ອາຊີບແກະສະຫຼັກພະພຸດທະຮູບຂອງໝູ່ບ້ານ ຫວູລັງ

(VOVWORLD) - ໝູ່ບ້ານ ຫວູລັງ ຢູ່ຕາແສງ ເຢິນຮ່ວາ, ເມືອງ ແທງອວາຍ, ຮ່າໂນ້ຍ, ມີອາຊີບແກະສະຫຼັກພະພຸດທະຮູບທີ່ເປັນມູນເຊື້ອທີ່ມີມາກ່ອນນີ້ນັບຮ້ອຍປີ. ນີ້ແມ່ນແຫ່ງຜະລິດເຄື່ອງບູຊາທີ່ມີຊື່ສຽງຢູ່ພາກເໜືອ. ຜະລິດຕະພັນຂອງໝູ່ບ້ານ ຫວູລັງ ມີໜ້າຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ແລະ ສົ່ງອອກຕ່າງປະເທດ.

ປັດຈຸບັນ, ໝູ່ບ້ານ ຫວູລັງ ມີປະມານ 450 ຄອບຄົວເຮັດອາຊີບເປັນຊ່າງໄມ້, ດ້ວຍຊ່າງແກະສະຫຼັກທີ່ມີສີມືແຮງງານ 500 ຄົນ. ໃນໝູ່ບ້ານມີໂຮງຈັກ, ໂຮງງານ, ຮາກຖານຜະລິດຂະໜາດໃຫຍ່ນັບສິບແຫ່ງ. ມາຢ້ຽມຢາມໝູ່ບ້ານ ຫວູລັງ, ເຮົາສາມາດເຫັນແຈ້ງບັນຍາກາດອອກແຮງງານທຳການຜະລິດຢ່າງຫ້າວຫັນ, ຟົດຟື້ນ, ດ້ວຍຮູບແກະສະຫຼັກທີ່ວາງຕາກຢູ່ລຽບຕາມສອງພາກທາງໃນໝູ່ບ້ານ, ສຽງອຶກກະທຶກຄຶກໂຄມຂອງຈັກເລື່ອຍ, ຈັກຜ່າ ແລະ ສຽງເຈາະດັງກ້ອງກັງວານໄປທົ່ວ.

ອາຊີບແກະສະຫຼັກພະພຸດທະຮູບຂອງໝູ່ບ້ານ ຫວູລັງ - ảnh 1 ປະຕູໂຂງໝູ່ບ້ານ ຫວູລັງ

ເພື່ອແກະສະຫຼັກພະພຸດທະຮູບໃຫ້ມີຄວາມໝັ້ນ ແລະ ສວຍງາມ, ຂອດທຳອິດແມ່ນຕ້ອງເລືອກເອົາໄມ້. ໄມ້ເພື່ອແກະສະຫຼັກພະພຸດທະຮູບ ແລະ ບັນດາເຄື່ອງບູຊາຕ້ອງແມ່ນໄມ້ອ່ອນ, ເພື່ອເຈາະງ່າຍ, ບໍ່ເປັນປວກເປັນມອດ, ບໍ່ຖືກແຕກແຫງ. ທ່ານ ດ່າວຈ້ອງດຽມ, ຊ່າງໄມ້ຢູ່ໝູ່ບ້ານ ຫວູລັງ, ໃຫ້ຮູ້ວ່າ:

ສະເພາະຮູບແກະສະຫຼັກທີ່ໃຊ້ເປັນເຄື່ອງບູຊາຕົ້ນຕໍແມ່ນຕ້ອງເຮັດດ້ວຍໄມ້ 3 ປະເພດຄື ຕົ້ນໝາກມີ້, ຕົ້ນ Magnolia, Magnolia dandyi. ສ່ວນໄມ້ປະເພດອື່ນໆເຮັດບໍ່ໄດ້, ເພາະວ່າເຄື່ອງບູຊາຕ້ອງບໍລິສຸດ. ຕົວຢ່າງຄືຮູບແກະສະຫຼັກສູງເທົ່າໃດ, ມີເນື້ອທີ່ເທົ່າໃດ, ເປັນຮູບຕັ້ງ ຫຼືຮູບນັ່ງ… ລ້ວນແຕ່ມີຫຼັກເກນແລ້ວ“.

