ຮູບແບບຊົນນະບົດໃໝ່ຢູ່ແທງວັນ, ຮ່າໂນ້ຍເຮັດໃຫ້ຄວາມມຸ້ງຫວັງຂອງປະຊາຊົນປະກົດຜົນເປັນຈິງ


(vovworld) - ຍາກ​ທີ່​ຈະ​ມີ​ບ່ອນ​ໃດ​ຢູ່​ບ້ານ​ນາ​ທີ່​ມີ​ທັດສະນີ​ຍະ​ພາບ​ສວຍ​ງາມ​ຄື​ຢູ່​​ຕາ​ແສງ​ແທງ​ວັນ, ດ້ວຍ​​ບັນດາແຖວເຮືອນຕຶກ​ຫຼາຍ​ຊັ້ນ​, ຕະຫຼາດ​ທີ່​ອຶກ​ກະ​ທຶກ​ຄຶກ​ໂຄມ, ຫໍ​ວັດທະນະທຳ​ທີ່​ໃຫຍ່​ໂຕ​ໂອ​ໂຖງ, ບັນດາ​ເສັ້ນທາງ​​ເບ​ຕົງ​ທີ່​ກວ້າງຂວາງ. ປະຊາຊົນຢູ່​ທີ່​ນີ້​ຜູ້​ໃດ​ກໍ່​ພາກພູມ​ໃຈ​ຕໍ່​ຊີວິດ​ການ​ເປັນ​ຢູ່ ກໍ່​ຄື​ຄື​ຄວາມ​ເອົາ​ໃຈ​ໃສ່​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ນັ້ນ​ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ແທງ​ວັນ, ​ເມືອງ​ແທງ​ອວາຍ, ນະຄອນ​ຮ່າ​ໂນ້ຍ.

ຮູບແບບຊົນນະບົດໃໝ່ຢູ່ແທງວັນ, ຮ່າໂນ້ຍເຮັດໃຫ້ຄວາມມຸ້ງຫວັງຂອງປະຊາຊົນປະກົດຜົນເປັນຈິງ - ảnh 1

ໂສມໜ້າຂອງຕາແສງແທງວັນໃນປະຈຸບັນ

        ​ແທງ​ວັນ​ ​ແມ່ນ​ຕາ​ແສງ​ຜະລິດ​ກະ​ສີ​ກຳ​ເປັນ​ຕົ້ນທີ່​ຂຶ້ນ​ກັບ​ເມືອງ​ແທງ​ອວາຍ, ຫ່າງ​ຈາກ​ໃຈກາງ​ຮ່າ​ໂນ້ຍ​ໄປ​ທາງ​ທິດ​ໃຕ້ 15 ກມ, ກ່ອນ​ນີ້, ຊີວິດ​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ໃນ​ຕົ້ນ​ຊຸມ​ປີ 90 ຂອງ​ສະຕະວັດ​ກ່ອນ, ຈຳນວນ​ຄອບຄົວ​ຢູ່​ແທງ​ວັນ ທີ່​ຕ້ອງການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ຍາມປ່ຽນ​ລະດູກວມ​ເຖິງ 85%. ​ແຕ່​ພາຍຫຼັງ 20 ປີ, ​ໂສມ​ໜ້າ​ຢູ່​ແທງ​ວັນ ​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ. ທັງ​ຕາ​ແສງ​ມີ​ 6500 ຄອບຄົວ, ​ແຕ່​ບໍ່​ມີ​ຄອບຄົວ​ໃດ​ທຸກ​ຍາກ. ມີ​ຫຼາຍ​ຄອບຄົວ​ທຳ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ, ມີ​ເຮືອນຕຶກ​ຫຼາຍ​ຊັ້ນ, ລູກ​ຫຼານ​​ທຸກ​ຄົນ​ລ້ວນ​ແຕ່ໄດ້​ໄປ​ຮຽນ. ຜົນງານ​ດັ່ງກ່າວ​ແມ່ນ​ມາ​ຈາກ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ດ້ວຍ​ທິດ​ນຳ​ທີ່​ວ່າ: ກຸ້ມ​ຕົນ​ເອງ, ບໍ່​ລໍຖ້າຕໍ່​ການ​ຊ່ວຍ​ເຫຼືອ​​ຂອງ​ລັດ. ທ່ານ ກວາງ​ວັນ​ຖີງ, ​ເລຂາ​ຄະນະ​ພັກ​ຕາ​ແສງ​ແທງ​ວັນ, ຫວນ​ຄືນ​ວ່າ:

        “​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແທງ​ວັນ ​ແມ່ນ​ມີ​ມາ​ແຕ່​ຊຸມ​ປີ 90, ​ເມື່ອ​ຊີວິດ​ຂອງ​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ເວລາ​ນັ້ນ​ຂ້າພະ​ເຈົ້າ​ພຽງ​ແຕ່​ຄິດ​ວ່າ​ຕ້ອງ​ເຮັດ​ແນວ​ໃດ​​​ເພື່ອໃຫ້​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈຂອງ​ປະຊາຊົນ​ໄດ້​ດີກ​ວ່າ​ເທົ່າ​ນັ້ນ. ​ເວລາ​ນັ້ນ, ​ແທງ​ວັນ ບໍ່​ທັນ​ຄິດ​ເຖິງ​ມາດຖານ​ໃດ​ເທື່ອ. ດ້ວຍ​ຄວາມ​ຄິດຄື​ດັ່ງກ່າວ, ​ແທງ​ວັນ​ ​ໄດ້​ທຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ວຽກ​ງານ​ຕ່າງໆ​ທີ່ບ່ອນ​ອື່ນ​ບໍ່​​ເຄີຍເຮັດ“.

        ປີ 1991, ຢູ່​ຕາ​ແສງ​ແທງ​ວັນ ​ໄດ້​ກໍ່ສ້າງ​ກອງ​ທຶນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ດ້ວຍ​ກອງ​ທຶນ​ໃນ​ເບື້ອງ​ຕົ້ນ​ພຽງ​ແຕ່​ມີ​ເຂົ້າ​ເປືອກ 20 ​ໂຕນ, ​ແລະ ​ເງິນ 20 ລ້ານ​ດົ່ງ​ເທົ່າ​ນັ້ນ. ບ້ວງ​ເງິນ​ດັງກ່າວ​​ແມ່ນ​ເພື່ອໃຫ້​ປະຊາຊົນ​ກູ້​ຢືມ​ໂດຍ​ບໍ່ຕ້ອງ​ເສຍ​ດອກ​ເບ້ຍ, ທາງ​ຕາ​ແສງ​ໄດ້​ຊື້​ເບ້ຍ​ໄມ້, ​ແນວ​ພັນ​ສັດລ້ຽງ, ຫຼື​ຊື້​ດິນ​ຈີ່​​ຊ່ວຍ​​ໃຫ້ປະຊາຊົນ​ປຸກ​ສ້າງ​ເຮືອນ​ຢູ່. ​ແຫຼ່ງທຶນ​ດັ່ງກ່າວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ອັນ​ໄດ້​ຊ່ວຍ​ໃຫ້​ຊາວ​ກະ​ສີກ​ອນຢູ່​ຕາ​ແສງ​ແທງ​ວັນ ນັບ​ຮ້ອຍ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ພິ​ເສດ​ແມ່ນ, ຕາ​ແສງ​ໄດ້​ວາງ​ແຜນ​ທີ່​ດິນ​ກະ​ສີ​ກຳ, ທ້ອນ​ໂຮມ​ເນື້ອ​ທີ່​ດິນ​ໃຫ້​ເປັນ​ທົ່ງ​ນາ​ໃຫຍ່, ດ້ວຍ​ຈຸດປະສົງ​ນຳ​ໃຊ້​ທີ່​ດິນ​ໃນ​ໄລຍະ​ຍາວ ​ແລະ ກ້າວ​ເຂົ້າ​ສູ່​ການ​ຜະລິດ​ດ້ວຍ​ຂະໜາດ​ໃຫຍ່. ທາງ​ຕາ​ແສງ​ກໍ່​ໄດ້​ຫັນປ່ຽນ, ສ້າງ​ກອງ​ທຶນ​ທີ່​ດິນ, ຊ່ວຍ​ປະຊາຊົນ​ມີ​ທີ່​ດີ​ນປຸກ​ສ້າງ​ເຮືອນ​ຢູ່, ກໍ່ສ້າງ​ທາງ​ຄົມມະນາຄົມ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ປູກຝັງ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ. ຢູ່​ຕາ​ແສງ​ແທງ​ວັນ​ໃນ​ປະຈຸ​ບັນ, ມີ​ຕຶກ​ອາຄານ​ຫຼາຍ​ຊັ້ນ​ທີ່​ມີ​ມູນ​ຄ່າ​ນັບ​ຕື້ນ​ດົ່ງ​ຫຼາຍ​ຫຼັງ. ປະຊາຊົນ​ເອີ້ນ​ວ່າ, ນັ້ນ​ແມ່ນ​ຜົນງານ​ແຫ່ງ​ການ “ປະຕິວັດ​ທີ່​ດິນ“. ທ່ານ ຫງວຽນ​ຈີ໋ຕ໋ວຽນ, ຫົວໜ້າ​ບ້ານ​ແບກ​ມາຍ, ຕາ​ແສງ​ແທງ​ວັນ ​ໃຫ້​ຮູ້​ວ່າ:

        “​ເຮືອນ​ຊານ​ທັງ​ໝົດ​ຢູ່​ບ້ານ​ນີ້​ສ່ວນ​ຫຼາຍ​ແມ່ນ​ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ປະຕິວັດ​ທີ່​ດິນ. ຖ້າ​ຫາກ​ບໍ່​ມີ​ການ​ປະຕິວັດ​ທີ່​ດິນ, ບັນດາ​ຄອບຄົວ​ທຸກ​ຍາກ​ໃນ​ຕາ​ແສງ ກໍ່​ບໍ່​ສາມາດ​ມີ​ເຮືອນ​ຫຼັງ​ໃໝ່​ຄື​ໃນ​ປະຈຸ​ບັນ​ໄດ້“.

