ສ້າງຄວາມເຫັນດີເຫັນພ້ອມ, ໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງບູ່ດັງ, ແຂວງບິ່ງເຟືອກ


 (vovworld) - ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊີວິດ​ທາງ​ດ້ານ​ເສດຖະກິດ - ວັດທະນະທຳ - ສັງຄົມ​ຂອງ​ປະຊາຊົນ​ໃນ​ບໍລິ​ເວນ​ເມືອງ​ບູ່​ດັງ, ​ແຂວງ​ບິ່ງ​ເຟືອ​ກ​​ໄດ້​ຮັບ​ການ​ປ່ຽນ​​ແປງໃນ​ແຕ່​ລະ​ວັນ. ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ຮັບ​ການ​ກຳນົດ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດຖານ​ຂອງ​ໂຄງການ​ກໍ່​ສ້າງ​ຊົນນະບົດ​ໃໝ່. ດັ່ງ​ນັ້ນ, ນັບ​ແຕ່​ຜັນ​ຂະຫຍາຍ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ເມືອງ​ໄດ້​ຍູ້​ແຮງ​ວຽກ​ງານ​ໂຄສະນາ ດ້ວຍ​ຫຼາຍ​ຮູບ​ການ​ທີ່​ອຸດົມສົມ​ບຸນ, ຈາກ​ນັ້ນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຮ່ວມ​ແຮງ​ຮ່ວມ​ໃຈ​​ໃນ​ໝູ່ປະຊາຊົນ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ​ເມືອງ.

ສ້າງຄວາມເຫັນດີເຫັນພ້ອມ, ໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງບູ່ດັງ, ແຂວງບິ່ງເຟືອກ - ảnh 1

ປະຊາຊົນເມືອງບູ່ດັງເຂົ້າຮ່ວມການກໍ່ສ້າງທາງເບຕົງ

(ພາບ: ອິນເຕີແນດ)

ບູ່​ດັງ​ ແມ່ນ​ເມືອງ​ໜຶ່ງ​ໃນ​ເຂດ​ພູດ​ອຍ​ແຂວງ​ບິ່ງ​ເຟືອ​ກ ທີ່​ມີ 15 ຕາ​ແສງ ​ແລະ 1 ​ເທດສະບານ, ດ້ວຍ​ພົນລະ​ເມືອງ​ກວ່າ 130.000 ຄົນ. ບູ່​ດັງ ມີ 31 ຊົນ​ເຜົ່າ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ, ກວມ 37% ຈຳນວນ​ພົນລະ​ເມືອງ​ໃນ​ທົ່ວ​ເມືອງ. ຜ່ານ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄລຍະ 2011-2020, ​ເມືອງ​ບູ່​ດັງ ​ສາມາດ​ບັນລຸ​ໄດ້ຜົນ​ງານ​ທີ່​ໜ້າ​ຊື່ນ​ຊົມ. ມາ​ຮອດ​ປະຈຸ​ບັນ, ​ເມືອງ​ໄດ້​ປະຕິບັດ​ສຳ​ເລັດ​ວຽກ​ງານ​ວາງ​ແຜນ​ກຳນົດ ​ແລະ ອະນຸມັດ​ຜ່ານ​ແຜນ​ຮ່າງ​ກໍ່ສ້າງຊົນນະບົດ​ໃໝ່​ຢູ່ 15/15 ຕາ​ແສງ. ມາ​ຮອດ​ປະຈຸ​ບັນ, ບັນດາ​ຕາ​ແສງ​ໃນ​ບໍລິ​ເວນ​ເມືອງ​ບັນລຸ​ໄດ້​ແຕ່ 6-13 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ​ເຈິ່ນວັນ​ຈູງ, ​ເລຂາ​ຄະນະ​ພັກ​ເມືອງ ບູ່​ດັງ, ​ໃຫ້​ຮູ້​ວ່າ: ​ໂດຍ​ເລີ່​ມມາ​ຈາກ​ເມືອງ​​ທຸກ​ຍາກ​​ໃນບໍລິ​ເວນທີ່​ກວ້າງຂວາງ ​ແລະ​ມີຫຼາຍ​ຊົນ​ເຜົ່າ​ຢູ່​ຮ່ວມ​ກັນ, ຊີວິດ​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ດັ່ງ​ນັ້ນ​ບັນດາ​ຜົນງານ​ເຊິ່ງ​ເມືອງ​ບັນ​ລຸ​ໄດ້​ນັ້ນ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ​ຂອງ​ການ​ນຳ ​ແລະ ປະຊາຊົນ​ໃນ​ເມືອງ.

