ​ດ​ຖານ​ເຮືອນ​ຢູ່​​ໃນເຂດ​ຊຸມ​ຊົນ. ນອກນັ້ນ, ມາດ​ຖານ​ເພື່ອ​ຍົກ​ສູງ​ລາຍ​ຮັບ, ທາງ​ແຂວງ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່; ໃນ​ນັ້ນ​, ກຳ​ນົດ​ບັນ​ດາ​​ແນວ​ປູກ, ​ສັດ​ລ້ຽງ​ຕົ້ນ​ຕໍ​ຂອງ​ແຕ່​ລະ​ຕາ​ແສງ, ພ້ອມ​ທັງ​ເພີ່ມ​ທະ​ວ​ີ​ການ​ກໍ່​ສ້າງວິ​ຊາ​ຊີບ​ໃຫ້​ຄົນ​ງານ​ຊົນ​ນະ​ບົດ ເພື່​ອ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢ​ູ່​ຂ​ອງ​ປະ​ຊາ​ຊົນ”.

        ດ້ວຍ​ວິ​ທີ​ປະ​ຕິ​ບັດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ປະ​ສິດ​ທິ​ຜົນ ແລະ ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ​ແລ້ວ, ແຂວງ​ເຂດ​ຊາຍ​ແດນ​ລາຍ​ເຈົາ ​ຍັງໄດ​້ ແລະ ພວມ​ໄປ​ຖືກ​ທິດ​ໃນ​ການ​ປະ​ຕິ​ບັດ​ໂ​ຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ບາດ​ກ້າວ​ບຸກ​ທະ​ລຸນີ້ ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນທຸກ​ຂັ້ນໃນ​ກິດ​ຈະ​​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ​ແບບ​ຍືນ​ຍົງ​.

ຕອບກັບ

ຂ່າວ/ບົດ​ອື່ນ