ຮູບແບບປູກກ້ວຍຢູ່ເມືອງອຽນເຈົາ, ແຂວງເຊີນລາ, ຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ


(vovworld) - ອຽນ​ເຈົາ​ແມ່ນ​ເມືອງ​ໜຶ່ງ​ຢູ່​ເຂດ​ພູດ​ອຍ​ແຂວງ​ເຊີນ​ລາ. ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ອີງ​ໃສ່​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ​ເພື່ອ​ພັດທະນາ​ຕົ້ນ​ໄມ້​ອຸດສາຫະກຳ, ຕົ້ນ​ໄມ້​ກິນ​ໝາກ, ພິ​ເສດ​ແມ່ນ​ປູກ​ກ້ວຍ, ຊາວ​ກະ​ສີກ​ອນ​ໃນ​ທ້ອງ​ຖີ່​ນ​ໄດ້​​ເປີດ​ທິດ​ພັດທະນາ​ເສດຖະກິດ​ໃໝ່​ເພື່ອ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່.

ຮູບແບບປູກກ້ວຍຢູ່ເມືອງອຽນເຈົາ, ແຂວງເຊີນລາ, ຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 1

ການປູກກ້ວຍຢູ່ເຊີນລາ

(ພາບ: ອິນເຕີແນດ)

ພ້ອມ​ກັບ​ຕົ້ນ​ໝາກ​ມວງ, ກ້ວຍ​ແມ່ນ​ຕົ້ນ​ກິນ​ໝາກ​ທີ່​ມີ​ລົດ​ຫອມ, ​ແຊບ​ທີ່​ມີ​ຊື່​ສຽງ​ຢູ່​ເມືອງ​ອຽນ​ເຈົາ. ປະຈຸ​ບັນ, ບັນດາ​ຜະລິດ​ຕະພັນ​ປຸງ​ແຕ່ງ​ຈາກ​ກ້ວຍ​ຄື: ​ເຫຼົ້າ​ກ້ວຍ, ກ້ວຍ​ອົບ​ແຫ້ງ​ໄດ້​ກາຍ​ເປັນ​ຜະລິດ​ຕະພັນ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ.

ຄອບຄົວ​ປ້າ ຮ່າ​ທິດໍ, ຢູ່​ບ້ານ​ດົງ​ຂວາ​ຍ, ຕາ​ແສງ​ຕູ໋ນາງ, ​ເມືອງ​ອຽນ​ເຈົາ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ທີ່​ໄດ້​ປູກກ້ວຍ​ມາ​ເປັນ​ເວລາ​ຫຼາຍ​ປີ. ປ້າ ດໍ ​ໃຫ້​ຮູ້​ວ່າ: ຢູ່​ອຽນ​ເຈົາ, ອາຊີບ​ປູກ​ກ້ວຍ​ໄດ້​ຮັບ​ການ​ສືບ​ທອດມາ​ຈາກ​​ຫຼາຍ​ເຊັ່ນ​ຄົນ. ປູກກ້ວຍມີຜົນປະໂຫຍດຫຼາຍຢ່າງຄື: ຮັກສາຄວາມ​ຊຸ່ມ​ໃຫ້​ດິນ, ​ໃຫ້​ໝາກ, ປີ​ກ້ວຍ​ເພື່ອ​ຂາຍ, ສ່ວນ​ຕົ້ນ​ກ້ວຍ​ແມ່ນ​ໃຊ້​ເປັນ​ຫົວອາຫານ​ໃຫ້​ສັດ​ລ້ຽງ. ​ເມື່ອ​ເຫັນ​ວ່າການ​ປູກ​ສາລີ​ບໍ່​ບັນລຸ​ປະສິດ​ທິຜົນ, ນັບ​ແຕ່​ປີ 2010, ຄອບຄົວ​ປ້າ​ໄດ້​ຫັນປ່ຽນ​ເນື້ອ​ທີ່​ປູກ​ສາລີ​ກວ່າ 1 ​ເຮັກຕາ​ມາ​ປູກກ້ວຍ 300 ກວ່າ​ຕົ້ນ, ​ແຕ່ລະ​ຕົ້ນ​ຜັດ​ປ່ຽນ​ກັນໃຫ້​ໝາກ 3 – 4 ​ເທື່ອ/ປີ, ດ້ວຍ​ລາຄາ 4000 – 6000 ດົ່ງ/ກິ​ໂລກຼາມ. ​ໃນ​ໄລຍະ 1 ປີ, ຜູ້​ປູກ​ສາມາດ​ເກັບ​ກ່ຽວ​ໝາກກ້ວຍ​ໄດ້​ປະມານ 5 ​ໂຕນ/​ເຮັກຕາ, ສ້າງ​ລາຍ​ຮັບ​ນັບສິບ​ລ້ານ​ດົ່ງ. ປ້າ ຮ່າ​ທິດໍ, ​ໃຫ້​ຮູ້​ວ່າ:

