ຮຶງ​ອຽນ ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ​ຄືນ​ໃໝ່

(VOVWORLD) -ໃນ 5 ປີຜ່ານມາ, ແຂວງຮຶງອຽນ ໄດ້ສຸມໃສ່ຊີ້ນຳການ ສ້າງໂຄງປະກອບການຜະລິດຂະແໜງກະສິກຳຄືນໃໝ່, ອັນໄດ້ສ້າງບາດກ້າວພັດທະນາບຸກທະລຸ, ຍົກສູງສະມັດຕະພາບ, ຄຸນນະພາບ, ມູນຄ່າເພີ່ມໃຫ້ຜະລິດຕະພັນກະເສດຫຼາຍປະເພດ, ການຜະລິດກະສິກຳໄດ້ສຳຜັດກັບຮູບແບບການຜະລິດທີ່ທັນສະໄໝ ແລະ ປອດໄພເທື່ອລະກ້າວ; ປະກອບສ່ວນຍົກສູງລາຍຮັບ, ປົວແປງຊີວິດການເປັນຢູ່ຂອງ ປຊຊ. ໃນອາຍຸການ 2021-2025,  ແຂວງໄດ້ເສີມຂະຫຍາຍແຜນນະໂຍບາຍນີ້ ເພື່ອແນໃສ່ຊຸກຍູ້ການຜະລິດກະສິກຳ, ນຳມາເຊິ່ງຄວາມຮັ່ງມີ, ອີ່ມໜຳສຳລານໃຫ້ແກ່ ປຊຊ.
 
ຮຶງ​ອຽນ ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ​ຄືນ​ໃໝ່ - ảnh 1

 ຮູບແບບການປູກໝາກແຕ່ງຫອມເຕັກໂນໂລຊີສູງຢູ່ຕາແສງຕຽນຕຽນ, ເມືອງຝູກື, ແຂວງຮຶງອຽນ (ພາບ:tuyengiaohungyen.vn)

    ໃນໄລຍະຜ່ານມາ, ແຂວງຮຶງອຽນ ໄດ້ຜັນຂະຫຍາຍແຜນຮ່າງ “ສ້າງ ແລະ ພັດທະນາຮູບແບບລະບົບການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ” ຕາມທິດຜະລິດສິນຄ້າໃຫ້ມີຄຸນນະພາບສູງ, ຮັບປະກັນການຄ້ຳປະກັນສະບຽງອາຫານ. ແຜນຮ່າງນີ້ ໄດ້ຊ່ວຍໃຫ້ຜະລິດຕະພັນກະເສດຂອງແຂວງຮຶງອຽນ ກ້າວໄປໄກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ຂະແໜງກະສິກຳຂອງແຂວງ.

   ແຜນຮ່າງໄດ້ສະຫງວນຈຳນວນເງິນກ່ວາ 26 ຕື້ດົ່ງ ເພື່ອປະຕິບັດການໜູນຊ່ວຍດ້ານວິທະຍາສາດເຕັກນິກ, ພື້ນຖານໂຄງລ່າງ, ສົ່ງເສີມການຈຳໜ່າຍຜະລິດຕະພັນ; ໃນນັ້ນ ນຳໃຊ້ເຕັກໂນໂລຊີການຜະລິດກ້າວໜ້າ ເຂົ້າໃນລະບົບຜະລິດ, ດຳເນີນທຸລະກິດດ້ານສະບຽງອາຫານ, ເຜີຍແຜ່ຄວາມຮູ້, ແນະນຳເຕັກນິກການປູກຝັງ, ລ້ຽງສັດ. ທ່ານຫງວຽນວັນຈາງ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງຮຶງອຽນ ກ່າວວ່າ:

ໃນຊຸມປີຜ່ານມາ, ຂະແໜງກະສິກຳໄດ້ເປັນເສນາທິການໃຫ້ແຂວງ ເພື່ອປະກາດໃຊ້ຫຼາຍນະໂຍບາຍບຸລິມະສິດ ໃຫ້ແກ່ການພັດທະນາກະສິກຳ. ລະອຽດແມ່ນ ພວກຂ້າພະເຈົ້າໄດ້ປະກາດໃຊ້ ນະໂຍບາຍສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ທີ 2 ແມ່ນມະຕິຂອງອົງຄະນະພັກແຂວງ ກ່ຽວກັບໂຄງການກະສິກຳຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ມູນຄ່າເພີ່ມຂຶ້ນສູງຕິດພັນກັບການກໍ່ສ້າງຊົນນະບົດໃໝ່.

