ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ ໃຫ້​ແກ່ ປ​ຊ​ຊ ບ້ານ ປາກ​ຣ່າ ແຂວງ ກາວ​ບັ່ງ

(VOVWORLD) -

  ບ້ານ ປາກຣ່າ, ຕາແສງ ຫຼີໂບນ, ເມືອງ ບາວເລິມ, ແຂວງ ກາວບັ່ງ ມີຫຼາຍກຸ່ມດຳເນີນຊີວິດສາສະໜາໂປແຕັດສະຕັງ. ໃນຕອນເຊົ້າຂອງທຸກວັນພະຫັດ ແລະ ຕອນບ່າຍວັນອາທິດ, ກຸ່ມຈະດຳເນີນຊີສິດຢູ່ເຮືອນສ່ວນຕົວຂອງທ່ານ ຮ່ວາງອາຢີ ເພື່ອຮ້ອງເພງສັນລະເສີນພະເຈົ້າ, ອ່ານຄຳພີ, ພາວະນາ…


ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ  ໃຫ້​ແກ່ ປ​ຊ​ຊ ບ້ານ ປາກ​ຣ່າ ແຂວງ ກາວ​ບັ່ງ - ảnh 1

ກຸ່ມດຳເນີນຊີວິດດ້ານສາສະໜາໂປແຕັດສະຕັງຢູ່ເຮືອນທ່ານ ຮ່ວາງອາຢີ ບ້ານ ປາກຣ່າ (ພາບ: ງອກແອັງ)

   ໂດຍແມ່ນ 1 ໃນຈຳນວນ 15 ບ້ານຢູ່ຕາແສງ ຫຼີໂບນ, ບ້ານ ປາກຣ່າ ມີ 18 ຄອບຄົວ, ປຊຊ ເຜົ່າມົ້ງຢູ່ທີ່ນີ້ ໄດ້ຖືສາສະໜາໂປແຕັດສະຕັງ. ຍ້ອນບໍ່ທັນມີສະຖານທີ່ດຳເນີນຊີວິດດ້ານສາສະໜາລວມສູນ, ດັ່ງນັ້ນ, ຢູ່ບ້ານ ປາກຣ່າ, ປຊຊ ໄດ້ດຳເນີນຊີວິດດ້ານສາສະໜາຢູ່ກຸ່ມສາສະໜາຊາວເຜົ່າມົ້ງ ຢູ່ເຮືອນສ່ວຍຕົວຂອງທ່ານ ຮ່ວາງອາຢີ. ຕາມອ້າຍ ເຮົ່າອາຫຼື ຮອງຫົວໜ້າກຸ່ມສາສະໜາໂປແຕັດສະຕັງບ້ານ ປາກຣ່າ, ອຳນາດການປົກຄອງທ້ອງຖິ່ນ ພວມແນະນຳກຸ່ມ ເຮັດລະບຽບການເອກະສານສຳເລັດ ເພື່ອສະເໜີຂໍອະນຸມັດໃຫ້ດຳເນີນຊີວິດລວມສູນ.

  ແຕ່ປີ 2023 ກຸ່ມໄດ້ດຳເນີນຊີວິດດ້ານສາສະໜາແລ້ວ. ປະຈຸບັນ, ທາງຕາແສງໄດ້ມີເອກະສານຕອບລະບຽບເອກະສານຂໍອະນຸຍາດດຳເນີນຊີວິດ, ທາງກຸ່ມກໍ່ພວມລໍຄອຍເພື່ອເຮັດລະບຽບການເອກະສານສຳເລັດ. ຕາແສງຍັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ປຊຊ ໄດ້ດຳເນີນຊີວິດດ້ານສາສະໜາ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈລັດ ທີ່ໄດ້ສ້າງເງື່ອນໄຂໃຫ້ ປຊຊ ສາມາດດຳເນີນຊີວິດດ້ານສາສະໜາຕາມຄວາມຕ້ອງການ, ຄວາມມຸ່ງຫວັງ.

    ບໍ່ພຽງແຕ່ແມ່ນແຫ່ງດຳເນີນຊີວິດດ້ານສາສະໜາເທົ່ານັ້ນ, ກຸ່ມດຳເນີນຊີວິດສາສະໜາໂປແຕັດສະຕັງ ຍັງແມ່ນບ່ອນເພື່ອໃຫ້ ປຊຊ ສາມາດບພົບປະ, ໂຄສະນາແຜນນະໂຍບາຍ, ນະໂຍບາຍຂອງລັດ, ຄວາມຮູ້ດ້ານກົດໝາຍ ກໍ່ຄືແບ່ງປັນວິທີທຳມາຫາກິນ, ມຸ່ງໄປເຖິງສິ່ງທີ່ດີງາມອີກດ້ວຍ. ອຳນາດການປົກຄອງເຄົາລົບສິດເສລີໃນການເຫຼື້ອມໃສ ແລະ ເຊື່ອຖືສາສະໜາຂອງ ປຊຊ. ບັນດາອົງການມີໜ້າທີ່ຮັບຜິດຊອບ ກໍ່ໄດ້ແນະນຳເພື່ອໃຫ້ ປຊຊ ດຳເນີນຊີວິດດ້ານສາສະໜາຖືກຕ້ອງຕາມຄະຕິທຳ, ຈຸດປະສົງ, ປະຕິບັດຕາມການກຳນົດຂອງກົດໝາຍ. ເອື້ອຍ ຮ່ວາງທິຮວາ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫຼີໂບນ ໃຫ້ຮູ້ວ່າ:

   ກຸ່ມດຳເນີນຊີວິດດ້ານສາສະໜາ ປາກຣ່າ ມີສຳເນົາເອກະສານຂໍອະນຸຍາດ ດຳເນີນຊີວິດດ້ານສາສະໜາລວມສູນແລ້ວ. ເຖິງວ່າສຳເນົາເອກະສານບໍ່ທັນຄົບຖ້ວນ, ຈຳນວນສາສະນິກກະຊົນບໍ່ຫຼາຍ ແຕ່ຕາແສງຍັງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ປຊຊ ໃນການດຳເນີນຊີວິດດ້ານສາສະໜາ. ໃນໄລຍະຈະມາເຖິງ, ອຳນາດການປົກຄອງທ້ອງຖິ່ນຈະແນະນຳໃຫ້ກຸ່ມ ສືບຕໍ່ສ້າງສຳເນົາເອກະສານສຳເລັດ ເພື່ອພິຈາລະນາອະນຸຍາດໃຫ້ກຸ່ມສາມາດດຳເນີນຊີວິດດ້ານສາສະໜາລວມສູນ.

   ໂດຍໄດ້ຖືສາສະໜາໂປແຕັດສະຕັງ ແລະ ດຳເນີນຊີວິດດ້ານສາສະໜາຢູ່ກຸ່ມ, ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ມີການປ່ຽນແປງອັນຕັ້ງໜ້າ, ປຊຊ ໄດ້ສະໜິດຕິດພັນກັນເໝືອນກັບອ້າຍນ້ອງໃນຄອບຄົວດຽວ. ປຊຊ ບ້ານອື່ນກໍ່ມາບ້ານ ປາດຣ່າ ເພື່ອດຳເນີນຊີວິດດ້ານສາສະໜານຳ. ອ້າຍ ວ່າງອາເຢີ, ຊາວເຜົ່າມົ້ງຢູ່ບ້ານ ຕົງອາກ, ຕາແສງ ຫຼີໂບນ ໃຫ້ຮູ້ວ່າ:

   ແຕ່ລະອາທິດ, ກຸ່ມໄດ້ເນີນຊີວິດດ້ານສາສະໜາເປັນ 2 ຄັ້ງ, ໃນວັນພະຫັດ ແລະ ວັນອາທິດ. ເມື່ອເຂົ້າຮ່ວມດຳເນີນຊີວິດດ້ານສາສະໜາຢູ່ກຸ່ມນີ້, ຂ້າພະເຈົ້າມີຄວາມພາກພູມໃຈ, ຕື້ນຕັນໃຈຫຼາຍ, ຊີວິດກໍ່ມີການປ່ຽນແປງຫຼາຍຄື: ບໍ່ກິນເຫຼົ້າເມົາຢາອີກແລ້ວ, ແບ່ງປັນເພື່ອໃຫ້ທຸກຄົນເຮັດວຽກທີ່ດີ.

    ປະຈຸບັນ, ແຂວງ ກາວບັ່ງມີ 3 ສາສະໜາຄື: ສາໜາຄຼິດ, ສາສະໜາພຸດ ແລະ ສາສະໜາໂປແຕັດສະຕັງ ດ້ວຍສາສະນິກກະຊົນກ່ວາ 23.000 ຄົນ, ໃນນັ້ນ, ແລະ ສາສະໜາໂປແຕັດສະຕັງ ມີຫຼາຍກ່ວາໝູ່ດ້ວຍສາສະນິກກະຊົນກ່ວາ 21.000 ຄົນ. ດ້ວຍການໜູນຊ່ວຍ ແລະ ສ້າງເງື່ອນໄຂຈາກອຳນາດການປົກຄອງທ້ອງຖິ່ນນັ້ນ, ຊີວິດດ້ານຈິດໃຈ ແລະ ຄວາມເສລີພາບໃນການເຫຼື້ອມໃສສາສະນາ ຂອງ ປຊຊ ຊົນເຜົ່າຢູ່ບ້ານ ປາກຣ່າ ໄດ້ຮັບປະກັນ. ປຊຊ ປະຕິບັດຕາມຄວາມເຊື່ອຖືຂອງຕົນ, ຢູ່ໃນສິນກິນໃນທຳ, ປະກອບສ່ວນສ້າງປະຊາຄົມສາມັກຄີ, ພ້ອມກັນພັດທະນາເສດຖະກິດຄອບຄົວ./.

ຕອບກັບ

ຂ່າວ/ບົດ​ອື່ນ