ວິທະຍາສາດເຕັກໂນໂລຢີຕິດພັນກັບການພັດທະນາເສດຖະກິດຊົນນະບົດ, ເຂດພູດອຍ


(vovworld) – ການ​ນຳ​ໃຊ້ ​ແລະ ຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ສັງ​ຄົມ ຊົນນະບົດຢູ່​ເຂດ​ພູດ​ອຍ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ - ສັງຄົມ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດຖານ​ສຳຄັນ​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ໄລຍະ 2010-2020.

ວິທະຍາສາດເຕັກໂນໂລຢີຕິດພັນກັບການພັດທະນາເສດຖະກິດຊົນນະບົດ, ເຂດພູດອຍ - ảnh 1

(ພາບ: ອິນເຕີແນດ)

​ໂຄງການ​ລ້ຽງ​ຫອຍ​ນາງລົມ ຜະລິດ​ອາຫານ​ຈາກ​ຫອຍ​ນາງ​ລົມ​ຢູ່​ແຂວງ​ບິ່ງ​ດິ້ງ ​ໄດ້​ປະກອບສ່ວນ​ພັດທະນາອາຊີບ​ລ້ຽງ​ຫອຍ​ນາງ​ລົມ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ຊາວ​ປະມົງ​ຢູ່​ເຂດ​ແຄມ​ທະ​ເລ. ກ່ອນ​ນີ້​ຊາວ​ທ້ອງ​ຖີ່​ນລ້ຽງ​ຫອຍ​ນາງ​ລົມ​ທຳ​ມະ​ຊາດ​ເປັນ​ຕົ້ນ, ດັ່ງ​ນັ້ນ​ອັດຕາ​ສ່ວນ​ການ​ຕາຍ​ສູງ, ປະລິມານຊີ້ນ​ບໍ່​ຫຼາຍ ​ແລະ ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ, ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ລ້ຽງ​ຫອຍ​ນາງ​ລົມ​ຄັ້ງຕໍ່​ໄປ. ປະຈຸ​ບັນ, ປະຊາຊົນ​ແຄມ​ທະ​ເລ​ໄດ້​ນຳ​ໃຊ້​ເຕັກນິກ​ຜະລິດ​ແນວ​ພັນ ​ແລະ ລ້ຽງ​ຫອຍ​ນາງ​ລົມ​ແນວ​ພັນມະຫາ​ສະໝຸດ​ປາຊີ​ຟິກ ​ແລະ ບິ່ງ​ດິ້ງ. ຍ້ອນ​ເຫດ​ນັ້ນ, ສະມັດ​ຕະພາບ​ລ້ຽງ​ຫອຍ​ນາງ​ລົມ​ຂອງ​ປະຊາຊົນ​ໄດ້​ເພີ່ມ​ຂຶ້ນຈາກ​ 3,2 ​ - 25ໂຕນ/​ເຮັກຕາ/ປີ, ລາຄາ​ຫອຍ​ນາງ​ລົມ​ເພີ່ມ​ຂຶ້ນ​ກວ່າ 30% ​ເມື່ອ​ທຽບ​ໃສ່​ຫອຍ​ນາງ​ລົມ​ທຳ​ມະ​ຊາດ. ທ່ານ​ນາງ ຟ້າ​ມທິ​ແທງ​ເຮືອງ, ຫົວໜ້າ​ໂຄງການ​ລ້ຽງ​ຫອຍ​ນາງ​ລົມ, ຜະລິດ​ອາຫານ​ຈາກ​ຫອຍ​ນາງ​ລົມ​ຢູ່​ແຂວງ​ບິ່ງ​ດິ້ງ, ​ໃຫ້ຮູ້​ວ່າ:

