ສ້າງ​ບ່ອນ​ລະຫຼີ້ນ​ໃຫ້​ເດັກ​ນ້ອຍ​ເຂດ​ຫ່າງ​ໄກ​ສອກ​ຫລີກ

(VOVWORLD) -ບັນດາເດີ່ນລະຫຼີ້ນໄດ້ປະດັບປະດາດ້ວຍສີສັນຫຼາກຫຼາຍ ພ້ອມກັບການຫຼີ້ນທີ່ມີການເຄື່ອນເໜັງຢ່າງຕໍ່ເນື່ອງ ໄດ້ຕັ້ງຢູ່ເດີ່ນຂອງໂຮງຮຽນ ຫຼືເຂດໃຈກາງຂອງບ້ານຕ່າງໆທີ່ຢູ່ເຂດຫ່າງໄກສອກຫຼີກ ພວມຄ່ອຍໆກາຍເປັນຮູບພາບທີ່ລື້ງເຄີຍຢູ່ແຂວງ ດັກລັກ. ຢູ່ທີ່ນີ້, ພວກນ້ອງນ້ອຍສາມາດມາຫຼີ້ນ, ເຄື່ອນໄຫວຮ່າງກາຍ ແລະ ເສີມຂະຫຍາຍນ້ຳໃຈປະດິດຄິດສ້າງຂອງແຕ່ລະຄົນ, ປະກອບສ່ວນເປັນກຳລັງໜູນເພື່ອໃຫ້ພວກນ້ອງໄປໂຮງຮຽນ.
ສ້າງ​ບ່ອນ​ລະຫຼີ້ນ​ໃຫ້​ເດັກ​ນ້ອຍ​ເຂດ​ຫ່າງ​ໄກ​ສອກ​ຫລີກ - ảnh 1
                ພວກນ້ອງສາມາດຫຼີ້ນໂອນຊາຢ່າງສະບາຍ (ພາບ: VOV)

   ໃນຊຸມວັນຂອງບຸນເຕັດທີ່ຜ່ານມາ, ເຖິງວ່າໃນທ່າມກາງແສງແດດກ້າກໍ່ຕາມ, ແຕ່ພວກນ້ອງນ້ອຍ ຢູ່ບ້ານ ກຣູແອ, ຕາແສງວຸບົນ, ເມືອງກຼົງປັກ, ແຂວງດັກລັກ ຍັງເຕົ້າໂຮມກັນຢູ່ຕໍ່ໜ້າເດີ່ນຂອງໂຮງຮຽນປະຖົມ ຟານໂບ້ຍເຈົາ ເພື່ອລະຫຼີ້ນຢູ່ເຂດລະຫຼີ້ນແຫ່ງໃໝ່ ດ້ວຍອຸປະກອນການລະຫຼີ້ນຫຼາຍຢ່າງຄື: ໝາກຕະຫຼູດ, ໂອນຊາ, ຂ້າມຂົວໄມ້ຊິກແຊັກ… ພວກນ້ອງນ້ອຍມັກທີ່ສຸດ ແລະ ໄດ້ພາກັນມາຫຼີ້ນ. ນ້ອງເລເຈິ່ນລິນຈີ, ຊາວເຜົ່າໄຕ່ ແບ່ງປັນວ່າ:

   ກ່ອນນີ້ບໍ່ມີບ່ອນລະຫຼີ້ນ, ປະຈຸບັນມີແລ້ວ, ລູກຂໍຂອບໃຈນຳບັນດາລຸງປ້າອາວອາ ໄດ້ສ້າງບ່ອນລະຫຼີ້ນໃຫ້ພວກລູກ, ພວກລູກມີຄວາມມ່ວນຊື່ນ ແລະ ດີໃຈທີ່ສຸດ. ລູກຈະຊວນໝູ່ເພື່ອນມາຫຼີ້ນຢູ່ທີ່ນີ້ເປັນປະຈຳ.

ສ້າງ​ບ່ອນ​ລະຫຼີ້ນ​ໃຫ້​ເດັກ​ນ້ອຍ​ເຂດ​ຫ່າງ​ໄກ​ສອກ​ຫລີກ - ảnh 2

 ພວກນ້ອງມັກການຫຼີ້ນທີ່ມີການເຄື່ອນເໜັງທີ່ສຸດ (ພາບ: VOV)

    ນ້ອງ ວີອິກວຽນ, ຊາວເຜົ່າເອເດ, ນັກຮຽນຫ້ອງ ປ 5 ໂຮງຮຽນປະຖົມ ຟານໂບ້ຍເຈົາ ໄດ້ເລົ່າສູ່ຟັງວ່າ, ເຮືອນຂອງນ້ອງຢູ່ຫ່າງຈາກໂຮງຮຽນໄປເກືອບ 1 ກມ, ນັບແຕ່ໂຮງຮຽນມີເຂດລະຫຼີ້ນແຫ່ງໃໝ່, ເຖິງວ່າໄດ້ພັກຮຽນຍາມບຸນເຕັດກໍ່ຕາມ, ແຕ່ນ້ອງ ກັບໝູ່ເພື່ອນຍັງໄດ້ມາຫຼີ້ນຢູ່ທີ່ນີ້ ເກືອບທຸກມື້:

   ມື້ນີ້ລູກມີຄວາມມວ່ນຊື່ນຫຼາຍ, ກ່ອນນີ້ບໍ່ໄດ້ລະຫຼີ້ນຄືແບບນີ້, ປະຈຸບັນລູກມີຄວາມພາກພູມໃຈທີ່ສຸດ. ບັນດາແມ່ປ້າອາວອາ, ຄູອາຈານໄດ້ໃຫ້ຂອງຂວັນທີ່ມີຄວາມໝາຍຄືແນວນີ້, ລູກຂໍສັນຍາວ່າຈະຕັ້ງໃຈຮ່ຳຮຽນໃຫ້ດີທີ່ສຸດ.

   ຕາມອ້າຍຄູ ເຈິ່ນຫາຍເດື່ອງ, ຜູ້ອຳນວຍການໂຮງຮຽນປະຖົມ ຟານໂບ້ຍເຈົາ ແລ້ວ, ປະຈຸບັນ, ໂຮງຮຽນກຣູແອ ມີຫ້ອງຮຽນ 5 ຫ້ອງ, ມີນັກຮຽນ 100 ຄົນ ລ້ວນແຕ່ແມ່ນຊາວເຜົ່າສ່ວນໜ້ອຍໝົດ. ນີ້ແມ່ນໂຮງຮຽນທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງຕາແສງວຸບົນ. ກ່ອນນີ້, ນອກຈາກເວລາໄປໂຮງຮຽນແລ້ວ, ສ່ວນຫຼາຍ ນັກຮຽນຢູ່ທີ່ນີ້ ໄດ້ໄປ  ເຮັດໄຮ່, ເເບິ່ງງົວ, ຍິງນົກນຳພໍ່ແມ່ ຫຼືໄປແຕະບານຢູ່ຕາມທົ່ງຫຍ້າ. ນັບແຕ່ໄດ້ເອົາເຄື່ອງລະຫລີ້ນມາຕິດຕັ້ງຢູ່ໂຮງຮຽນ, ພວກນ້ອງນັກຮຽນ ແລະ ເດັກນ້ອຍຢູ່ອ້ອມແອ້ມເຂດນີ້ ກໍ່ໄດ້ມາລະຫຼີ້ນເປັນປະຈຳ:

   ມີເຂດລະຫຼີ້ນຄືແນວນີ້ ພວກນ້ອງນັກຮຽນຈຶ່ງຢາກໄປໂຮງຮຽນເປັນປະຈຳ, ທີສອງແມ່ນຈະເພີ່ມການຫັດກາຍບໍລິຫານຮ່າງກາຍ, ຫຼີ້ນກິລາກາຍຍະກຳ, ຍົກສູງກຳລັງຮ່າງກາຍໃຫ້ແກ່ພວກນ້ອງ. ພາຍຫຼັງໄດ້ຮັບກິດຈະກຳນີ້, ຄະນະອຳນວຍການໂຮງຮຽນ ພ້ອມກັບຄະນະຊາວໜຸ່ມໂຮງຮຽນ ແລະ ຊາວໜຸ່ມບ້ານ ໄດ້ປະຊຸມກັນເພື່ອຈັດແບ່ງຄວາມຮັບຜິດຊອບຮັກສາເຄື່ອງລະຫຼີນນີ້ໃຫ້ດີ ແລະ ມີປະສິດທິຜົນທີ່ສຸດໃຫ້ແກ່ພວກນ້ອງ.

