(VOVWORLD) - ແຕ່ດົນນານມາແລ້ວ, ອາຊີບຊ່າງໄມ້ ໄດ້ກາຍເປັນວຽກງານທີ່ທຳມາຫາກິນໄດ້ດີຂອງ ປຊຊ ຫຼາຍຄົນຢູ່ບັນດາແຂວງທາງທິດຕາເວັນຕົກພາກໃຕ້ ຫວຽດນາມ. ເຖິງວ່າ ນີ້ແມ່ນວຽກງານຮຽກຮ້ອງຄວາມລະອຽດລະອໍ, ຄ່ອງແຄ້ວ ແລະ ຜ່ານຜ່າໄລຍະເວລາອັນລຳບາກແນວໃດກໍ່ຕາມ, ບັນດານາຍຊ່າງຢູ່ທີ່ນີ້ ຍັງຢຶດໝັ້ນເດີນຕາມອາຊີບນີ້ເປັນປະຈຳວັນ ເພື່ອຜະລິດບັນດາຜະລິດຕະພັນພິເສດສະເພາະ, ປະກອບສ່ວນຮັກສາອາຊີບ, ຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງ.
ເຮັດຜະລິດຕະພັນໜຶ່ງຕ້ອງຜ່ານຫຼາຍຂັ້ນຕອນທີສັບສົນ (ພາບ: ໜັງສືພິມ ອານຢາງ)
|
ໜຶ່ງໃນບັນດາສະຖານທີ່ທີ່ມີຊື່ສຽງໃນອາຊີບຊ່າງໄມ້ ແມ່ນໝູ່ບ້ານອາຊີບ ເຈີ້ຖູ ຢູ່ຕາແສງ ລອງດ່ຽນອາ, ເມືອງ ເຈີ້ເມີຍ, ແຂວງ ອານຢາງ ຊື່ງໄດ້ຮັບຂະໜານນາມວ່າ “ມີຊື່ສຽງທີ່ສຸດໃນອາຊີບຊ່າງໄມ້ ແລະ ແກະຄວັດສະຫຼັກໃນທາງທິດຕາເວັນຕົກພາກໃຕ້ ຫວຽດນາມ”. ໝູ່ບ້ານອາຊີບຊ່າງໄມ້ ເຈີ້ຖູ ໄດ້ສ້າງຕັ້ງຂຶ້ນເມື່ອປີ 1892. ຜ່ານການເວລາ, ຜະລິດຕະພັນຂອງໝູ່ບ້ານອາຊີບນີ້ກໍ່ໄດ້ຮັບການພັດທະນາ ແລະ ມີຫຼາຍຮູບຫຼາຍແບບ, ຈາກເຄື່ອງໃຊ້ສອຍໃນຄອບຄົວ ຕະຫຼອດຮອດບັນດາຜະລິດຕະພັນແກະຄວັດສະຫຼັກສິລະປະ ຮັບໃຊ້ໃຫ້ແກ່ການທ່ອງທ່ຽວ, ມີຊື່ສຽງດ້ວຍບັນດາຜະລິດຕະພັນຄື: ຕູ້ບູຊາ, ຕູ້ເຄື່ອງນຸ່ງ, ໂຕະ, ຕັ່ງ… ປີ 2006, ທາງແຂວງໄດ້ຮັບຮູ້ໝູ່ບ້ານອາຊີບ ເຈີ້ຖູ ແມ່ນໝູ່ບ້ານອາຊີບພື້ນເມືອງ ດ້ວຍກ່ວາ 1000 ຮາກຖານຜະລິດ, ດ້ວຍນາຍຊ່າງປະມານ 2000 ຄົນ. ທ່ານ ເຈິ່ນມິນດ່ວານ, ຢູ່ເມືອງ ເຈີ້ເມິຍ, ແຂວງ ອານຢາງ ໃຫ້ຮູ້ວ່າ: ຈຸດທີ່ເປັນເອກະລັກສະເພາະຂອງໝູ່ບ້ານອາຊີບ ເຈີ້ຖູ ແມ່ນລັກສະນະຍອດຍິ່ງ ປະສົມກັບລັກສະນະພື້ນເມືອງ, ບໍ່ສວຍໃຊ້ການແກະສະຫຼັກດ້ວຍເຄື່ອງຈັກ… ຍ້ອນວ່າ ຕາມທັດສະນະຂອງເຂົາເຈົ້າ, ເຖິງວ່າ ເຄື່ອງຈັກຈະມີຄວາມຊັດເຈນແນວໃດກໍ່ບໍ່ສາມາດເທົ່າກັບສີມື ແລະ ມັນສະໝອງຂອງນາຍຊ່າງໄດ້:
