ສະຫະກອນແບບໃໝ່ຢູ່ ເຊີນລາ: ສ້າງລະບົບຮ່ວມສຳພັນຈາກການຜະລິດຕະຫຼອດຮອດການຈຳໜ່າຍຜະລິດຕະພັນ

(VOVWORLD) -       ພ້ອມກັບການປ່ຽນໃໝ່ຈິນຕະນາການຈາກຊາວກະສິກອນເອງ, ຫຼາຍຮູບແບບສະຫະກອນແບບໃໝ່ຢູ່ ເຊີນລາ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ
ສະຫະກອນແບບໃໝ່ຢູ່ ເຊີນລາ: ສ້າງລະບົບຮ່ວມສຳພັນຈາກການຜະລິດຕະຫຼອດຮອດການຈຳໜ່າຍຜະລິດຕະພັນ - ảnh 1ເຂດປູກໝາກຂຽບຂອງສະຫະກອນ ແມ໋ແລກ, ມີເນື້ອທີ່ກ່ວາ 150 ແຮກຕາ

      ພ້ອມກັບການປ່ຽນໃໝ່ຈິນຕະນາການຈາກຊາວກະສິກອນເອງ, ຫຼາຍຮູບແບບສະຫະກອນແບບໃໝ່ຢູ່ ເຊີນລາ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ບໍ່ພຽງແຕ່ໄດ້ເປີດກ້ວາງດ້ານຂອບຂະໜາດເທົ່ານັ້ນ, ຫາກຍັງໄດ້ຍົກສູງປະສິດທິຜົນການຜະລິດ, ດຳເນີນທຸລະກິດ, ຮ່ວມສຳພັນກັບວິສາຫະກິດ ຈຳໜ່າຍຜະລິດຕະພັນ, ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ຊາວກະສິກອນອີກດ້ວຍ.

       ສະຫະກອນ ແມເລກ, ຕາແສງກໍ່ນ່ອຍ, ເມືອງມາຍເຊີນ, ແຂວງເຊີນລາ ມີ 20 ຄອບຄົວໄດ້ປູກສະເພາະແຕ່ໝາກຂຽບ ໃນເນື້ອທີ່ກ່ວາ 150 ເຮັກຕາ. ທ່ານຫງວຽນຫີ້ວຕື, ຫົວໜ້າສະຫະກອນໃຫ້ຮູ້ວ່າ, ໝາກຂຽບພັນຖົ່ວລຽນ ແມ່ນຜະລິດຕະພັນໃໝ່ ໂດຍສະຫະກອນ ສົມທົບກັບສະຖາບັນຜັກໝາກໄມ້ຫວຽດນາມ ໄດ້ປູກທົດລອງທີ່ຄາດວ່າ ຈະນຳມາເຊິ່ງລາຍຮັບສູງ. ລະດູເກັບກ່ຽວທຳອິດຜ່ານມາ ຂາຍໄດ້ລາຄາແຕ່ 450.000-500.000 ດົ່ງ/ໂລ, ບາງໜ່ວຍມີນ້ຳໜັກເຖິງ 2 ໂລ ແລະ ຄາດວ່າ ລະດູນີ້ຈະບັນລຸປະລິມານແຕ່ 20-25 ໂຕນ/ເຮັກຕາ:

      ການບົວລະບັດຕົ້ນໝາກຂຽບແມ່ນຍາກຫຼາຍ, ທາງສະຫະກອນໄດ້ນຳໃຊ້ເຕັກໂນໂລຊີສູງ, ພິເສດແມ່ນການຜະລິດແບບອົງຄະທາດ ແລະ ນຳໃຊ້ລະບົບເຕັກໂນໂລຢີຫົດນ້ຳ ຊື່ງມີການລົງທຶນປະມານແຕ່ 110-120 ລ້ານດົ່ງ/ເຮັກຕາ. ທາງສະຫະກອນກໍ່ເຊື່ອມຕໍ່ກັບບັນດາບໍລິສັດ, ຮ້ານສັບພະສິນຄ້າເພື່ອຂາຍຜະລິດຕະພັນໃຫ້ຊາວກະສິກອນ.