ອ້າຍຫງວຽນຮີ້ວຮຶງ ເກັບກ່ຽວໝາກເລັ່ນ (ພາບ: nongnghiep.vn)

  ນອກຈາກນັ້ນແລ້ວ, ຂະແໜງການ, ທ້ອງຖິ່ນ ຍັງໄດ້ຍູ້ແຮງການສ້າງເຄື່ອງໝາຍການຄ້າ, ຍີ່ຫໍ່ຜະລິດຕະພັນ, ສ້າງບັນດາສະຫະກອນ, ໜ່ວຍສະຫະກອນໃໝ່ ໃນການຮ່ວມສຳພັນຜະລິດ ຕາມລະບົບມູນຄ່າ, ເປີດກ້ວາງຕະຫຼາດຈຳໜ່າຍ, ກຳນົດທິດສົ່ງອອກ. ປະຈຸບັນ, ໃນບໍລິເວນແຂວງຮຶງອຽນ ໄດ້ປະກົດມີຫຼາຍຮູບແບບທີ່ດີເດັ່ນ. ທ່ານ ຫງວຽນຫີ້ວຮຶງ ປະທານສະຫະກອນຜັກປອດສານພິດ ອຽນຝູ, ເມືອງອຽນມີ້, ແຂວງຮຶງອຽນ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາກັບບັນດາຄອບຄົວຊາວກະສິກອນທີ່ເຂົ້າຮ່ວມຮູບແບບສະຫະກອນວ່າຈະຈຳໜ່າຍຜະລິດຕະພັນຂອງ ປຊຊ ທັງໝົດ ແລະ ປຊຊ ຈະໄດ້ຮັບການໜູນຊ່ວຍຈາກສະຫະກອນກໍ່ຄືອົງການຈັດຕັ້ງອື່ນໆເປັນຕົ້ນແມ່ນອົງການ JICA ປະເທດ ຍີ່ປຸ່ນ ກໍ່ຄືຂອງແຂວງ. ຊາວກະສິກອນໄດ້ຮັບການໜູນຊ່ວຍດ້ານເຕັກນິກ, ນຳໃຊ້ບັນດາເຕັກໂນໂລຊີໃໝ່ເຂົ້າໃນການປູກທົດລອງບັນດາແນວພັນໃໝ່.

  ໄປຄຽງຄູ່ກັບການເອົາໃຈໃສ່ພັດທະນາກະສິກຳປອດສານພິດນັ້ນ, ແຂວງຮຶງອຽນ ຍັງເອົາໃຈໃສ່ພັດທະນາກະສິກຳອຸດສະຫະກຳສູງອີກດ້ວຍ, ຖືນີ້ແມ່ນທິດເດີນຕົ້ນຕໍເພື່ອລົງທຶນ, ປະກອບສ່ວນຍົກສູງຄຸນນະພາບສິນຄ້າ, ຜະລິດຕະພັນ, ຊຸກຍູ້ການສົ່ງອອກ, ຍົກສູງທີ່ຕັ້ງບົດບາດຜະລິດຕະພັນກະເສດຂອງທ້ອງຖິ່ນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ. ທ່ານຫງວຽນວັນກຽນ, ຫົວໜ້າສູນສົ່ງເສີມກະສິກຳແຂວງຮຶງອຽນ ໃຫ້ຮູ້ວ່າ:

   ເມື່ອຫັນປ່ຽນ ພວກເຮົາໄດ້ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດ, ທາບທາມຄຳເຫັນດ້ານວິຊາສະເພາະ ເຕັກນິກເປັນປະຈຳ. ເພີ່ມທະວີການໄປທັດສະນະສຶກສາ, ຮ່ຳຮຽນ, ຖອດຖອນບົດຮຽນ ເພື່ອນຳໃຊ້ຜະລິດໃຫ້ໄດ້ຜະລິດຕະພັນທີ່ມີປະສິດທິຜົນກ່ວາ, ເມື່ອມີຜະລິດຕະພັນແລ້ວ ຕ້ອງເພີ່ມທະວີການສົ່ງເສີມການຄ້າ.