ອາຊີບແກະສະຫຼັກພະພຸດທະຮູບຂອງໝູ່ບ້ານ ຫວູລັງ - ảnh 2ທາງເຂົ້າ ໝູ່ບ້ານ ຫວູລັງ

ຜະລິດຕະພັນຮູບແກະສະຫຼັກຂອງໝູ່ບ້ານ ຫວູລັງ ແມ່ນມີຫຼາຍຮູບຫຼາຍແບບຄື: ພະເຈົ້າທິກກາໂມນີ, ເຈົ້າແມ່ກວນອິນ, ພະເຈົ້າ ຊີລັກ, ພະອໍລະຫັນ … ເພື່ອແກະສະຫຼັກພະພຸດທະຮູບໃຫ້ສຳເລັດ ແມ່ນຕ້ອງຜ່ານຫຼາຍຂັ້ນຕອນຄື: ຜ່າໄມ້, ເຈາະ, ດັດແກ້, ທາດິນດາກ, ທາສີຮອງພື້ນ, ຜັດໃຫ້ເຫຼື້ອມ, ທາສີໃສ່ຮູບ … ເພື່ອແກະສະຫຼັກພະພຸດທະຮູບນ້ອຍໃຫ້ສຳເລັດແມ່ນຕ້ອງເສັຍເວລາແຕ່ 5-7 ວັນ, ສ່ວນບັນດາພະພຸດທະຮູບຂະໜາດໃຫຍ່ ຕ້ອງເສຍເວລາເຖິງສອງ, ສາມເດືອນຈຶ່ງສຳເລັດ. ໃນອາຊີບແກະສະຫຼັກ, ຂັ້ນຕອນຍາດທີ່ສຸດແມ່ນການທາສີ. ອາດຖືວຽກງານທາສີແມ່ນອາຊີບສະເພາະ ຍ້ອນມັນຮຽກຮ້ອງຕ້ອງມີຄວາມລະອຽດລະອໍ,  ແລະ ຕ້ອງເສຍເວລາຫຼາຍ. ທ່ານ ດ່າວຈ້ອງດຽມ, ຊ່າງໄມ້ໃນໝູ່ບ້ານ ຫວູລັງ, ໃຫ້ຮູ້ວ່າ:

ເມື່ອແກະສະຫຼັກເປັນຮູບແລ້ວແມ່ນຕ້ອງດັດແຕ່ລະລວດລາຍ, ແລະ ພັດໃຫ້ເຫຼື້ອມຫຼັງຈາກນັ້ນຈຶ່ງທາສີ. ຂັ້ນຕອນທາສີຕ້ອງເຮັດເຖິງ 9-10 ເທື່ອຈຶ່ງສຳເລັດ. ສຸດທ້າຍແມ່ນຟອກເງິນ, ຟອກຄຳໃສ່. ການແກະສະຫຼັກພະພຸດທະຮູບຕ້ອງໃຊ້ເວລານານກວ່າຍ້ອນເນື້ອທີ່ໃຫຍ່ກວ່າ ແລະ ຕ້ອງເຮັດລະອຽດລະອໍກວ່າເມື່ອທຽບໃສ່ການແກະສະຫຼັກເຄື່ອງບູຊາ. ຊ່າງໄມ້ຢູ່ທີ່ນີ້ເຄີຍຮັບຈ້າງແກະສະຫຼັກຢູ່ບັນດາສາລາບ້ານ, ວັດວາອາຮາມຕ່າງໆ, ພິເສດແມ່ນແກະສະຫຼັກພະພຸດທະຮູບຢູ່ວັດເສົາດຽວທີ່ ຮ່າໂນ້ຍ, ວັດ ບ໋າຍດິ໋ງ ຢູ່ນິງບິ່ງ, ວັດແກວຢູ່ ທ໋າຍບິ່ງ“

ອາຊີບແກະສະຫຼັກພະພຸດທະຮູບຂອງໝູ່ບ້ານ ຫວູລັງ - ảnh 3 ຜະລິດຕະພັນຮູບແກະສະຫຼັກຂອງໝູ່ບ້ານ ຫວູລັງ