ບົດບາດ​ຂອງ​ປະຊາຊົນ​ແມ່ນ​ສຳຄັນ​ທີ່​ສຸດ, ປະຊາຊົນ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຍ້ອນ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນີ້, ​ເມືອງ​ບູ່​ດັງ ຈຶ່ງ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ບັນລຸ​ໄດ້ຜົນ​ງານ​ພໍ​ສົມຄວນ. ​ເມື່ອ​ປະຊາຊົນ​​ເຂົ້າ​ໃຈໄດ້​ຄວາມ​ໝາຍ, ຜົນ​ປະ​ໂຫຍ​ດຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຂົາ​ເຈົ້າ​ເອງ​ຈະ​ແມ່ນ​ກຳລັງ​ຕົ້ນຕໍ, ​ແມ່ນ​ກຳລັງ​ໜູນ​​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໃຫ້ສຳ​ເລັດ​ “.

ມາ​ຢ້ຽມຢາມ​ມິ​ງຮຶງ, ​ເຊິ່ງ​ແມ່ນ​ຕາ​ແສງ​ນຳ​ໜ້າ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ເມືອງ​ບູ່​ດັງ ຈຶ່ງ​ເຫັນ​ໄດ້​ການ​ປ່ຽນ​ແປງ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແຫ່ງ​ນີ້. ບັນດາ​ຕຶກ​ອາຄານ​ຫຼັງ​ໃໝ່​ທີ່​ໃຫຍ່​ໂຕ​ສວຍ​ງາມ​ຫຼາຍ​ຫຼັງ​ໄດ້​ຮັບ​ການ​ປຸກ​ສ້າງ​ໃໝ່​ນັບ​ມື້​ນັບ​ຫຼາຍ, ທາງ​ຄົມມະນາຄົມ​ລະຫວ່າງ​ບ້ານ​ຍາວ​ນັບ​ສິບກິ​ໂລ​ແມັດ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ. ສຸກສາລາ, ຫໍ​ວັດທະນະທຳ, ​ໂຮງຮຽນ, ​ໂຮງຮຽນ​ອະນຸບານ​ລ້ວນ​ແຕ່​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ. ລາຍ​ຮັບ​ສະ​ເລ່ຍຂອງ​ປະຊາຊົນ​ໃນ​ຕາ​ແສງ​ມິ​ງຮຶງ ​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ ​ເຈິ່ງ​ນັນ​ຕວຽນ, ຮອງ​ປະທານ​ຕາ​ແສງ​ມິ​ງຮຶງ, ​ໃຫ້​ຮູ້​ວ່າ​ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ໄດ້​ສຳ​ເລັດ 13 ມາດຖານ​ແລ້ວ, ​ແລະ​ສູ້​ຊົນ​ຮອດ​ປີ 2015 ຈະ​ສຳ​ເລັດ 19 ມາດຖານ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່:

ປະຕິບັດ​ໂຄ​ງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ທັດສະນະ​ຂອງ​ພັກ ​ແລະ ລັດນັ້ນ​ແມ່ນ​ປະຊາຊົນ​ເປັນ​ເຈົ້າ​ຂອງ, ລັດ​ເປັນ​ຜູ້​ໜູນ​ຊ່ວຍ. ພວກ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍ​ການ​ຮັບ​ເອົາ​ຄວາມ​ເຫັນ​ ຢ່າງ​ກວ້າງຂວາງ ຈາກປະຊາຊົນ​. ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ້​ວ່າ​ການກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ເພື່ອ​ປະຊາຊົນ.  ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ໄດ້​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຈັດ​ຕັ້ງ​ກອງ​ປະຊຸມ ກໍ່​ຄື​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ. ບັນດາ​ວຽກ​ງານ​ລະດົມ​ປະຊາຊົນ​ລ້ວນ​ແຕ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປີດ​ເຜີຍ, ຈະ​ແຈ້ງ. ຈາກ​ນັ້ນ​ປະຊາຊົນ​ກໍ່​ເຂົ້າ​ຮ່ວມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ

ສ້າງຄວາມເຫັນດີເຫັນພ້ອມ, ໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງບູ່ດັງ, ແຂວງບິ່ງເຟືອກ - ảnh 2

ພິທີເປີດສະຫຼອງຫໍເຍົາວະຊົນເມືອງບູ່ດັງ
(ພາບ: ອິນເຕີແນດ)

