ອຽນບ໋າຍບຳລຸງສ້າງພະນັກງານໃຫ້ໂຄງການກໍ່ສ້າງຊົນນະບົດໃໝ່


(vovworld) - ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຄຽງ​ຂ້າງ​ການ​ນຳ​ໃຊ້​ແຫຼ່ງ​ທຶນ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ລະ​ດົນ​ກຳ​ລັງ​ແຮງ​​ຢ່າງຫຼວງຫຼາຍ​ຈາກ​ປະ​ຊາ​ຊົນ​​ນັ້ນ, ​ຍັງຮຽກ​ຮ້ອງ​ໃຫ້​ມີ​ຖັນ​ແຖວ​ພະ​ນັກ​ງານ​ລັດ​ຖະ​ກອນ​ຕາ​ແສງ​ທີ່​ມີ​ລະ​ດັບ​ຄ​ວາມ​ຮູ້, ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ອີກ. ສຳ​ລັບ​ບັນ​ດາ​ຕາ​ແສງ​ຢູ່​ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກຫຼີກ, ເຊິ່ງ​ແມ່ນ​ແຫ່ງ​ທີ່​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ​ຍັງ​ຈຳ​ກັດ​ດ້ານ​ວິ​ຊາ​ການ, ວິ​ຊາ​ສະ​ເພາະ​ນັ້ນ, ຄວາມ​ຮຽກ​ຮ້ອງ​ດັ່ງ​ກ່າວ​ຍິ່ງ​ມີ​ຄວາມ​ຈຳ​ເປັນ.

ອຽນບ໋າຍບຳລຸງສ້າງພະນັກງານໃຫ້ໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 1

ຊາວກະສີກອນເຂົ້າຮ່ວມຊຸດອົບຮົມ

(ພາບ: ອິນເຕີແນດ)

        ພາຍຫຼັງ 3 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ແຂວງ​ອຽນ​ບ໋າຍ​ສາ​ມາດ​ບັນ​ລຸ​ໄດ້​​ບັນ​ດາຜົນ​ງານ​ໃນ​ເບື້ອງ​ຕົ້ນ​ທີ່​ໜ້າ​ສົ່ງ​ເສີມ. ແຕ່​, ດ້ວຍ​ຈຸດ​ພິ​ເສດ​ແມ່ນ​ແຂວງ​ພູ​ດອຍ, ເງື່ອນ​ໄຂ​ທາງ​ດ້ານ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ​ຢ່າງ. ພິ​ເສດ​ແມ່ນ​ລະ​ດັບ​ຄວາມ​ຮູ້​ຂອງ​ພະ​ນັກ​ງານ​ຕາ​ແສງ, ເມືອງ​ຢູ່​ທ້ອງ​ຖີ່ນ​ຍັງ​ຈຳ​ກັດ, ເຮັດ​ໃຫ້​ການ​ປະ​ຕິ​ບັດ​​ຈຸດ​ໝາຍ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ​ຢ່າງ. ທ່ານ ຈິ້ງ​ຊວນ​ແທ່ງ, ປະ​ທານ​ຕາ​ແສງ​ແທ່ງ​ເລືອງ, ເມືອງວັນ​ເຈິ໋ນ, ໃຫ້​ຮູ້​ວ່າ​ບົດ​ບາດ​ຂອງ​ພະ​ນັກ​ງານ​ຕາ​ແສງ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ​ສຳ​ຄັນ​ທີ່​ສຸດ. ຍ້ອນ​ເຫດ​ນັ້ນ, ການ​ນຳ​ຕາ​ແສງ​ແທງ​ເລືອງ​ ຈຶ່ງ​ຕັດ​ສິນ​ໃຈ​ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ໜຸ່ມ​ໃຫ້​ມີ​ຄວາມ​ສາ​ມາດ ແລະ ມີ​ລະ​ດັບ​ຄວາມ​ຮູ້ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ. ທ່ານ ຈິ້ງ​ຊວນ​ແທ່ງ​ ໃຫ້​ຮູ້​ວ່າ, ມາ​ຮອດ​ປະ​ຈຸ​ບັນ, ພະ​ນັກ​ງານ, ລັດ​ຖະ​ກອນ​ທັງ​ໝົດ​ໃນ​ຕາ​ແສງ​ໄດ້​ບັນ​ລຸ​ມາດ​ຕະ​ຖານແລ້ວ​, ໃນ​ນັ້ນ​ມີ​ພະ​ນັກ​ງານຫຼາຍ​ຄົນ​ບໍ່​ແມ່ນ​ຊາວ​ທ້ອງ​ຖີ່ນ​ແຕ່​ກໍ່​ສາ​ມາດ​ອ່ານ​ອອກ​ຂຽນ​ເປັນ​ພາ​ສາ​ເຜົ່າ​ເພື່ອ​ພົບ​ປະ, ໂຄ​ສະ​ນາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເຖິງ​ປະ​ຊາ​ຊົນ​ຢ່າງ​ສະ​ດວກ​ສະ​ບາຍກວ່າ. ທ່ານ ຈິ້ງ​ຊວນ​ແທ່ງ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ຖັນ​ແຖວ​ພະ​ນັກ​ງານ​ຕາ​ແສງ​ສາ​ມາດ​ຕອບ​ສະ​ໜອງວຽກ​ງານ​ໄດ້​ໂດຍ​ພື້ນ​ຖານ, ແຕ່​ວິ​ໄສ​ທັດ, ຈີນ​ຕະ​ນາ​ການ, ຄວາມ​ຮັບ​ຮູ້​ຂອງ​ພະ​ນັກ​ງານ​ຍັງ​ມີ​ຄວາມ​ຈຳ​ກັດ​ຢູ່. ພວກ​ຂ້າ​ພະ​ເຈົ້າ​ພວມ​ແກ້ໄຂ​ບັນ​ຫານີ້​ເທື່ອ​ລະ​ກ້າວ”.

