ສາມັກຄີກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງນາໂຮ໋ຍ, ເມືອງບັກຮ່າ, ແຂວງລາວກາຍ


(vovworld) ນາ​ໂຮ໋ຍ ແມ່ນ​ໜຶ່ງ​ໃນ 6 ຕາ​ແສງ​​ໃນເມືອງ​ບັກ​ຮ່າ, ແຂວງ​ລາວ​ກາຍ, ທີ່ໄດ້​ຮັບ​ການ​ເລືອກ​ເຟັ້ນ​​ເປັນຕາ​ແສງຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໄລ​ຍະ 2010 2020. ປະຈຸ​ບັນຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢູ່​ທີ່ນີ້​ພວ​ກໍ່​ສ້າງ​ນາ​ໂຮ໋ຍ​ໃຫ້​ກາຍ​ເປັນ​ຕາ​ແສງ​ທີ່​ສວຍ​ງາມ​ຮັ່ງ​ມີ, ປະ​ຊາ​ຊົນ​ມີ​ຄວາມ​ອິ່ມ​ໜຳ​ສຳ​ລານ. ຕໍ່​ໄປ​ນີ້, ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ຫວິ້ງ​ຟອງ.

ສາມັກຄີກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງນາໂຮ໋ຍ, ເມືອງບັກຮ່າ, ແຂວງລາວກາຍ - ảnh 1

ຊາວຕາແສງນາໂຮ້ຍຮ່ວມແຮງịວມໃຈກໍ່ສ້າງທາງ

(ພາບອິນເຕີແນດ)

        ນາ​ໂຮ້ຍ​ ແມ່ນ​ຕາ​ແສງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ເປັນ​ພິ​ເສດ​ທີ່​ພວມ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ໂຄງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ໄວ ແລະ ໝັ້ນ​ຄົງ​ຂອງ​ລັດ​ຖະ​ບານ. ປະ​ຈຸ​ບັນ, ທັງ​ຕາ​ແສງ​ມີ 996 ຄອບ​ຄົວ, ດ້ວຍ​ຈຳ​ນວນ​ພົນ​ລະ​ເມືອງກວ່າ 4.200 ຄົນ, ທີ່​ມາ​ຈາກ 12 ຊົນ​ເຜົ່າ​ຄື: ນຸ່ງ, ຢ້າວ, ມົ້ງ, ໄຕ່… ໂດຍ​ປະ​ຕິ​ບັດ​ຕາມ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ທາງ​ຕາ​ແສງ​ໄດ້​ສຸມ​ໃສ່​ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອລົງ​ທຶນ​​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ປຸກ​ລະ​ດົມ​ຂະ​ບວນ​ການ​ບໍ​ລິ​ຈາກ​ທີ່​ດິນ, ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ຕາ​ແສງ ເພື່ອ​ພ້ອມ​ກັນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ປີ 2013, ດ້ວຍ​ການ​ລົງ​ທຶນ​ຂອງ​ລັດ, ແລະ ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຊົນ, ນາ​ໂຮ໋ຍ ​ກໍ່​ສ້າງ​ທາງເບ​ຕົງ​ໄດ້​ເກືອບ 3 ກມ, ກໍ່​ສ້າງ​ຫໍ​ວັດ​ທະ​ນະ​ທຳ​ຕື່ມ​ອີກ 8 ແຫ່ງ, ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ,ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢ່າງ​ໝັ້ນ​ຄົງ.

        ທ່ານ ເຈິ່ນ​ຮ່​ວາງ​ຕວນ, ເລ​ຂາ​ຄະ​ນະ​ພັກ​ຕາ​ແສງ​ນາ​ໂຮ໋ຍ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຕາ​ແສງ​ນາ​ໂຮ໋ຍ, ໃຫ້​ຮູ້​ວ່າ, ຄວາມ​ສະ​ດວກ​ຂອງ​ນາ​ໂຮ໋ຍ ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ນັ້ນແມ່ນ, ​ອຳ​ນາດ​ການ​ປົກ​ຄອງມີຄວາມຕັດສິນໃຈສູງ ແລະ ໄດ້ຮັບຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະ​ຊາ​ຊົນ. ມີຫຼາຍ​ອົງ​ການ ແລະ ສ່ວນບ​ຸກ​ຄົນ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ ດ້ວຍວຽກ​ງານ​ລະ​ອຽດ, ແທດ​ຈິງຫຼາຍ​ຢ່າງ​, ຕົວ​ຢ່າງ​ຄື​ຄອບ​ຄົວ​ປ້າ​ ຈ໋າງ​ທິ​ລານ ຢູ່​ບ້ານ​ນາ​ໂຮ໋ຍ​ຕາ​ເວັນ​ຕົກ​ດ ໄດ້​ປະ​ກອບ​ທີ່​ດິນ 200 ຕາ​ລາງ​ແມັດ ແລະ ສະ​ໜັບ​ສະ​ໜູນ​ເງິນ 10 ລ້ານ​ດົ່ງ ເພື່ອ​ກໍ່​ສ້າງ​ທາງ​ໄປ​ຍັງ​ບ້ານ​ສິ່ນ​ຈາຍ​ເອ, ສິ່ນ​ຈາຍ​ບີ.

