ສຸມທຸກແຫຼ່ງກຳລັງກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ

​(vovworld) - ພາຍຫຼັງ 2 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ຊົນນະບົດ​ຫວຽດນາມ​ ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ… ​ແຕ່​ເພື່ອ​ປະຕິບັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້ສຳ​ເລັດ​ໃນ​ປີ 2020, ຫຼາຍ​ທ້ອງ​ຖີ່​ນພວມ​ຈັດ​ຕັ້ງ​ການ​​ປະ​ເມີນ​ຜົນ, ​ຖອດ​ຖອນ​ບົດຮຽນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຄື: ວຽກ​ງານ​ໂຄສະນາ, ວຽກ​ງານ​ວາງ​ແຜນ​ກຳນົດ; ການ​ນຳ​ໃຊ້​ແຫຼ່ງທຶນ, ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ; ສິ່ງ​ແວດ​ລ້ອມ, ວັດທະນະທຳ​ຊົນນະບົດ…

ສຸມທຸກແຫຼ່ງກຳລັງກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ - ảnh 1

(ພາບ: google.com.vn)

ພາຍງ​ການຫຼັງ 2 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມາ​ຮອດ​ປະ​ຈຸ​ບັນ, ມີ 68% ຈຳ​ນວນ​ຕາ​ແສງໄດ້​ເຊັນ​ອະ​ນຸ​ມັດ​ແຜນ​ຮ່າງ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ປະ​ຈຸ​ບັນ, ນອກ​ຈາກ 11 ຕາ​ແສງ​ປະ​ຕິ​ບັດ​ທົດ​ລອງ​ບັນ​ລຸ​ໄດ້ 15 – 18 ມາດ​ຖານ​ແລ້ວ, ຍັງ​ມີ​ກວ່າ 980 ຕາ​ແສງ​ບັນ​ລຸ​ໄດ້​ແຕ່ 10 ມາດ​ຖານ​ຂຶ້ນ​ໄປ. ກ່ຽວ​ກັບ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​, ນອກ​ຈາກ​ງົບ​ປະ​ມານ​ຂອງ​ສູນ​ກາງ​ແລ້ວ, ມາ​ຮອດ​ປະ​ຈຸ​ບັນ​, ມີ 53 ແຂວງ, ນະ​ຄອນ​ໄດ້​ຈັດ​ແບ່ງ​ງົບ​ປະ​ມານ​ທ້ອງ​ຖີ່ນ​​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່, ດ້ວຍຍອດ​ຈຳ​ນວນ​ເງິນກວ່າ 14.000 ຕຶ້​ດົ່ງ​, ໃນ​ນັ້ນ​ສູງ​ສຸດ​ແມ່ນ​ນະ​ຄອນ ໂຮ່​ຈີ​ມິນ, ວິ້ງ​ຟຸກ ແລະ ຮ່າ​ໂນ້ຍ. ແຕ່​ຄວາມ​ຈິງ​ຢູ່ຫຼາຍ​ທ້ອງ​ຖີ່ນ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ຈຳ​ນວນ 19 ມາດ​ຖານ​ທີ່​ວາງ​ອອກ​ນັ້ນ, ຍັງ​ມີ​ມາດ​ຖານ​ຈຳ​ນວນ​ໜຶ່ງ​ບໍ່​ທັນ​ເໝາະ​ສົມ​ເທື່ອ. ທ່ານ Nguyen Huu Duc, ເລ​ຂາ​ພັກຕາ​ແສ​ງເຟືອກ​ເຫົ້າ, ເມືອງ​ນິງ​ເຟືອກ, ແຂວງ​ນິງ​ທ້ວນ, ໃຫ້​ຮູ້​ວ່າ:

        “ໃນຈຳ​ນວນ 19 ມາດ​ຖານ​ກ່ຽວ​ກັບ​ການ​​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມາດ​ຖານທີ 12 ​ກ່ຽວ​ກັບ​ໂຄງ​ປະ​ກອບ​ແຮງ​ງານ​ຊົນ​ນະ​ບົດ​, ​ເຊິ່ງກຳ​ນົດ​ຜູ້​ເຮັດ​ວຽກ​ງານ​ກະ​ສີ​ກຳ​ກວມ 30% ຈຳ​ນວນ​ແຮງ​ງານ, ແມ່ນປະ​ຕິ​ບັດ​ຍາກ​ທີ່​ສຸດ. ດັ່ງ​ນັ້ນ​ຈຶ່ງ​​​ສະ​ເໜີປັບ​ປຸງ​ມາດ​ຖານນີ້​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ເຂດ, ເພື່ອ​ໃຫ້​ຕາ​ແສງ​ໃດ​ກໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້. ສ່ວນ​ການ​ໜູນ​ຊ່ວຍ​ຂອງ​ລັດ​​ໃຫ້​ແກ່ການ​ກໍ່​ສ້າງ​ໂຮງ​ຮຽນ​ບັນ​ລຸ​ມາດ​ຖານ​ລະ​ດັບ​ລັດ, ກໍ່​ສ້າງ​ຄອງ​ເໝືອງ​ດ້ວຍເບ​ຕົງ…ຍັງ​ປະ​ສົບ​ຄວາມ​ຫ​ຍຸ້ງ​ຍາກ​ດ້ານ​ທຶນ​ຮອນຢູ່. ດັ່ງ​ນັ້ນ, ສະ​ເໜີ​ໃຫ້​ບັນ​ດາ​ຂັ້ນ, ຂະ​ແໜງ​ຕ່າງໆສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ບັນ​ຫານີ້”

ສຸມທຸກແຫຼ່ງກຳລັງກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ - ảnh 2

(ພາບ: google.com.vn)

        ສ່ວນ​ທ່ານ Le Truong Luu, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແຂວງ ເທື່ອ​ທຽນ​ເຫວ໋, ໃຫ້​ຮູ້​ວ່າ:

        “​ທ້ອງ​ຖີ່ນ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຜັນ​ຂະ​ຫ​ຍາຍໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​​ດີ​ພໍ​ສົມ​ຄວນ. ແຕ່​ຍັງ​ມີຫຼາຍ​ບັນ​ຫາ​ຖືກວາງ​ອອກ. ທີ​ໜຶ່ງ​ແມ່ນ​ແຫຼ່ງ​ກຳ​ລັງ​ລະ​ດົມ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຍັງ​ຈຳ​ກັດ​ຢູ່. ທີ​ສອງ​ແມ່ນ​, ສຳຫຼັບ​ຊາວ​ກະ​ສີ​ກອນ​ແຂວງ​ເທື່ອ​ທຽນ​ເຫວ໋ ແລ້ວ, ເງື່ອນໄຂ​ເພື່ອ​ພັດ​ທະ​ນາ​ການ​ຜະ​ລິດ, ເພີ່ມ​ລາຍ​ຮັບ​​ແມ່ນ​ຍາກ​ທີ່​ສຸດ”.

