ຮູບແບບທ່ອງທ່ຽວ homestay ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຊາວເຜົ່າ ໄຕ ຢູ່ແຂວງຮ່າຢາງ

(VOVWORLD) -ຮູບແບບທ່ອງທ່ຽວວັດທະນະທຳວົງຄະນະຍາດ ຫຼື ເອີ້ນວ່າ Homestay ພວມນັບມື້ນັບພັດທະນາ, ທັງຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວເມື່ອມາຢ້ຽມຢາມຫວຽດນາມ, ທັງປະກອບສ່ວນໂຄສະນາ ແລະ ອະນຸລັກຮັກສາສີສັນວັດທະນະທຳຂອງບັນດາເຜົ່າຢູ່ແຕ່ລະທ້ອງຖິ່ນ.

ຮູບແບບທ່ອງທ່ຽວ homestay ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຊາວເຜົ່າ ໄຕ ຢູ່ແຂວງຮ່າຢາງ - ảnh 1ຮູບແບບທ່ອງທ່ຽວ homestay ຢູ່ແຂວງຮ່າຢາງ 

(ພາບປະກອບ: hagiangtv.vn)

ຢູ່ບ້ານ ທາ, ຂຶ້ນກັບນະຄອນຮ່າຢາງ, ຮູບແບບທ່ອງທ່ຽວ homestay ບໍ່ພຽງແຕ່ນຳມາໃຫ້ນັກທ່ອງທ່ຽວບັນດາປະສົບການທີ່ດູດດື່ມເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະຊາຊົນຢູ່ທີ່ນີ້ມີລາຍຮັບຕື່ມອີກ, ປະກອບສ່ວນປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ.

        ບ້ານ ທາ, ຕັ້ງຫ່າງຈາກໃຈກາງນະຄອນຮ່າຢາງ ປະມານ 5 ກມ, ເຊິ່ງແມ່ນໝູ່ບ້ານທີ່ສວຍງາມສະງົບງຽບ, ດ້ວຍບັນດາເຮືອນຮ້ານທີ່ລຽບງ່າຍ, ພ້ອມກັບທົ່ງນາ, ແຖວສຸມໄມ້ໄຜ່ຂຽວສົດງົດງາມ… ນີ້ແມ່ນແຫ່ງຊາວເຜົ່າໄຕດຳລົງຊີວິດມາແຕ່ດົນນານ, ດ້ວຍກວ່າ 100 ຄອບຄົວ ແລະ ມີປະມານ 500 ຄົນ. ຊາວເຜົ່າໄຕ ຍັງຄົງຮັກສາບັນດາເຮືອນຮ້ານທີ່ເປັນມູນເຊື້ອ, ເຊິ່ງເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ. ດ້ວຍທ່າໄດ້ປຽບເຊິ່ງທຳມະຊາດດົນບັນດານໃຫ້ມີທັດສະນີຍະພາບຫຼາຍແຫ່ງທີ່ໃຫຍ່ໂຕມະໂຫຖານ, ພ້ອມດ້ວຍຄັງສາງວັດທະນຳທຳທີ່ອຸດົມສົມບູນຂອງວົງຄະນະຍາດຊາວຊົນເຜົ່າທີ່ພວມດຳລົງຊີວິດ, ບັນດາຈຸດວັດທະນະທຳ, ຮີດຄອງປະເພນີ, ຊຸດອາພອນທີ່ເປັນເອກະລັກສະເພາະ ພ້ອມກັບບັນດາງານບຸນທີ່ເປັນເອກະລັກສະເພາະ ເພື່ອຕິດພັນການທ່ອງທ່ຽວກັບການພັດທະນາ, ປີ 2007, ບ້ານ ທາ ໄດ້ຮັບຮອງແມ່ນໝູ່ບ້ານວັດທະນະທຳທ່ອງທ່ຽວ.

        ພາຍຫຼັງນຳເຂົ້າເຄື່ອນໄຫວເປັນໄລຍະໜຶ່ງ, ບ້ານວັດທະນະທຳທ່ອງທ່ຽວວົງຄະນະຍາດບ້ານທາ ເລີ່ມໄດ້ຮັບການກໍ່ສ້າງ ດ້ວຍບັນດາການເຄື່ອນໄຫວຖືລັກສະນະເຊື່ອມຕໍ່ຈາກການທ່ອງທ່ຽວ ຕະຫຼອດຮອດການບໍລິການ. ບັນດາຄອບຄົວເຮັດບໍລິການ homestay ໃນບ້ານໃຫ້ຮູ້ວ່າ, ນັບແຕ່ເມື່ອມີການເຄື່ອນໄຫວທ່ອງທ່ຽວມາຮອດປະຈຸບັນ, ຈຳນວນນັກທ່ອງທ່ຽວຕ່າງປະເທດເມື່ອມາຢ້ຽມຢາມຮ່າຢາງ ລ້ວນແຕ່ແວ່ຢາມເປັນປະຈຳ, ມາຊອກຮູ້ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຜ່ານພຶດຕິກຳຕົວຈິງພ້ອມກັບປະຊາຊົນທ້ອງຖິ່ນຫຼາຍກວ່າເກົ່າ. ແຕ່ລະປີ ໄດ້ມີນັກທ່ອງທ່ຽວປະມານ 1500 ຫາ 2000 ເທື່ອຄົນມາຢ້ຽມຢາມ, ພັກຜ່ອນຢູ່ບ້ານ.

