ຮີດຄອງປະເພນີການສົມລົດຂອງຊາວເຜົ່ານຸ່ງຢູ່ແຂວງລ່າວກາຍ

(VOVWORLD) - ເມື່ອຮອດເກນອາຍຸເປັນບ່າວເປັນສາວ, ຜູ້ຊາຍແລະຜູ້ຍິງຊາວເຜົ່ານຸ່ງມີຄວາມເສລີໃນການຊອກຮູ້ແລະມັກຮັກກັນ. ເຂົາເຈົ້າລຶ້ງເຄີຍກັນເມື່ອໄປໄຮ່ໄປນາ, ພົບປະກັນເມື່ອລົງຕະຫລາດແລະມັກກັນໃນງານບຸນຂັບເລື໊ອນ (ຂັບພື້ນເມືອງຂອງຊາວທ້ອງຖິ່ນ),ຖ້າຫາກຜູ້ບ່າວຜູ້ສາວມັກກັນແລ້ວ, ຜູ້ບ່າວຈະລາຍງານຕໍ່ພໍ່ແມ່ແລະຂໍຄວາມຊ່ວຍເຫລືອຈາກເຈົ້າໂຄດລຸງຕາໄປຍັງເຮືອນຂອງຜູ້ສາວເພື່ອໄປໂອ້ລົມສູ່ຂໍ.

ຮີດຄອງປະເພນີການສົມລົດຂອງຊາວເຜົ່ານຸ່ງຢູ່ແຂວງລ່າວກາຍ - ảnh 1ພິທີຮັບເຈົ້າສາວໃນງານດອງ ຂອງຊາວເຜົ່ານຸ່ງ 

ພາບbaotuyenquang.com.vn

ທ່ານເຈີນຈິເຍີນ, ຮອງຫົວຫນ້າພະແນກວັດທະນະທຳຖະແຫລງຂ່າວເມືອງຮ່ວາງຊູຟີ່ແຂວງລ່າວກາຍໃຫ້ຮູ້ວ່າ: ການສົມລົດຂອງຊາວເຜົ່ານຸ່ງແມ່ນເລີ່ມຕົ້ນດ້ວຍພິທີຈັບຄູ່

“ໃນພິທີຈັບຄູ່ ນີ້ ເຂົາເຈົ້າພຽງແຕ່ຕັ້ງບັນຫາຂໍອະນຸຍາດພໍ່ແມ່ຜູ້ສາວໃຫ້ສອງຄົນແຕ່ງງານກັນ. ຖ້າໄດ້ຮັບຄວາມເຫັນດີແລ້ວເຂົາເຈົ້າຈະນັດກັນໃນເວລາປະມານ 10 ມື້ເຈົ້າໂຄດລຸງຕາພ້ອມກັບຄອບຄົວຜູ້ບ່າວຈະມາເຮືອນຜູ້ສາວຂໍປະຕິບັດຂັ້ນຕອນຕໍ່ໄປແມ່ນ ເຮັດພິທີສູ່ຂໍ, ປົງຄ່າດອງ”

ໃນພິທີສູ່ຂໍນັ້ນຄອບຄົວທັງເຈົ້າບ່າວແລະ ເຈົ້າສາວຈະປຶກສາຫາລືນຳກັນກ່ຽວກັບສິ່ງຂອງເຮັດພິທີທີ່ຄອບຄົວເຈົ້າບ່າວຕ້ອງເອົາໄປຍັງເຮືອນເຈົ້າສາວໃນມື້ງານດອງ.

“ສິ່ງຂອງເຮັດພິທີຕ້ອງມີ: ໄກ່2 ໂຕ, ໝູໂຕຫນຶ່ງມີນ້ຳຫນັກ 40 ກິໂລກຼາມ, ເຫລົ້າ 15-20 ແກ້ວ, ທຽບເທົ່າກັບບັ້ງເຂົ້າຫນຽວແລະມີເຂົ້າຫນົມໄຢ່ຂະຫນາດໃຫຍ່ 12 ອັນ. ນອກນັ້ນຕ້ອງມີເຄື່ອງປະດັບໃຫ້ເຈົ້າສາວອີກ ເຊັ່ນ ຊຸດສາຍແອວເງິນຂອງຊາວເຜົ່ານຸ່ງ, ປອກແຂນຫນຶ່ງຄູ່, ລູກປັດທີ່ເຮັດດ້ວຍເງິນ 1 ຂີດ, ກະດູມເສື້ອທີ່ເຮັດດ້ວຍເງິນ 14 ອັນ. ນັ້ນກໍ່ແມ່ນບັນດາເຄື່ອງປະດັບ, ເຄື່ອງໃຊ້ທີ່ເຈົ້າສາວຢູ່ເຮືອນນີ້ໃຊ້ຫຍິບຊຸດແຕ່ງງານໃຫ້ຕົນເອງ.