        “ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ​ນາ​ໂຮ໋ຍ​ໄດ້​ປະ​ຕິ​ບັດ​ສຳ​ເລັດ 11 /19 ມາດ​ຖານ​ຂອງ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ, ເພື່ອ​ບັນ​ລຸ​ໄດ້​​ຜົນ​ງານ​ຄື​ດັ່ງ​ກ່າວ​ ແມ່ນຕ້ອງ​ຕັ້ງ​ໜ້າ​ໂຄ​ສະ​ນາ ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ໄດ້​ຈຸດ​ປະ​ສົງ, ຄວາມ​ໝາຍ​ຂອງ​ຊົນ​ນະ​ບົດ​ໃໝ່. ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຮູບ​ແບບ​ໂຄ​ສະ​ນາ​ຂົນ​ຂວາຍ ແມ່ນ​ທິດ​ທາງ​ບຸກ​ທະ​ລຸ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ໂດຍຜ່ານຮູບ​ແບບນີ້, ອຳ​ນາດ​ການ​ປົກ​ຄອງ​ມີ​ຄວາມ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ​ກວ່າ ແລະ ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ຢູ່​ຮາກ​ຖານ, ເຮັດ​ໃຫ້​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສຳ​ເລັດ”.

ສາມັກຄີກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງນາໂຮ໋ຍ, ເມືອງບັກຮ່າ, ແຂວງລາວກາຍ - ảnh 2

ຊາວຕາແສງນາໂຮ້ຍເຄື່ອນໄຫວສິລະປະໃóໍວàທະນະທຳ

(ພາບອິນເຕີແນດ)

        ສຳ​ລັບ​ປະ​ຊາ​ຊົນ​ນາ​ໂຮ໋ຍແລ້ວ.  ຊົນ​ນະ​ບົດ​ໃໝ່​ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ເສັ້ນ​ທາງ​ເບ​ຕົງ, ຫໍ​ວັດ​ທະ​ນະ​ທຳ​ເທົ່າ​ນັ້ນ, ຫາກ​ສິ່ງ​ສຳ​ຄັນ ແລະ ແທດ​ຈິງ​ກວ່າ​ນັ້ນ​ແມ່ນຊີ​ວິດ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ປີ 2013, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໃນ​ຕາ​ແສງຫຼຸດ​ຈາກ 36% ລົງ​ເຫຼືອ​ພຽງ 26%. ອ້າຍ ສຸ່ງວັນ​ແສ່ງ, ຊາວ​ເຜົ່າ​ມົ້ງ​ຢູ່​ບ້ານ ຫງາຍ​ເທົ່າ, ຕາ​ແສງ​ນາ​ໂຮ໋ຍ, ໃຫ້​ຮູ້​ວ່າ:

        “ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເຮັດ​ໃຫ້​ປະ​ຊາ​ຊົນ​ພາກ​ພູມ​ໃຈຫຼາຍ, ປະ​ຈຸ​ບັນ​ໄດ້​ມີ​ໄຟ​ຟ້າ, ມີ​ທາງ​ຄົມ​ມະ​ນາ​ຄົມແລ້ວ. ຊີ​ວິດ​ທາງ​ດ້າວ​ວັດ​ຖຸ, ຈິດ​ໃຈ​ຂອງປະຊາຊົນນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ກ້າວ​ນ້າກວ່າ. ລັດ​ກໍ່ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອໃຫ້​ປະ​ຊາ​ຊົນ​ກູ້​ຢືມ​ທຶນ​ພັດ​ທະ​ນາ​ການ​ຜະ​ລິດ, ລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ”.

