ອີງໃສ່ກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງເຟືອກລອງ, ແຂວງບາກລຽວ


(vovworld) - ໂດຍ​ແມ່ນ​ໜຶ່ງ​ໃນ 5 ເມືອງ​ໃນ​ທົ່ວ​ປະ​ເທດ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກສູນ​ກາງ​​ໃຫ້​ປະ​ຕິ​ບັດ​ທົດ​ລອງໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໄລ​ຍະ 2010 2015. ໃນ 3 ປີ ກວ່າ​ທີ່​ຜ່ານ​ມາ, ເມືອງ​ເຟືອກ​ລອງ, ແຂວງ​​ບາກ​ລຽວ ໄດ້​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດຫຼາຍ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ. ຜົນ​ງານ​ທີ່​ບັນ​ລຸ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຽງ​ຂ້າງ​ການ​ນຳ​ໃຊ້ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ສູນ​ກາງຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ມີ​ໄຫວ​ພິບ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​​ລະ​ອຽດຂອງ​ທ້ອງ​ຖີ່ນ​ແລ້ວ,  ແມ່ນ​ຕ້ອງ​ອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ອີກ​ດ້ວຍ.

ອີງໃສ່ກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງເຟືອກລອງ, ແຂວງບາກລຽວ - ảnh 1

ຊາວເຟືອກລອງ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່

        ເດືອນ 5 ຜ່ານ​ມາ, ​ຕາ​ແສງວິ້ງ​ແທງ ແມ່ນ​ຕາ​ແສງ​ທຳ​ອິດ​ຂອງ​ເມືອງ​ເຟືອກ​ລອງ ແລະ ແຂວງ​ບາກ​ລຽວ ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່.. ຕາມ​ແຜນ​ການ​ແລ້ວ, ນັບ​ແຕ່ນີ້​ຮອດ​ທ້າຍ​ປີ, 6 ຕາ​ແສງ​ທີ່​ຍັງ​ເຫຼືອ​ຂອງ​ເມືອງ​ເຟືອກ​ລອງ ຈະ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ທ່ານ ເຈິ່ນ​ຮ່​ວາງຢ​ວຽນ, ເລ​ຂາ​ຄະ​ນະ​ພັກ​ເມືອງ​ເຟືອກລອງ, ໃຫ້​ຮູ້​ວ່າ: ບັນ​ລຸ​ໄດ້​ຜົນ​ງານ​ດັ່ງ​ກ່າວ​ແມ່ນ​ຍ້ອນ​ມີ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຖືກ​ຕ້ອງ​ຂອງ​ພັກ ແລະ ລັດທີ່​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ກໍ່​ຄື​​ມີຄວາມ​ສະ​ໜິດ​ຕິດ​ພັນ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ. ພິ​ເສດ, ແມ່ນ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຍາມ​ໃດ​ກໍ່​ຊອກ​ຫາ, ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຈາກທ້ອງ​ຖີ່ນ​ຕ່າງໆ, ພ້ອມ​ກັບ​ການ​ໝູນ​ໃຊ້​ແຜນ​ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ຢ່າງ​ມີ​ໄຫວ​ພິບ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ລະ​ອຽດ​ຂອງ​ທ້ອງ​ຖີ່ນ. ຈາກ​ນັ້ນ​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດ​ທີ່​ແທດ​ຈິງ​ໃຫ້​ປະ​ຊາ​ຄົມ​ສັງ​ຄົມ ແລະ ປະ​ຊາ​ຊົນ​ໃນ​ທ້ອງ​ຖີ່ນ

        “ບົດ​ຮຽນ​ໃນ​ການ​ຊີ້​ນຳ​ນຳ​ພາ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ນັ້ນ​ແມ່ນ​ກ່ອນ​ອື່ນ​ໝົດ​ຜູ້​ນຳ​ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນ​ຕ້ອງ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຫ້າວ​ຫັນ, ຕັ້ງ​ໜ້າ, ເປັນ​ແບບ​ຢ່າງ​ນຳ​ໜ້າໃນ​ການ​ປະ​ຕິ​ບັດ​ວຽກ​ງານ, ແຕ່​ກໍ່​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັ​ນຫຼັກ​ການ, ເປີດ​ເຜີຍ, ໂປ່ງ​ໃສ ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະ​ຊາ​ຊົນ. ​ຈາກ​ນັ້ນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຈຶ່ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ແລະ ໂສມ​ໜ້າ​ຊົນ​ນະ​ບົດ​ຈຶ່ງ​ປ່ຽນ​ໃໝ່​ຢ່າງ​ແທ້​ຈິງ”.

