ຮູບແບບສະຫະກອນແບບໃໝ່ ຖູ້ຍເຮືອງ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່

(vovworld)- ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢູ່​ຫວຽດ​ນາມ ໃນ​ເບື້ອງ​ຕົ້ນ​ໄດ້​ສ້າງ​ພາບ​ພົດ​ໃໝ່​ໃຫ້​ເຂດ​ຊົນ​ນະ​ບົດຫຼາຍ​ແຫ່ງ. ສະ​ຫະ​ກອນດອກ​ໄມ້, ຕົ້ນ​ໄມ້​ປະ​ດັບ​ຕາ​ແສງ​ຖູ້ຍ​ເຮືອງ, ເມືອງ​ເຈືອງ​ມີ້, ຊານ​ນະ​ຄອນ​ຮ່າ​ໂນ້ຍ, ແມ່ນ​ຮູບ​ແບບ​ປະ​ສົບ​ຜົນ​ສຳ​ເລັດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ທ້ອງ​ຖີ່ນ.

ຮູບແບບສະຫະກອນແບບໃໝ່ ຖູ້ຍເຮືອງ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 1

ຜູ້ຊ່ຽວຊານແນະນຳກ່ຽວກັບເຕັກນິກປູກດອກໄມ້ຢູ່​ຕາ​ແສງ​ຖູ້ຍ​ເຮືອງ, ເມືອງ​ເຈືອງ​ມີ້

(ພາບ: ອິນເຕີແນດ)

        ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ມີ 19 ມາດ​ຖານ ເພື່ອ​​ເປັນ​ພື້ນຖານໃຫ້​​ທ້ອງ​ຖີ່ນ​ຕ່າງໆຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ, ໃນ​ນັ້ນ​ມີ​ມາດ​ຖານ​ສ້າງ​ຕັ້ງ​ໜ່ວຍ​ສະ​ຫະ​ກອນ, ຫຼື​ສະ​ຫະ​ກອນ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຕາ​ແສງ​ຖູ້ຍ​ເຮືອງ, ເມືອງ​ເຈືອງ​ມີ້, ຮ່າ​ໂນ້ຍ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 11 ຮູບ​ແບບ ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ຄະ​ນະ​ຊີ້​ນຳ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສູນ​ກາງ ​ເປັນ​ແບບ​ຢ່າງ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ທົ່ວ​ປະ​ເທດ. ພາຍຫຼັງກວ່າ 3 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ, ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ​ຖູ້ຍ​ເຮືອງ​ ບັນ​ລຸ​ໄດ້ 19/19 ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໃນ​ນັ້ນ​ມີ​ບັນ​ດາ​ມາດ​ຖານ​​ປະ​ຕິ​ບັດ​ຍາກ​ທີ່​ສຸດຄື: ວາງ​ແຜນ​ສັງ​ລວມ, ທ້ອນ​ໂຮມ​ທີ່​ດິນ​ໃຫ້​ເປັນ​ທົ່ງ​ນາ​ໃຫ​ຍ່ເພື່ອ​​ນຳ​ໃຊ້​​ກົນ​ຈັກ​​​ໃນ​ການ​ຜະ​ລິດ. ພິ​ເສດ, ຮູບ​ແບບ​ສະ​ຫະ​ກອນດອກ​ໄມ້ ແລະ ຕົ້ນ​ໄມ້​ປະ​ດັບ​ຖູ້ຍ​ເຮືອງ ໄດ້​ຮັບ​ຖື​ວ່າ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຫັນ​ປ່ຽນ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່. ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ປີ 2010, ສະ​ຫະ​ກອນດອກ​ໄມ້ ແລະ ຕົ້ນ​ໄມ້​ປະ​ດັບ​ຖູ້ຍ​ເຮືອງ ໄດ້​ສ້າງ​ເຂດ​ປູກ​ສະ​ເພາະ​ດອກ​ໄມ້​ທີ່​ມີ​ຄຸນ​ນະ​ພາບ​ສູງ. ໃນ​ຈຳ​ນວນ​ສະ​ຫະ​ກອນ 33 ແຫ່ງ​ໃນ​ເມືອງ, ນີ້​ແມ່ນ​ສະ​ຫະ​ກອນ​ທຳ​ອິດ​ທີ່​ປະ​ຕິ​ບັດ​ການ​ປູກ​ສະ​ເພາະ​ດອກ​ໄມ້ ແລະ ຕົ້ນ​ໄມ້​ປະ​ດັບ ດ້ວຍ​ຮູບ​ແບບຮ່ວມ​ສຳ​ພັນ​ລະ​ຫວ່າງ: ລັດ, ນັກ​ວິ​ທະ​ຍາ​ສາດ, ນັກ​ທຸ​ລະ​ກິດ ແລະ ຊາວ​ກະ​ສີ​ກອນ. ລະ​ດູ​ເກັບ​ກ່ຽວດອກ​ໄມ້​ປີ 2012 ຜ່ານ​ມາ, ຍ້ອນ​ມີ​ການ​ລົງ​ທຶນ​ກໍ່​ສ້າງ​ລະ​ບົບຫົດ​ນ້ຳ, ແນວ​ພັນ​ດອກ​ໄມ້, …. ສະ​ຫະ​ກອນດອກ​ໄມ້ ແລະ ຕົ້ນ​ໄມ້​ປະ​ດັບ​ຖູ້ຍ​ເຮືອງ ໄດ້​​ສະ​ໜອງດອກ​ໄມ້​ນັບ​​ພັນຊະ​ນິດ​​ໃຫ້​​ຕະຫຼາດ, ສ້າງ​ລາຍ​ຮັບ​ໄດ້​ກວ່າ 3 ຕື້​ດົ່ງ. ທ່ານ ຫງວຽນ​ຮື້ວ​ທັ໋ງ, ຫົວ​ໜ້າ​ສະ​ຫະ​ກອນ, ໃຫ້​ຮູ້​ວ່າ:​