        ກ່ອນທີ່ໄດ້ຮູ້ຈັກເຖິງຮູບແບບ homestay, ປະຊາຊົນຢູ່ບ້ານ ທາ ພຽງແຕ່ເຮັດນາ, ປູກຜັກ ແລະ ລ້ຽງສັດຕາມຮູບແບບກຸ້ມຕົນເອງ. ເພື່ອໃຫ້ມີລາຍຮັບຕື່ມອີກ, ຫຼາຍຄອບຄົວຊາວເຜົ່າໄຕ ຕ້ອງເຂົ້າປ່າເກັບຜັກຊະນິດຕ່າງໆ ຫຼື ຫາໜໍ່ໄມ້ນຳໄປຂາຍຢູ່ຕະຫຼາດ, ແຕ່ນຳມາເຊິ່ງລາຍຮັບບໍ່ສູງ. ນັບແຕ່ເມື່ອເຂົ້າຮ່ວມເຮັດທ່ອງທ່ຽວແບບ homestay, ຊີວິດການເປັນຢູ່ຂອງບາງຄອບຄົວໃນບ້ານໄດ້ມີການປ່ຽນແປງຢ່າງຕັ້ງໜ້າຫຼາຍຢ່າງ. ຕີລາຄາລວມກ່ຽວກັບຮູບແບບ homestay ຢູ່ບ້ານ ທາ, ທ່ານ ຫງວຽນວັນທ້ຽນ, ເລຂາໜ່ວຍພັກບ້ານທາ, ຖືວ່າ.

        “ນັບແຕ່ເມື່ອມີຮູບແບບທ່ອງທ່ຽວວົງຄະນະຍາດ, ບັນດາຄອບຄົວດຳເນີນທຸລະກິດໄດ້ມີລາຍຮັບຈາກແຂກທ່ອງທ່ຽວຕື່ມອີກ. ຕີລາຄາລວມແມ່ນໄດ້ຮັບແຕ່ 10 – 15 ລ້ານດົ່ງ/ປີ. ເມື່ອທຽບໃສ່ກັບການຜະລິດກະສິກຳນັ້ນ, ການດຳເນີນທຸລະກິດການບໍລິການມີຄວາມສະດວກ ແລະ ພັດທະນາສ້າງລາຍຮັບມາໃຫ້ພໍ່ແມ່ປະຊາຊົນ ດີຂຶ້ນເມື່ອທຽບໃສ່ການເຮັດກະສິກອນ. ພວກຂ້າພະເຈົ້າສົ່ງເສີມພໍ່ແມ່ປະຊາຊົນຂາຍບັນດາຜະລິດຕະພັນກະເສດໃຫ້ນັກທ່ອງທ່ຽວ ແລະ ບັນດານັກດຳເນີນທຸລະກິດທີ່ມາພັກຜ່ອນຢູ່ທີ່ນີ້ ເພື່ອເພີ່ມລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ”.

        ເມື່ອນັກທ່ອງທ່ຽວມາຢ້ຽມຢາມບ້ານວັດທະນະທຳທ່ອງທ່ຽວວົງຄະນະຍາດບ້ານ ທາ ກໍ່ຈະໄດ້ຢ້ຽມຊົມທິວທັດທຳມະຊາດ ແລະ ດຳລົງຊີວິດພ້ອມກັບຊາວທ້ອງຖິ່ນເພື່ອຊອກຮູ້ຮີດຄອງປະເພນີຂອງທ້ອງຖິ່ນ. ດ້ວຍບັນດາຄວາມສະດວກນັບທັງທາງດ້ານທຳມະຊາດ ແລະ ສີສັນວັດທະນະທຳ, ການຄັດເລືອກຮູບແບບທ່ອງທ່ຽວວົງຄະນະຍາດຢູ່ບ້ານ ທາ ໄດ້ກາຍເປັນທິດເດີນທີ່ສຳຄັນໃນການພັດທະນາການທ່ອງທ່ຽວຂອງນະຄອນຮ່າຢາງ ເວົ້າສະເພາະ ແລະ ແຂວງຮ່າຢາງ ເວົ້າລວມ. ພິເສດ, ສະພາປະຊາຊົນແຂວງຮ່າຢາງ ຍັງປະກາດໃຊ້ຂໍ້ກຳນົດກ່ຽວກັບບາງນະໂຍບາຍສົ່ງເສີມການພັດທະນາການທ່ອງທ່ຽວຢູ່ໃນບໍລິເວນແຂວງ. ໃນນັ້ນ, ທາງແຂວງຈະໜູນຊ່ວຍຈຳນວນເງິນ 60 ລ້ານດົ່ງໃຫ້ແກ່ແຕ່ລະຄອບຄົວເຮັດຮູບແບບ homestay ເພື່ອກໍ່ສ້າງຫ້ອງນ້ຳບໍ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ; ໜູນຊ່ວຍລາຍຈ່າຍຊື້ວັດຖຸອຸປະກອນ, ບູລະນະທິວທັດທຳມະຊາດ, ປະດັບປະດາເຮືອນຮ້ານໃຫ້ສວຍງາມເພື່ອຮັບໃຊ້ນັກທ່ອງທ່ຽວມາພັກຜ່ອນ…

