ສືບຕໍ່ປັບປຸງບັນດາກົນໄກ, ນະໂຍບາຍໃນການກໍ່ສ້າງຊົນນະບົດໃໝ່

(vovworld) - ພາຍ​ຫຼ​ັງ​ໄລ​ຍະ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ວ​ຽກ​ງານ​ຂົນ​ຂວາຍ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ທົ່ວ​ປະ​ເທດ ​ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນຫຼາຍ​ຢ່າງ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ ເພື່ອ​ເຮັດໃຫ້​ບັ້ນ​ຂົນ​ຂວາຍ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ບັນ​ລຸ​ຜົນ​ສຳ​ເລັດ​ໃຫ້​ຫຼາຍກວ່າ​ອີກ ​ແມ່ນຕ້ອງ​ມີ​ການປັບປຸ່ງ​, ປ່ຽນ​ແປງ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ, ໃນ​ນັ້ນ​ມຸ່ງ​ໄປ​ເຖິງ​ຄາດ​ໝາຍແທ​້​ຈ​ິງ, ແທດເໝາະ​ກັບ​ເງື່ອນ​ໄຂການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ທ້​ອງ​ຖິ່ນ, ປະ​ກອ​ບ​ສ່ວນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ​ປ່ຽນ​ແປງ​ໂສມ​ໜ້າ​ຊົນ​ນະ​ບົດ​​. ບົດ​ຂຽນ “ສືບ​ຕໍ່​ປັບ​ປຸງ​​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​” ຂອງ​ແທງ​ຕຸ່ງ, ນັກ​ຂ່າວ VOV.

ສືບຕໍ່ປັບປຸງບັນດາກົນໄກ, ນະໂຍບາຍໃນການກໍ່ສ້າງຊົນນະບົດໃໝ່ - ảnh 1
(ພາບ​ປະ​ກອບ: baodongthap)

ໄລ່​ມາ​ຮອດ​ປະ​ຈຸ​ບັນ, ໃນ​ທົ່ວ​ປະ​ເທດ​ມີກວ່າ 1.760 ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່ ພ້ອມ​ກັບ 17 ເມືອງໄດ້​ຮັບ​​ການ​ຮັບ​ຮອງວ່າ ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ໃນ​ຄວາມ​ຈິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ບັ້ນ​ຂົນ​ຂວາຍກໍ່​ສ້າງ​ຊົ​ນ​ນະ​ບົດ​ໃໝ່​ໄດ້​ປະ​ກອບ​ສ່ວນຍ​ົກ​ສູງ​​ການ​ຊີ​ວິດ​ດ້ານ​ວັດ​ຖຸ ແລ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ​ປ່ຽນ​ແປງໂສມ​ໜ້າ​ຂອງຊົນ​ນະ​ບົດ​. ທ່ານ ຫງວຽນ​ແອງ​ກຽດ, ຜູ້​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ແຂວງ ດົ່ງ​ທາບ, ເຊິ່ງ​ແມ່ນ​ 1 ໃນ​ຈຳ​ນວນແຂວງ​​ທີ່ນຳ​ໜ້າ​ໃນ​ຂະ​ບວນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາ​ກ​ໃຕ້​ຫວຽດ​ນາມ ຢືນ​ຢັນ​ວ່າ: ໂຄງກ​ານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ​ແຜນ​ນະ​ໂຍ​ບາ​ຍ​ທີ່​ຖືກ​ຕ້ອງ​ຂອງ​ພັກ ແລະ ລັດ, ຕອບ​ສະ​ໜອງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ແລະ ກໍ່ແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ນຳ​ອີກ. ແຂວງ​ໄດ້​ມີ 27 ຕາ​ແສງ​ໄດ້​ຮັບ​ການ​ຮັບ​ຮອງ​ວ່າ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ແຂວງ ດົ່ງ​ທ​າບ ລະ​ດົ​ມທຶນ​ໄດ້​ກວ່າ 33.500 ຕື້​ດົງ​ເພື່ອ​ລົງ​ທຶນ​ປະ​ຕິ​ບັດ​ໂຄງ​ການ, ໃນ​ນັ້ນ​ກວ່າ 700 ຕື້​ດົ່ງ​​ແມ່ນ​ໂດຍ​ປະ​ຊາ​ຊົນ​ປະ​ກອ​ບ​ສ່ວນ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​​. ຜ່ານນັ້ນ, ໂສມ​ໜ້າ​​ຊົນ​ນະ​ບົດ​ໃນ​ທົ່ວ​ແຂວງ​ໄດ້​ຮັບ​ການ​ປ່ຽນ​ແປງ​ ​ຢ່າງ​ຕັ້ງ​ໜ້າ. ທ່ານ ຫງວຽນ​ແອງ​ກຽດ, ​ປະ​ຊາ​ຊົນ​ເມືອງ ແທງ​ບິ່ງ ໃຫ້​ຮູ້​ວ່າ.

