ຮູບແບບຜະລິດເຫັດເຟືອງທີ່ສ້າງກຳໄລສູງຂອງຊາວກະສິກອນຊອກຈັງ


(vovworld) - ດ້ວຍ​ບັນດາປັດ​ໃຈສະດວກ​ຄື: ​ເວລາ​ເຕີບ​ໂຕ​ສັ້ນ, ຄ່າ​ຜະລິດ​ໜ້ອຍ ​ແລະ ສາມາດນຳ​ໃຊ້​​ສິ່ງ​ເສດ​ເຫຼືອ​ຈາກ​ຕົ້ນ​ເຂົ້າ​ໄດ້​, ດັ່ງ​ນັ້ນ​ຈຶ່ງ​ມີຫຼາຍ​ຄອບຄົວ​ຢູ່​ແຂວງ ​ຊອກ​ຈັງ ຜະລິດ​ເຫັດ​ເຟືອງ​ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສູງ. ສ້າງ​ລາຍ​ຮັບ​ຕື່ມ​ອີກ​ໃຫ້​ແກ່​ຊາວ​ກະສິກອນ, ປະກອບສ່ວນ​ປະຕິບັດ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ທ້ອງ​ຖີ່​ນ. ບົດ​ຂຽນ “ຮູບ​ແບບ​ຜະລິດ​ເຫັດ​ເຟືອງ​ທີ່​ສ້າງກຳ​ໄລ​ສູງຂອງ​ຊາວ​ກະສິກອນ​ຊອກ​ຈັງ“ ຂອງ ​ແທກ​ຮົ່ງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

ຮູບແບບຜະລິດເຫັດເຟືອງທີ່ສ້າງກຳໄລສູງຂອງຊາວກະສິກອນຊອກຈັງ - ảnh 1

ພາບ: ອິນເຕີແນດ

    ​ໃນ​ຊຸມ​​ເດືອນ​ບໍ່​ຕິດຄາ​ກັບ​ວຽກ​ງານ​ກະສິກຳ ລໍຖ້າ​ກ້າວ​ເຂົ້າ​ສູ່ການຜະລິດ​ເຂົ້າ​ລະດູ​ໜາວ​ຕໍ່​ລະດູ​ບານ​ໃໝ່, ຄອບຄົວ​ອ້າຍ ຫງວຽນ​ວັນ​ເລິ​ມ ຢູ່​ຕາ​ແສງ 2, ​ເທດສະບານ ງ້າ​ນຳ, ​ແຂວງ​ ຊອກ​ຈັງ, ກໍ່ນຳ​ໃຊ້​ບັນດາ​ສິ່ງ​ເສດ​ເຫຼືອ​ຈາກ​ເຟືອງ​ໃນ​ລະດູ​ການ​ປູກ​ເຂົ້າ​ກ່ອນ​ນັ້ນ​ເພື່ອ​ຜະລິດ​ເຫັດ​ເຟືອງ. ດ້ວຍ​ແນວ​ເຫັດ 400 ​​ແກ້ວ​ທີ່​ຊື້​ມາ​ປູກ, ພາຍຫຼັງ 20 ກວ່າ​ວັນ, ​​ຄອບຄົວ​ອ້າຍ ​ເລິ​ມ​ ສາມາດ​ເກັບ​ກ່ຽວເຫັດ​ເຟືອງ​​ໄດ້​ເກືອບ 100 ກິ​ໂລກຼາມ/ວັນ. ຕາມ​ການ​ຄິດ​ໄລ່​ຂອງ​ຄອບຄົວ​ອ້າຍ​ແລ້ວ, ດ້ວຍ​ລາຄາ​ຂາຍ​ອອກ​ແມ່ນ​ແຕ່ 25.000-28​.000 ດົ່ງ/ກິ​ໂລກຼາມ, ​ໂດຍ​ບໍ່​ຄິດ​ໄລ່​ຄ່າ​ໃຊ້​ຈ່າຍ​ຕ່າງໆ, ຄອບຄົວ​ອ້າຍ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເກືອບ 15 ລ້ານ​ດົ່ງ. ອ້າຍ ຫງວຽນ​ວັນ​ເລິ​ມ, ​ໃຫ້​ຮູ້​ວ່າ:

    “ພາຍຫຼັງ​ເກັບ​ກ່ຽວ​ເຂົ້າ​ແລ້ວ, ​ເຫັນ​ວ່າ​ເຟື​ອງ​ເສດ​ເຫຼືອ​ຫຼາຍ ດັ່ງ​ນັ້ນ​ຄອບຄົວ​ຂ້າພະ​ເຈົ້າ​ຈຶ່ງ​ນຳ​ໃຊ້​ເພື່ອ​ປູກ​ເຫັດ​ເຟືອງ. ​ແຕ່ລະ​ປີ​ກໍ່​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ສອງ, ສາມ​ລ້ານ​ດົ່ງ. ປູກ​ເຫັດ​ເຟືອງ​ບໍ່​ລຳບາກ​ຄື​ປູກ​ເຂົ້າ, ​ເພາະ​​ໄລຍະເວລາ​ເກັບ​ກ່ຽວ​ສັ້ນ ​ແຕ່​ກຳ​ໄລ​ທີ່​ສ້າງ​ມາ​ໄດ້​ພັດ​ສູງ“.

    ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ​ຈາກ​ຮູບ​ແບບ​ນີ້ ​ໄດ້​ຊຸກຍູ້​ຫຼາຍ​ຄອບຄົວ​ຢູ່​ເທດສະບານ ງ້າ​ນຳ ຜະລິດ​ເຫັດ​ເຟືອງ​ຕະຫຼອດ​ປີ. ​ໃນ​ນັ້ນ​ມີ​ຄອບຄົວ​ທ່ານ ດ່າວວັນ​ກຽດ, ນອກຈາກ​ຊື້​ເຟືອງ​ຢູ່​ໃນ​ທ້ອງ​ຖີ່​ນ​ແລ້ວ, ຄອບຄົວ​ທ່ານ​ຍັງ​ຊື້​ຈາກ​ແຂວງ​ຕ່າງໆ​ຢູ່​ອ້ອມ​ຂ້າງມາປູກ​ເຫັດ​ອີກ, ​ເຊັ່ນ: ​ເຫົ້າຢາງ, ບາກ​ລຽວ ​ແລະ ກ່າ​ເມົາ​ເພື່ອ​. ຕາມ​ນັ້ນ​ແລ້ວ, ​​ເມື່ອ​​ປູກແນວ​ພັນ​ເຫັດປະມານ 900 – 1.000 ​ແກ້ວ, ຈະບັນລຸ​ສະມັດ​ຕະພາບ​ເກືອບ 2 ​ໂຕນ, ພາຍຫຼັງ​ລົບຄ່າ​ໃຊ້​ຈ່າຍ​ແລ້ວ, ຄອບຄົວ​ທ່ານ​ກໍ່ສາມາດ​ສ້າງ​ລາຍຮັບ​ໄດ້​ກວ່າ 30 ດົ່ງ/​​ລະດູການ​ຜະລິດ​. ທ່ານ ດ່າວວັນ​ກຽດ, ​ໃຫ້​ຮູ້​ວ່າ:

    “ຢາກ​ປູກ​ເຫັດ​ເຟືອງ​ໃຫ້​​​ບັນລຸຜົນ ​ແມ່ນ​ຕ້ອງມີ​ສອງ​ປັດ​ໃຈ​ຕົ້ນຕໍ. ທີ​ໜຶ່ງ​ແມ່ນ​ເລືອກ​ເຟັ້ນ​ເຟືອງ​ທີ່​ດີ​. ທີ​ສອງ​ແມ່ນ​ຕ້ອງບົວລະບັດ​ເຟືອງ​ເພື່ອ​ຮັບປະກັນ​ໃຫ້​ເຫັດ​ພັດທະນາ​, ນຳ​ມາ​ເຊິ່ງສະມັດ​ຕະພາບ ​ແລະ ປະສິດທິ​ຜົນ​ສູງ“.

ຮູບແບບຜະລິດເຫັດເຟືອງທີ່ສ້າງກຳໄລສູງຂອງຊາວກະສິກອນຊອກຈັງ - ảnh 2

ພາບ: ອິນເຕີແນດ

    ປະຈຸ​ບັນ, ມີ​ຫຼາຍ​ຄົບ​ຄົວ​ຊາວ​ກະສິກອນ​ຢູ່​ເທດສະບານ ງ້າ​ນຳ ພວມ​ຍູ້​ແຮງ​ການ​ຂະຫຍາ​ຍ​ເນື້ອ​ທີ່​ປູກ​ເຫັດ​ເຟືອງ, ພິ​ເສດ​ແມ່ນ​ໃນ​​ເວລາ​ບໍ່​ຕິດ​ຄາ​ກັບ​ວຽກ​ງານ​ກະສິກຳ. ດ້ານໜຶ່ງ, ປູກ​ເຫັດ​ຊ່ວຍ​ຮັບປະກັນ​ອະນາ​ໄມ​ເຂດ​ທົ່ງ​ນາ. ດ້ານ​ອື່ນ​ແມ່ນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​​ໃນ​ຍາມບໍ່​ຕິດ​ຄາ​ກັບ​ວຽກ​ງານ​ກະສິກຳ, ​ແລະ ສ້າງ​ລາຍ​ຮັບ​ຕື່ມ​ອີກ​ໃຫ້​ແກ່​ຊາວ​ກະ​ສິກ​ອນ.