   ເດີ່ນລະຫຼີ້ນຢູ່ບ້ານ ກຣູແອ ແມ່ນກິດຈະກຳແຫ່ງທີ 3 ຂຶ້ນກັບໂຄງການ “ເດີ່ນລະຫຼີ້ນໃຫ້ແກ່ນ້ອງ” ໂດຍກຸ່ມຜູ້ມີໃຈບຸນໃຈກຸສົນ ເຊື່ອມຕໍ່ຄວາມຮັກແພງ BMT ໄດ້ປຸກລະດົມ, ຂົນຂວາຍແຫຼ່ງກຳລັງຈາກສັງຄົມ ເພື່ອກໍ່ສ້າງບັນດາກິດຈະກຳເຫຼົ່ານັ້ນ ດ້ວຍຈຳນວນເງິນປະມານ 30 ລ້ານດົ່ງ. ເອື້ອຍ ເລຍືຮ່ວຽນເຈິມ, ຫົວໜ້າ ກຸ່ມຜູ້ມີໃຈບຸນໃຈກຸສົນ ເຊື່ອມຕໍ່ຄວາມຮັກແພງ BMT ແບ່ງບັນວ່າ: ໃນການໄປສຳຫຼວດຕົວຈິງຢູ່ບໍລິເວນປະສົບກັບຄວາມຫຍຸ້ງຍາກ, ໝູ່ບ້ານທີ່ຢູ່ເຂດຫ່າງໄກສອກຫລີກນັ້ນ, ເອື້ອຍເຫັນວ່າ ພ້ອກນ້ອງເຍົາວະຊົນຢູ່ທີ່ນີ້ ລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ, ດຳລົງຊີວິດຢູ່ໄກກັບເຂດໃຈກາງເມືອງ, ບໍ່ມີເງື່ອນໄຂໄດ້ສຳຜັດກັບອຸປະກອນເຄື່ອງລະຫຼີ້ນຕ່າງໆ. ນອກຈາກເວລາໄປໂຮງຮຽນແລ້ວ, ພວກນ້ອງມັກຊວນກັນໄປຍິງນົກ, ຫລືໄປຫຼີ້ນຢູ່ຕາມໜອງ, ແມ່ນ້ຳ, ຫ້ວຍແຫ່ງຕ່າງໆ ຊື່ງມີຄວາມສ່ຽງອາດຈະຕາຍດຶກນ້ຳໄດ້. ຕໍ່ໜ້າສະພາບຕົວຈິງນີ້, ທາງກຸ່ມໄດ້ສົມທົບກັບທ້ອງຖິ່ນ ເພື່ອລະດົມບັນດາກຳລັງ ໜູນຊ່ວຍການກໍ່ສ້າງເດີ່ນລະຫຼີ້ນໃຫ້ແກ່ພວກນ້ອງ. ພ້ອມກັນນັ້ນ, ຢູ່ບັນດາເດີ່ນຫຼີ້ນທີ່ໄດ້ກໍ່ສ້າງນັ້ນ, ບັນດາຫົວໜ່ວຍກໍ່ໄດ້ເຊື່ອມຕໍ່ກັບແຫຼ່ງກຳລັງອື່ນຕື່ມອີກ ເພື່ອໜູນຊ່ວຍຂອງຂວັນ, ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ ປຊຊ, ຫຼືເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຕື່ມອີກ. ນີ້ແມ່ນໂຄງການໃນໄລຍະຍາວນານ ແລະ ຈະສືບຕໍ່ໄດ້ເສີມຂະຫຍາຍໃນໄລຍະທີ່ຈະມາເຖິງ. ເອື້ອຍ ເລຍືຮ່ວຽນເຈິມ ໃຫ້ຮູ້ວ່າ:

   ໃນປີ 2022 ຈະມີ ໂຄງການກໍ່ສ້າງເດີ່ນລະຫຼີ້ນ 10 ແຫ່ງໃຫ້ບັນດາຕາແສງທຸກຍາກໃນແຂວງດັກລັກ. ທາງສະໂມສອນຈະຮຽກຮ້ອງໃຫ້ຜູ້ມີໃຈບຸນໃຈກຸສົນບໍລິຈາກເງິນໜູນຊ່ວຍຕື່ມອີກ, ຖ້າເງິນໃຊ້ຈ່າຍບໍ່ພຽງພໍ, ເພື່ອສືບຕໍ່ປະຕິບັດໂຄງການເດີ່ນລະຫຼີ້ນໃຫ້ແກ່ພວກນ້ອງ.

  ດ້ວຍການຮ່ວມແຮງຮ່ວມໃຈຂອງບັນດາຫົວໜ່ວຍ, ນັກອຸປະຖຳ, ໃນ 5 ປີຜ່ານມາ, ຜ່ານຊ່ອງທາງຂອງອົງການຈັດຕັ້ງຊາວໜຸ່ມ, ແຂວງດັກລັກ ໄດ້ກໍ່ສ້າງເດີ່ນລະຫຼີ້ນເກືອບ 200 ແຫ່ງໃຫ້ແກ່ເຍົາວະຊົນ ດ້ວຍມູນຄ່າທັງໝົດເກືອບ 10 ຕື້ດົ່ງ. ເມື່ອເດີ່ນລະຫຼີ້ນແຕ່ລະແຫ່ງໄດ້ກໍ່ສ້າງສຳເລັດ ແລະ ມອບໃຫ້ແກ່ບັນດາຫົວໜ່ວຍຊົມໃຊ້, ເຂົາເຈົ້າມີໜ້າທີ່ປົກປັກຮັກສາ, ສ້າງເງື່ອນໄຂໃຫ້ພວກນ້ອງສາມາດນຳໃຊ້, ລະຫຼີ້ນ. ຜ່່ານນັ້ນ ໄດ້ຊ່ວຍໃຫ້ພວກນ້ອງມີບ່ອນລະຫຼີ້ນ ເມື່ອໄປໂຮງຮຽນ ກໍ່ໄດ້ສ້າງຄວາມເບີກບານມ່ວນຊື່ນ, ຄວາມພາກພູມໃຈໃຫ້ພວກນ້ອງຕື່ມອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