ສ້າງຄວາມເຫັນດີເຫັນພ້ອມເພື່ອກໍ່ສ້າງຊົນນະບົດໃໝ່

(vovworld) – ຕາ​ແສງເຊີນ​ເຢືອງ, ເມືອງ​ເລິມ​ທາວ, ແມ່ນ​ໜຶ່ງ​ໃນ 3 ຕາ​ແສງ​ທີ່​ແຂວງຟູ໋​ທໍ້ ເລືອກ​ເຟັ້ນເພື່ອ​ກໍ່​ສ້າງ​ທົດ​ລອງ​ຮູບ​ແບບ​ຊົນ​ນະ​ບົດ​ໃໝ່. ພາຍຫຼັງ​ກວ່າ 2 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ, ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ​ໄດ້​ປະ​ຕິ​ບັດ​ສຳ​ເລັດ 18/19 ມາດ​ຖານ​. ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ດັ່ງ​ກ່າວ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ແຮງ ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະ​ຊາ​ຊົນ​ໃຫ້​ໄດ້.

ສ້າງຄວາມເຫັນດີເຫັນພ້ອມເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບປະກອບ: ອິນເຕີແນດ)

        ພວກ​ຂ້າ​ພະ​ເຈົ້າ​​ໄປ​ຕາ​ແສງເຊີນ​ເຢືອງ ບົນ​ເສັ້ນ​ທາງ​ເບ​ຕົງ​ທີ່​ຮາບ​ພຽງ ແລະ ສະ​ອາດ​ສວຍ​ງາມ. ເສັ້ນ​ທາງ​ລະ​ຫວ່າງ​ບ້ານ​ລວມ​ຄວາມ​ຍາວ 7 ກມ ແມ່ນ​ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ເບ​ຕົງ, ​ທາງ​ເບ​ຕົງໃນ​ຮ່ອມ​ບ້ານ​ກວມ 80%, ​ໃນ​ເຂດທົ່ງ​ນາກວມ 65%. ລະ​ບົບ​ຄອງ​ເໝືອງ​ຢູ່​ເຂດ​ທົ່ງ​ນາ​ກໍ່​ໄດ້​ຮັບ​ການ​ກໍ່​ສ້າງ​ແບບ​ຖາ​ວອນ, ຮັບ​ປະ​ກັນສະ​ໜອງນ້ຳ​ໃຫ້​ແກ່​ການ​ຜະ​ລິດ​ກະ​ສີ​ກຳຢ່າງ​ພຽງ​ພໍ​. ທ່ານ ມາຍ​ວຽດ​ແທງ, ປະ​ຊາ​ຊົນ​ໃນ​ເຂດ 8, ຕາ​ແສງ​ເຊີນ​ເຢືອງ, ໄດ້​ເວົ້າດ້ວຍ​ຄວາມ​ພາກ​ພູມ​ໃຈ​ວ່າ:

        “ປະ​ຕິ​ບັດ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແມ່ນ​ຖືກ​ກັບ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ກໍ່​ຄື​ຖືກ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຕາ​ແສງ​ມີ​ອັນ​ໃໝ່ຫຼາຍ​ຢ່າງ, ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ໄດ້​ຮັບ​ການ​ຟື້ນ​ຟູ ແລະ ຮັກ​ສາ​ໄວ້. ຄອງ​ເໝືອງ​ກໍ່​ໄດ້​ຮັບ​ການ​ກໍ່​ສ້າງ​ແບບ​ຖາ​ວອນ. ກ່ອນນີ້​ແມ່ນ​ຫ​ຍຸ້ງ​ຍາກຫຼາຍ, ພິ​ເສດແມ່ນ​ໃນ​ຍາມ​ຝົນ​ຕົກ. ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​​ຈາກ​ພັກ ແລະ ລັດ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ປະ​ຊາ​ຊົນ​ດີ​ໃຈຫຼາຍ ແລະ ສ​ະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ”.

ສ້າງຄວາມເຫັນດີເຫັນພ້ອມເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບປະກອບ: ອິນເຕີແນດ)