    ປະຈຸ​ບັນ, ຢູ່​ເທດສະບານ ງ້າ​ນຳ ມີ 445 ຄອບຄົວຜະລິດ​ເຫດ​ເຟືອງ, ​ໃນ​ນັ້ນ​ມີ​ປະມານ 150 ຄອບຄົວ​ຜະລິດ​ຕະຫຼອດ​ປີ, ດ້ວຍ​ປະລິມານ​ການ​ຜະລິດ​ແມ່ນ​ເກືອບ 800.000 ​ໂຕນ/ປີ. ດ້ວຍປະສິດທິ​ຜົນ​​ຈາກ​ຮູບ​ແບບ​ນີ້, ​ໃນ​ໄລຍະ​ຈະ​ມາ​ເຖິງ, ອຳນາດ​ການ​ປົກຄອງ ​ແລະ ສະມາຄົມ​ຊາວ​ກະສິກອນ​ເທດສະບານ ງ້າ​ນຳ ສືບ​ຕໍ່​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ຊາວ​ກະສິກອນ​ພັດທະນາ​ຮູບ​ແບບ​ປູກ​ເຫັດ​ເຟືອງ, ທັງ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ ​ເພື່ອ​​ເພີ່ມ​ສະມັດ​ຕະພາບ ​ແລະ ປະສິດທິ​ຜົນ​ການ​ປູກ​ເຫັດ​ໃຫ້​ແກ່​ຊາວ​ກະສິກອນກວ່າ. ພິ​ເສດ​ແມ່ນ​ສົ່ງ​ເສີມ​ຊາວ​ກະສິກອນ​ສ້າງ​ຕັ້ງ​ບັນດາ​ໜ່ວຍ​ສະຫະກອນ​ຜະລິດ​ເຫັດ, ​ເພີ່ມ​ປະລິມານ​ການ​ຜະລິດ, ສ້າງ​ຄວາມ​ສະດວກ​ໃນ​ການຈຳໜ່າຍ ​ແລະ ​ເພີ່ມ​ມູນ​ຄ່າຜະລິດ​ຕະພັນ ກໍ່​ຄືກຳ​ໄລຕື່ມ​ອີກ. ທ່ານ ຮ່ວາງ​ມິ​ງ​ເຍິດ, ຫົວໜ້າ​ຫ້ອງການ​ເສດຖະກິດ​ເທດສະບານ ງ້າ​ນຳ, ​ແຂວງ​ຊອກ​ຈັງ, ​ໃຫ້​ຮູ້​ວ່າ:

    “​ເທດສະບານ ງ້ານຳ ຈະ​ສົມທົບ​ກັບທະນາຄານຕ່າງໆ ເພື່ອຜັນ ຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບນະໂຍບາຍໜູນຊ່ວຍ ເຄື່ອງຈັກ​​ຮັບ​ໃຊ້​​ໃຫ້​ແກ່ການ​ພັດທະນາກະສິກຳ, ພ້ອມ​ທັງ​ສົມທົບ​ກັບ​ທະນາຄານ​ນະ​ໂຍບາຍ​ພິຈາລະນາ​ໜູນ​ຊ່ວຍ​ທຶນ​ໃນ​ການຊອກ​ຫາ​ວຽກ​ເຮັດ​ງານ​ທຳ ​ເພື່ອ​ຊ່ວຍ​ປະຊາຊົນ​ພັດທະນາ​ອາຊີບ​ປູກ​ເຫັດ​ເຟືອງ, ພັດທະນາ​ເສດຖະກິດ“.

ຮູບແບບຜະລິດເຫັດເຟືອງທີ່ສ້າງກຳໄລສູງຂອງຊາວກະສິກອນຊອກຈັງ - ảnh 3

ພາບ: ອິນເຕີແນດ

    ບໍ່​ພຽງ​ແຕ່​ບັນດາ​ຄອບຄົວ​ຊາວ​ກະສິກອນ​ຢູ່​ເທດສະບານ ງ້າ​ນຳ ພັດທະນາ​ອາຊີບ​ປູກ​ເຫັດ​ເຟືອງ​ເທົ່າ​ນັ້ນ, ຫາກ​ປະຈຸ​ບັນຂະ​ບວນການ​ປູກ​ເຫັດ​ເຟືອງ​ໄດ້​ຂະຫຍາຍ​ອອກ​ສູ່​ບັນດາ​ເມືອງ​ອ້ອມ​ຂ້າງ​ເຊັ່ນ: ມີ້​ຕູ໋, ​ເຈົາ​ແທ່ງ, ​ແທກ​ຈີ້. ສົ້ນ​ອອກ​ຂອງ​ຜະລິດ​ຕະພັນ​ໄດ້​ຮັບ​ປະກັນ​, ຍ້ອນ​ມີ​ບາງ​ຮາກ​ຖານ​ຜະລິດ​ປຸງ​ແຕ່ງ​ໄດ້​ຜະລິສົ້ມເຫັດ​ສົ່ງ​ອອກ ​ແລະ ຈຳໜ່າຍ​ພາຍ​ໃນ​ປະ​ເທດ. ສິ່ງ​ດັ່ງ​ກ່າວ ​ໄດ້​ຊ່ວຍຊາວ​ກະສິກອນຮັບປະກັນ​ການ​ຜະລິດ​ເປັນ​ປົກກະຕິ ​ແລະ ອຸ່ນ​ອ່ຽນ​ໃຈ​ພັດທະນາ​ອາຊີບ​ປູກ​ເຫັດ​ເຟືອງ

ຕອບກັບ

ຂ່າວ/ບົດ​ອື່ນ