ສະ​ຫະ​ກອນ​ຢູ່ ກອນ​ຕຸມ: ສາ​ມັກ​ຄີ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) - ປະຈຸບັນ, ແຂວງ ກອນຕຸມ ມີສະຫະກອນ 187 ແຫ່ງ ດ້ວຍສະມາຊິກ ແລະ ຜູ້ອອກແຮງງານກ່ວາ 9600 ຄົນ. ເມື່ອໂລກລະບາດໄດ້ເກີດຂຶ້ນ, ບັນດາສະຫະກອນໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການເຄື່ອນໄຫວ, ຜະລິດດຳເນີນທຸລະກິດ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນໄດ້ເສີມຂະຫຍາຍນ້ຳໃຈສາມັກຄີກັນເປັນຢ່າງດີ ແບະ ມີວິທີເຮັດທີ່ມີຫົວຄິດປະດິດສ້າງ, ຫຼາຍສະຫະກອນຢູ່ ກອນຕຸມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ກຽມພ້ອມໃຫ້ແກ່ໄລຍະພັດທະນາໃໝ່ ເມື່ອໂລກລະບາດຖືກຄວບຄຸມ.
ສະ​ຫະ​ກອນ​ຢູ່ ກອນ​ຕຸມ: ສາ​ມັກ​ຄີ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1

 ທ່ານນາງຮ່ວຽນແອງ (ຊຸດດຳ) ແນະນຳຈັກຂົ້ວກາເຟທີ່ຫາກໍ່ລົງທຶນເພື່ອພັດທະນາກາເຟແປ້ງ

   ສະຫະກອນກະສິກອນ ຍຸດຕິທຳ ໂປໂກ, ເທດສະບານເມືອງ ດັກຮ່າ, ເມືອງດັກຮ່າ, ແຂວງກອນຕຸມ ມີສະມາຊິກ 113 ຄົນ, ມີເນື້ອທີ່ດິນປູກກາເຟ 172 ເຮັກຕາ ຊື່ງໄດ້ສະໜອງວັດຖຸດິບທີ່ມີຄຸນນະພາບສູງໃຫ້ແກ່ບັນດາຄູ່ຮ່ວມມືສາກົນ. ເມື່ອເກີດໂລກລະບາດໂຄວິດ 19, ການເຄື່ອນໄຫວຂອງສະຫະກອນປະສົບກັບຄວາມຫຍຸ້ງຍາກທີ່ສຸດ ດ້ວຍບັນດາໃບສັ່ງຊື້ຖືກຢຸກສະງັກ, ຄ່າຂົນສົ່ງທາງທະເລໄດ້ເພີ່ມຂຶ້ນສູງ…ເພື່ອຮັກສາການຜະລິດ, ສະຫະກອນໄດ້ສົ່ງເສີມບັນດາສະມາຊິກ ປູກຕົ້ນຖົ່ວ, ງາເຕື່ມອີກ ເພື່ອມີລາຍຮັບເພີ່ມເຕີ່ມ, ທັງຮັກສາທາດບຳລຸງໃຫ້ແກ່ດິນ ແລະ ຫລຸດຜ່ອນຄ່າຊື້ຝຸ່ນໃຫ້ແກ່ຕົ້ນກາເຟ. ຈາກຕົ້ນກາເຟ ແລະ ບັນດາຜົນລະປູກອື່ນໆປະສົມກັນນັ້ນ, ສະຫະກອນໄດ້ພັດທະນາ 2 ຜະລິດຕະພັນຂາຍຍ່ອຍຢູ່ພາຍໃນປະເທດຄື: ແປ້ງກາເຟຕອງ    ດ້ວຍອັດຕາສ່ວນໝາກກາເຟສຸກ 100% ແລະ ຊາຈາກເຂົ້າກ້ອງ   ເພື່ອບຳລຸງສຸຂະພາບ. ຍ້ອນເຫດນັ້ນ, ໃນປິ 2020, ຍອດລາຍຮັບຂອງສະຫະກອນຍັງບັນລຸກ່ວາ 18 ຕື້ດົ່ງ. ທ່ານນາງຟ້າມທິຮ່ວຽນແອງ ປະທານສະພາບໍລິຫານ ສະຫະກອນກະສິກອນ ຍຸດຕິທຳ ໂປໂກ ເວົ້າວ່າ:

   ກ່ອນນີ້ ທາງສະຫະກອນພຽງແຕ່ໄດ້ສົ່ງອອກ ແລະ ຂາຍສົ່ງເທົ່ານັ້ນ, ແຕ່ປະຈຸບັນກໍ່ສ້າງລະບົບເພື່ອສາມາດຂາຍໃຫ້ລູກຄ້າພາຍໃນປະເທດໄດ້. ພ້ອມກັນນັ້ນກໍ່ໄດ້ຮ່ວມມືກັບບັນດາຜູ້ຈຳໜ່າຍອື່ນໆ ເພື່ອສ້າງເປັນລະບົບຂາຍເຄື່ອງອອນລາຍ.

ສະ​ຫະ​ກອນ​ຢູ່ ກອນ​ຕຸມ: ສາ​ມັກ​ຄີ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ 19 - ảnh 2

 ສວນມັກກາພວມໃຫ້ໝາກຂອງສະຫະກອນມັກກາ ເຍິນຮົ່ວ

    ສ່ວນສຳລັບສະຫະກອນ ມັກກາ ເຍິນຮົ່ວ ຢູ່ບ້ານ 3, ຕາແສງ ກອນດ່າວ, ເມືອງ ກັກໂຕ ແລ້ວ, ເຖິງວ່າ ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ການເຄື່ອນໄຫວໃນຕະຫຼາດຖືກຢຸດສະງັກ ແລະ ລາຄາຜະລິດຕະພັນຖືກຫລຸດລົງກໍ່ຕາມ, ແຕ່ສະຫະກອນທີ່ມີສະມາຊິກ 9 ຄົນນີ້ ຍັງຄົງໄດ້ລົງທຶນຖືກຕ້ອງຕາມຂັ້ນຕອນຄື: ເປີດກ້ວາງເນື້ອທີ່ດິນປູກໃໝ່, ນຳເຂົ້າສາຍພານປອກເປຶອກ, ອົບແຫ້ງ ແລະ ເກັບຮັກສາຜະລິດຕະພັນເຂົ້າເຄື່ອນໄຫວ. ເມື່ອແບ່ງປັນກ່ຽວກັບເຂັດລັບຮັກສາການເຄື່ອນໄຫວຂອງສະຫະກອນໃຫ້ເປັນປົກກະຕິນັ້ນ, ທ່ານ ຫງວຽນວັນກວຽດ, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການ ສະຫະກອນ ມັກກາ ເຍິນຮົ່ວ ໃຫ້ຮູ້ວ່າ:

   ໃນໄລຍະເກີດໂລກລະບາດ, ບັນດາສະມາຊິກໃນສະຫະກອນໄດ້ພ້ອມກັນເຮັດ, ພ້ອມກັນຄົ້ນຄ້ວາ, ພ້ອມກັນພັດທະນາ ແລະ ພ້ອມກັນປະກອບທຶນ ເພື່ອມີກຳລັງແຮງໃຫ່ຍຫຼວງກ່ວາ. ຕົ້ນ ມັກກາ ແມ່ນຕົ້ນໄມ້ຊະນິດໃໝ່ທີ່ຕ້ອງມີການຄົ້ນຄ້ວາ. ແຕ່ລະສະມາຊິກໃນສະຫະກອນ ລ້ວນແຕ່ມີທ່າແຮງທີ່ແຕກຕ່າງກັນ, ພ້ອມກັນຮ່ວມມືເພື່ອພັດທະນາ ແລະ ນຳມາເຊິ່ງຊີວິດທີ່ດີງາມກ່ວາ ໃຫ້ແກ່ສະມາຊິກທຸກຄົນໃນສະຫະກອນ.