          ແລະກໍ່ໃນພິທີສູ່ຂໍ, ຄອບຄົວເຈົ້າບ່າວຍັງຕ້ອງເອົາເງິນຫລຽນ 4 ຫລຽນມາມອບໃຫ້ພໍ່ແມ່ເຈົ້າສາວ. ຖ້າບໍ່ມີເງິນຫລຽນຈະແລກເປັນເງິນສົດກໍ່ໄດ້. ລຸງວ່າງທົງຈູງຊາວເຜົ່ານຸ່ງຢູ່ເມືອງເມື່ອງເຄືອງແຂວງລ່າວກາຍໃຫ້ຮູ້ວ່າ:

  “ເຄື່ອງຂອງໃນງານດອງແພງທີ່ສຸດແມ່ນຊຸດອາພອນເທົ່ານັ້ນ. ກ່ອນນີ້ຕ້ອງມີເຫລົ້າປະມານ 60- 80 ລິດ, ຊີ້ນ 80 - 150 ກິໂລກຼາມ. ນອກນັ້ນຍັງມີຫລຽນເງິນ4 ຫລຽນມອບໃຫ້ຜູ້ເປັນແມ່. ເງິນນີ້ແມ່ນມອບໃຫ້ແມ່ຂອງເຈົ້າສາວຖ້າຫາກພໍ່ເຖົ້າແມ່ເຖົ້າຍັງມີຊີວິດຢູ່ ຕ້ອງມອບໃຫ້ຜູ້ລະນຶ່ງຫລຽນ

         ເມື່ອເລືອກໄດ້ມື້ສັນວັນດີເພື່ອຈັດງານດອງແລ້ວ, ຄະນະຄອບຄົວເຈົ້າບ່າວຈະມາຮັບເຈົ້າສາວ. ໃນມື້ນີ້ມີຫລາຍຈຸດວັດທະນະທຳອັນດີງາມຊື່ງປະຈຸບັນພໍ່ແມ່ປະຊາຊົນຊາວເຜົ່ານຸ່ງຍັງຄົງຮັກສາໄວ້ຢູ່. ທ່ານເຈີນຈິເຍີນໃຫ້ຮູ້ວ່າ:

 “ໃນມື້ມາຂໍເຈົ້າສາວອອກເຮືອນ, ເຈົ້າບ່າວຈະນຳເອົາສິ່ງຂອງເຊີ່ງແມ່ນເຂົ້ານົມຫໍ່ນຶ່ມາຕັ້ງຢູ່ເທິງແທ່ນບູຊາແລະຖະຫວາຍທູບທຽນຫາປູ່ຍ່າຕາຍາຍ,ຫລັງຈາກນັ້ນຈຶ່ງຂໍຮັບເຈົ້າສາວເມືອເຮືອນ. ເຂົ້າໜົມນັ້ນແມ່ນເຂົ້າໜົມໄຢ່ຄ້າຍຄືກັນກັບເຂົ້ານົມທີ່ໃຊ້ໃນພິທີສູ່ຂໍ.ວຽກທຳອິດທີ່ຄະນະຄອບຄົວເຈົ້້າບ່າວໄປຮັບເຈົ້າສາວ ໄດ້ໄປຮອດເຮືອນເຈົ້້າສາວນັ້ນ, ຢູ່ຂ້າງຂັ້ນໄດເຮືອນ ຈະປະຊາມນຳ້ໄວ້ຫນຶ່ງຊາມ, ຝ່າຍເຮືອນເຈົ້າສາວຈະຫົດນຳ້ໃສ່ເຈົ້າບ່າວ ແລະ ສະມາຊິກໃນຄະນະຄອບຄົວເຈົ້າບ່າວຈຳນວນຫນຶ່ງ. ຄວາມໝາຍຂອງວຽກນີ້ແມ່ນເພື່ອລ້າງສ່ວຍຄວາມຊົ່ວຮ້າຍ, ພະຍາດບາດເຍົາຂອງເຈົ້າບ່າວ, ພາຍຫລັງເຮັດພິທີນີ້ແລ້ວ ຄະນະຄອບຄົວເຈົ້າບ່າວຈຶ່ງໄດ້ເຂົ້າໄປໃນເຮືອນເຈົ້າສາວ”.