        ຄວາມ​ຈິງ​ແລ້ວ, ບັນ​ດາ​ຄວາມ​ຫ​ຍຸ້ງ​ຍາກ​ຕົ້ນ​ຕໍໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ ໃນປະ​ຈຸ​ບັນ​, ແມ່ນ​ປະ​ສິດ​ທິຜົນ​ວຽກ​ງານ​ໂຄ​ສະ​ນາ ເພື່ອ​ເປັ​​ນ​ເອ​ກະ​ພາບ​​ດ້ານ​ຄວາມ​ຮູ້​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຍັງ​ບໍ່​ທັນ​ໄດ້ດີ​. ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຢູ່​ບັນ​ດາ​ທ້ອງ​ຖີ່ນ​ທີ່​ເຮັດ​ວຽກ​ງານ​ໂຄ​ສະ​ນາ​ໄດ້​ດີ, ສາມາດປະ​ກອບ​ສ່ວນ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ຜູ້​ທີ່​ມີ​ໃຈ​ບູນ, ໃຈ​ກຸ​ສົນ​​ສະ​ໜັບ​ສະ​ໜູນໃຫ້​ແກ່​ຂະ​ບວນ​ການ ດ້ວຍ​ການ​ຊ່ວຍ​ເຫຼືອ​ທັງ​ດ້ານ​ການ​ເງິນ ແລະ ວັດ​ຖຸ. ພ້ອມ​ກັນນັ້ນ, ປະ​ຊາ​ຊົນຫຼາຍ​ຄົນ​ກໍ່​ໄດ້​ບໍ​ລິ​ຈາກ​ທີ່​ດິນ, ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ຂອງ​ຕົນເພື່ອ​ປັບ​ປຸງ, ຍົກ​ລະ​ດັບ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ, ບຸ​ລະ​ນະ​ສ້ອມ​ແປງບ່ອນ​ຢູ່ ແລະ ບັນ​ດາ​ກິດ​ຈະ​ກຳ​ສາ​ທາ​ລະ​ນະ… ຍ້ອນ​ເຫດ​ນັ້ນ, ວຽກ​ງານ​ໂຄ​ສະ​ນາ​ຕ້ອງ​ເປັນ​ເອ​ກະ​ພາບ​ຈາກ​ຂັ້ນ​ສູນ​ກາງ​ຕະຫຼອດ​ຮອດ​ຂັ້ນ​ແຂວງ, ເມືອງ, ຕາ​ແສງ, ບ້ານ ແລະ ແຕ່​ລະ​ຄອບ​ຄົວ.

ສຸມທຸກແຫຼ່ງກຳລັງກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ - ảnh 3

(ພາບ: google.com.vn)

 ນອກ​ນັ້ນ, ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຫຼາຍ​ທ້ອງ​ຖີ່ນ​ໄດ້​ສະ​ເໜີ​​ເຖິງບັນ​ຫາແຫຼ່ງ​ທຶນ​, ໃນ​ນັ້ນ​ລວມ​ມີ​ທຶນ​ກໍ່​ສ້າງ​ກິດ​ຈະ​ກຳ​ໄຟ​ຟ້າ, ທາງ​ຄົມ​ມະ​ນາ​ຄົມ, ໂຮງ​ຮຽນ, ສຸກ​ສາ​ລາ ແລະ ແຫຼ່ງ​ທຶນ​ໃຫ້​ບັນ​ດາ​ຄອບ​ຄົວ​ພັດ​ທະ​ນາ​ການ​ຜະ​ລິດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Vu Van Ninh, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສູນ​ກາງ, ໃຫ້​ຮູ້ວ່າ:

”ກ່ຽວ​ກັບ​ແຫຼ່ງ​ທຶນໃນ​ປະ​ຈຸ​ບັນ​ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ, ມີຫຼາຍ​ແຫຼ່ງ​ທຶນ​ຈາກ​ລັດ, ວິ​ສາ​ຫະ​ກິດ, ສິນ​ເຊື່ອ… ບໍ່​ທັນ​ໄດ້​ຮັບ​ການ​ເສີມ​ຂະ​ຫ​ຍາຍ. ແຕ່​ຍັງມີຫຼາຍ​ທ້ອງ​ຖີ່ນ​​ນຳ​ໃຊ້​ບ້ວງ​ສິນ​ເຊື່ອ​ຂອງ​ລັດ ແລະ​ ທະ​ນາ​ຄານດ້ວຍດອກ​ເບ້ຍ 0% ບໍ່​ທັນ​ໝົດ​ເທື່ອ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສະ​ເໜີ​ໃຫ້​ທະ​ນາ​​ຄານ​ແນະ​ນຳ​ບ້ວງ​ສິນ​ເຊື່ອ​ຢ່າງ​ລະອຽດແລະ​ ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນໄດ້​ກູ້ຢືມທຶນ​ຕາມ​ໂຄງ​ການ. ”

