ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່ ຢູ່ເຂດພູສູງຮ່າຢາງ

(vovworld) - ​ເມົ້າ​ເຢ້ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 4 ຕາ​ແສງ​ທີ່​ເປັນ​ແບບຢ່າງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ເມືອງ ​ອຽນ​ມິ​ງ, ​ແຂວງ ຮ່າ​ຢາງ. ​ເຖິງ​ວ່າ​ແມ່ນ​ຕາ​ແສງ​​ພູດ​ອຍ​ໃນ​ເຂດ​ຊາຍ​ແດນທີ່ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ. ​ແຕ່​ປະຈຸ​ບັນ, ​ຕາ​ແສງ​ສາມາດ​ປະຕິບັດສຳ​ເລັດ 13/19 ມາດຖານກໍ່ສ້າງ​ຊົນນະບົດ​ໃໝ່. ​ແລະ ສູ້​ຊົນ​ຮອດ​ທ້າຍ​ປີ​ນີ້​ຈະ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່. ບັນລຸ​ໄດ້ຜົນ​ງານ​ນີ້, ແມ່ນ​​ຍ້ອນ​ຕາ​ແສງ​ໄດ້ມີ​ບັນດາ​ວິທີ​ເຮັດ​ທີ່​ດີ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຂອງ​ຕາ​ແສງ… ພ້ອມ​ກັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ຕັດສິນ​ໃຈ​ຂອງ​ພະນັກງານ, ປະຊາຊົນ​ຕາ​ແສງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່  ຢູ່ເຂດພູສູງຮ່າຢາງ - ảnh 1

ທາງ​ເບ​ຕົງ​ລະຫວ່າງ​ບ້ານຊ່ວຍການໄປມາຢ່າງສະດວກສະບາຍ

        ບ້ານ​ ກົກ​ກາຍ, ຕັ້ງ​ຢູ່​ໃຈກາງ​ຕາ​ແສງ ​ເມົ້າ​ເຢ້, ​ໄດ້​ຮັບ​ເລືອກ​ເປັນ​ບ້ານ​ທີ່​ເປັນ​ແບບຢ່າງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ, ບ້ານ​ສາມາດ​ປະຕິບັດ​ສຳ​ເລັດ 13 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ສິ່ງ​ທີ່​ສ້າງຄວາມ​ປະ​ທັບ​ໃຈ​ທຳ​ອິດ ​ເມື່ອ​ເຂົ້າ​ບ້ານ ກົກ​ກາຍ ນັ້ນ​ແມ່ນ​, ທາງ​ເບ​ຕົງ​ລະຫວ່າງ​ບ້ານ​ທີ່​ສະອາດ, ຫໍ​ວັດທະນະທຳ, ​ເດີນ​ກິລາ​ທີ່​ກວ້າງຂວາງ ພ້ອມ​ກັບ​ເຮືອນຮ້ານ​ຕັ້ງ​ຢູ່​ກາງ​ສວນໝາກ​ໄມ້, ຄຽງ​ຂ້າງ​ນັ້ນ​ແມ່ນ​ໜອງ​ລ້ຽງ​ປາ, ຄອກ​ລ້ຽງ​ໝູ, ຄວາຍ, ງົວ​ຢ່າງ​ສະອາດ. ທ່ານ ຫງວຽນ​ວັນ​ດຽນ, ບ້ານ​ກົກ​ກາຍ, ຕາ​ແສງ ​ເມົ້າ​ເຢ້, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ມີ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ລັດ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ທາງ​ໄປມາ​ຢ່າງ​ສະດວກ​ສະບາຍ ​ແລະ ປີ​ນີ້​​ໄດ້ມີ​ທາງ​ໃນ​ເຂດ​ທົ່ງ​ນາ​ອີກ. ກ່ອນ​ນີ້​, ​ເມື່ອ​ບໍ່​ທັນ​ມີ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ການ​ໄປມາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ປະຈຸ​ບັນຊາ​ວກະສິກອນ​ໄປ​ເຮັດ​ນາ, ​ເກັບ​ກ່ຽວ​ເຂົ້າ​ສະດວກ​ທີ່​ສຸດ. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຫຼາຍ​ທີ່​ສຸດ“.

ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່  ຢູ່ເຂດພູສູງຮ່າຢາງ - ảnh 2

ຫໍວັດທະນະທຳຂອງບ້ານກົກກາຍ, ບ້ານທີ່ເປັນແບບຢ່າງໃນການກໍ່ສ້າງຊົນນະບົດໃໝ່

        ຍ້ອນ​ປະຕິບັດ​ວຽກ​ງານ​ໂຄສະນາ​ເປັນ​ຢ່າງ​ດີ, ປະຊາຊົນ​ຢູ່ 17 ບ້ານ​ໃນ​ຕາ​ແສງ ​ເມົ້າ​ເຢ້ ຈຶ່ງ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຈາກ​ນັ້ນ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ຜັນ​ຂະຫຍາຍ, ປະຕິບັດ​ບັນດາ​ມາດຖານ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ. ທ່ານ ຫງວຽນ​ວັນ​ເມົ້າ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເມົ້າ​ເຢ້, ​ໃຫ້​ຮູ້​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ໂຄສະນາ​ໃຫ້​ປະຊາຊົນ​ຜ່ານ​ຫຼາຍ​ຮູບ​ການ​ເຊັ່ນ: ຜ່ານ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ການ​ປະຊຸມ​ໃນ​ບ້ານ ຫຼື​ຜ່ານ​ໂທລະ​ໂຄ່ງ… ຈາກ​ນັ້ນ​ປະຊາຊົນ​ຈະ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ​ສະໜັບສະໜູນ, ວຽກ​ງານ​ທັງ​ໝົດ​ຄື​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ຊົນນະບົດ, ​ໂຄງການ​ເຮືອນ​ສະອາດ, ສວນງາມ, ຮົ້ວ​ຂຽວ…ຈຶ່ງໄດ້​ຮັບ​ການ​ຜັນ​ຂະ​ຫຍາ​ຍຢ່າງ​​ໄວ ​ແລະ ຖືກ​ກັບ​ຄວາມ​ຄືບ​ໜ້າ.”

ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່  ຢູ່ເຂດພູສູງຮ່າຢາງ - ảnh 3

ທົ່ງນາທີ່ໃຫ້ສະມັດຕະພາບສູງຂອງຊາວກະສິກອນຕາແສງເມົ້າເຢ້

        ດ້ວຍ​ທິດ​ນຳ​: “ອັນ​ໃດ​ງ່າຍ​ເຮັດ​ກ່ອນ, ອັນ​ໃດ​ຫຍຸ້ງຍາກ​ເຮັດ​ຕາມ​ຫຼັງ“. “ອັນ​ໃດ​ເສຍ​ເງິນ​ໜ້ອຍ​ເຮັດ​ກ່ອນ, ອັນ​ໃດ​ເສຍ​ເງິນ​ຫຼາຍ​ເຮັດ​ຕາມ​ຫຼັງ“, ລະດົມ ​ແລະ ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ຈາກ​ປະຊາຊົນ, ດັ່ງ​ນັ້ນ​ຜ່ານ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ຍາມ​ໃດ ​ເມົ້າ​ເຢ້ ກໍ່​ແມ່ນ​ຕາ​ແສງ​ນຳ​ໜ້າ​ເມືອງ ອຽນ​ມິ​ງ ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຮ່ວາງ​ເທ໋ດົງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເມົ້າ​​ເຢ້, ​ໃຫ້​ຮູ້​ວ່າ: ຕາ​ແສງ​ເອົາ​ໃຈ​​ໃສ່​ທີ່​ສຸດ​ເຖິງ​ວຽກ​ງານ​ໂຄສະນາ​ໃຫ້​ປະຊາຊົນ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນັບ​ແຕ່​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເມື່ອ​ປີ 2011, ຕາ​ແສງ​ໄດ້​ໂຄສະນາ​ເຖິງ​ບ້ານ​ຕ່າງໆ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ ​ແລະ ພ້ອມ​ກັນ​ເຮັດ, ພ້ອມ​ກັນ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດ. ປະຈຸ​ບັນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ຕາ​ແສງ​ໄດ້​ຫຼຸດ​ລົງ​ເຫຼືອ​ພຽງ 13%, ລາຍ​ຮັບ​ສະ​ເລ່ຍ​ໃສ່ຫົວ​ຄົນ​ບັນລຸ 13,5 ລ້ານ​ດົ່ງ/ຄົນ/ປີ. ທ່ານ ຮ່ວາງ​ເທ໋ດົງ, ​ໃຫ້​ຮູ້​ວ່າ:

        “ສຳລັບ​ຊົນນະບົດ​ໃໝ່, ພວກ​ຂ້າພະ​ເຈົ້າ​ໂຄສະນາ​ໃຫ້​ປະຊາຊົນ​ປະຕິບັດ​ບັນດາ​ມາດຖານ​ທີ່​ກຸ້ມ​ຕົນ​ເອງ​ໄດ້ ​ໂດຍ​ບໍ່ຕ້ອງ​​ການ​ເຖິງເງິນ​ໜູນ​ຊ່ວຍ​ຂອງ​ລັດ. ບັນດາ​ມາດຖານ​ໃດ​ງ່າຍ ​ແລະ ນຳ​ໃຊ້​ໃນ​ຄອບຄົວ​ງ່າຍ​ແມ່ນ​ເຮັດ​ກ່ອນ. ສ່ວນ​ບັນດາ​ມາດຖານ​ທີ່ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ ຫຼື​ບັນດາ​ກິດຈະກຳ​ທີ່​ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ, ທາງ​ຕາ​ແສງ​ຈະ​ເອົາ​ໃຈ​ໃສ່ ​ແລະ ຜັນ​ຂະຫຍາຍ… ຜ່ານ​ວຽກ​ງານ​ໂຄສະນາ​ຂົນຂວາຍ, ຖ້າ​ຫາກ​ປະຊາຊົນ​ເຂົ້າ​ໃຈ​ໄດ້, ​ເລື່ອງ​ຜັນ​ຂະຫຍາຍ​ການ​ຂົນຂວາຍ​ຈະ​ສະດວກ​ທີ່​ສຸດ. ​ປັດ​ໃຈເພື່ອ​​ເຮັດ​ໃຫ້​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່ບັນລຸ​ຜົນ​ສຳ​ເລັດ ​ແມ່ນ​ຕ້ອງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະໜັບສະໜູນ​ຈາກ​ປະຊາຊົນ. ຕ້ອງ​ຖື​ວຽກ​ງານ​ໂຄສະນາ, ຂົນຂວາຍ​ເປັນ​ສຳຄັນ ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ເຂົ້າ​ໃຈ​ໄດ້​ວຽກ​ງານ​ທຸກ​ຢ່າງ​ “.

        ນັບ​ແຕ່​ນີ້​ເຖິງ​ທ້າຍ​ປີ 2015, ຕາ​ແສງ ​ເມົ້າ​ເຢ້ ສຸມ​ໃສ່​ພັດທະນາ​ເສດຖະກິດ, ຍົກ​ສູງ​ລາຍ​ຮັບ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປັບປຸງ​ລະບົບ​ໂຄງ​ລ່າງ. ພ້ອມ​ກັບ​ການ​ນຳ​ໃຊ້​ບັນດາ​ຊັບພະຍາກອນ​ດ້ານ​ການ​ເງິນ, ການ​ປະສົມ​ແຫຼ່ງທຶນ​ຈາກ​ລາຍການ, ​ໂຄງການ​ຕ່າງໆ​ເພື່ອ​ລົງທຶນ​ພັດທະນາ​ຊົນນະບົດ, ທາງ​ຕາ​ແສງ​ກໍ່​​ໄດ້ລະດົມ​ແຫຼ​ງກຳລັງ​ໃນ​ໝູ່​ປະຊາຊົນ… ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ທີ່​ຍັງ​ເຫຼືອ ​ເພື່ອ​ເຮັດ​ໃຫ້​ຕາ​ແສງ ​ເມົ້າ​ເຢ້ ກາຍ​ເປັນຕາ​ແສງ​ທຳ​ອິດ​ທີ່​ບັນລຸ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ ອຽນ​ມິ​ງ, ​ແຂວງ ຮ່າ​ຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