   ໃນຊຸມປີທີ່ຜ່ານມາ, ບັນດາສະມາຊິກສະຫະກອນກະສິກຳປອດໄພ ຈ່ຽງຫັກ, ເມືອງອຽນເຈົາ ໄດ້ສຸມໃສ່ການຫຸ້ມຫໍ່, ບົວລະບັດ, ເພີ່ມທາດບຳລຸງໃຫ້ຕົ້ນໝາກມ່ວງ, ເປັນເຈົ້າການແຫຼ່ງຫົດນ້ຳ ເພື່ອແນໃສ່ຮັບປະກັນການຮັກສາລະດັບຄວາມຊຸ່ມ, ຮັບປະກັນຄຸນນະພາບ, ສະມັດຕະພາບ ແລະ ຮູບຮ່າງໃຫ້ແກ່ຜະລິດຕະພັນໝາກມ່ວງສົ່ງອອກ. ບັນດາຕົ້ນໝາກມ່ວງໄດ້ຮັບການບົວລະບັດຕາມມາດຖານ Vietgap ໄດ້ພັດທະນາດີ, ໄດ້ຫຸ້ມຫໍ່ນັບແຕ່ໜ່ວຍຍັງນ້ອຍ, ສະນັ້ນ ຈຶ່ງມີຮູບຮ່າງງາມຕາ. ອ້າຍ ຮ່າວັນກວັນ, ສະມາຊິກສະຫະກອນແບ່ງປັນວ່າ:

  ພວກຂ້າພະເຈົ້າປະຕິບັດເຕັກນິກການປູກຕົ້ນໝາກມ່ວງກະເສດສຸມຕາມມາດຖານໄດ້ກຳນົດ ກ່ຽວກັບດ້ານການປະຕິບັດການຜະລິດກະສິກຳທີ່ດີ ໃຫ້ແກ່ບັນດາຜະລິດຕະພັນກະເສດ, ສິນໃນນ້ຳຢູ່ຫວຽດນາມ (VietGAP), ຄວາມສູງຂອງຕົ້ນແມ່ນຮັບປະກັນໃຫ້ການເກັບກ່ຽວໄດ້ຢ່າງສະດວກສະບາຍ, ບົວລະບັດດີ, ຮັບປະກັນຄຸນນະພາບໝາກໄມ້ທີ່ສະໜອງໃຫ້ແກ່ຕະຫຼາດ.

    ທ່ານຮ່າວັນເຊີນ, ປະທານສະຫະກອນກະສິກຳປອດໄພ ຈ່ຽງຫັກ, ເມືອງອຽນເຈົາ ໃຫ້ຮູ້ວ່າ: ປີ 2021, ສະຫະກອນໄດ້ສົ່ງໝາກມ່ວງກ່ວາ 500 ໂຕນໄປຂາຍຢູ່ຕະຫຼາດຈີນ ແລະ ບາງປະເທດຕາເວັນອອກກາງ. ເພື່ອກະກຽມບັນດາເງື່ອນໄຂສົ່ງອອກປີນີ້, ທາງສະຫະກອນໄດ້ຄວບຄຸມຂັ້ນຕອນການຜະລິດຕາມມາດຖານ VietGAP ຢ່າງແໜ້ນແຟ້ນ, ເຂັ້ມງວດ. ໄປຄຽງຄູ່ກັບການສົ່ງອອກໄປຍັງຕະຫຼາດຈີນ, ນັບແຕ່ຕົ້ນລະດູ, ສະຫະກອນໄດ້ເປັນເຈົ້າການໃນການເຊື່ອມຕໍ່, ຍູ້ແຮງການຈຳໜ່າຍຢູ່ຕະຫຼາດພາຍໃນ, ໃນນັ້ນ ມີລະບົບບັນດາຮ້ານສັບພະສິນຄ້າໃຫ່ຍ. ໃນໄລຍະຜ່ານມາ, ທາງສະຫະກອນໄດ້ເຊັນສັນຍາກັບບາງບໍລິສັດ, ຫົວໜ່ວຍທີ່ໄດ້ສັ່ງຊື້ໝາກມ່ວງ ເພື່ອສົ່ງອອກໄປຕະຫຼາດ ສ.ເກົາຫຼີ ແລະ ຍີ່ປຸ່ນ ດ້ວຍປະລິມານກ່ວາ 500 ໂຕນ:

   ພວກຂ້າພະເຈົ້າໄດ້ຈັດການປະຊຸມເປັນປະຈຳ ກັບບັນດາສະມາຊິກສະຫະກອນ ເພື່ອຊອກວິທີຍົກສູງຄຸນຄ່າຜະລິດຕະພັນ ແລະ ຮູບແບບຜະລິດຕະພັນ. ຖ້າຮັບປະກັນຜະລິດຕະພັນໝາກໄມ້ປະເພດ 1 ໄດ້, ຈະຂາຍໄດ້ລາຄາສູງທົບ 2 ເທົ່າ, ຊ້ຳບໍ່ໜຳແມ່ນ 3 ເທົ່າ ເມື່ອທຽບກັບຜະລິດຕະພັນທຳມະດາ.

ສະຫະກອນແບບໃໝ່ຢູ່ ເຊີນລາ: ສ້າງລະບົບຮ່ວມສຳພັນຈາກການຜະລິດຕະຫຼອດຮອດການຈຳໜ່າຍຜະລິດຕະພັນ - ảnh 2ຊາວກະສິກອນບຳລຸງດູແລຕົ້ນໝາກຂຽບ

    ປະຈຸບັນ, ແຂວງເຊີນລາ ມີກ່ວາ 700 ສະຫະກອນກະສິກຳ, ປ່າໄມ້, ສິນໃນນ້ຳ. ໃນນັ້ນ, ມີກ່ວາ 30% ສະຫະກອນມີການໝູນໃຊ້ລະບົບລະບົບເຕັກໂນໂລຊີເຂົ້າຫົດນ້ຳ, ປະຢັດນ້ຳ, ເຮືອນຕາໜ່າງ, ເຮືອນແກ້ວ, ນຳໃຊ້ຂັ້ນຕອນການຜະລິດກະສິກຳທີ່ດີ; ມີເກືອບ 80% ສະຫະກອນກະສິກຳພວມເຄື່ອນໄຫວທຳການຜະລິດ, ດຳເນີນທຸລະກິດຢູ່ບັນດາຕາແສງທີ່ມີເງື່ອນໄຂເສດຖະກິດ-ສັງຄົມຫຍຸ້ງຍາກ ແລະ ມີຄວາມຫຍຸ້ງຍາກພິເສດ.

   ເລື່ອງສ້າງຕັ້ງ ແລະ ພັດທະນາສະຫະກອນແບບໃໝ່ຢູ່ແຂວງຊີນລາ ໄດ້ສະແດງໃຫ້ເຫັນບົດບາດສຳຄັນ ໃນວິວັດການຫັນປ່ຽນໂຄງປະກອນເສດຖະກິດຢູ່ທ້ອງຖິ່ນ ກໍ່ຄືໃນການສ້າງລະບົບຮ່ວມສຳພັນ ຈາກການຜະລິດ ຕະຫຼອດຮອດຈຳໜ່າຍຜະລິດຕະພັນ. ຄຽງຄູ່ກັນນັ້ນ, ບັນດາສະຫະກອນໄດ້ໜູນຊ່ວຍການພັດທະນາເສດຖະກິດຄອບຄົວ, ສ້າງເງື່ອນໄຂໃຫ້ເສດຖະກິດຄອບຄົວ ໃນການຈັດຕັ້ງການຜະລິດ, ຈຳໜ່າຍຜະລິດຕະພັນ, ນຳໃຊ້ການບໍລິການ, ສຳພັດກັບຕະຫຼາດ….ແມ່ນຂົວຕໍ່ໃຫ້ແກ່ການແລກປ່ຽນສິນຄ້າລະຫວ່າງອຸດສາຫະກຳ ແລະ ກະສິກຳ, ລະຫວ່າງຕົວເມືອງ ແລະ ຊົນນະບົດ, ຊຸກຍູ້ວິວັດການຫັນປ່ຽນໂຄງປະກອບແຮງງານຂອງທ້ອງຖິ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