ຫັນເປັນກົນຈັກ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່

​(vovworld) - ໃນ​ຊຸມ​ປີຜ່ານມາ, ຄຽງ​ຂ້າງ​ບັນດາ​ຜົນງານ​ທີ່​ເປັນ​ພື້ນຖານ​ໃນ​ຂົງ​ເຂດ​ກະ​ສີ​ກຳ​ຄື​: ການຄຳ້ປະກັນ​ດ້ານ​ສະບຽງ​ອາຫານ, ຍົກ​ສູງ​ລາຍ​ຮັບ ​ແລະ ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຊາວ​ກະ​ສີກ​ອນ…ນັ້ນ, ຢູ່​ເຂດ​ຊົນນະບົດ​ຫວຽດນາມ ​ຍັງ​ປະກົດ​ມີ​ການ​ທ້າ​ທາຍ​ໃໝ່​ຄື: ສະພາບ​ຂາດ​ແຮງ​ງານ, ລາຍ​ຮັບ​ຂອງ​ຊາວ​ກະ​ສີ​ກຳ​ຍັງ​ຕຳ່, ຂອບ​ຂະໜາດການ​ຜະລິດ​ສິນຄ້າຍັງ​ນ້ອຍ... ​ເພື່ອ​ແກ້​ໄຂ​ບັນຫາ​ນີ້, ​ເລື່ອງ​ນຳ​​ກົນ​ຈັກ​ເຂົ້າ​​ໃນ​ການ​ຜະລິດ​ກະ​ສີ​ກຳ ​ແມ່ນ​ມາດ​ຕະການ​ທີ່​ສຳຄັນ.

ຫັນເປັນກົນຈັກ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 1

ນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳ

(ພາບ: google.com.vn)

ການນຳ​ໃຊ້ກົນ​ຈັກ ​ແມ່ນ​ບັນຫາ​ສຳຄັນ ​ແລະ ມີ​ຄວາມ​ຈຳ​ເປັນ​ໃນ​ວິວັດ​ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ, ​ແລະ ທັນ​ສະ​ໄໝ​​ໃນການ​ຜະລິດ​ກະ​ສີ​ກຳ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່. ​ເພາະວ່າ​ບໍ່​ນຳ​ໃຊ້​ກົນ​ຈັກ ຈະ​ບໍ່​ສາມາດ​ຍົກ​ສູງ​ຄູນ​ຄ່າ, ຍົກ​ສູງ​ປະລິມານ​ການ​ຜະລິດ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ໄດ້. ​ໂດຍ​ເລີ່​ມມາ​ຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ນັ້ນ, ນັບ​ແຕ່​ຫຼາຍ​ປີ​ມາ​ນີ້, ລັດຖະບານ​ຫວຽດນາມ​ ໄດ້​ປະກາດ​ໃຊ້​​ນະ​ໂຍບາຍ ​ແລະ ມາດ​ຕະການ​ຫຼາຍ​ຢ່າງ ​ເພື່ອ​ນຳ​ໃຊ້​ກົນ​ຈັກ​​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ. ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ລັດ​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ, ສົ່ງ​ເສີມ​ຊາວ​ກະ​ສີກ​ອນກູ້​ຢືມ​ທຶນ, ຫຼື​ລົງທຶນ​​ປະກອບ​ກົນ​ຈັກ​ທີ່​ເໝາະ​ສົມ​ເຊັ່ນ:​ ລົດ​ໄຖ, ຄາດ​ນາ​ຂະໜາດ​ນ້ອຍ, ຈັກສູບ​ນ້ຳ, ຈັກ​ສີ​ເຂົ້າ, ບົດ​ເຂົ້າ… ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ການ​ຜະລິດ. ຈຸດ​ໃໝ່​ໃນ​ການ​ນຳ​ໃຊ້​ກົນ​ຈັກ​ເຈົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ກໍ່ສ້າງ​ຮູບ​ແບບ​ຊົນນະບົດ​ໃໝ່​ປະຈຸ​ບັນ​ນີ້, ນັ້ນ​ແມ່ນ​ຄຽງ​ຂ້າງ​ການ​ໜູນ​ຊ່ວຍ​ຈາກ​ລັດ​ແລ້ວ, ຍັງ​ຮຽກຮ້ອງ​ໃຫ້​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ວິ​ສາ​ຫະກິດ​ອີກ​ດ້ວຍ, ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ກະ​ສີກ​ອນ​ເອງ. ທ່ານ Bui Ba Bong, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ, ຖື​ວ່າ:

”ພວກ​ເຮົາ​ເຄີຍ​ເວົ້າ​ຫຼາຍ​​ເຖິງ​ນະ​ໂຍບາຍ​ຂອງ​ລັດ, ​ແຕ່​ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ, ​ເພື່ອ​ໃຫ້​ແຜນ​ນຳ​ໂຍບາຍ, ນະ​ໂຍບາຍ​ນີ້ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ວ່ອງ​ໄວ, ​ແມ່ນ​ຕ້ອງ​ລະດົມ​ການ​ປະກອບສ່ວນ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ ຈຶ່ງ​ສາມາດ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ຫັນ​ເປັນ​ກົນ​ຈັກ​ໄດ້, ຖ້າ​ຫາກ​ພຽງ​ແຕ່​ອີງ​​ໃສ່​ການ​ຊ່ວຍ​ເຫຼືອ​, ເກື້ອກູນ​ຂອງ​ລັດ​ແມ່ນ​ຊັກ​ຊ້າ​ທີ່​ສຸດ, ຕົວຢ່າງ​ຄື​ ກ່ອນ​ນີ້​ສອງ​, ສາມ​ປີ, ຢູ່​ເມືອງ​ບາ​ວີ່, ຮ່າ​ໂນ້ຍ​ໄດ້​ມີ​ 70% ເນື້ອ​ທີ່​ທັງ​ໝົດແມ່ນນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ກ່ຽວ​​​ເຂົ້າແລ້ວ, ​ໃນ​ນັ້ນ​ຊາວ​ກະ​ສີ ກ​ອນ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ”

ຫັນເປັນກົນຈັກ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 2

ນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳ

(ພາບ: google.com.vn)

ດ້ວຍ​ແຜນ​ນະ​ໂຍບາຍ​ຮ່ວມ​ມື​ກໍ່ສ້າງ​ຊົນນະບົດ​ໃໝ່, ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ໄດ້​ກໍ່ສ້າງ​ຮູບ​ແບບ​ຫັນ​ເປັນ​ກົນ​ຈັກຢ່າງ​ຄົບ​ຊຸດ ດ້ວຍ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ຮາກ​ຖານຄົ້ນ​ຄ້ວາ​ວິທະຍາສາດ​​ເພື່ອດຳ​ເນີນ​ການຖ່າຍ​ທອດວິທະຍາສາດ ​ເຕັກນິກ​ໃນ​ການ​ປູກ​ເຂົ້າ, ​ແລະ ສະໜອງ​ວັດ​ຖຸອຸປະກອນ​ທຳ​ການ​ຜະລິດ. ບໍລິສັດ​ຫຸ້ນ​ສ່ວນ​ອຸດສາຫະກຳ - ກະ​ສີ​ກຳບໍລິສັດ​ຫວຽດ-ມີ້ ຢູ່​ແຂວງ ​ແທງ​ຮ໋ວາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ພົວພັນ​ນີ້​ເປັນ​ຢ່າງ​ດີ. ​ໃນ​ໄລຍະ 5 ກວ່າ​ປີ​ທີ່​ຜ່ານ​ມາ, ທາງ​ບໍລິສັດ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ເຂົ້າ. ພິ​ເສດ, ທາງ​ບໍລິສັດ​ໄດ້​ພົວພັນ​ກັບ​ບໍລິສັດ​ຫຸ້ນ​ສ່ວນ​ແນວ​ພັນ​ສູນ​ກາງ ສະ​ໜອງ​ແນວ​ພັນ​ເຂົ້າ​ທີ່​ໃຫ້​ສະມັດ​ຕະພາບ​ສູງ, ​ແລ້ວ​ຖ່າຍ​ທອດ​ເຕັກນິກ​ດຳນາ​ດ້ວຍ​ກົນ​ຈັກ, ອັນ​ໄດ້​ຊ່ວຍ​ໃຫ້​ຊາວ​ກະ​ສີກ​ອນຫຼຸດຜ່ອນ​ລາຍ​ຈ່າຍ​ໃນ​ເບື້ອງ​ຕົ້ນ. ພາຍຫຼັງ​ປະຕິບັດ​ທົດ​ລອງ​ຢູ່ 5 ຕາ​ແສງ​ໃນ​ແຂວງ ​ແທງ​ຮ໋ວາ ດ້ວຍ​​ຜົນງານ​ທີ່​ຕັ້ງໜ້າ, ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຊາວ​ກະ​ສີກ​ອນນັ້ນ. ທ່ານ Le Doan Hung, ຢູ່​ບ້ານ 8, ຕາ​ແສງ ​ແຮ້ງ​ຟຸກ, ​ເມືອງ ທໍ້​ຊວນ, ​ໃຫ້​ຮູ້​ວ່າ:

“ກ່ອນ​ນີ້​ທ້ອງ​ຖີ່​ນພວກ​ເຮົາ​ເຮັດ​ໄຮ່​ໄຖ​ນາ​ລ້ວນ​ແຕ່​ຕາມ​ແບບ​ຫັດຖະ ກຳ, ປະຈຸ​ບັນ, ບໍລິສັດ​ຫວຽດ-ມີ້​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ເຂົ້າ, ດັ່ງ​ນັ້ນ​ຈຶງປະຢັດ​ຊັບພະຍາກອນ​ມະນຸດ, ວັດ​ຖຸ, ​ແຮງ​ງານ ​ແລະ ຄ່າ​ແຮງ​ງານ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ທົ່ງ​ນາ​ໃນ​ບ້ານ ​ແຮ້ງ​ຟຸກ ຂອງ​ພວກ​ຂ້າພະ​ເຈົ້າ​ກໍ່​ໃຫ້​ສະມັດ​ຕະພາບ​ສູງ​ເມື່ອ​ທຽບ​ໃສ່​ທົ່ງ​ນາ​ອື່ນໆ. ຊາວ​ກະ​ສີກ​ອນດີ​ໃຈ​ຫຼາຍ ​ເມື່ອ ຮ່ວມ​ມື​ທຳ​ການ​ຜະລິດກັບບໍລິສັດ​ຫວຽດ-ມີ້ ​​”

ຫັນເປັນກົນຈັກ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 3

ນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳ

(ພາບ: google.com.vn)

ຈາກ​ຜົນສຳ​ເລັດ​ດັ່ງກ່າວ, ບໍລິສັດ​ຫວຽດ-ມີ້ ພວມ​ດຳ​ເນີນ​ການ​ເປີດ​ກວ້າງ​ຮູບ​ແບບ​ນີ້​ຢູ່​ແຫ່ງຕ່າງໆ, ປະກອບສ່ວຫຼຸດຜ່ອນ​ອັດຕາ​ນຳ​ໃຊ້​ແຮງ​ງານ​ຢູ່​ເຂດ​ຊົນນະບົດ​ລົງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ຢູ່​ແຂວງ ​ແທງ​ຮ໋ວາ. ທ່ານ Le VanMinh, ຜູ້ອຳນວຍການບໍລິສັດ​ຫວຽດ-ມີ້, ​ໃຫ້​ຮູ້​ວ່າ:

”​ໂດຍ​ປະຕິບັດ​ໂຄງການ​ຫັນ​ເປັນ​ກົນ​ຈັກຢ່າງ​ຄົບ​ຊຸດ​ໃນ​ການ​ຜະລິດ​ເຂົ້າ ສົມທົບ​ກັບ​ການ​ສະໜອງ​ວັດຖຸ​ອຸປະກອນ​ກະ​ສີ​ກຳ, ພວກ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍ​ໂຄງການ​ນີ້​ຢູ່ 5 ຕາ​ແສງ, 4 ​ເມືອງ​ໃນ​ແຂວງ, ​ແລະ ຜົນງານ​ທີ່​ໄດ້​ຮັບ​ແມ່ນ​ດີ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ຈະ​ຂະຫຍາ​ຍຢ່າງ​ກວ້າງຂວາງ​ໃນ​ທົ່ວ​ແຂວງ, ປະກອບສ່ວນ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”

ຄວາມ​ຈິງ​ແລ້ວ, ການ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະລິດ​ກະ​ສີ​ກຳ​ບໍ່​ແມ່ນ​ເລື່ອງ​ທີ່​ໃໝ່​ອ່ຽມຢູ່​ຫວຽດນາມ, ​ແຕ່​ນັບ​ແຕ່ ສາມ, ​ສີ່​ປີ​ມາ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ຜັນ​ຂະຫຍາຍ​ບັນດາ​ມາດຕະຖານ​​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ຄົບ​ຊຸດ, ບັນຫາ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະລິດ​ກະ​ສີ​ກຳ​ຍິ່ງ​ມີ​ເງື່ອນ​ໄຂ ​ເພື່ອ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໃນ​ຫຼາຍ​ຂະ​ແໜງ​ອາຊີບ, ໝູ່​ບ້ານ​ອາຊີບ​ອື່ນໆ​ຢູ່​ເຂດ​ຊົນນະບົດ. ຮູບ​ພາບ​ຈັກ​ກ່ຽວ​ເຂົ້າ​, ລົດ​ໄຖ​ນາ​ຂະໜາດ​ນ້ອຍ… ​ປະກົດຕົວ​ໃນ​ທົ່ງ​ນາ​ນັບ​ມື້​ນັບ​ຫຼາຍ, ອັນ​ໄດ້​​ເຮັດແທນ​​ບັນດາ​ວຽກ​ງານ​ທີ່​ໜັກໜ່ວງ, ລຳບາກ​​ໃຫ້​ແກ່ຊາວ​ກະ​ສີກ​ອນ. ນັ້ນ​ແມ່ນ​ຄາດໝາຍ​ເຊິ່ງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ພວມ​ມຸ່ງ​ໄປ​ເຖິງ.

To Tuan

ຕອບກັບ

ຂ່າວ/ບົດ​ອື່ນ