        ປະຈຸບັນ, ອຳນາດການປົກຄອງທ້ອງຖິ່ນ, ບັນດາຂະແໜງທີ່ມີໜ້າທີ່ພວມຜັນຈະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍປະຊາຊົນເຮັດຮູບແບບການທ່ອງທ່ຽວຢ່າງມີປະສິດທິຜົນ. ອ້າຍຮ່ວາງວັນທວນ, ພະນັກງານຫ້ອງການວັດທະນະທຳ, ຖະແຫຼງຂ່າວນະຄອນຮ່າຢາງ ໃຫ້ຮູ້ວ່າ.

        “ແຕ່ລະປິ ຫ້ອງການວັດທະນະທຳ - ຖະແຫຼງຂ່າວໄດ້ຈັດຕັ້ງການບຳລຸງສ້າງຍົກສູງຄວາມຮູ້ດ້ານວິຊາການທ່ອງທ່ຽວວົງຄະນະຍາດ ໃຫ້ບັນດາຄອບຄົວດຳເນີນການບໍລິການໃຫ້ແຂກມາພັກຜ່ອນ ແລະ ເຮັດບໍລິການທ່ອງທ່ຽວວົງຄະນະຍາດ. ພະນັກງານຂອງສູນສົ່ງເສີມການທ່ອງທ່ຽວ ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນກ່ຽວກັບຂັ້ນຕອນລະບຽບການຄຸ້ມຄອງ ແລະ ບໍລິຫານຮູບແບບດຳເນີນທຸລະກິດໃຫ້ແຂກມາພັກຢູ່ເຮືອນຄື: ແນະນຳວິທີຕ້ອນຮັບນັກທ່ອງທ່ຽວ, ຊອກຮູ້ຄວາມຕ້ອງການຂອງນັກທ່ອງທ່ຽວ, ຮັບໃຊ້ນັກທ່ອງທ່ຽວຢູ່ເຮືອນຄື ຈັດສັນບ່ອນນອນ, ຮັບໃຊ້ການກິນດື່ມ. ນອກນັ້ນ, ຍັງໜູນຊ່ວຍປະຊາຊົນສ້າງບັນດາລາຍການທ່ອງທ່ຽວ, ໜູນຊ່ວຍເຮັດບັນດາການເຄື່ອນໄຫວຜ່ານພຶດຕິກຳຕົວຈິງ…”

        ພ້ອມກັບເລື່ອງຍົກສູງຄຸນນະພາບບັນດາຮູບແບບ homestay ທີ່ມີຢູ່ແລ້ວ, ນະຄອນຮ່າຢາງ ຍັງມີແຜນການທະວີຄູນບັນດາຮູບແບບ, ແນວຄິດທ່ອງທ່ຽວຢູ່ທ້ອງຖິ່ນນຳອີກ. ຕາມນັ້ນແລ້ວ, ຫ້ອງການວັດທະນະທຳ - ຖະແຫຼງຂ່າວ ໄດ້ສົມທົບກັບສູນສົ່ງເສີມການທ່ອງທ່ຽວແຂວງ ແລະ ອຳນາດການປົກຄອງບ້ານຈະສືບຕໍ່ພິຈາລະນາຈຳນວນຄອບຄົວທີ່ມີຄວາມສາມາດບົ່ມຊ້ອນໃນການເຮັດຮູບແບບທ່ອງທ່ຽວນີ້ ເພື່ອຜັນຂະຫຍາຍຮູບແບບ homestay, ລົງທຶນໃຫ້ປະຊາຊົນພັດທະນາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ປຸກລຸກບັນດາອາຊີບທີ່ເປັນມູນເຊື້ອ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນມີຜະລິດຕະພັນຈ່າວຂາຍ, ຈາກນັ້ນສ້າງລາຍຮັບຕື່ມອີກເພື່ອຍົກສູງຊີວິດການເປັນຢູ່ໃຫ້ດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