ຫໍວາງສະແດງເຄື່ອງມືກະສິກຳຢູ່ບ້ານ ແທງຕວານ ແຂວງເທື່ອທຽນເຫ້ວ

(VOVWORLD) -ຫໍວາງສະແດງເຄື່ອງມືກະສິກຳ ຕັ້ງຢູ່ ບ້ານ ແທງຖູຍແຈງ ຫລື ເອີ້ນວ່າ ໝູ່ບ້ານ ແທງຕວານ ຂຶ້ນກັບຕາແສງ ຖູຍແທງ ເທດສະບານ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວ. ຢູ່ທີ່ນີ້ ແມ່ນວາດພາບບັນດາເລື່ອງລາວໃນການດຳເນີນຊີວິດຢູ່ ໝູ່ບ້ານ ແທງຕວານ ຜ່ານການວາງສະແດງບັນດາ ເຄື່ອງມືກະສິກຳ , ການປະມົງທີ່ເປັນມູນເຊື້ອ. ບົດຂຽນຂອງນັກຂ່າວທູຮວາ ທີ່ມີຫົວຂໍ້ວ່າ: ຫໍວາງສະແດງເຄື່ອງມືກະສິກຳຢູ່ບ້ານ ແທງຕວານ ແຂວງເທື່ອທຽນເຫ້ວ

ຫໍວາງສະແດງເຄື່ອງມືກະສິກຳຢູ່ບ້ານ ແທງຕວານ ແຂວງເທື່ອທຽນເຫ້ວ - ảnh 1 ຫໍວາງສະແດງເຄື່ອງມືກະສິກຳແທງຕວານ

ໝູ່ບ້ານ ແທງຕວານ ປະຈຸບັນ ມີປະມານ 3000 ຄອບຄົວດຳລົງຊີວິດ ແລະ ເຮັດອາຊີບປູກເຂົ້ານາທາມເປັນຕົ້ນຕໍ. ເມື່ອສຳເລັດວຽກໄຮ່ການນາ, ປະຊາຊົນທ້ອງຖິ່ນ ຍັງເຮັດອາຊີວເສີມຄື: ເຮັດກຸບ, ເຮັດເຂົ້າໜົມ, ຕີເຫລັກຜະລິດບັນດາ ເຄື່ອງມືກະສິກຳ. ຫໍວາງສະແດງ ເຄື່ອງມືກະສິກຳ ໄດ້ກໍ່ສ້າງທ້າຍປີ 2014 ຢູ່ໃຈກາງບ້ານ, ໂດຍແນະນຳກ່ຽວກັບປະຫວັດຄວາມເປັນມາ ແລະ ວັດທະນະທຳ, ອາຊີບເຮັດກະສິກຳ, ການຫາປາ ແລະ ຊີວິດປະຈຳວັນຂອງປະຊາຊົນໝູ່ບ້ານ ແທງຖູຍແຈງ. ປະຈຸບັນ ມີວັດຖຸພັນປະມານ 200 ຢ່າງ ແລະ ຮູບພາບເກືອບ 100 ແຜ່ນ ໄດ້ຮັບການຄັດເລືອກເອົາມາວາງສະແດງຕາມບັນດາຫົວເລື່ອງຕ່າງໆ. ທ່ານນາງ ຫງວຽນທິກ້ຽມ, ຜູ້ນຳທ່ຽວຊົມຂອງປະຊາຄົມທ່ອງທ່ຽວ ແທງຕວານ ໃຫ້ຮູ້ວ່າ:

“ໄລຍະບໍ່ທັນມີການຫັນເປັນອຸດສາຫະກຳ ແລະທັນສະໄຫມ ຊາວກະສິກອນໄດ້ນຳໃຊ້ບັນດາ ເຄື່ອງມື ແບບປະຖົມປະຖານຄືແນວນີ້ ເພື່ອສີເຂົ້າ, ຕຳເຂົ້າຕະຫລອດຮອດ ເຄື່ອງມື ໄຖນາ, ເອົານ້ຳເຂົ້ານາ… ບັນດາ ເຄື່ອງມືເຫລົ່ານີ້ ແມ່ນຕິດພັນກັບຊີວິດປະຈຳວັນຂອງຊາວກະສິກອນຢູ່ທີ່ນີ້ ແລະ ໄດ້ຮັບການຮັກສາໄວ້ຈາກປະຊາຊົນມາແຕ່ດົນນານ ຫລັງຈາກນັ້ນ ເຂົາເຈົ້າໄດ້ມອບໃຫ້ຫໍວາງສະແດງ ເຄື່ອງມື ກະສິກຳ.”