ໂດຍອີງໃສ່ຄວາມຕ້ອງການຂອງລູກຄ້າ, ພະພຸດທະຮູບຈະໄດ້ຟອກເງິນ, ຄຳ ຫຼືບໍ່ຟອກຫຍັງເລີຍ. ພະພຸດທະຮູບຍິ່ງໃຫຍ່ເທົ່າໃດ, ປະລິມານເງິນ, ຄຳ ເພື່ອຟອກຍິ່ງຫຼາຍເທົ່ານັ້ນ. ພະພຸດທະຮູບອົງດຽວສາມາດຟອກຄຳເຖິງ ສອງ, ສາມສະຫຼຶງ ຫຼືເປັນບາດ. ບໍ່ພຽງແຕ່ແກະສະຫຼັກພະພຸດທະຮູບເທົ່ານັ້ນ, ບັນດານາຍຊ່າງໃນໝູ່ບ້ານ ຫວູລັງ ຍັງຜະລິດບັນດາເຄື່ອງບູຊາອັນລະອຽດລະອໍຫຼາຍຢ່າງອີກດ້ວຍ. ນັກສິລະປະການ ຫງວຽນຕ໋ວນເຕິມ, ຢູ່ໝູ່ບ້ານ ຫວູລັງ, ໃຫ້ຮູ້ວ່າ:

ໝູ່ບ້ານອາຊີບແກະສະຫຼັກພະພຸດທະຮູບທີ່ມີຊື່ສຽງຢູ່ພາກເໜືອຍັງຄົງແມ່ນໝູ່ບ້ານ ຫວູລັງ. ພະພຸດທະຮູບຢູ່ທີ່ນີ້ມີຈຸດທີ່ເປັນເອກະລັກສະເພາະ, ມີວີນຍານ, ມີສີສັນຕ່າງກັບຢູ່ບ່ອນອື່ນ. ຜະລິດຕະພັນຂອງພວກຂ້າພະເຈົ້າຖືກສົ່ງໄປຂາຍໃນທົ່ວປະເທດ, ຊຳ້ບໍ່ໜຳຍັງສົ່ງໄປຂາຍຢູ່ຕ່າງປະເທດອີກ. ສ່ວນຂ້າພະເຈົ້າເອງກໍ່ແກະສະຫຼັກພະພຸດທະຮູບໃຫ້ວັດບາງແຫ່ງຢູ່ ຢູກະແລນ, ສ.ເຊັກໂກ“.

ອາຊີບແກະສະຫຼັກພະພຸດທະຮູບຂອງໝູ່ບ້ານ ຫວູລັງ - ảnh 4 ຜະລິດຕະພັນຮູບແກະສະຫຼັກຂອງໝູ່ບ້ານ ຫວູລັງ

ເພື່ອເປີດກວ້າງການຜະລິດ, ຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ໝູ່ບ້ານ ຫວູລັງ ໄດ້ວາງແຜນກໍ່ສ້າງເຂດອຸດສາຫະກຳໝູ່ບ້ານອາຊີບ. ຜ່ານນັ້ນ, ຊ່ວຍຮ່ວມສຳພັນກັບວິສາຫະກິດຕ່າງໆ, ໜູນຊ່ວຍບັນດາຄອບຄົວຜະລິດ, ດຳເນີນທຸລະກິດພ້ອມກັນທຳມາຫາກິນຢ່າງມີປະສິດທິຜົນ, ພັດທະນາແບບຍືນຍົງ. ບັນດາຄອບຄົວຜະລິດ, ໂຮງຈັກໂຮງງານໃນໝູ່ບ້ານໄດ້ນຳໃຊ້ວິທະຍາສາດ ເຕັກນິກ, ເຄື່ອງຈັກເຂົ້າໃນການຜະລິດ ອັນໄດ້ເພີ່ມສະມັດຕະພາບການອອກແຮງງານ. ປັດຈຸບັນ, ຜະລິດຕະພັນຂອງໝູ່ບ້ານ ຫວູລັງ ໄດ້ຄອງຕະຫຼາດໃຫຍ່ຫຼາຍແຫ່ງຢູ່ພາຍໃນປະເທດ ແລະ ຖືກສົ່ງອອກບັນດາປະເທດ: ໄທ, ຈີນ, ໄຕ້ຫວັນ (ຈີນ) … ສິ່ງດັ່ງກ່າວໄດ້ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນຫຼາຍຄົນຢູ່ແຫ່ງນີ້ນັບມື້ນັບດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