ຫວຽດ​ເຢິນ-ຕາ​ແສງ​​ຊົນ​ນະ​ບົດ​ໃໝ່ທີ່​ເປັນແບບ​ຢ່າງແຫ່ງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ

(VOVWORLD) -

ພາຍຫຼັງ 10 ປີໄດ້ປະຕິບັດໂຄງການເປົ້າໝາຍແຫ່ງຊາດການກໍ່ສ້າງຊົນນະບົດໃໝ່ນັ້ນ, ມາຮອດປະຈຸບັນ, ບັນດາເຂດຊົນນະບົດຂອງຫວຽດນາມ ພວມດຳເນີນການກໍ່ສ້າງແບບຢ່າງຊົນນະບົດໃໝ່ເທື່ອລະກ້າວ ດ້ວຍບັນດາຄາດໝາຍສູງກ່ວາ. ຕາແສງຫວຽດເຢິນ ເທດສະບານດົງຈ່ຽວ ແຂວງກວາງນິງ ແມ່ນຕາແສງຊົນນະບົດໃໝ່ທີ່ເປັນແບບຢ່າງແຫ່ງທຳອິດໃນທົ່ວປະເທດໄດ້ຮັບຮອງເອົາວ່າບັນລຸມາດຖານຊົນນະບົດໃໝ່.

ຫວຽດ​ເຢິນ-ຕາ​ແສງ​​ຊົນ​ນະ​ບົດ​ໃໝ່ທີ່​ເປັນແບບ​ຢ່າງແຫ່ງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ - ảnh 1

ພາບ: ທິວທັດທີ່ສະອາດງາມຕາຢູ່ຕາແສງຫວຽດເຢິນ

  ຈາກສາຍທາງຫຼວງເລກທີ 18, ເມື່ອໄປເຖິງເຂດຊົນນະບົດທີ່ຕັ້ງຢູ່ໃຕ້ຕີນພູອຽນຕື້, ແຂກທ່ອງທ່ຽວຈະມີຄວາມປະຫຼາດໃຈທີ່ສຸດ. ເສັ້ນທາງໃນບ້ານໄດ້ປູດ້ວຍເບຕົງ ໂດຍໄປຜ່ານເຂດທົ່ງນາທີ່ມີເຂົ້າພວມສຸກເຫຼືອງ, ໄປຜ່ານເຂດສວນຂຽວອຸ່ມທຸ່ມທີ່ເຕັມໄປດ້ວຍໝາກໄມ້ນາໆຊະນິດ. ຢູ່ສອງຝາກທາງແມ່ນຮົ້ວຕົ້ນໄມ້ ແລະ ດອກໄມ້ນາໆສີ. ບັນດາຫຼັງເຮືອນທີ່ມີຊາຍຄາສີແດງສະຫຼັບກັບສວນຕົ້ນໄມ້ກິນໝາກ… ນັ້ນແມ່ນໂສມໜ້າໃໝ່ຂອງຫວຽດເຢິນ-ຕາແສງຊົນນະບົດທີ່ເປັນແບບຢ່າງແຫ່ງທຳອິດຂອງແຂວງກວາງນິງ ແລະ ກໍ່ແມ່ນແຫ່ງທຳອິດໃນທົ່ວປະເທດ.

 ພາຍຫຼັງໄດ້ຮັບຮອງວ່າເປັນຕາແສງນກໍ່ສ້າງຊົນນະບົດໃໝ່ເມື່ອປີ 2013, ຕາແສງຫວຽດເຢິນ ສືບຕໍ່ “ຍົກສູງຄຸນະພາບ” ກໍ່ສ້າງຊົນນະບົດໃໝ່ທີ່ເປັນແບບຢ່າງ. ບັນດາຄອບຄົວໄດ້ຮັບການກຳນົດທິດ ແລະ ໜູນຊ່ວຍການວາງແຜນປູກຕົ້ນໝາກຂຽບ ຊື່ງແມ່ນຕົ້ນໄມ້ກິນໝາກຕົ້ນຕໍຂອງທ້ອງຖິ່ນຕາມມາດຕະຖານ VietGap (ການປະຕິບັດການຜະລິດກະສິກຳທີ່ດີໃຫ້ແກ່ບັນດາຜະລິດຕະພັນກະເສດ, ສິນໃນນ້ຳຫວຽດນາມ), ໝູນໃຊ້ເຕັກໂນໂລຊີສູງເພື່ອເພີ່ມສະມັດຕະພາບ ແລະ ຕິດສະແຕມແຫຼ່ງຜະລິດ, ເຊື່ອມຕໍ່ການຈຳໜ່າຍ. ທ່ານນາງ ຈູທິດົວ, ບ້ານເຕິນແທັງໃຫ້ຮູ້ວ່າ: ຄອບຄົວຂອງທ່ານນາງໄດ້ສ້າງເຂດສວນທີ່ເປັນແບບຢ່າງຊື່ງມີເນື້ອທີ່ກ້ວາງເຖິງ 12 ພັນຕາແມັດ:

  ຍ້ອນເຮັດຕາມມາດຕະຖານ VietGap, ຊາວກະສິກອນດຳເນີນການຜະລິດບັນລຸປະສິດທິຜົນຫຼາຍກ່ວາຊຸມປີກ່ອນ. ແຕ່ລະປີລາຄາໝາກຂຽບຂາຍໄດ້ປະມານ 30 ພັນດົ່ງຕໍ່ກິໂລກຼາມ ແຕ່ມາຮອດປະຈຸບັນກໍ່ສາມາດຂາຍໄດ້ກ່ວາ 50 ພັນດົ່ງຕໍ່ກິໂລກຼາມ, ໜ່ວຍງາມ, ຂາຍກໍ່ໄດ້ດີກ່ວາ. ຄອບຄົວຂ້າພະເຈົ້າມີລາຍຮັບກ່ວາ 700 ລ້ານດົ່ງຕໍ່ປີ.

ຫວຽດ​ເຢິນ-ຕາ​ແສງ​​ຊົນ​ນະ​ບົດ​ໃໝ່ທີ່​ເປັນແບບ​ຢ່າງແຫ່ງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ - ảnh 2

ປູກຕົ້ນໝາກຄຽບໃນຄອຍຄົວໜຶ່ງ ຢູ່ຕາແສງຫວຽດເຢິນ

 ໂດຍແມ່ນຕາແສງກະສິກຳເຂດພູດອຍ, ຫວຽດເຢິນ ໄດ້ຫັນປ່ຽນໂຄງປະກອບຜົນລະປູກ, ວາງແຜນກຳນົດເຂດຜະລິດລວມສູນດ້ວຍເນື້ອທີ່ປູກເຂົ້າຄຸນນະພາບສູງ 300 ແຮັກຕາ, ເນື້ອທີ່ປູກໝາກຂຽບ 200 ແຮັກຕາ, ເນື້ອທີ່ປູກໝາກກ້ຽງ, ໝາກພຸກ 45 ແຮັກຕາ, ສ້າງລະບົບຫົດນ້ຳທີ່ສົມບູນ. ຈາກລະດັບລາຍຮັບຕໍ່ຫົວຄົນກ່ວາ 27 ລ້ານດົ່ງຕໍ່ປີໃນປີ 2013, ມາຮອດປະຈຸບັນ, ລາຍຮັບຂອງປະຊາຊົນໄດ້ເພີ່ມຂຶ້ນທົບສອງເທົ່າ ແມ່ນເກືອບ 56 ລ້ານດົ່ງຕໍ່ປີ. ທົ່ວຕາແສງບໍ່ມີຄອບຄົວທຸກຍາກ. ນອກຈາກມີລາຍຮັບສູງແລ້ວ, ຄາດໝາຍທີ່ໜ້າປະທັບໃຈຂອງຫວຽດເຢິນ ແມ່ນສິ່ງແວດລ້ອມທີ່ສະອາດງາມຕາ. ປະຊາຊົນໄດ້ບໍລິຈາກທີ່ດິນ, ປະກອບເຫື່ອແຮງເພື່ອເບິ່ງແຍງດູແລຕົ້ນໄມ້ຂຽວ, ເຮັດອະນາໄມເສັ້ນທາງໃນບ້ານ. ປ້າຫງວຽນທິຕື, ນາຍບ້ານຟຸກທິ ໃຫ້ຮູ້ວ່າ:

  ໝູ່ບ້ານໄດ້ຄຸ້ມຄອງບັນດາເສັ້ນທາງໃນບ້ານ, ບັນດາພະນັກງານ ສະມາຊິກພັກ, ບັນດາໝູ່ຄະນະໄດ້ເປັນແບບຢ່າງ, ປູກຕົ້ນໄມ້ຂຽວ, ເຮັດອະນາໄມສິ່ງແວດລ້ອມ ແລະ ຊັກຊວນປະຊາຊົນມາເຮັດພ້ອມກັນ.

 

ບໍ່ພຽງແຕ່ເທົ່ານັ້ນ, ປະຊາຊົນຍັງໄດ້ຊົມໃຊ້ລະບອບຄຸ້ມຄອງ, ຕິດຕາມກວດກາສຸຂະພາບ, ໂຮງຮຽນສາມັນທຸກຊັ້ນລ້ວນແຕ່ບັນລຸມາດຕະຖານລະດັບຊາດ. ທຸກບ້ານລ້ວນແຕ່ມີບ້ານວັດທະນະທຳທີ່ໃຫ່ຍໂຕ ແລະ ສວຍງາມ, ປະຊາຊົນພາກັນມາຊ້ອມສິລະປະ, ອອກກຳລັງກາຍໃນຕອນແລງທຸກມື້.

ເດືອນກໍລະກົດປີ 2019, ແຂວງກວາງນິງ ໄດ້ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາ ຫວຽດເຢິນ ບັນລຸມາດຕະຖານຕາແສງຊົນນະບົດໃໝ່ທີ່ເປັນແບບຢ່າງ ຕາມຂໍ້ຕົກລົງຂອງລັດຖະບານ.

ຈາກແບບຢ່າງຂອງຕາແສງຫວຽດເຢິນ, ເທດສະບານ ດົງຈ່ຽວ ສູ້ຊົນຮອດປີ 2020 ຈະບັນລຸມາດຕະຖານຊົນນະບົດໃໝ່ທີ່ເປັນແບບຢ່າງ. ທ່ານຫງວຽນວັນຫງວານ, ຮອງປະທານຄະນະກຳມະການປະຊາຊົນ ເທດສະບານ ດົງຈ່ຽວ ໃຫ້ຮູ້ວ່າ:

  ພວກຂ້າພະເຈົ້າກຳນົດວ່າ ປະຊາຊົນເປັນຜູ້ຕັດສິນຜົນສຳເລັດຂອງໂຄງການກໍ່ສ້າງຊົນນະບົດໃໝ່. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສຸມໃສ່ຍົກສູງບັນດາຄາດໝາຍ, ການວາງແຜນກຳນົດການຜະລິດຕາມລະບົບຕ່ອງໂສ້, ຍົກສູງມູນຄ່າຂອງຂະໜາດສິນຄ້າເພື່ອຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ປະຊາຊົນເຂດຊົນນະບົດຈະມີຊີວິດການເປັນຢູ່ທີ່ສົດຊື່ນແຈ່ມໃສ, ມີຄວາມຜາສຸກ, ມີເສັ້ນທາງໄປມາສະອາດ, ສວຍງາມ.

  “ລະດົມກຳລັງແຮງຂອງປະຊາຊົນເພື່ອເບິ່ງແຍງດູແລປະຊາຊົນ”; “ວົງຄະນະຍາດປະຊາຊົນເປັນເຈົ້າກຳ, ລັດສວມບົດບາດໜູນຊ່ວຍ ແລະ ກຳນົດທິດ”, ຕາແສງຫວຽດເຢິນ ແລະ ເທດສະບານ ດົງຈ່ຽວ ແຂວງກວາງນິງ ໄດ້ຮັບໝາກຜົນທີ່ໃຫ່ຍຫຼວງ. ແບບຢ່າງຊົນນະບົດໃໝ່ໄດ້ຮັບການຍົກສູງທາງດ້ານຊີວິດວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນໃນເຂດຊົນນະບົດຂອງຕົນຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