        ໃນ​ຂະ​ບວນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເມືອງ​ບູ່​ດັງ​ ເວົ້າ​ລວມ ແລະ ຕາ​ແສງ​ມິງ​ຮຶງ ​ເວົ້າ​ສະ​ເພາະ, ມີຫຼາຍ​ຄອບ​ຄົວ, ສ່ວນ​ບຸກ​ຄົນໄດ້​ຕັ້ງ​ໜ້າ​ປະ​ກອບ​ເຫື່ອ​ແຮງ, ວັດ​ຖຸ​ສິ່ງ​ຂອງ ແລະ ທີ່​ດິນຂອງ​ຕົນ​ເພື່ອ​​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ, ໂຮງ​ຮຽນ, ເຮືອນ​ຢູ່. ເດັ່ນ​ກວ່າ​ໝູ່​ແມ່ນ​ຄອບ​ຄົວ​ທ່ານ ເຈິ່ນ​ນຳ, ຢູ່​ບ້ານ 1, ຕາ​ແສງ​ມິງ​ຮຶງ, ເຖິງວ່າ​ຄອບ​ຄົວ​ບໍ່​ຮັ່ງ​ມີ​ກໍ່​ຕາມ, ແຕ່​ປີ​ໃດ​ຄອບ​ຄົວ​ທ່ານ​ກໍ່​ມອບ​ຂອງ​ຂວັນ​ນັບ​ຮ້ອຍ​ພູດ​ໃຫ້​ບັນ​ດາ​ຄອບ​ຄົວ​ທີ່​ທ​ຸກ​ຍາກ​ໃນ​ບໍ​ລິ​ເວນ. ຄອບ​ຄົວ​ທ່ານ ເຈິ່ນ​ນຳ ຍັງ​ນຳ​ໜ້າ​ໃນ​ເລື່ອງ​ສະ​ໜັບ​ສະ​ໜູນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ​ໄດ້​ໃຊ້​ເງິນ​ສ່ວນ​ຕົວ​ເພື່ອ​ກໍ່​ສ້າງ​ຂົວ​ລຳ​ໜຶ່ງ ແລະ ກໍ່​ສ້າງ​ທາງ​ທີ່​ມີ​ລວງ​ຍາວ​ເກືອບ 1 ກມ ດ້ວຍ​ເບ​ຕົງ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ໃນ​ບ້ານ​ໄປ​ມາ​ຢ່າງ​ສະ​ດວກ​ສະ​ບາຍ. ທ່ານ ເຈິ່ນ​ນຳ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ເພາະ​ວ່າ​ມັນ​ຈະ​ຊ່ວຍ​ປະ​ຊາ​ຊົນ​ຍົກ​ສູງ​ລະ​ດັບ​ຄອງ​ຊີບ, ປະ​ຊາ​ຊົນ​ທຸກ​ຄົນ​ຕ່າງ​ກໍ່​ເບິກ​ບານ​ມ່ວນ​ຊື່ນ. ສະ​ເພາະ​ຂ້າ​ພະ​ເຈົ້າເອງ​ຍິ່ງ​ພາກ​ພູມ​ໃນ​ກວ່າ​ອີກ​ເມື່ອ​ເຫັນ​ວ່າ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ”.

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເມືອງ​ບູ່​ດັງ ຈະ​ປັບ​ປຸງ​ຄະ​ນະ​ຊີ້​ນຳ, ໝ່ວຍ​ໃຫ້​ຄຳ​ປຶກ​ສາ​ຄືນ​ໃໝ່ ແລະ ປະ​ກາດ​ໃຊ້​ມະ​ຕິ​ກ່ຽວ​ກັບ​ວຽກ​ງານ​ຊີ້​ນຳ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ເມືອງ. ໂດຍ​ກຳ​ນົດ​ໄດ້​ບົດ​ບາດ​ສຳ​ຄັນ​ຂອງ​ປະ​ຊາ​ຊົນ, ເມືອງ​ບູ່​ດັງ ຈະ​ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບຂອງ​ປະ​ຊາ​ຊົນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່; ກໍ່​ຄືຮຽກ​ຮ້ອງ​ແຫຼ່ງ​ກຳ​ລັງ​ຕ່າງໆ… ​ເພື່ອສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ບໍ​ລິ​ເວນ​ໃຫ້​​ສຳ​ເລັດ​ໂດຍໄວ ແລະ ໝັ້ນ​ຄົງ​.

 

 

ຕອບກັບ

ຂ່າວ/ບົດ​ອື່ນ