         ປະ​ຈຸ​ບັນ​ນະ​ຄອນ​ອຽນ​ບ໋າຍ ແມ່ນ​ແຫ່ງ​ທີ່​ມີ​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ​ຂັ້ນ​ຕາ​ແສງ​ສົມ​ບູນກວ່າ​ໝູ່​ໃນ​ແຂວງ ດ້ວຍ​ກວ່າ 80% ບັນ​ລຸ​ມາດ​ຕະ​ຖານ. ໃນ 2 ປີ​ຜ່ານ​ມາ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນ​​ຕາ​ແສງ​ຕ່າງໆນັບຮ້ອຍ​​ຄົນໄປ​ຮຽນ ເພື່ອ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້. ນາງ​ເຈິ່ນ​ທິງວຽດ, ຮອງ​ຫົວ​ໜ້າ​ຫ້ອງ​ເສດ​ຖະ​ກິດ​ນະ​ຄອນ​ອຽນ​ບ໋າຍ, ໃຫ້​ຮູ້​ວ່າ:

        “ເພື່ອ​ກໍ່​ສ້າງ​ລະ​ບົບ​ການ​ເມືອງ​ຂັ້ນ​ຮາກ​ຖານ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ, ທາງ​ນະ​ຄອນ ແລະ ຕາ​ແສງ​ຕ່າງໆ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ບຳ​ລຸງ​ສ້າງ​ດ້ານ​ການ​ເມືອງ, ວິ​ຊາ​ສະ​ເພາະ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ​ຕາ​ແສງ. ກ່ອນ​ປີ 2009, ອັດ​ຕາ​ສ່ວນ​ພະ​ນັກ​ງານ​ຕາ​ແສງ​ບັນ​ລຸ​ມາດ​ຖານ​ແມ່ນ​ເກືອບ 69%. ແຕ່​ປະ​ຈຸ​ບັນ, ອັດ​ຕານີ້​ໄດ້​ເພີ່ມ​ຂຶ້ນ​ເຖິງ 86%. ໃນ​ໄລ​ຍະ​ຈະ​ມາ​ເຖິງ​ທາງ​ນະ​ຄອນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ບຳ​ລຸງ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຕາ​ແສງ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ປະ​ຈຸ​ບັນ”.