         ການຮັບໄພ້ເມືອເຮືອນຜົວ, ພໍ່ແມ່ຂອງເຈົ້າສາວຈະບໍ່ໄດ້ໄປນຳ. ເຈົ້າບ່າວຈະກັ້ງຄັນຮົ່ມດຳໃຫ້ເຈົ້າສາວຄຸມດ້ວຍຜ້າແດງ ພາເມືອເຮືອນຜົວ. ທ່ານເຈີນຈິເຍີນໃຫ້ຮູ້ວ່າ:

ຕາມເສັ້ນທາງໄປຮັບເຈົ້າສາວເມືອເຮືອນເຈົ້າບ່າວ, ຍາມໃດເຈົ້າບ່າວກໍມີຄັນຮົ່ມສີດຳ ເພື່ອບໍ່ໃຫ້ເຈົ້້າບ່າວປຽກເມື່ອຖືກທາງຝ່າຍເຈົ້າສາວຫົດນຳ້. ຕາມເສັ້ນທາງແຕ່ເຮືອນເຈົ້າສາວເມືອເຮືອນເຈົ້າບ່າວ, ຄະນະຄອບຄົວທັງສອງຝ່າຍໄປຜ່ານຮ່ອງນຳ້ໄດ້ ແຕ່ເຈົ້າສາວຂ້າມຜ່ານບໍ່ໄດ້, ສະນັ້ນ ຕ້ອງແມ່ນແມ່ສື່ເປັນຜູ້ເຈ່ຍເຈົ້າສາວຂ້າມໄປ ເຊິ່ງບໍ່ໃຫ້ເຈົ້າບ່າວເຈ່ຍຂ້າມ. ເພາະມີຄວາມເຊື່ອວ່າ ເວລານັ້ນໄປຂໍໄພ້ ແຕ່ຍັງບໍ່ທັນໄດ້ເຮັດເຂົ້າເປັນສະມາຊິກໃນຄອບຄົວພິທີຕໍ່ຮ້ານບູຊາບັນພະບຸລຸດເຮືອນເຈົ້າບ່າວ,ສະນັ້ນ ຍັງບໍ່ທັນເປັນຄົນຂອງເຈົ້າບ່າວຢ່າງສົມບູນ.

ຮີດຄອງປະເພນີການສົມລົດຂອງຊາວເຜົ່ານຸ່ງຢູ່ແຂວງລ່າວກາຍ - ảnh 2 ເຈົ້າບ່າວ ເຈົ້າສາວ ທຳພິທີຕໍຫນ້າແທ່ນບູຊາປູ່ຍ່າຕາຍາຍ

ພາບ:toquoc.vn

ມາຮອດເຮືອນຝ່າຍຊາຍ, ວຽກທຳອິດເມື່ອກ້າວຂຶ້ນຂັ້ນໄດເຂົ້າເຮືອນຜົວ, ເຈົ້າສາວຈະຈັບເອົາບັ້ງນຳ້, ແລະ ມັດຕົ້້ນເຂົ້າ ທີ່ກະກຽມໄວ້ແລ້ວນັ້ນ ເຂົ້າໄປຫ້ອຍໄວ້ຢູ່ເທິງເຕົາ ແລ້ວເອົານຳ້ຖອກໃສ່ຫມໍ້ທີ່ຂາງໄວ້ເທິງເຕົາຢ່າງໄວ. ທ່ານເຈີນຈິເຍີນອະທິບາຍວ່າ ນັ້ນແມ່ນຄຳສອນຂອງພໍ່ແມ່ຜົວທີ່ມີຕໍ່ລູກໄພ້ ແລະ ຢາກເວົ້າວ່າ ວຽກນັ້ນແມ່ນວຽກປະຈຳຂອງລູກໄພ້ໃຫມ່ ທີ່ຈະຕ້ອງເຮັດ ແລະ ຕ້ອງເຮັດໃຫ້ເປັນຢ່າງດີ, ເຂົ້າຫອມແກງນົວ ເພື່ອນຳເຂົ້າ, ສາລີມາເຕັມເຮືອນ, ນຳສິ່ງທີ່ດີມາສູ່ເຮືອນຜົວ. ພາຍຫລັງປະຕິບັດພິທີນີ້ສຳເລັດແລ້ວ, ພໍ່ສື່-ແມ່ສື່ຈະໄຕ້ທຽນຢູ່ຮ້ານບູຊາຂອງເຮືອນຝ່າຍຊາຍ, ເຈົ້າບ່າວເຈົ້າສາວຈະນົບໄຫວ້ພໍ່ປູ່ແມ່ຍ່າບັນພະບຸລຸດ, ເວລານັ້ນ ເຈົ້າສາວຈຶ່ງເອົາຜ້າຄຸມແດງທີ່ປົກຫົວອອກ ແລະ ກາຍເປັນສະມາຊິກໃນຄອບຄົວຜົວຢ່າງສົມບູນ. ເມື່ອພິທີນີ້ສິ້ນສຸດລົງ, ເຈົ້າບ່າວເຈົ້າສາວ ຈະນຳເຫລົ້າມາເຫຍັ້ນເພື່ອເຊີນແຂກ.

ຕອບກັບ

ຂ່າວ/ບົດ​ອື່ນ