        ໃນ 3 ກວ່າ​ປີ​ຜ່ານ​ມາ, ເມືອງ​ເຟືອກ​ລອງ​ ສາ​ມາດກໍ່​ສ້າງ​ທາງ​​ເບ​ຕົງໄດ້​ກວ່າ 400 ກມ, ປ້ານ​ຄັນ​ຄູ​ໄດ້ 14 ກມ, ​ກໍ່​ສ້າງຂົວ​ເບ​ຕົງ​ເສີມ​ເຫຼັກ​ໄດ້​ກວ່າ 14 ແຫ່ງ, ທົ່ງ​ນາ​ຂະ​ໜາດ​ໃຫ​ຍ່ 16 ແຫ່ງ, ຍົກ​ລະ​ດັບ ແລະ ເປີດກວ້າງ​ຕະຫຼາດ​ຊົນ​ນະ​ບົດ 3 ແຫ່ງ, ພ້ອມ​ກັບ​ກິດ​ຈະ​ກຳ​ສຳ​ຄັນ​ອື່ນໆ​ອີກ. ພິ​ເສດ​ແມ່ນ​ຖື​ການ​ຜະ​ລິດ​ກະ​ສີ​ກຳ ແລະ ສິນ​ໃນ​ນ້ຳ​ເປັນ​ຕົ້ນ​ຕໍ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ໃນ​ຊຸມ​ປີ​ຜ່ານ​ມາ​ເຟືອກ​ລອງ ໄດ້​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ຜະ​ລິດ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ບັນ​ລຸ​ໄດ້​ປະ​ສິດ​ທິ​ຜົນ​​ເສດ​ຖະ​ກິດ​ສູງ​. ພິ​ເສດ​ແມ່ນນ​ຮູບ​ແບບ​ປູກ​ເຂົ້າ​ພ້ອມ​ກັບພືດ, ປູກ​ເຂົ້າ​ພ້ອມ​ກັບ​ການ​ລ້ຽງ​ສິນ​ໃນ​ນ້ຳ. ພັດ​ທະ​ນາ​ການ​ລ້ຽບ​ສັດທີ່​ມີ​ມູນ​ຄ່າ​ເສດ​ຖະ​ກິດ​ສູງ, ພິ​ເສດ​ແມ່ນ​ຮູບ​ແບບ​ລ້ຽງ​ໂຕ​ແຂ້. ຈາກ​ນັ້ນ​ການ​ຜະ​ລິດ​ກະ​ສີ​ກຳ ແລະ ສິນ​ໃນ​ນ້ຳ​ຂອງ​ເມືອງ​ນັບ​ມື້​ນັບ​ພັດ​ທະ​ນາ, ຍອດ​ມູນ​ຄ່າ​ສະ​ເລ່ຍ​ໃນ​ແຕ່​ລະ​ປີ​​ບັນ​ລຸ 3.100 ຕື້​ດົ່ງ. ຄຽງ​ຂ້າງ​ການ​ຜະ​ລິດ​ກະ​ສີ​ກຳ - ສິນ​ໃນ​ນ້ຳ​ແລ້ວ, ເມືອງ​ຍັງ​ສຸມ​ໃສ່​ຊີ້​ນຳ​ພັ​ດ​ທະ​ນາ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ - ອຸດ​ສາ​ຫະ​ກຳ​ນ້ອຍຫັດ​ຖະ​ກຳ​ ແລະ ການ​ຄ້າ - ການ​ບໍ​ລິ​ການ, ຍອດ​ມູນ​ຄ່າ​ແຕ່​ລະ​ປີ​ບັນ​ລຸ 5.100 ຕື້​ດົ່ງ. ປະ​ຈຸ​ບັນ, ປະ​ຊາ​ຊົນ​ເມືອງ​ເຟືອກ​ລອງ ບັນ​ລຸ​ລາຍ​ຮັບ​ກວ່າ 33 ລ້ານ​ດົ່ງ/ຄົນ/ປີ, ເພີ່ມ​ຂຶື້ນ​ເກືອບ 2,4 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2009. ອ້າຍ ເຈິ່ນ​ວັນ​ທົ໋ງ ຢູ່​ບ້ານເຟືອກ​ແທ່ງ, ຕາ​ແສງ​ເຟືອກ​ລອງ, ເມືອງ​ເຟືອກ​ລອງ, ໃຫ້​ຮູ້​ວ່າ:

        “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ທັງ​ດຳ​ເນີນ​ທຸ​ລະ​ກິດ, ທັງ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ນັບ​ແຕ່​ມີ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ປະ​ຊາ​ຊົນ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຊົມ​ໃຊ້ຜົນ​ປະ​ໂຫຍດຫຼາຍ​ຢ່າງ​ຈາກ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ກ່ອນນີ້​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ, ສະ​ມັດ​ຕະ​ພາບ​ການ​ຜະ​ລິດ​ຕ່ຳ, ຍ້ອນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ແຫຼ່ງ​ນ້ຳ, ແຕ່​ມາ​ບັດ​ນີ້​​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ບັນ​ລຸສະ​ມັດ​ຕະ​ພາບ​ສູງ ແລະ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ດັ່ງ​ນັ້ນ​ຊາວ​ກະ​ສີ​ກອນ​ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ສຸດ”.

ອີງໃສ່ກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງເຟືອກລອງ, ແຂວງບາກລຽວ - ảnh 2

ເຟືອກລອງໃນປະຈຸບັນ

        ບັນ​ດາ​ປະ​ສິດ​ທິ​ຜົນ​ອັນ​ໃຫ​ຍ່ຫຼວງ​ຈາກ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໄດ້​ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເຟືອກ​ລອງ ຮ່ວມ​ແຮງ, ຮ່ວມ​ໃຈຫຼາຍກວ່າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.. ໃນ​ຊຸມ​ປີ​ຜ່ານ​ມາ, ຄຽງ​ຂ້າງ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ການ​​ບໍ​ລິ​ຈາກ​ເງິນ​ນັບ​ພັນ​ຕື້​ດົ່ງແລ້ວ, ມີຫຼາຍ​ຄອບ​ຄົວ​ຊາວ​ກະ​ສີ​ກອນ​ຢູ່​ເມືອງ​ເຟືອກ​ລອງ ຍັງ​ບໍ​ລິ​ຈາກ​ທີ່​ດິນ​ເກືອບ 600.000 ຕາ​ແມັດ ເພື່ອ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ, ຫໍ​ວັດ​ທະ​ນະ​ທຳ,  ແລະ ບັນ​ດາ​ກິດ​ຈະ​ກຳ​ສະ​ຫວັດ​ດີ​ການ​ສັງ​ຄົມ​ອື່ນໆ​ອີກ. ທ່ານ ຫງວຽນ​ວັນ​ຢຸງ, ຢູ່​ບ້ານ​ເຕື່ອງ 3A, ຕາ​ແສງວິ້ງ​ແທງ, ເມືອງ​ເຟືອກ​ລອງ, ແຂວງ​ບາກ​ລຽວ, ໃຫ້​ຮູ້​ວ່າ:

        “​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ນີ້​ແມ່ນ​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ເພາະ​ມັນ​ສ້າງ​ຄວາມ​ສະ​ດວກ​ ແລະ ຜົນ​ປະ​ໂຫຍດໃຫ້​ແກ່​ປະ​ຊາ​ຊົນ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ ແລະ ປະ​ຊາ​ຊົນ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ. ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ບໍ​ລິ​ຈາກ​ທີ່​ດິນ 100 ຕາ​ແມັດ ເພື່ອ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​​, ເຮັດ​ໃຫ້​ການ​ໄປ​ມາ​ຂອງ​ປະ​ຊາ​ຊົນ​ສະ​ດວກ​​ສະ​ດວກ​ສະ​ບາຍກວ່າ”.

