ຮັກສາສິ່ງແວດລ້ອມໃນການກໍ່ສ້າງຊົນນະບົດໃໝ່

(vovworld) - ປະຈຸ​ບັນມີ​ຫຼາຍ​ເຂດ​ຊົນນະບົດ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາໝູ່​ບ້ານອາຊີບ​ພວມ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົ​ດ​ໃໝ່ ດ້ວຍ 19 ມາດຕະຖານ, ​ໃນ​ນັ້ນ​ມີ​ມາດຕະຖານ​ໜຶ່ງ​ນັ້ນ​ແມ່ນ​ ຕ້ອງ​ຮັບປະກັນ​ເງື່ອນ​ໄຂ​ກ່ຽວ​ກັບ​ນ້ຳ​ສະອາດ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ. ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່, ການ​ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ຢູ່​ຫຼາຍ​ເຂດ​ຊົນນະບົດ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ.

ຮັກສາສິ່ງແວດລ້ອມໃນການກໍ່ສ້າງຊົນນະບົດໃໝ່ - ảnh 1
(ພາບ:google.com.vn)

        ຈຸດໝາຍ​ກ່ຽວ​ກັບ​ການ​ສະໜອງ​ນ້ຳ​ສະອາດ ​ແລະ ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມຢູ່​ເຂດ​ຊົນນະບົດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດຕະຖານ​ທີ່​ສຳຄັນ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເຊິ່ງທ່ານ​ນາຍົກລັດຖະມົນຕີ​ໄດ້​ປະກາດ​ໃຊ້​ເມື່ອ​ເດືອນ 6 ປີ 2010. ​ເພື່ອ​ປະຕິບັດ​ມາດຕະຖານ​ນີ້, ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບນ້ຳ​ສະອາດ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ, ກໍ່ສ້າງ​ເຂດ​ຊົນນະບົດ​​ໃໝ່ຕາມ​ແຜນ​ກຳນົດຊົນນະບົດ​ໃໝ່​ພວມ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຫຼາຍ​ກິດຈະກຳ​ຮັກສາ​ສິ່ງ​ແວດ​ລ້ອມຢູ້​ເຂດ​ຊົນນະບົດ​ຕາມ​ແຜນ​ກຳນົດ, ບຸລະນະ, ຍົກ​ລະດັບ​ລະບົບ​ລະບາຍ​ນ້ຳ, ກໍ່ສ້າງ​ບ່ອນກຳຈັດ​ຂີ້​ເຫຍື່ອຢູ່​ບັນດາ​ຕາ​ແສງ, ກໍ່ສ້າງ​ສະ​ນ້ຳ, ໜອງ​ຊີວະ​ພາບ​ໃນ​ເຂດ​ຊຸມ​ຊົນ.ການສະໜອງນ້ຳ​ສະອາດ, ກຳຈັດ​ຂີ້ເຫຍື່ອ, ການ​ຜະລິດ​ກະ​ສີ​ກຳ ​ແລະ ໝູ່​ບ້ານ​ອາຊີບ​ແມ່ນ​ຄວາມ​ຕ້ອງການ​ອັນ​ຈຳ​ເປັນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕາມ​ນັ້ນ​ແລ້ວ, ລັດຖະບານ​ໄດ້​ວາງ​ອອກ​ຈຸດໝາຍ​ສະໜອງ​ນ້ຳ​ສະອາດ ​ແລະ ຮັບປະກັນ​ອະນາ​ໄມ​ໃຫ້​ເຂດ​ຊຸມ​ຊົນ​ທັງ​ໝົດ. ມີ​ມາດ​ຕະການ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນັ້ນ​ແມ່ນ​ຍູ້​ແຮງ​ການລະດົມ​ທຸກ​ແຫຼ່ງກຳລັງໃນ​ສັງຄົມ. ດ້ວຍ​ຮູບ​ການ​ລັດ​ປະກອບ 60% , ວິ​ສາ​ຫະກິດ ​ແລະ ປະຊາຊົນ​ປະກອບ 40% ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ນັ້ນ ​ໄດ້​ສ້າງ​ການ​ຫັນປ່ຽນ​ໃນ​ການ​ລົງທຶນ​ກໍ່ສ້າງ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ຢູ່​ເຂດ​ຊົນນະບົດ, ​ໃນ​ນັ້ນ​ມີ​ລະບົບ​ສະໜອງ ​ແລະ ລະບາຍ​ນ້ຳ. ມາດ​ຕະການ​ລະດົມ​ປະຊາ​ຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ​ສ້າງ​ຊົນນະບົດ​ໃໝ່ ກໍ່​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ມີ​ງົບປະມານ​ຢ່າງ​ພຽງພໍ​ເພື່ອ​ລົງທຶນ​ກໍ່ສ້າງ. ທ່ານ Nguyen Quang Hung, ຜູ້ອຳນວຍການ​ບໍລິສັດ Song Chau, ​ເຊິ່ງ​ແມ່ນ​ບໍ​ລິສັດ​ປະສົບ​ຜົນສຳ​ເລັດ​ໃນ​ການ​ລະດົມ​ແຫຼ່ງກຳລັງ​ສັງຄົມ​ໃນ​ການ​ກໍ່ສ້າງ​ກິດຈະກຳ​ສະໜອງ​ ​ແລະ ລະບາຍ​ນ້ຳຢູ່​ແຂວງ​ຮ່າ​ນາມ​ໃຫ້​ຮູ້​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ຕ້ອງ​ຮັບປະກັນ​ໃຫ້ບັນດາ​ຂັ້ນ​ຕອນ​ແຫ່ງ​ການ​ກັ່ນ​ ​ແລະ ສະໜອງ​ນ້ຳ​ຢ່າງ​ກົມກຽວ​, ດ້ວຍ​ລາຄາ​ຕ່ຳ​ສຸດ ​ເພື່ອທັງຮັບປະກັນ​ຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ, ທັງ​ມີ​ກຳ​ໄລ​ເພື່ອ”ສືບ​ຕໍ່​ການ​ຜະລິດສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ຜູ້​ອອກ​ແຮງ​ງານ”