ໃນເວລາກ່ວາ 100 ປີແລ້ວ, ຢູ່ ເຈີ້ເມີຍ ມີໝູ່ບ້ານອາຊີບຊ່າງໄມ້ 5 ແຫ່ງ. ການຊື້ຂາຍກໍ່ມີຫຼາຍວິທີທີ່ແຕກຕ່າງກັບເມື່ອກ່ອນ. ປະຈຸບັນ, ບັນດາຮາກຖານນ້ອຍຈະຜະລິດເຄື່ອງອອກ, ຫຼັງຈາກນັ້ນຈະມີຮາກຖານມາເກັບຊື້ແລ້ວຈຳໜ່າຍໄປແຂວງຕ່າງໆ. ຂ້າພະເຈົ້າເຮັດອາຊີບນີ້ກໍ່ໄດ້ 20, 30 ປີແລ້ວ, ມີຫຼາຍຮາກຖານອື່ນທີ່ສືບທອດກັນມາ ກໍ່ເຮັດອາຊີບນີ້ເປັນເວລາດົນນານກ່ວາ, ສ່ວນຫຼາຍແມ່ນເຮັດເຄື່ອງເຟີນີເຈີປະດັບປະດາ, ຕາມການສັ່ງຊື້.
ຕ້ອງມີຫຼາຍເຄື່ອງມືໃນການເຮັດອາຊີບແກະຄວັດສະຫຼັກ (ພາບ: ໜັງສືພິມ ອານຢາງ)
|
ມີໝູ່ບ້ານອາຊີບອີກແຫ່ງໜຶ່ງກໍ່ໄດ້ຮັບຄວາມນິຍົມຈາກລູກຄ້າເຂດພາກຕາເວັນຕົກພາກໃຕ້, ນັ້ນແມ່ນໝູ່ບ້ານອາຊີບຕໍ່ເຮືອ ບ່າດ່າຍ, ຕາແສງ ລອງເຮົ້າ, ເມືອງ ລາຍວູງ, ແຂວງ ດົ່ງທາບ. ມາຮອດປະຈຸບັນ, ໝູ່ບ້ານອາຊີບແຫ່ງນີ້ໄດ້ຄົງຕົວມາເປັນເວລາກ່ວາ 100 ປີແລ້ວ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮູ້ໝູ່ບ້ານນີ້ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເມື່ອປີ 2015. ທ່ານ ຫງວຽນວັນຕອດ (ໄບຕອດ) ແມ່ນໜຶ່ງໃນຈຳນວນບັນດານາຍຊ່າງເມົາມົວທີ່ສຸດ ກັບອາຊີບຊ່າງໄມ້ທີ່ເປັນມູນເຊື້ອນີ້. ທ່ານແບ່ງປັນວ່າ ທ່ານກັບບັນດານາຍຊ່າງຢູ່ເຂດຕາເວັນຕົກທາງພາກໃຕ້ໄດ້ຮັກສາ, ພັດທະນາອາຊີບນີ້ ບໍ່ພຽງແຕ່ແມ່ນຍ້ອນດ້ານເສດຖະກິດເທົ່ານັ້ນ, ຫາກຍັງຖືວ່າ ນັ້ນແມ່ນຄວາມຮັບຜິດຊອບ ເພື່ອໃຫ້ອາຊີບບໍ່ຖືກສູນຫາຍໄປ, ພ້ອມກັນນັ້ນ ແມ່ນເພື່ອຮັກສາຈຸດທີ່ເປັນເອກະລັກພິເສດສະເພາະຂອງອາຊີບ:
ປູ່ຍ່າຕາຍາຍເຄີຍເວົ້າວ່າ: “ມີເນື້ອທີ່ດິນກ້ວາງໃຫ່ຍ ກໍ່ບໍ່ທໍ່ກັບມີອາຊີບຖາວອນ”. ຂ້າພະເຈົ້າໄດ້ເຮັດອາຊີບນີ້ແມ່ນລຸ້ນທີ 4 ແລ້ວ. ບັນພະບູລຸດໄດ້ຖ່າຍທອດອາຊີບທີ່ເປັນມູນເຊື້ອນີ້ໄວ້ໃຫ້, ສະນັ້ນ ເຮົາຕ້ອງຮັກສາເພື່ອໃຫ້ລູກ ໃຫ້ຫຼານ… ເຮັດອາຊີບນີ້ຕ້ອງຮັກ ແລະ ມີຄວາມສຸດຈິດສຸດໃຈ, ບໍ່ຮັກອາຊີບກໍ່ບໍ່ສາມາດເຮັດໄດ້.