        “ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໄດ້​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນມີ​ການ​ປ່ຽນ​ແປງ. ການ​ຜ​ະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ​ມີ​ການ​ປ່ຽນ​ແປງ​ໃໝ່, ບັນ​ດາ​ລະ​ບອບ​ລະ​ບຽບ​ການ, ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ກໍ​ມີ​ຄວາມ​ກ້າວ​ໜ້າ​ຫຼາຍ​ຢ່າງ. ຜ່ານນັ້ນ, ປະ​ຊາ​ຊົນ​ໄດ້​​ມີ​ການພົບ​ປະ​ແລກ​ປ່ຽນ, ຮ່ຳ​ຮຽນ. ຈາກນັ້ນ​ໄດ້​ຊ​ີ້​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ຕ້ອງ​​ມີ​ຄວາມເຂົ້າ​ໃຈ ແລະ ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄ​ອງກໍ່​ສ້າງ”.

        ​ທ່ານ ຫງວຽນ​ມິງ​ຕຽນ, ຫົວ​ໜ້າ​ກົມ, ຫົວ​ໜ້າ​ຫ້ອງ​ການ​ປະ​ສານ​ງານ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສູນ​ກາງ, ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໃຫ້​ຮູ້​ວ່າ, ​ການຂົນຂວາຍບໍ່​ພຽງ​ແຕ່​ບັນ​ລຸ​​ໄດ້​​ຄ​າດ​ໝາຍ​ຂ​ອງ​ໂຄງ​ການ​ກ່ຽວ​ກັບ​ຈຳ​ນວນ​ຕາ​ແສງ​​ບັນ​ລຸ​ໄດ້​ມ​າດ​ຖານ​ໂດຍ​ພື້​ນ​ຖານ​ເທົ່ານັ້ນ ຫາກ​ສິ່ງ​ສຳ​ຄັນ​ກວ່າ​ແມ່ນ​ມັນ​ໄດ​້​ກະ​ກຽມ​ໃຫ້​​ແກ່ບາດ​ກ້າວພັດ​ທະ​ນາກະ​ໂດດ​ຂັ້ນກ່ຽວ​ກັບ​ຄຸນ​ນະ​ພາບ ດ້ວຍ​ການ​ປະ​ກົດ​​ຮູບ​ແບບ​​ຊົນ​ນະ​ບົດ​ໃໝ່​ຢູ່​ຂັ້ນ​ເມືອງ ​​ໃນ​ຫຼາຍທ້ອງ​ຖິ່ນ​ຂອງ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ເພື່ອ​ປະ​ຕິ​ບັດ​ສິ່ງ​ດ​ັ່ງ​ກ່າວ​ໃຫ້​ໄດ້, ​ ອຳ​ນາດ​ການ​ປົກ​ຄ້ອງ​ທ້ອງ​ຖິ່​ນ​ທຸກ​ຂັ້ນ ກໍ​ຄື​ສູນ​ກາງ ຕ້ອງ​​ຖອດ​​ຖອນ​ບົດ​ຮ​ຽນ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ ກໍ​ຄື​​ການປັບ​ປຸງ​ບັນ​ດາ​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ແຕ່​ລະ​ທ້​ອ​ງ​ຖິ່​ນ. ທ່ານ ຫງວຽນ​ມິງ​ຕຽນ ໃຫ້​ຮູ້​ວ່າ.

        “ພວກ​ເຮົາ​ຍັງ​ບໍ່​ທັນ​ເ​ອົາ​ໃຈ​ໃສ່​​ຢ່າງ​ເໝາະ​ສົມ ແລະ ​ບໍ່​ເປັນ​ເຈົ້າ​ການ​ໃນ​ການເປັນ​ເສ​ນາ​ທິ​ການ​​ຊີ້​ນຳ ກໍ​ຄື​​​ໃນການຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​​ທີ່​ສຸດ ຫຼື ບັນ​ດາ​​ຮູບແບບ​​ພັດ​ທະ​ນາ​ການ​ຜ​ະ​ລິດ​ຕາມ​ທິດ​​ເຊື່ອມ​ຕໍ່​ລະ​ບົບ​ມູນ​ຄ່າ. ພິ​ເສດ​ແມ່ນ​ບັນ​ຫາປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຈຳ​ກັດ​ສິ່ງ​​ເສດ​ເຫຼືອ, ບຳ​ບັດ​​ນ້ຳ​ເສຍ”.

        ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ໄດ້ໃນ​ການ​ປະ​ຕິ​ບັດ​​ຄາດ​ໝາຍ​ຂອງ​ໂຄງ​ການ​​​ນັ້ນ, ລັດ​ຖະ​ບານ​ພວ​ມ​ສົ່ງ​ເສີມ​ທ້ອງ​ຖິ່ນ​ຕ່າງໆ​ສ​ູ້​ຊົນ​ບັນ​ລຸ​ມາດ​ຕ​ະ​​ຖານ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ ແລະ ເງື່ອ​ນ​ໄຂ​ເສດ​ຖະ​ກິດ. ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ກໍ​ໄດ້​ສະ​ເໜີຄາດ​ໝາຍ​ສູ້​ຊ​ົນ​ບັນ​ລຸ​ມາດ​ຕະ​​ຖານ​ເຖິງ​ປີ 2020 ຢ່າງລະ​ອຽດ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​. ໃນ​ນັ້ນ, ຍູ້​ແຮງ​ບັນ​ດາມາດ​ຕະການ​ແກ້​ໄຂ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ໃຫ້​ບັນ​ດາ​ຕາ​ແສງປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ບືນ​ຕົວ​ຂຶ້ນ, ຮັດ​ແຄບ​ຊ່ອງ​ຫວ່າງ​ລະ​ຫວ່າງ​ບັນ​ດາ​ເຂດ, ​ພາກ; ສຸມ​ໃສ່​ພັດ​ທະ​ນາ​ຕາມ​ລະ​ບົບມີ​ກົນ​ໄກ​​ຈັດ​ແບ່ງ, ກວດ​ກາ ແລະ ຕິດ​ຕາມ​ບັນ​ດາ​ແຫຼ່ງ​ທຶນ​ໃນ​ການປະ​ຕິ​ບັດ​ໂຄງ​ການ. ທ່ານ ຫງວຽນ​ມິງ​ຕຽນ, ຫົວ​​ໜ້າ​ກົມ, ຫົວ​ໜ້າ​ຫ້ອງ​ການ​ປະ​ສານ​ງານ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສູນ​ກາງ, ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຖື​ວ່າ: ຕ້ອງ​ຍົກ​ສູງ​ກຳ​ລັງ​​ຄວາມ​ສາ​ມາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ​ກໍ​ຄື​​ໃນ​ໝູ່ປະ​ຊາ​ຊົນ​ກວ່າ​ອີກ.

        “ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ລັດ​ຖະ​ບານ​ໃຫ້​ບຸ​ລະ​ມ​ະ​ສິດ​ເພີ່ມ​​ທະວີກຳ​ລັງ​ຄວາມ​ສາ​ມາດ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​​ທຸກ​ຂັ້​ນ, ພິ​ເສດ​ແມ່ນ​​ຂັ້ນ​ເມືອງ, ຂັ້ນ​ຕາ​ແສງ ແລະ ບ້ານ. ມຸ່ງ​ໄປ​ເຖິງເລື່ອງບໍ່​ພຽງ​ແຕ່​ເພີ່ມ​ທະ​ວີກຳ​ລັງ​ຄວາມ​ສາ​ມາດ​ໃນ​ລະ​ບົບ​ອຳ​ນາດ​ກາ​ນ​ປົກ​ຄອງ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດກວ້າງ​ການ​​ສຶກ​ສ​າອົບ​ຮົ​ມ​ກ່ຽວ​ກັບ​ຊົນ​ນະ​ບົດ​ໃໝ່​​ເຖິງ​ບັນ​ດາ​ຫົວ​ໜ້າ​ສະ​ຫະ​ກອນ, ເຈົ້າ​ຂອງ​ຟາມ​, ​ເຈົ້າ​ກົກ​ເ​ຂົ້າ​ເຫຼົ່າ, ນາຍ​ບ້ານ, ບັນ​ດາ​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງອີກ​ດ້ວຍ. ນັ້ນ​ຈຶ່ງ​ແມ່ນ​ຖັັນ​ແຖວ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ແທ​້​ຈິງ. ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ພວມ​ຂໍ​ຄຳ​ເຫັນ​ຂອງ​ຄະ​ນະ​ປະ​ຈຳ​ພາ​ແຫ່ງ​ຊາດ ເພືຶ່ອ​ເປີດກວ້າງ​ການ​ກໍ່​ສ້າງ​ກຸ່ມ​ເປົ້າ​ໝາຍນີ້”.

        ໃນ​ໄລ​ຍະ 2016 – 2020, ​ຄາດ​ໝາ​ຍ​ລະ​ອຽດ​​ແມ່ນ​ສູ​້​ຊົນເພື່ອ​ໃຫ​້ 50% ​ຈຳນວນ​ຕາ​ແສງ​ໃນ​ທົ່ວ​ປະ​ເທດ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່; ແຕ່​ລະ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ຢ່າງ​ໜ້ອຍ​ສຸດ​ມີ​ເມືອງ​ໜຶ່ງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ພ້ອມ​ກັບ​ເລື່ອງ​ສືບ​ຕໍ່ປັບ​ປຸງ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍໃຫ້ສຳ​ເລັດ, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ຍົກ​ສູ​ງ​​ຄວາມ​ຮັບ​ຮູ້​ໃຫ້​ພະ​ນັກ​ງານ ແລະ ​ຊາວ​ກະ​ສິ​ກອນ; ຍົກ​ສ​ູງ​ຄຸນ​ນະ​ພາບ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ເພື່ອ​ໃຫ້​ບັ້ນ​ຂົນ​ຂວາຍນີ້ຮັບ​ໃຊ້​ປະ​ຊາ​ຊົ​ນ, ​ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົ​ນຢ່າງ​ແທ​້​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