        ອາດ​ເຫັນ​ໄດ້​ວ່າ, ເມືອງ​ເຟືອກ​ລອງ​ ໄດ້​ອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ເພື່ອ​ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ພາຍ​ໃນ ແລະ ສິ່ງ​ສຳ​ຄັນ​ແມ່ນ​ໃນ​ເວ​ລາ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ການ​ນຳ​ເມືອງ​ໄດ້​ຮູ້​ໝູນ​ໃຊ້​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ຂອງ​ລັດ​ເຂົ້າ​ໃນ​​ເງື່ອນ​ໄຂ​ຕົວ​ຈິງຂອງ​ປະ​ຊາ​ຊົນ​ຢ່າງ​ເໝາະ​ສົມ ແລະ ມີ​ໄຫວ​ພິບ. ສ້າງ​ຄວາມ​ສາ​ມັກ​ຄີ, ຄວາມເປັນ​ແບບ​ຢ່າງ​ຂອງ​ພະ​ນັກ​ງານ​ສະ​ມາ​ຊິກ​ພັກ, ດ້ວຍ​ທິດ​ນຳ “ສະ​ມາ​ຊິກ​ພັກ​ໄປ​ກອນ, ປະ​ຊາ​ຊົນ​ໄປ​ຕາມຫຼັງ”. ທ່ານ ຮ​ວີ່ງ​ກ໋ຽນ​ທຽດ, ຢູ່​ບ້ານ​ເຟືອກ​ເຈື່ອງ, ຕາ​ແສງ​ເຟືອກ​ລອງ, ເມືອງ​ເຟືອກ​ລອງ, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ເມື່ອ​ການ​ນຳ​ພັກເປັນ​ແບບ​ຢ່າງ​ຈຶ່ງ​ສາ​ມາດ​ສ້າງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ໃນ​ໝູ່​ປະ​ຊາ​ຊົນ ແລະ ນຳ​ມາ​ເຊິ່ງ​ໝາກ​ຜົນ​ຄື​ທຸກວັນ​ນີ້​ໄດ້. ການ​ນຳ​ເມືອງ, ຕາ​ແສງ, ບ້ານ​ມີ​ຄວາມ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ຈຶ່ງ​ເຂົ້າ​ໃຈ​ແຜນ​ນະ​ໂຍ​ບາຍ, ​ນະ​ໂຍ​ບາຍ​ຂອງ​ລັດ​ເພື່ອ​ປະ​ຕິ​ບັດ​ຕາມ, ເຮັດ​ໃຫ້​ໂສມ​ໜ້າ​ຊົນ​ນະ​ບົດ​ໃນ​ປະ​ຈຸ​ບັນ​ມີ​ການ​ປ່ຽນ​ແປງ, ຊີ​ວິດ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ພັດ​ທະ​ນາ​ໃຫ້​ດີ​ຂຶ້ນ”.

        ຈາກ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ກ​ວ່າ 3 ປີ ແຫ່ງການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເຟືອກ​ລອງ, ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຽງ​ຂ້າງ​ວິ​ທີ​ເຮັດ​ຢ່າງ​ຂະ​ຫ​ຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແລ້ວ, ຍັງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດ​ຂອງ​ການ​ນຳ​ທ້ອງ​ຖີ່ນ​ອີກ. ເມື່ອ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ກິດ​ຈະ​ກຳ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕື່ມ​ອີກ​ຕໍ່​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຖັນ​ແຖວ​ພະ​ນັກ​ງານ​ທ້ອງ​ຖີ່ນ… ເພື່ອ​ພ້ອມ​ກັນ​ກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ, ສ້າງ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ.

       

ຕອບກັບ

ຂ່າວ/ບົດ​ອື່ນ