ອ້າຍ ຫງວຽນມິນຕ່ວານ, ນາຍຊ່າງເຮັດອາຊີບເປັນເວລາຫຼາຍສິບປີຢູ່ແຂວງ ກ່າເມົາ ໃຫ້ຮູ້ວ່າ: ອ້າຍເຮັດອາຊີບໃນຍາມອາຍຸພຽງ 14 ປີເທົ່ານັ້ນ, ພາຍຫຼັງເຮັດວຽກຢ່າງດຸໝັ່ນໃນເວລາປະມານ 8 ປີ, ອ້າຍຈຶ່ງກາຍເປັນນາຍຊ່າງທີ່ມີສີມືຢ່າງຄ່ອງແຄ້ວ:
ຖ້າຢາກເຮັດບັນດາຜະລິດຕະພັນສວຍງາມ, ຕ້ອງເຮັດຢ່າງລະອຽດລະອໍທີ່ສຸດ. ມີຫຼາຍຄົນຂໍເຂົ້າມາຮຽນນຳຂ້າພະເຈົ້າ ແຕ່ຮຽນໄດ້ໄລຍະໜຶ່ງກໍ່ເຫັນວ່າ ບໍ່ສາມາດເຮັດໄດ້. ແຕ່ກ່ອນແມ່ນເຮັດດ້ວຍມືທັງໝົດ, ທັງໂຕະ, ຕັ່ງໂຊຟາ, ຕູ້… ແລະ ຕ້ອງໃຊ້ເວລາປະມານເຄິ່ງເດືອນຈຶ່ງສຳເລັດ ແຕ່ປະຈຸບັນ ເຮັດດ້ວຍເຄື່ອງຈັກພ້ອມ, ກໍ່ເສຍເວລາປະມານ 3, 4 ມືເທົ່ານັ້ນ.
ບໍ່ພຽງແຕ່ມີຄວາມຮັກມັກ ເມົາມົວກັບອາຊີບເທົ່ານັ້ນ, ມີນາຍຊ່າງຫຼາຍຄົນຍັງຢາກຮັກສາບໍ່ໃຫ້ອາຊີບນີ້ ຖືກສູນຫາຍໄປອີກດ້ວຍ. ຍ້ອນສີມືຄ່ອງແຄ້ວ ແລະ ຄວາມເມົາມົວນັ້ນ, ເຂົາເຈົ້າໄດ້ຜະລິດໄມ້ທີ່ເປັນວັດຖຸດິບ ກາຍເປັນບັນດາຜະລິດຕະພັນທີ່ມີປະໂຫຍດໃນຊີວິດປະຈຳວັນ. ສຳລັບຫຼາຍຄົນແລ້ວ, ການຮັກສາອາຊີບ, ພັດທະນາອາຊີບ ຍັງຖືກຖືວ່າ ແມ່ນຄວາມຮັບຜິດຊອບ, ເພື່ອໃຫ້ອາຊີບບໍ່ຖືກສູນຫາຍໄປ, ພ້ອມກັນນັ້ນ ກໍ່ແມ່ນການຮັກສາຈຸດພິເສດສະເພາະຂອງອາຊີບຊ່າງໄມ້ ເຂດຕາເວັນຕົກທາງພາກໃຕ້ ຫວຽດນາມ./.