ອຽນບ໋າຍບຳລຸງສ້າງພະນັກງານໃຫ້ໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 2

ແນະນຳເຕັກນິກການປູກຝັງ
(ພາບ: ອິນເຕີແນດ)

        ພາຍຫຼັງ 2 ປີ (2010 – 2012) ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ບຳ​ລຸງ​ສ້າງວິ​ຊາ​ຊີບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນ​ນະ​ບົດ​ເຖິງ​ປີ 2020 ຂອງ​ລັດ​ຖະ​ບານ​ນັ້ນ, ອຽນ​ບ໋າຍ ​​ສາ​ມາດບຳ​ລຸງ​ສ້າງວິ​ຊາ​ຊ​ີບ​ໃຫ້​ແກ່​ພະ​ນັກ​ງານ​ລັດ​ຖະ​ກອນ​ຕາ​ແສງ​ໄດ້ກວ່າ 2.100 ເທື່ອ​ຄົນ; ​ໃນ 2 ປີ ຈະ​ມາ​ເຖິງ, ອຽນ​ບ໋າຍ ກໍ່​ຈະ​ມາ​ນະ​ພະ​ຍາ​ຍາມ​ບຳ​ລຸງ​ສ້າງ​ພະ​ນັກ​ງານ, ລັດ​ຖະ​ກອນ​ຕາ​ແສງ​ໃຫ້​ກວ່າ 2000 ​ຄົນ. ທ່ານ       ຮ່​ວາງ​ດຶກ​ເວື້ອງ, ຫົວ​ໜ້າ​ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​​ຄົມ​ແຂວງ​ອຽນ​ບ໋າຍ, ໃຫ້​ຮູ້​ວ່າ:

        “ຈຸດ​ໝາຍ ບຳ​ລຸງ​ສ້າງ​ຖັນ​ແຖວພະ​ນັກ​ງານ, ລັດ​ຖະ​ກອນ​ຕາ​ແສງ​ໄລ​ຍະ 2013 – 2015 ແມ່ນ ບຳ​ລຸງ​ສ້າງ​ພະ​ນັກ​ງານ, ລັດ​ຖະ​ກອນ​ຕາ​ແສງໃຫ້​ໄດ້ 2.090 ຄົນ, ດ້ວຍ​ຄ່າ​ໃຊ້​ຈ່າຍ​ປະ​ມານ 6 ຕື້ 750 ລ້ານ​ດົ່ງ. ໃນ​ນັ້ນ, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຮັບ​ຜິດ​ຊອບ​ວຽກ​ງານ​ພັກ, ມະ​ຫາ​ຊົນ 200 ​ຄົນ, ບຳ​ລຸງ​ສ້າງ​ດ້ານ​ວິ​ຊາ​ການ​ໃຫ້​ປະ​ທານ​ສະ​ພາ​ປະ​ຊາ​ຊົນ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ 100 ​ຄົນ, ບຳ​ລຸງ​ສ້າງ​ດ້ານ​ວິ​ຊາ​ສະ​ເພາະ 1.190 ຄົນ, ບຳ​ລຸງ​ສ້າງ​ດ້ານ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ 400 ຄົນ, ແລະ ສອນ​ພາ​ສາ​ເຜົ່າ​ໃຫ້ 300 ຄົ​ນ”.

ອຽນບ໋າຍບຳລຸງສ້າງພະນັກງານໃຫ້ໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 3

ແນະນຳວິຊາຊ່າງໄມ້ໃຫ້ຜູ້ອອກແຮງງານ

(ພາບ: ອິນເຕີແນດ)

        ເ​ພື່ອ​ປະ​ຕິ​ບັດ​ສຳ​ເລັດໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ການ​ບຳ​ລຸງ​ສ້າງ ແລະ ປັບ​ປຸງ​ຖັນ​ແຖວພະ​ນັກ​ງານ, ລັດ​ຖະ​ກອນ​ຕາ​ແສງແມ່ນ​ຄວາມ​ຮຽກ​ຮ້ອງ​ອັນ​ຈຳ​ເປັນ​ຂອງຫຼາຍ​ທ້ອງ​ຖີ່ນ, ໃນ​ນັ້ນ​ມີ​ແຂວງ​ອຽນ​ບ໋າຍ. ປະ​ຈຸ​ບັນ, ພັກ, ລັດ​ໄດ້​ມີ​ນະ​ໂຍ​ບາຍ​ໃຫ້​ບຸ​ລິ​ມາ​ສິດ​ແກ່​ວຽກ​ງານ​ບຳ​ລຸງ​ສ້າງ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃຫ້​ແກ່​ພະ​ນັກ​ງານ, ພິ​ເສດ​ແມ່ນ​ພະ​ນັກ​ງານ​ໜຸ່ມ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ… ນີ້​ຈະ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ທ້ອງ​ຖີ່ນ​ຕ່າງໆ, ໃນ​ນັ້ນ​ມີ​ອຽນ​ບ໋າຍ, ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຊົນ​ນະ​ບົດ. ກໍ່​ຄື​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