  ຕາມການສະຖິຕິຂອງສະຫະພັນສະຫະກອນແຂວງ ກອນຕຸມ ແລ້ວ, ຈຳນວນສະຫະກອນໃນແຂວງປະມານ 80% ຖືກຜົນກະທົບຈາກໂລກລະບາດໂຄວິດ 19 ແຕ່ຈຳນວນເຫຼົ່ານັ້ນເກືອບທັງໝົດ ລ້ວນແຕ່ມີການພັດທະນາດີ ແລະ ກຽມພ້ອມໃນໄລຍະຕໍ່ໄປໄດ້ ເມື່ອໂລກລະບາດຖືກຄວບຄຸມ. ຕາມທ່ານ ຫງວຽນເລິມແກັງ, ປະທານ ສະຫະພັນສະຫະກອນແຂວງ ກອນຕຸມ ແລ້ວ, ໃນຂະບວນວິວັດແຫ່ງການຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຮັກສາການຜະລິດດຳເນີນທຸລະກິດ, ຄວາມສາມັກຄີ, ເອກະພາບຂອງສະມາຊິກສະຫະກອນ; ຄວາມຂະຫຍັນຂັນເຄື່ອນ, ມານະພະຍາຍາມຂອງຄະນະບໍລິຫານບັນດາສະຫະກອນ ແມ່ນສຳຄັນທີ່ສຸດ. ເພື່ອໜູນຊ່ວຍຄວາມສາມາດຮັບມື ແລະ ຮັກສາການເຄື່ອນໄຫວເປັນປົກກະຕິໃຫ້ບັນດາສະຫະກອນສະມາຊິກນັ້ນ, ທາງສະຫະພັນສະຫະກອນແຂວງ ກອນຕຸມ ຈະສືບຕໍ່ເສີມຂະຫຍາຍບາດບົດປະສານງານໃຫ້ເປັນຢ່າງດີ, ຕິດພັນບັນດາສະມາຊິກຢ່າງມີປະສິດທິຜົນ. ທ່ານ ຫງວຽນເລິມແກັງ ຢືນຢັນວ່າ:

     ສະຫະພັນສະຫະກອນແຂວງ ຈະສືບຕໍ່ເພີ່ມທະວີການເປັນເສນາທິການ, ສ້າງຄະນະຊີ້ນຳພັດທະນາເສດຖະກິດລວມໝູ່ຂັ້ນຕ່າງໆໃຫ້ສຳເລັດ ເພື່ອແນໃສ່ຮັບປະກັນການສົມທົບກັນຢ່າງຄົບຊຸດ, ມີປະສິດທິຜົນລະຫວ່າງບັນດາຂະແໜງໃນການຜັນຂະຫຍາຍການປະຕິບັດບັນດານະໂຍບາຍດ້ານເສດຖະກິດລວມໝູ່ ແລະ ເສີມຂະຫຍາຍບົດບາດຂອງບັນດາສະມາຊິກ ໃນການພັດທະນາເສດຖະກິດລວມໝູ່, ສະຫະກອນ.

   ເລື່ອງຫຼາຍສະຫະກອນຢູ່ແຂວງ ກອນຕຸມ ຊື່ງແມ່ນທ້ອງຖິ່ນທີ່ຍັງປະສົບກັບຄວາມຫຍຸ້ງຍາກ ໄດ້ເສີມຂະຫຍາຍນ້ຳໃນສາມັກຄີເປັນຢ່າງດີ ແລະ ມີບັນດາວິທີເຮັດທີ່ມີຫົວຄິດປະດິດສ້າງ ເພື່ອຜ່ານຜ່າສິ່ງທ້າທາຍ ໂດຍໂລກລະບາດໂຄວິດ 19 ກໍ່ຂຶ້ນນັ້ນ, ແມ່ນການປຸກລະດົມກຳລັງໃຈ, ແມ່ນກຳລັງໜູນທີ່ດີ ເພື່ອໃຫ້ບັນດາສະຫະກອນໃນທົ່ວປະເທດ ສາມາດຮັກສາການເຄື່ອນໄຫວເປັນປົກກະຕິໄດ້, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ບືນຕົວຂຶ້ນ. ສິ່ງດັ່ງກ່າວຍິ່ງມີຄວາມໝາຍກວ່າອີກ ໃນສະພາບການທີ່ໂລກລະບາດໂຄວິດ 19 ຖືກຄາດວ່າ ຍັງສືບຕໍ່ມີການຜັນແປທີ່ສັບສົນ ແລະ ບໍ່ທັນສີ້ນສຸດລົງໄດ້ງ່າຍເທື່ອ.

         

ຕອບກັບ

ຂ່າວ/ບົດ​ອື່ນ