        ຈຸດ​ພົ້ນ​ເດັ່ນ​ຂອງ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ທີ່ນີ້​ແມ່ນ ພໍ່​ແມ່ນ​ປະ​ຊາ​ຊົນ​ໄດ້​ເປັນ​ເຈົ້າ​ການ​ສະ​ໜອງ​ທີ່​ດິນ​ຂອງ​ຕົນ​ເພື່ອກໍ່​ສ້າງ​ທາງ​ລະ​ຫວ່າງ​ບ້ານ, ຮ່ອມ​ບ້ານ, ​ລະ​ບົບ​ຄອງ​ເໝືອງ​ໃນ​ບໍ​ລິ​ເວນ​ຕາ​ແສງ.  ​ໃນ​ການ​ຜັນ​ຂະ​ຫ​ຍາຍ​ການ​ກໍ່​ສ້າງ​ຄອງ​ເໝືອງ​ຢູ່​ເຂດ​ທົ່ງ​ນາ​ຜ່ານ​ມາ, ອຳ​ນາດ​ການ​ປົກ​ຄອງ​ຕາ​ແສງ​ຂົນ​ຂວາຍປະ​ຊາ​ຊົນ​ສະ​ໜອງ​ທີ່​ດິນ​ໄດ້​ເ​ກືອບ 10.000 ຕາ​ລາງ​ແມດ. ປ້າ ຫງວຽນ​ທິ​ແຊນ, ຜູ້​ທີ່​ໄດ້​ສະ​ຫງວນ​ທີ່​ດິນ​ໃຫ້​ແກ່​ການກໍ່​ສ້າງ​ທາງ​ໃນ​ຕາ​ແສງ​ເຊີນ​ເຢືອງ, ເວົ້າ​ວ່າ:

        “ຄອບ​ຄົວ​ຂ້າ​ພະ​ເຈົ້າ​​ສະ​ໝັກ​ໃຈສະ​ໜອງ​ທີ່​ດິນ 240 ຕາ​ລາງ​ແມດ. ຂ້າ​ພະ​ເຈົ້າ​ກໍ່​ໄດ້​ລະ​ດົມ​ອ້າຍ​ເອື້ອຍ​ນ້ອງພ້ອມ​ກັນ​ສະ​ໜອງ​ທີ່​ດິນ ​ຮັບ​ໃຊ້​ໃຫ້​ແກ່​ການ​ກໍ່​ສ້າງ​ທາງ​ລະ​ຫວ່າງ​ບ້ານ​ໃຫ້​ສວຍ​ງາມ ​ເພື່ອ​ໄປມາສະ​ດວກ​ສະ​ບາຍກວ່າ”.

ສ້າງຄວາມເຫັນດີເຫັນພ້ອມເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 3

(ພາບປະກອບ: ອິນເຕີແນດ)

        ຜົນ​ງານ​ໃຫ​ຍ່​ກວ່າ​ໝູ່​ຂອງ​ເຊີນ​ເຢືອງ ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ນັ້ນ​ແມ່ນ​ປະ​ຕິ​ບັດ​ສຳ​ເລັດ​ສອງ​ມາດ​ຖານ​ຄື: ຄົມ​ມະ​ນາ​ຄົມ ແລະ ຊົນ​ລະ​ປະ​ທານ, ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ພັດ​ທະ​ນາ​ເສດ​ຖະ​ກິດ. ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຢູ່​ຕາ​ແສງ​ເຊີນ​ເຢືອງ ໃນ​ປີ 2012 ໄດ້ຫຼຸດ​ລົງ​ເກືອບ 5%. ກົນ​ໄກ​ແຮງ​ງານ​ຢູ່​ເຊີນ​ເຢືອງ​ ກໍ່​ພວມ​ມີ​​ບາດ​ກ້າວ​ຫັນ​ປ່ຽນ​ຫຼາຍ​ພໍ​ສົມ​ຄວນ, ຈາກ​ກະ​ສີ​ກຳ​ຫັນ​ເປັນ​ຂະ​ແໜງ​ອາ​ຊີບ​ອື່ນ​ຄື​ການ​ບໍ​ລິ​ການ, ອຸດ​ສາ​ຫະ​ກຳ​ຫັດ​ຖະ​ກຳ. ເຊ​ີນ​ເຢືອງ ​ນັບ​ມື້​ນັບ​ມີຫຼາຍ​ຮ້ານ​ບໍ​ລິ​ການ, ຮາກ​ຖານ​ຜະ​ລິດ, ປະ​ກອບ​ສ່ວນ​ສ້າງ​ໂສມ​ໜ້າ​ໃໝ່​ໃຫ້​ແກ່​ໝູ່​ບ້ານ.

        ພ້ອມ​ກັນ​ນັ້ນ, ທາງ​ຕາ​ແສງ​ຍັງ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການທ້ອນ​ໂຮມ​ເນື້ອ​ທີ່​ດິນ​ນາ. ເນື້ອ​ທີ່​ດິນ​ປູກ​ຝັງ 240 ເຮັກ​ຕາ​ໃນ​ແຕ່​ລະ​ປີ ໄດ້​ກາຍ​ເປັນ​ເຂດ​ຜະ​ລິດ, ໃນ​ນັ້ນ​ມີ 27,7 ເຮັກ​ຕາ​ ແມ່ນ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ການ​ຫັນ​ປ່ຽນ​ຜົນ​ລະ​ປູກ - ສັດ​ລ້ຽງ ກໍ່​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຟາມ, ຄອບ​ຄົວ, ປະ​ກອບ​ສ່ວນ​ຍົກ​ສູງ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ. ຖ້າ​ຫາກວ່າ​ປີ 2011, ລາຍ​ຮັບ​ສະ​ເລ່ຍ​ບັນ​ລຸ 16,5 ລ້ານ​ດົ່ງ/ຄົນ, ຮອດ​ປີ 2012 ໄດ້​ເພີ່ມ​ຂຶ້ນ 18 ລ້ານ​ດົ່ງ/ຄົນ.