ຍ້ອນ​ມີ​ໂຄງການ​ນີ້, ປະຊາຊົນ​ຈຶ່ງ​ຮູ້​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ເພີ່ມ​ສະມັດ​ຕະພາ​ບລ້ຽງຫອຍ​ນາງ​ລົມ​ຂຶ້ນ​ຈາກ 3 8 ​ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້. ຄຸນ​ນະພາ​ບຫອຍ​ນາງ​ລົມ​ກໍ່​ດີ​ທີ່​ສຸດ, ພິ​ເສດ​ແມ່ນ​ຮັບປະກັນ​ສຸຂະ​ອະນາ​ໄມອາຫານ. ຍ້ອນ​ເຫດ​ນັ້ນ, ທັງ​ຕະຫຼາດ ແລະ ວິ​ສາ​ຫະກິດ​ລ້ວນ​ແຕ່​ມີ​ຄວາມ​ຕ້ອງການຫອຍ​ນາງ​ລົມ​ນີ້​ຫຼາຍ. ປະຈຸ​ບັນ, ​ເຖິງ​ວ່າ​ບໍ່​ມີ​ການ​ໜູນ​ຊ່ວຍ​ຂອງ​​ໂຄງການ​ກໍ່ຕາມ, ​ແຕ່​ປະຊາຊົນ​ຫຼາຍ​ຄອບຄົວ​ໄດ້​ສະໝັກ​ໃຈລົງທຶນ​ໃນ​ເບື້ອງ​ຕົ້ນ​​ເພື່ອພັດທະນາ​ອາຊີບ​ລ້ຽງ​ຫອຍ​ນາງ​ລົມ​ນີ້“.

ສ່ວນ​ຢູ່​ແຂວງ​ບັກ​ຢາງ, ​ໃນ​ຊຸມ​ປີຜ່ານມາ​ໄດ້​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ພັດທະນາ​ຂະ​ແໜງ​ກະສິກຳ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່. ກ່ຽວ​ກັບ​ວຽກ​ງານ​ຄົ້ນຄ​້ວາ​ວິທະຍາສາດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ​ແລະ ສົ່ງ​ເສີມ​ກະສິກຳ, ​ໄລຍະ 2011-2014 ​ໃນ​ບໍລິ​ເວນ​ແຂວງ​ໄດ້ຜັນ​ຂະຫຍາຍນັບ​ຮ້ອຍ​ຮູບ​ແບບ, ຫົວ​ຂໍ້, ​ໂຄງການ. ​ໃນ​ນັ້ນ, ມີບາງຫົວ​ຂໍ້, ໂຄງການດີເດັ່ນໄດ້ຮັບການ​ປະຕິບັດ​ຄື: ​ໂຄງການ​ຍົກ​ລະດັບ​ສູນ​ແນວ​ພັນ​ເຫດ, ສູນ​ແນວ​ພັນ​ສັດ​ນຳ້, ສູນ​ແນວ​ພັນຕົ້ນ​ໄມ້​ໃຫ້​ໝາກ. ພິ​ເສດ, ​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຮູບ​ແບບ​ທົ່ງ​ນາ​ທີ່​ເປັນ​ແບບຢ່າງ, ​ເນື້ອ​ທີ່ ທັງ​ໝົດລ້ວນ​ແຕ່​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ, ພ້ອມ​ທັງຮ່ວມ​ສຳ​ພັນກັບ​ວິ​ສາ​ຫະກິດ​ໃນ​ການ​ຜະລິດ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ. ຜ່ານ​ຮູບ​ແບບ​ທົ່ງ​ນາ​ທີ່​ເປັນ​ແບບຢ່າງ ​ໄດ້​ປະກອບສ່ວນ​ຫຼຸດຜ່ອນ​ຄ່າ​ສົ້ນ​ເຂົ້າ, ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ການ​ຜະລິດ​ທົ່ວ​ໄປ​ແຕ່ 10-15%. ທ່ານ ຫງວຽນ​ດຶກ​ກຽນ, ຫົວໜ້າ​ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແຂວງ​ບັກ​ຢາງ ສະ​ເໜີ​ວ່າ:

ຖ້າ​ບັນດາ​ໂຄງການ​ອື່ນໆ​ກໍ່​ມີ​ປະສິດທິ​ຜົນ​ຄື​ໂຄງການ​ນີ້​ແມ່ນ​ຈະ​ກະທົບ​ຫຼາຍ​ທີ່​ສຸດເຖິງ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່“.