ປູກ​ກ້ວຍ​ບໍ່​ຕ້ອງ​ໃສ່​ຝຸ່ນ, ບໍ່​ຕ້ອງ​ຊື້​ແນວ​ພັນ, ບໍ່​ຕ້ອງ​ບົວລະບັດ​ຫຼາຍ​ແຕ່​ພັດ​ມີ​ປະສິດທິ​ຜົນ​ສູງ. ສ່ວນ​ປູກ​ສາລີ​ແມ່ນ​ຕ້ອງຊື້​ແນວ​ພັນ ​ແລະ ​ໃສ່​ຝຸ່ນ, ຕ້ອງ​ບົວລະບັດ​ຫຼາຍ. ​ເມື່ອ​ເກັບ​ກ່ຽວ​ພາຍຫຼັງ​​​ໃຊ້​ຄ່າ​ແນ​ວພັນ ​ແລະ ຝຸ່ນ​ແລ້ວ, ລາຍ​ຮັບ​ທີ່​ຫາ​ໄດ້ກໍ່​ບໍ່​ຫຼາຍ​ປານ​ໃດ​ອີກ“.

ຮູບແບບປູກກ້ວຍຢູ່ເມືອງອຽນເຈົາ, ແຂວງເຊີນລາ, ຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 2

ການປູກກ້ວຍຢູ່ເຊີນລາ

(ພາບ: ອິນເຕີແນດ)

ມາ​ຮອດ​ປະຈຸ​ບັນ, ກ້ວຍ​ອຽນ​ເຈົາ​ ໄດ້​ຮັບ​ການ​ປູກ​ສ່ວນ​ຫຼາຍ​ແມ່ນ​ຢູ່​ບັນດາ​ຕາ​ແສງ: ຕູ໋ນາງ, ຊັບ​ວັດ, ຈ່ຽງຮັກ, ຈ່ຽງດົງ... ດ້ວຍ​ເນື້ອ​ທີ່​ປູກ​ເກືອບ 400 ​ເຮັກຕາ. ​ບັນດາ​ຄອບຄົວ​ປູກ​ກ້ວຍ​ໄດ້​ເຫັນ​ສະມັດ​ຕະພາບ​ທາງ​ດ້ານ​ເສດຖະກິດ​ຈາກ​ຕົ້ນ​ກ້ວຍ​ຢ່າງ​ຈະ​ແຈ້ງ. ຖ້າ​ຫາກ​ປູກ​ກ້ວຍ​ຖືກຕ້ອງ​ຕາມ​ຂັ້ນ​ຕອນ, ປະລິມານ​ການ​ຜະລິດ​ຈະ​ບັນລຸ​ໄດ້​ແຕ່ 25 ​ໂຕນ - 30 ​ໂຕນ/​ເຮັກຕາ/ປີ, ສາມາດ​ສ້າງ​ລາຍ​ຮັບ​ສູງ​ທົບ 2,5 ​ເທົ່າ​ເມື່ອ​ທຽບ​ໃສ່​ປູກ​ສາລີ. ດ້ວຍ​ລາຄາ​ໝັ້ນ​ທ່ຽງ,​ ຊາວ​ກະ​ສີກ​ອນຫຼາຍ​ຄອບ​ຄົວ​ກໍ່ສາມາດສ້າງ​ລາຍ​ຮັບ​ໄດ້​ແຕ່ 80 – 100 ລ້ານ​ດົ່ງ/ປີ. ທ່ານ ຮ່າ​ຍື​​ເຮ້, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ອຽນ​ເຈົາ, ​ໃຫ້​ຮູ້​ວ່າ, ​ເພື່ອ​ພັດທະນາ​ອາຊີບ​ປູກ​ກ້ວຍ ​ແລະ ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ຈາກ​ກ້ວຍ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ອຽນ​ເຈົາ ນັ້ນ, ​ແມ່ນ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ໂຄສະນາ, ຊອກ​ຫາ​ຕະຫຼາດ​ຈຳໜ່າຍ.

“ກ້ວຍ​ພັດທະນາ​ຢ່າງ​ໄວ, ມີ​ແຕ່​ປູກ​ໃນ​ໄລຍະ 1 ປີ ​ເທົ່າ​ນັ້ນ​ ກໍ່​ສາມາດ​ເກັບ​ກ່ຽວ​​ໄດ້​. ​ແຕ່​ຄວາມ​ຫຍຸ້ງຍາກ​ແມ່ນ​ສົ້ນ​ອອກ, ​ເພາະວ່າ​ບັນດາ​ຜະລິດ​ຕະພັນ​ຈາກ​ກ້ວຍ​ຜັດ​ຂຶ້ນ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ວຽກ​ງານ​ໂຄສະນາ​ຈະ​ໄດ້​ຮັບ​ການ​ຍູ້​ແຮງ, ​ເພື່ອ​ຊ່ວຍ​ຊາວ​ກະ​ສີກ​ອນຈຳໜ່າຍ​ຜະລິດ​ຕະພັນ, ຜ່ານ​ນັ້ນ​ຈະພັດທະນາ​ເນື້ອ​ທີ່, ກໍ່ຄື​ຂອບ​ຂະໜາດ​ຂອງ​ຕົ້ນ​ກ້ວຍ​ໃຫ້​ແກ່​ຊາວ​ກະ​ສີກ​ອນ“.