        ຈາກ​ສະ​ພາບ​ຕົວ​ຈິງ, ຕາ​ແສງ​ເຊີນ​ເຢືອງ ຈະ​ບໍ່​ກໍ່​ສ້າງ​ຕະຫຼາດ​ຊົນ​ນະ​ບົດໃໝ່, ເພາະ​ວ່າ​ຢູ່​ມໍ່​ກັບ​ຕາ​ແສງ​ໄດ້​ມີ​ຕະຫຼາດ ຕື໋​ສ໋າ ລະ​ດັບ​ເມືອງ. ສະ​ນັ້ນ, ຕາ​ແສງ​ຈະ​​ສຸມ​ໃສ່ປະ​ຕິ​ບັດມາດ​ຖານກ່ຽວ​ກັບ​ການ​ບຳ​ບັດ​ນ້ຳ​ເປື້ອນ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ທ່ານ ໂດ​ດຶກ​ທັ໋ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ເຊີນ​ເຢືອງ, ໃຫ້​ຮູ້​ວ່າ:     

        “ບັນ​ຫາ​ທີ່​ພວກ​ຂ້າ​ພະ​ເຈົ້າ​ພວມ​ສຸມ​ໃສ່​ປະ​ຕິ​ບັດ​ໃນ​ປີ 2013 ແມ່ນບຳ​ບັດ​ນ້ຳ​ເປື້ອນ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ຈະ​ຂົນ​ຂວາຍ​ປະ​ຊາ​ຊົນ​ກໍ່​ສ້າງ​ວິດ​ຖ່າຍຮັບ​ປະ​ກັນ​ມາດ​ຖານ​ເຊິ່ງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ກຳ​ນົດ. ກ່ຽວ​ກັບ​ແຫຼ່ງ​ເງິນ​ແມ່ນ​ຈະ​ລະ​ດົມ​ປະ​ຊາ​ຊົນ​ປະ​ກອບ​ສ່ວນ​, ເພື່ອ​ລັດ​ແລະ​ປະ​ຊາ​ຊົນພ້ອມ​ກັນເຮັດ”.

        ຕາມ​ການ​ຕີ​ລາ​ຄາ​ຂອງ​ຂະ​ແໜງ​ກະ​ສີ​ກຳ​ແຂວງ​ຟູ໋​ທໍ້​ ແລ້ວ, ໃນ 3 ຕາ​ແສງ​​ໄດ້​ຮັບ​ການ​ເລືອກ​ເຟັ້ນປະ​ຕິ​ບັດ​ທົດ​ລອງ​​ຮູບ​ແບບ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຄື: ເຊີນ​ເຢືອງ (ເມືອງ​ເລິມ​ທາວ), ດົ່ງ​ລ້ວນ (ເມືອງ​ແທງ​ຖູຍ) ແລະ ຢາ​ດ່ຽນ (ເມືອງ​ຫ້າ​ຮ່​ວາ) ນັ້ນ, ເຊີນ​ເຢືອງ ແມ່ນ​ຕາ​ແສງ​ແມ່ນ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ. ຄະ​ນະ​ຊີ້​ນຳ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ແຂວງ​ຟູ໋​ທໍ້ ຈະ​ສືບ​ຕໍ່​ຊີ້​ນຳ 3 ຕາ​ແສງ​ດັ່ງ​ກ່າວ​ຜັນ​ຂະ​ຫ​ຍາຍ​ການ​ກໍ່​ສ້າງ​ຕາມ​ແຜນ​ກຳ​ນົດ, ລົງ​ທຶນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ເພື່ອ​ສຳ​ເລັດ​ບັນ​ດາ​ມາດ​ຖານທີ່​ໄດ້ກຳ​ນົດ, ຈາກ​ນັ້ນ​ດຳ​ເນີນການ​ສະຫຼຸບ​ຮູບ​ແບບ​ຂອງ​ເຊີນ​ເຢືອງ ແລະ ສອງ​ຕາ​ແສງ​ທີ່​ຍັງ​ເຫຼືອ ເພື່ອ​ຕີ​ລາ​ຄາ, ຖອດ​ຖອນ​ບົດ​ຮຽນ ແລະ ຂະ​ຫ​ຍາຍ​ອອກ​ສູ່​ທຸກ​ຕາ​ແສງ​ໃນ​ບໍ​ລິ​ເວນແຂວງ

 

ຕອບກັບ

ຂ່າວ/ບົດ​ອື່ນ