ຮັກສາສິ່ງແວດລ້ອມໃນການກໍ່ສ້າງຊົນນະບົດໃໝ່ - ảnh 2
(ພາບ:google.com.vn)

        ຍັງ​ມີ​ບັນຫາ​ສຳຄັນ​ໜຶ່ງ​ອີກ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນັ້ນ​ແມ່ນ​ການ​ກໍ່ສ້າງ​ລະບົບບຳບັດ​ນ້ຳ​ເສຍ, ​ແກ້​ໄຂ​ມົນ​ລະ​ພິດ​ຢູ່​ບັນດາ​ໝູ່​ບ້ານ​ອາຊີບ. ດ້ວຍ 2000 ກວ່າ​ໝູ່​ບ້ານ​ໃນ​ທົ່ວ​ປະ​ເທດ, ​ເລື່ອງ​ແກ້​ໄຂ​ມົນ​ລະ​ພິດ​ຢູ່​ບັນດາ​ມູ່ບ້ານ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ​. ​ໃນ​ນັ້ນ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ, ​ແລະ ມີ​ລັກສະນະ​ຕັດສິນ​ທີ່​ສຸດ​ນັ້ນ​ແມ່ນການວາງ​ແຜນ​ກຳນົດ ​ແລະ ຍົກຍ້າຍ​ບັນດາ​ໝູ່​ບ້ານ​ອາຊີບ​ອອກ​ຈາກ​ເຂດ​ຊຸມ​ຊົນ. ຕາມ​ມາດຕະຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເລື່ອງ​ວາງ​ແຜນ​ກຳນົດ​ຂະ​ແໜງ​ອາຊີບ​ຊົນນະບົດ​ຕ້ອງ​ຕິດ​ພັນ​ກັບ​ການວາງ​ແຜນ​ກຳນົດ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ອຸດສາຫະກຳ​ນ້ອຍ​ຫັດ​ຖະກຳ, ສ້າງ​ເປັນ​ເຂດ​ຜະລິດ​ລວມສູນ. ນີ້​ແມ່ນ​ມາດ​ຕະການ​ທັງ​ແກ້​ໄຂ​ສະພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ທັງ​ຕິດ​ພັນ​ການ​ພັດທະນາ​ໝູ່​ບ້ານ​ອາຊີບ​ກັບ​ການຈັດ​ຕັ້ງ​ບັນດາ​ເຂດ​ຊຸມ​ຊົນ​ຕາມ​ແຜນ​ກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເພື່ອ​ຈຳກັດມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຫຼາຍ​ທ້ອງ​ຖີ່​ນ​ໄດ້​ດຳ​ເນີນ​ການວາງ​ແຜນ​ກຳນົດ, ຈັດ​ຕັ້ງການ​ຜະລິດ​ຄືນ​ໃໝ່ຢູ່​ບັນດາ​ໝູ່​ບ້ານ​ອາຊີບ​ໃຫ້​ເໝາະ​ສົມ​ກັບ​ລັກສະນະ​ພິ​ເສດ​ຂອງ​ແຕ່ລະ​ຮູບ​ການ​ຜະລິດ, ລົງທຶນ, ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ເພື່ອ​ໃຫ້​ບັນດາ​ໝູ່​ບ້ານ​ອາຊີບປ່ຽນ​ໃໝ່​ອຸປະກອນ​ຮັບ​ໃຊ້​ການ​ຜະລິດ​ປ່ຽນ​ແທນ​ເຄື່ອງມື​ຫັດຖະກຳ​ທີ່​ຫຼ້າ​ຫຼັງ, ຈາກ​ນັ້ນ​ສ້າງ​ຕັ້ງ​ອົງການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຢູ່​ບັນດາ​ໝູ່​ບ້ານ​ອາຊີບ. ພ້ອມ​ກັບ​ບັນດາ​ມາດ​ຕະການ​ໃນ​ຕໍ່ໜ້າ, ລັດຖະບານ​ຍັງມອບ​ໃຫ້​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ປະຕິບັດ​ການ​ປະສານ​ສົມທົບ​ບັນດາ​ລາຍການ, ​ໂຄງການ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ໃນ​ລະດັບ​ຊາດ. ທ່ານ​ນາຍົກລັດຖະມົນຕີຫາກໍ່​ເຊັນ​ອະນຸມັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ແກ້​ໄຂ​ມົນ​ລະ​ພິດ ​ແລະ ປັບປຸງ​ສິ່ງ​ແວດ​ລ້ອມ​ໄລຍະ 2012 – 2015 ດ້ວຍ​ຍອດ​ຈຳນວນ​ທຶນ​ແມ່ນ 5.860 ຕຶ້ດົ່ງ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເກັບ​ໂຮມ, ບຳບັດ​ນ້ຳ​ເສຍ, ​ແກ້​ໄຂ​ສະພາບ​ມົນ​ລະ​ພິດສິ່ງ​ແວດ​ລ້ອມ​ຢູ່ 47 ໝູ່​ບ້ານ​ອາຊີບ. ສະຫຼຸບ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ກໍ່ສ້າງຊົນນະບົດ​ໃໝ່ ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຖື​ວ່າ ຜົນສຳເລັດ​ໃນ​ເບື້ອງ​ຕົ້ນ​ຢູ່​ບາງ​ທ້ອງ​ຖີ່​ນ​ໃນ​ການ​ແກ້​ໄຂ​ສະພາບ​ມົນ​ລະ​ພິດ, ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ນັ້ນ​ແມ່ນ​ຍ້ອນ​​ມີການ​ປະກອບສ່ວນ​ຂອງ​ປະຊາຊົນ. ທ່ານ  Cao Duc Phat, ລັດຖະມົນຕີ ກະຊວງກະສີກຳ ແລະ ພັດທະນາຊົນນະບົດ, ຜູ້ປະຈຳການ ຄະນະຊີ້ນຳ ແຫ່ງຊາດກ່ຽວກັບການກໍ່ສ້າງ ຊົນນະບົດໃໝ່, ຖືວ່າ:

ຮັກສາສິ່ງແວດລ້ອມໃນການກໍ່ສ້າງຊົນນະບົດໃໝ່ - ảnh 3
(ພາບ:google.com.vn)

  ”ໃນພາກຕົວຈິງ, ນີ້ແມ່ນບັ້ນຂົນຂວາຍ, ໃນນັ້ນພໍ່ແມ່ປະຊາຊົນສວມ ບົດບາດຕົ້ນຕໍ່. ຊາວກະສີກອນຈະປຶກສາ ຫາລືເລືອກເຟັ້ນບັນດາວຽກງານ ທີ່ມີຄວາມໝາຍອັນຈຳເປັນທີ່ມີຕໍ່ຊີວິດການເປັນຢູ່ໃນເຂດຊົນນະບົດ”.

        ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ​ໃນ​ໄລຍະ​ຈະ​ມາ​ເຖິງ​ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ຊົນນະບົດ, ໝູ່​ບ້ານ​ອາຊີບ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະຕິ​ຂອງ​ປະຊາ​ຄົມ ​ແລະ​ຊາວ​ກະ​ສີກ​ອນ, ​ເພື່ອ​ໃຫ້​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຄິດ​ເຖິງ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ​ໃນ​ຕໍ່ໜ້າ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ສະຕິ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ໄລຍະ​ຍາວ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