ຮູບແບບປູກກ້ວຍຢູ່ເມືອງອຽນເຈົາ, ແຂວງເຊີນລາ, ຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 3

ບໍລິສັດຫຸ້ນສ່ວນເຫຼົ້າຫວຽດ - ຝລັ່ງເກັບຊື້ກ້ວຍຢູ່ຄອບຄົວຊາວກະສີກອນ

(ພາບ: ອິນເຕີແນດ)

​ເພື່ອ​ພັດທະນາ​ອາຊີບປູກ​ກ້ວຍ​ຂອງ​ເມືອງ, ​ເປີດ​ກວ້າງ​ຕະຫຼາດ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ, ນັບ​ແຕ່​ປີ 2012, ​ເມືອງ​ອຽນ​ເຈົ້າ ​ໄດ້​ຮ່ວມ​ມື​ກັບ​ບໍລິສັດ​ຫຸ້ນ​ສ່ວນ​​ເຫຼົ້າ​ຫວຽດ - ຝລັ່ງ ກໍ່ສ້າງ​ເຂດ​ປູກ​ກ້ວຍ​ທີ່​ມີ​ຄຸນ​ນະພາ​ບສູງ. ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຕາມ​ແບບ​ວິທີ​ຮ່ວມ​ສຳພັນ​ລະຫວ່າງ​ລັດ, ນັກວິ​ທະ​ສາ​ສາດ, ນັກທຸລະກິດ ​ແລະ ຊາວ​ກະ​ສີກ​ອນ, ​ແຫຼ່ງທຶນ​​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ ​ແລະ ທຶນ​ຂອງ​ວິ​ສາ​ຫະກິດ, ປະລິມານ​ຜະລິດ​ຕະພັນ​ຈຳໜ່າຍ​ໝາກກ້ວຍ​ໃນ​ແຕ່ລະ​ເດືອນ​ຂອງ​ບໍລິສັດ​ແມ່ນ​ແຕ່ 18 – 25 ​ໂຕນ, ລາຄາ​ແຕ່ 3000 – 5000 ດົ່ງ/ກິ​ໂລກຼາມ. ທ່ານ​ເລ​ວັນວ້ຽນ, ຜູ້​ອຳນວຍ​ການ​ບໍລິສັດ​ຫຸ້ນສ່ວນ​ເຫຼົ້າ​ຫວຽດ - ຝລັ່ງ, ປາຖະໜາ​ຢາກ​ເປີດ​ກວ້າງ​ຮາກ​ຖານ​ຜະລິດ ​ເພື່ອ​ເຮັດ​ໃຫ້​ວິ​ສາ​ຫະກິດ​ພັດທະນາ​ຢ່າງ​ໝັ້ນຄົງ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ​ໝັ້ນ​ທ່ຽງ​ໃຫ້​ແກ່​ປະຊາຊົນ​ໃນ​ເຂດ.

ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ເປີດ​ກວ້າງຮາກ​ຖານ​ຜະລິດ​​ເພື່ອ​ເກັບ​ຊື້​ຜະລິດ​ຕະພັນ​ຂອງ​ຊາວ​ກະ​ສີກ​ອນຕື່ມ​ອີກ ​ແລະ ​ເປີດ​ກວ້າງ​ເຂດ​ວັດຖຸ​ດິບ. ຈາກ​ນັ້ນ, ​ສ້າງ​ອາຊີບ​ປູກ​ກ້ວຍ​ໃຫ້​ແກ່​ຊາວ​ກະ​ສີກ​ອນ, ປະກອບສ່ວນ​ປ່ຽນ​ໃໝ່​ຊີວິດ​ຂອງ​ປະຊາຊົນ“.

ປີ 2014, ​ເມືອງ​ອຽນ​ເຈົາ ຜັນ​ຂະຫຍາຍ​ການ​ປູກ​ກ້ວຍ​ທີ່​ໃຫ້​ສະມັດ​ຕະພາບ​ສູງໃນ​ເນື້ອ​ທີ່​ໃໝ່ 25 ​ເຮັກຕາ ​ໃຫ້​ແກ່​ປະຊາຊົນ. ຫວັງ​ວ່າ​ດ້ວຍ​ການ​ຮ່ວມ​ສຳພັນ​ລະຫວ່າງ​ລັດ, ນັກວິທະຍາສາດ, ນັກທຸລະກິດ ​ແລະ ຊາວ​ກະ​ສີກ​ອນ, ຕົ້ນ​ກ້ວຍຈະ​ກາຍ​ເປັນ​ຕົ້ນ​ໄມ້​ລົບ​ລ້າງຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ຊາວ​ກະ​ສີກ​ອນຢູ່​ທີ່​ນີ້ຢ່າງ​ແທ້​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