        ປະ​ຈຸ​ບັນ, ລາຍ​ຮັບ​ສະ​ເລ່ຍຂອງປະຊາຊົນໃນຕາ​ແສງ​ບັນ​ລຸ​ເກືອບ 10 ລ້ານ​ດົ່ງ/ຄົນ/ປີ, ເຖິງ​ວ່າບໍ່​ອັດ​ຕາ​ບໍ່​​ສູງກໍ່​ຕາມ, ແຕ່​ສຳ​ລັບ​ຕາ​ແສງ​ໃນ​ເຂດ​ພູ​ດອຍ​ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ​ຢ່າງນັ້ນ, ມັນ​ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ທາງ​ຕາ​ແສງ​ໄດ້​ສ້າງ​ຕັ້ງ​ສະ​ຫະ​ກອນ​ຜະ​ລິດ​ຢຸກ​ຢາ, ກາວ​ອາ​ຕີ​ໂຊ, ບ້ານ​ອາ​ຊີບ​ລ້ຽງ​ໝູ… ເຊິ່ງ​ແມ່ນ​ວຽກ​ງານ​ທີ່​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ສູງ​ໃຫ້​ແກ່​ປະ​ຊາ​ຊົນ. ດ້ວຍ​ຄວາມ​ສະ​ດວກ ແມ່ນ​ຢູ່​ໃກ້​ກັບ​ເທດ​ສະ​ບານ​ບັກ​ຮ່າ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດ​ນາມ, ທັງ​ແມ່ນ​ເຂດ​ທີ່​ມີ​ວັດ​ທະ​ນະ​ທຳຫຼາຍ​ຮູບຫຼາຍ​ແບບ​ຂອງ​ບັນ​ດາ​ເຜົ່ານັ້ນ. ນາ​ໂຮ໋ຍ ມີ​ທ່າ​ແຮງ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ເຈິ່ນ​ດັກ​ຮ່າ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ນາ​ໂຮ້ຍ, ໃຫ້​ຮູ້​ວ່າ, ທາງ​ຕາ​ແສງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ຖື​ວ່ານີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫ​ຍ່​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

ສາມັກຄີກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງນາໂຮ໋ຍ, ເມືອງບັກຮ່າ, ແຂວງລາວກາຍ - ảnh 3

ໝາກໝັ້ນຢູ່ນາໂຮ໋ຍ, ເມືອງơັກຮ່າ

(ພາບອິນເຕີແນດ)

        “ນາ​ໂຮ໋ຍ ພວມ​ສ້າງ​ຮູບ​ແບບ​ທ່ອງ​ທ່ຽວ​ປະ​ຊາ​ຄົມ. ເຮືອນ​ຮ້ານ​ຂອງ​ຊາວ​ຊົນ​ເຜົ່າ​ກໍ່​ເປັນ​ບ່ອນ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ ແລະ ພັກ​ຜ່ອນ​ຢູ່​ທີ່ນີ້. ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ຊາວ​ຊົນ​ເຜົ່າ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານເຮັດອະ​ນາ​ໄມ, ຮັກ​ສາ​ສິ່ງແວດ​ລ້ອມເພື່ອ​ໃຫ້​ຕະຫຼາດ​ຍາມ​ໃດ​ກໍ່​ສະ​ອາດ… ເພື່ອດຶງດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມໃຫ້ຫຼາຍກວ່າ, ຈາກນັ້ນລາຍຮັບຂອງປະຊາຊົນກໍ່ເພີ່ມຂຶ້ນ, ຊີ​ວິດ​ ນັບມື້ນັບດີຂຶ້ນ

        ໃນ​ປີ 2014, ນາ​ໂຮ້ຍ ຕັດ​ສິນ​ໃຈສືບຕໍ່​ປະ​ຕິ​ບັດ​ສຳ​ເລັດ 2 ມາດ​ຖານ​​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຕື່ມອີກ, ນັ້ນ​ແມ່ນ​ມາດ​ຖານ​ກ່ຽວ​ກັບ​ທາງ​ຄົມ​ມະ​ນາ​ຄົມ ແລ ວັດ​ທະ​ນະ​ທຳ. ເພື່ອ​ບັນ​ລຸ​ສິ່ງ​ດັ່ງ​ກ່າວ​ໃຫ້​ໄດ້, ຕາ​ແສງ​ນາ​ໂຮ໋ຍ ພວມ​ປະ​ຕິ​ບັດ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຢ່າງ​ຄົບ​ຊຸດ, ພິ​ເສດ​ແມ່ນ​ຊອກ​ຫາ​ສົ້ນ​ອອກ​ໃຫ້​ແກ່​ໝາກໝັ້ນ , ເຊິ່ງ​ແມ່ນ​ຜະ​ລິດ​ຕະ​ພັນ​ພິ​ເສດ​ຂອງ​ເຂດ​ພູ​ສູງ​ບັກ​ຮ່າ.

ຕອບກັບ

ຂ່າວ/ບົດ​ອື່ນ