ສຸມທຸກແຫຼ່ງກຳລັງກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ - ảnh 4

(ພາບ: google.com.vn)

ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃຫ້​ສຳ​ເລັດ​ໃນ​ປີ 2015, ບັນ​ດາ​ທ້ອງ​ຖີ່ນ​ຄວນ​ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ສືບ​ຕໍ່​ປັບ​ປຸງ​ຄະ​ນະ​ຊີ້​ນຳ​ທຸກ​ຂັ້ນ​ຕາມ​ທິດ​ເພີ່ມ​ທະ​ວີ​ໜ້າ​ທີ່​ສະ​ເພາະ​ກິດ; ສຸມ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ​ກຳ​ນົດ ແລະ​ ສ້າງ​ແຜນ​ຮ່າງ​ຊົນ​ນະ​ບົດ​ໃໝ່​ຂັ້ນ​ຕາ​ແສງ​ທີ່ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ ແລະ ຄຸນ​ນະ​ພາບ. ໃນ​ໄລ​ຍະຈະ​ມາ​ເຖິງ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຈະ​ແນະ​ນຳ, ກວດ​ກາ​ປັບ​ປຸງ​ແຜນ​ກຳ​ນົດ, ນັບ​ທັງ​ບັນ​ດາ​ແຜນ​ກຳ​ນົດທີ່​ໄດ້​ຮັບ​ການ​ເຊັນ​ອະ​ນຸ​ມັດ​ແລ້ວ, ຄວນ​ມີ​ການ​ແນະ​ນຳ​ຢ່າງ​ລະ​ອຽດ, ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ, ກຳ​ນົດໜ້າ​ທີ່​ຈຸດ​ສຸມ​ເພື່ອ​ປະ​ຕິ​ບັດ​ຢ່າງ​ເໝາະ​ສົມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Vu Van Ninh, ຊີ້​ແຈ້ງວ່າ:

“ຂ້າ​ພະ​ເຈົ້າ​ຖື​ວ່າ​ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ສະຫຼຸບ​ຮູບ​ແບບ, ຄົ້ນ​ພົບ​ວິ​ທີ​ປະ​ຕິ​ບັດ​ໄດ້​ດີ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ກໍ່​ຄືແບບ​ຢ່າງ​ຢູ່​ທ້ອງ​ຖີ່ນ​ຕ່າງໆ. ພ້ອມ​ທັງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ແນະ​ນຳ, ກວດ​ກາ​ກ່ຽວ​ກັບ​ແຜນ​ກຳ​ນົດ​ຢູ່​ຕາ​ແສງ​ຕ່າງໆ; ພິ​ເສດ​ແມ່ນ​ເລື່ອງ​ສ້າງ​ແຜນ​ຮ່າງ​ກໍ່​ຕ້ອງ​ເໝະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ທ້ອງ​ຖີ່ນ”

ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃຫ້​ຮູ້​ວ່າ ສິ່ງ​ທີ່​ພັກ, ລັດ​ຖະ​ບານ​ເອົາ​ໃຈ​ໃສ່​ທີ່​ສຸດ, ນັ້ນ​ແມ່ນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ບໍ່​​ແມ່ນ​ປະ​ຕິ​ບັດ​ໃຫ້​ໄດ້ 19 ມາດ​ຖານເພື່ອ​ໄດ້​ຮັບ​ນາມ​ມະ​ຍົດເທົ່າ​ນັ້ນ, ຫາກ​ສິ່ງ​ສຳ​ຄັນ​ນັ້ນ​ແມ່ນ ຕ້ອງປ່ຽນ​ໃໝ່ຊີ​ວິດ​ການ​ເປັນ​ຢູ່ໂດຍ​ພື້ນ​ຖານ, ແລະ ພັດ​ທະ​ນາ​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​​ໃຫ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