ວິທະຍາສາດເຕັກໂນໂລຢີຕິດພັນກັບການພັດທະນາເສດຖະກິດຊົນນະບົດ, ເຂດພູດອຍ - ảnh 2

(ພາບ: ອິນເຕີແນດ)

ນັບ​ມື້​ນັບ​ມີ​ຫຼາຍ​ຮູບ​ແບບ​ຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ໃໝ່​ຖືກນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ, ຊ່ວຍຊາວ​ກະສິກອນ​ສຳ​ພັດ​ກັບ​ຂັ້ນ​ຕອນ​ການຜະລິດ​ທີ່​ກ້າວໜ້າ, ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ກະສິກຳ. ​ໃນ​ຊຸມ​ປີຜ່ານມາ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ໄດ້​ປະຕິບັດ​ການ​ນຳ​ໃຊ້ ​ແລະ ຖ່າຍ​ທອດ 4.800 ກວ່າ​ເຕັກ​ໂນ​ໂລ​ຢີ ​ແລະ 2.500 ກວ່າ​ຮູບ​ແບບ​ກ່ຽວ​ກັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຢູ່ 62 ​ແຂວງ, ນະຄອນ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາ​ສາດ ​ເຕັກ​ໂນ​ໂລ​ຢີ ຫງວຽນ​ກວນ, ​ໃຫ້​ຮູ້​ວ່າ:

“ຜ່ານ​ໄລຍະ​ແຫ່ງ​ການ​ປະຕິບັດ​ໂຄງການ ສາມາດ​ຢືນຢັນ​ໄດ້​ວ່າ, ບ່ອນ​ໃດ​ປະຕິບັດບັນດາ​ໂຄງການ​ຊົນນະບົດ​ເຂດ​ພູດ​ອຍ​ໄດ້, ບ່ອນ​ນັ້ນ​ຈະບັນລຸ​​ໄດ້ມາດຖານ​ທີ່​ຈຳ​ເປັນ​ຂອງ​ຊົນນະບົດ​ໃໝ່​ໂດຍ​ໄວ ​ແລະ ຢືນຢັນ​ທີ່​ຕັ້ງ​ຊົນນະບົດ​ໃໝ່​ຂອງ​ຕົນ​ໄດ້. ທີ​ສອງ​ແມ່ນ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ ​ແລະ ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ສຸດ​ທ້າຍ​ແມ່ນ​ສຸມ​ໃສ່​ຜະລິດ​ຕະພັນ​ຂອງ​ຊາດ​ຈຳນວນ​ໜຶ່ງ​ເຊັ່ນ​ເຂົ້າສານ​ຫວຽດນາມ​ ທີ່​ມີ​ຄຸນ​ນະພາ​ບສູງ, ປາ​ໜັງ ​ແລະ ​ເຫດ​ເປັນ​ຜະລິດ​ຕະພັນ ​ແລະ ຢາ“.

ນັບ​ແຕ່​ປີ 2016 ​ເຖິງ​ປີ 2025, ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເພື່​ອຂຸດ​ຄົ້ນ​ທ່າ​ແຮງ ​ແລະ ​ເງື່ອນ​ໄຂ​ພິ​ເສດສະ​ເພາະ​ຂອງ​ແຕ່ລະ​ເຂດ​ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ທັງ​ກໍ່ສ້າງ​ບັນດາ​ຮູບ​ແບບ​ນຳ​ໃຊ້, ຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ເຕັກ​ໂນ​ໂລ​ຢີຢ່າງ​ລະອຽດ​ເພື່ອ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ. ນີ້​ແມ່ນ​ໂອກາດ​ເພື່ອ​ຊ່ວຍ​ປະຊາຊົນ​ສ້າງ​ຄວາມ​ຮັ່ງມີ​ຢ່າງ​ໝັ້ນຄົງຈາກ​ການ​ຜະລິດ​ກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