   ປະຈຸບັນ, ທົ່ວແຂວງມີ 26 ຜະລິດຕະພັນໄດ້ຈົດທະບຽນສະຫງວນລິຂະສິດຊັບສິນທາງພູມປັນຍາ, ໃນນັ້ນມີ 3 ຜະລິດຕະພັນໄດ້ຮັບການສະຫງວນລິຂະສິດກາໝາຍວົງຄະນະຍາດຈາກກົມຊັບສິນພູມປັນຍາ. ໃນໄລຍະຈະມາເຖິງ, ແຂວງຈະສືບຕໍ່ແນະນຳໜູນຊ່ວຍບຮາກຖານຜະລິດ ແລະ ດຳເນີນທຸລະກິດຕາມທິດເປີດກ້ວາງຂອບຂະໜາດ, ພ້ອມທັງໜູນຊ່ວຍບັນດາວິສາຫະກິດ, ໜ່ວຍຮ່ວມມື, ສະຫະກອນ, ຄອບຄົວຜະລິດ, ດຳເນີນທຸລະກິດ ເຂົ້າຮ່ວມໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ”  (OCOP) ຍົກສູງມູນຄ່າເພີ່ມ. ທ່ານ ຫງວຽນຢຸຍຮຶງ, ຮອງປະທານຄະນະກຳມະການ ປຊຊ ແຂວງຮຶງອຽນ ຢືນຢັນວ່າ:

  ຮຶງອຽນ ສືບຕໍ່ເອົາໃຈໃສ່ລົງທຶນພັດທະນາກະສິກຳສິນຄ້າ ບັນລຸປະສິດສູງ, ປອດໄພ ແລະ ຍືນຍົງ, ຊາວກະສິກອນຮັ່ງມີ, ຊົນນະບົດມີຄວາມສີວິໄລດ້ວຍໜ້າທີ່: ຍູ້ແຮງຜັນຂະຫຍາຍການປະຕິບັດສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕາມທິດພັດທະນາສິນຄ້າຂອບຂະໜາດມໃຫ່ຍ, ການຜະລິດສະອາດ, ປອດໄພ, ມີຄຸນນະພາບສູງ, ມີປະສິດທິຜົນ ແລະ ມີລັກສະນະແກ່ງແຍ້ງສູງ….ຮັບປະກັນເນື້ອທີ່ປູກເຂົ້າຕາມການວາງແຜນກຳນົດ; ສືບຕໍ່ຫັນປ່ຽນການປູກເຂົ້າທີ່ບໍ່ມີປະສິດທິຜົນໃນເນື້ອທີ່ດິນປະມານ 4.000-5.000 ha ຕາມແຜນການ ມາປູກຕົ້ນໄມ້ປະຈຳປີໃຫ້ເໝາະສົມ, ສົມທົບກັບການລ້ຽງປູກສິນໃນນ້ຳ, ຕິດພັນກັບການຜະລິດຕາມມາດຖານ  VietGap.

ດ້ວຍໝາກຜົນທີ່ຕັ້ງໜ້າໃນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ໃນໄລຍະຜ່ານມາ, ໃນໄລຍະຈະມາເຖິງນີ້, ແຂວງຮຶງອຽນ ສືບຕໍ່ກຳນົດ ການພັດທະນາກະສິກຳສິນຄ້າຢ່າງມີປະສິດທິຜົນສູງ, ປອດໄພ ແລະ ຍືນຍົງ, ຊາວກະສິກອນຮັ່ງມີ, ຊົນນະບົດມີຄວາມສີວິໄລ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ໃນໄລຍະ 2021-2025./.

ຕອບກັບ

ຂ່າວ/ບົດ​ອື່ນ