ຮູບແບບຊົນນະບົດໃໝ່ຢູ່ແທງວັນ, ຮ່າໂນ້ຍເຮັດໃຫ້ຄວາມມຸ້ງຫວັງຂອງປະຊາຊົນປະກົດຜົນເປັນຈິງ - ảnh 2

ຫໍວັດທະນະທຳໃນຕາແສງແທງວັນ

        ດ້ວຍ​ການ​ປະຕິວັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ນີ້, ທ້ອງ​ຖີ່​ນສາມາດ​ລະດົມ​ທຶນ​ໄດ້​ເກືອບ 600 ຕື້​ດົ່ງ​ເພື່ອ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ, ​ໂດຍ​ບໍ່​ຕ້ອງ​ອີງ​ໃສ່​ການ​ຊ່ວຍ​ເຫຼືອ​ຈາກງົບປະມານຂອງ​ລັດ. ໃນການກໍ່ສ້າງຊົນນະບົດໃໝ່, ອຳນາດການປົກຄອງຕາແສງແທງວັນ ມີແຜນນະໂຍບາຍປະຕິບັດກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ, ​ເປີດ​ເຜີຍ, ​ໂປ່​ງ​ໃສ. ທາງ​ຕາ​ແສງ​ພຽງ​ແຕ່​ວາງ​ແຜນ​ກຳນົດ, ມອບ​ຄາດໝາຍ​ເທົ່າ​ນັ້ນ, ສ່ວນ​ປະຊາຊົນ​ປຶກສາ​ຫາລື, ຜັນ​ຂະຫຍາຍ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ. ​ແຜນ​ນະ​ໂຍບາຍ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ປະຊາທິປະ​ໄຕ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນຕໍ່​ການ​ບໍລິຫານ​ຂອງ​ອຳນາດ​ການ​ປົກຄອງ​ຕາ​ແສງ​ໃຫ້​ແກ່​ປະຊາຊົນ. ທ່ານ ຫງວຽນ​ຕາມ​ແທງ, ປະຊາຊົນ​ໃນ​ຕາ​ແສງ, ​ແບ່ງປັນ​ວ່າ:

        “ປະຊາຊົນ​ເວົ້າ​ລວມ​ໄດ້​ສະໜັບສະໜູນ, ​ເພາະ​ເຂົາ​ເຈົ້າ​ເຫັນ​ໄດ້ຜົນ​ປະ​ໂຫຍ​ດຕົວ​ຈິງ. ​ໃນ​ຕາ​ແສງ​ຢູ່​ບ່ອນ​ໃດ​ກໍ່​ເຫັນ​ທາງ​​ໄປ​ມາສະ​ອາດ​ສວຍ​ງາມ“.

        ຈາກ​ກອງ​ທຶນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ເມື່ອ​ກ່ອນ, ປະຊາຊົນ​ຕາ​ແສງ​ໄດ້​ສະມັກ​ໃຈ​ປະກອບ​ເງິນ​ສ້າງ​ຕັ້ງ​ກອງ​ທຶນ​ສະຫວັດດີ​ການ​ສັງຄົມ ດ້ວຍ​ແຫຼ່ງທຶນ​ໃນ​ປະຈຸ​ບັນ​ໄດ້​ຂຶ້ນ​ເຖິງ 46 ຕຶ້ດົ່ງ. ດ້ວຍ​ກອງ​ທຶນດັ່ງກ່າວ, ​ແທງ​ວັນ ​ໄດ້​ກາຍ​ເປັນຕາ​ແສງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດທີ່​ມອບ​​ເ​ບ້ຍບຳນານ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ​ແທງ​ວັນ ​ໄດ້​ກາຍ​ເປັນ​​ແບບຢ່າງກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ລັກສະນະ​ກຸ້ມ​ຕົນ​ເອງ, ​ເປັນ​ເຈົ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ວິທີ​ສະ​ເພາະ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ທ້ອງ​ຖີ່​ນ, ​ເພື່ອ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ປະຕິບັດ​ຕາມ. ນ້ັນ​ແມ່ນ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕິດ​ພັນ​ກັບ​ຕົວ​ຈິງ, ອຳນາດ​ການ​ປົກຄອງ​ໃກ້ຊິດ​ກັບ​ປະຊາຊົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ. ນັ້ນ​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແທງ​ວັນ​ ປະສົບ​ຜົນສຳ​ເລັດ, ​ຮັບປະກັນ​ຊີວິດ​ສັງຄົມ, ​ເຮັດ​ໃຫ້ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈຂອງ​ປະຊາຊົນ​ນັບ​ມື້​ນັບ​ດີ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