ທິວທັດທຳມະຊາດຂອງໝູ່ບ້ານ ແທງຕວານ ແລະ ຊີວິດປະຈຳວັນຂອງປະຊາຊົນຢູ່ທີ່ນີ້ໄດ້ວາດພາບຜ່ານບັນດາ ເຄື່ອງມື ຄື: ໂມ້ເຮັດດ້ວຍຫີນ, ຖ້ວຍຈານເຮັດດ້ວຍດິນເຜົາ, ຫມໍ້ດິນ, ຕຽງນ້ອຍເຮັດດ້ວຍໄມ້ໄຜ່… ຕະຫລອດຮອດບັນດາ ເຄື່ອງມື ຮັບໃຊ້ການຜະລິດກະສິກຳຄື: ເຄື່ອງປັນນ້ຳ, ເຄື່ອງຟາດເຂົ້າ, ກະຕາຫາບເຂົ້າ, ເຄື່ອງມືຫາປາຄື: ແຫ, ສຸ່ມຈັບປາ . ຢູ່ແຕ່ລະເຂດແນະນຳວັດຖຸພັນ ລ້ວນແຕ່ມີຄຳອະທິບາຍຈະແຈ້ງເພື່ອໃຫ້ນັກທ່ອງທ່ຽວ ແລະ ຜູ້ມາຊົມມີຄວາມເຂົ້າໃຈແຈ້ງກວ່າ. ຕົວຢ່າງຄື ຢູ່ ເຂດແນະນຳກ່ຽວກັບຄາບເຂົ້າຂອງຄອບຄົວທີ່ເປັນມູນເຊື້ອຂອງປະຊາຊົນຢູ່ເຂດບ້ານນາໃນເມື່ອກອ່ນ. ພໍ່ເຖົ້າຫງວຽນວຽດເບນ ອາຍຸ 78 ປີ ຢູ່ ໝູ່ບ້ານ ແທງຕວານໄດ້ບັນທຶກຄວາມຮູ້ສຶກຂອງຕົນກ່ຽວກັບຊຸມປີກ່ອນນີ້ເມື່ອໄດ້ຮັບປະທານອາຫານກັບຄອບຄົວ ດ້ວຍຄາບເຂົ້າທີ່ລຽບງ່າຍອາຫານກໍ່ບໍ່ມີຫຍັງ ມີພຽງແຕ່ ເຂົ້າ ປາແດກເຮັດດ້ວຍກຸ້ງຝອຍຫລືຜັກດອງກັບໝາກເຜັດ ນອກນັ້ນ ຍັງມີບັນດາເລື່ອງລາວ, ຄຳກາບກອນພື້ນເມືອງທີ່ເປັນເອກະລັກສະເພາະຂອງເຂດບ້ານນາໃນດິນແດນເຫ້ວ ໄດ້ວາດພາບຜ່ານຫລາຍເຂດດ້ວຍການວາງສະແດງທີ່ດູດດື່ມ. ຄື: “ກົບເດືອນ 3, ໄກ່ເດືອນ 8” ໄປພ້ອມກັບບັນດາເຄື່ອງມືຈັບກົບ ຢູ່ທົ່ງນາ ແລະ ລ້ຽງໄກ່ໃນບ້ານ. ປະໂຫຍກວ່າ “ເຂົ້າກັບປາຄືແມ່ກັບລູກ” ໄດ້ວາດພາບດ້ວຍຮູບພາບ ເຮືອນຄົວ ເຂດບ້ານນາ, ເຄື່ອງມືແຕ່ງກິນ. ທ່ານນາງ ຫງວຽນທິກ້ຽມ ໃຫ້ຮູ້ວ່າ:

        “ເມື່ອເວົ້າເຖິງປະໂຫຍກ ເຂົ້າກັບປາຄືແມ່ກັບລູກ, ໝາຍຄວາມວ່າ ໃນຄາບເຂົ້າຂອງຊາວກະສິກອນ ມີອາການພຽງແຕ່ແມ່ນປາເຂັງຊື່ງແມ່ນອາຫານແຊບນົວທີ່ສຸດ. ກິນເຂົ້າກັບປາຄືແມ່ກັບລູກ ແມ່ນເວົ້າເຖິງອາລົມຈິດຄວາມຮັກແພງຂອງຜູ້ເປັນແມ່ກັບຜູ້ເປັນລູກ”

ຫໍວາງສະແດງເຄື່ອງມືກະສິກຳຢູ່ບ້ານ ແທງຕວານ ແຂວງເທື່ອທຽນເຫ້ວ - ảnh 2 ນັກທ່ອງທ່ຽວສາກົນມາຢ້ຽມຢາມຫໍວາງສະແດງເຄື່ອງມືກະສິກຳນັບມື້ນັບຫລາຍ

ໃນຫໍວາງສະແດງ ເຄື່ອງມືກະສິກຳ ຍັງມີເຂດວາງສະແດງບັນດາວັດຖຸພັນທີ່ສ່ອງແສງໃຫ້ເຫັນດ້ານວັດທະນະທຳຂອງທ້ອງຖິ່ນຄື: ງານດອງງານສູ່ຂໍ, ບັນດາງານບຸນຄື: ຂັບບ່າຍຈອຍ, ການແຂ່ງຂັນຊ່ວງເຮືອ. ພ້ອມກັນນັ້ນ ແມ່ນເຂດແນະນຳອາຊີບຫາປາ, ຊື່ງແມ່ນບ່ອນນັກທ່ອງທ່ຽວສາມາດພ້ອມກັບປະຊາຊົນທ້ອງຖິ່ນເຂົ້າຮ່ວມບັນດາການເຄື່ອນໄຫວຫາປາ, ເຮັດເຂົ້າໜົມ, ເຮັດກຸບ… ສຸດທ້າຍແມ່ນເຂດປະຊາຊົນທ້ອງຖິ່ນວາດພາບຄືນບັນດາທຳນອງເພງພື້ນເມືອງຂອງທ້ອງຖິ່ນຄື ຂັບສີເຂົ້າ, ຕຳເຂົ້າ, …. ທ່ານ ຫງວຽນເມົ້າຮ່ວາ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຖູຍແທງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ກໍ່ສ້າງຫໍວາງສະແດງບັນດາ ເຄື່ອງມື ກະສິກຳຂອງຊາວບ້ານ ແທງຕວານ ໃນເມື່ອກອ່ນ. ບັນດາເຄື່ອງມືເຫລົ່ານັ້ນໄດ້ແນະນຳໃຫ້ນັກທ່ອງທ່ຽວຮູ້ຈັກເຖິງບັນດາເລື່ອງລາວຂອງປະຊາຊົນຢູ່ທີ່ນີ້. ສິ່ງສຳຄັນທີ່ສຸດແມ່ນ ພວກຂ້າພະເຈົ້າຢາກເວົ້າເຖິງ ນັ້ນແມ່ນບັນດາ ເຄື່ອງມືກະສິກຳຢູ່ທີ່ນີ້ບໍ່ແມ່ນເອົານຳໃຊ້ຕົວຈິງ ແຕ່ບັນດາເລື່ອງລາວຂອງປະຊາຊົນໄດ້ເຊີດຊູບັນດາຄຸນຄ່າຂອງວັດຖຸພັນເຫລົ່ານັ້ນ. ນັກທ່ອງທ່ຽວເຂົ້າມາຊົມຫໍວາງສະແດງແຫ່ງນີ້ ເຂົາເຈົ້າເວົ້າດ້ວຍພາສາອາດຈະແຕກຕ່າງກັນ ແຕ່ເຂົາເຈົ້າກໍ່ຮູ້ໄດ້ວ່າ ບັນດາວັດຖຸພັນນັ້ນ ແມ່ນນຳໃຊ້ຄືແນວໃດ.”

        ຫໍວາງສະແດງເຄື່ອງມືກະສິກຳ ໝູ່ບ້ານ ແທງຕວານ ໄດ້ຮັບການຕີລາຄາຈາກນັກທ່ອງທ່ຽວວ່າ ແມ່ນສະຖານທີ່ທ່ອງທ່ຽວອັນດູດດື່ມ ແຕ່ລະມື້ ມີນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດປະມານ 100 ເທື່ອຄົນໄດ້ມາຢ້ຽມຊົມ ແລະ ເຂົ້າຮ່ວມການດຳເນີນຊີວິດປະຈຳວັນຂອງປະຊາຊົນຢູ່ໝູ່ບ້ານ ແທງຕວານ.

ຕອບກັບ

ຂ່າວ/ບົດ​ອື່ນ