        “ປະ​ຊາ​ຊົນ​ໄດ້​ປະ​ກອບ​ທຶນ​ໃຫ້ສະ​ຫະ​ກອນເພື່ອ​ຜະ​ລິດ, ເບິ່ງ​ລວມ​ແລ້ວ, ລາຍ​ການນີ້​ແມ່ນ​ເໝາະ​ສົມ​ກັບ​ຊີ​ວິດ​ຂອງ​ຊາວ​ກະ​ສີ​ກອນ. ຈຸດ​ປະ​ສົງ​ຂອງ​ສະ​ຫະ​ກອນ​ແມ່ນ​ ການຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຕ້ອງສ້າງ​ກຳ​ໄລ​ໃຫ້​ໄດ້ ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ຂອງ​ຊາວ​ກະ​ສີ​ກອນ”.

        ຈຸດ​ຕົ້ນ​ຕໍ​ໃນ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ຢູ່ ຖູ້ຍ​ເຮືອງ ແມ່ນ​ຄວາມ​ສະ​ໝັກ​ໃຈ​ຂອງ​ຊາວ​ກະ​ສີ​ກອນ​ໃນ​ການ​ປະ​ກອບ​ທຶນ, ທ້ອນ​ໂຮມ​ທີ່​ດິນ​ໃຫ້​ເປັນ​ທົ່ງ​ນາ​ໃຫ​ຍ່. ເມື່ອ​ທຽບ​ໃສ່​ກ່ອນນີ້, ຊາວ​ກະ​ສີ​ກອນ​ຈາກ​ຜູ້​ຮັບ​ຈ້າງ, ປະ​ຈຸ​ບັນ​ໄດ້​ກາຍ​ເປັນ​ເຈົ້າ​ຂອງ ແລະ ໄດ້​ຮັບ 40% ລະ​ດັບ​ກຳ​ໄລ​ດຳ​ເນີນ​ທຸ​ລະ​ກິດ. ນີ້​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ປ່ຽນ​ແປງ​ສະ​ຕິ​ໃນ​ການ​ກະ​ທຳ, ດ້ວຍວຽກ​ງານ​ລະ​ອຽດ​ຄື: ຮ່ຳ​ຮຽນ​ວິ​ທີ​ການ​ຜະ​ລິດ​ໃໝ່, ເກັບ​ກຳ​ຂໍ້​ມູນ​ຂ່າວ​ໃກ້​ຊິດ​ກັບ​ຕະຫຼາດ. ອ້າຍ ຫງວຽນ​ຢູຍ​ເຍິດ, ສະ​ມາ​ຊິກ​ສະ​ຫະ​ກອນນີ້, ໃຫ້​ຮູ້​ວ່າ:

        “ຢູ່​ສະ​ຫະ​ກອນນີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ​ໃໝ່, ເຊິ່ງ​ບັນ​ດາ​ຮາກ​ຖານ​ອື່ນ​ບໍ່​ມີ, ດັ່ງ​ນັ້ນ​ການ​ຜະ​ລິດ​ກໍ່​ເປັນ​ປົກ​ກະ​ຕິກວ່າ. ສະ​ມາ​ຊິກ​ສະ​ຫະ​ກອນ​ກໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ໃນ​ການ​ເຮັດ​ວຽກ, ດັ່ງ​ນັ້ນ​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ແລະ ການ​ພົວ​ພັນ​ທີ່​ດີລະ​ຫວ່າງ​ຄະ​ນະ​ຄຸ້ມ​ຄອງ​ສະ​ຫະ​ກອນ​ກັບ​ສະ​ມາ​ຊິກ​ສະ​ຫະ​ກອນ”.

ຮູບແບບສະຫະກອນແບບໃໝ່ ຖູ້ຍເຮືອງ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 2

ການບົວລະບັດດອກໄມ້ຢູ່​ຕາ​ແສງ​ຖູ້ຍ​ເຮືອງ, ເມືອງ​ເຈືອງ​ມີ້

(ພາບ: ອິນເຕີແນດ)

        ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ມີ​ກຳ​ໄລ, ລາຍ​ຮັບ​ຂອງ​ສະ​ມາ​ຊິກ​ສະ​ຫະ​ກອນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ເປັນ​ປົກ​ກະ​ຕິ. ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ກອ​ນ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເຂົ້າ​ໃນ​ການ​ຫັນ​ປ່ຽນ​ອົງ​ປະ​ກອບ​ກະ​ສີ​ກຳ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຕາ​ແສງ​ຖູ້ຍ​ເຮືອງ ເວົ້າ​ສະ​ເພາະ ແລະ ເມືອງ​ເຈືອງມີ້ ເວົ້າ​ລວມ. ຕີ​ລາ​ຄາ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ກອນດອກ​ໄມ້ ແລະ ຕົ້ນ​ໄມ້​ປະ​ດັບ​ຖູ້ຍ​ເຮືອງ, ທ່ານ ຫງວຽນ​ວັນ​ແຢງ, ຮອງ​ປະ​ທານ​ເມືອງ ເຈືອງ​ມີ້, ໃຫ້​ຮູ້​ວ່າ:

        “ຜ່ານ​ການ​ປະ​ຕິ​ບັດ​ທົດ​ລອງ​ຢູ່​ຕາ​ແສງ ຖູ້ຍ​ເຮືອງ, ພວກ​ຂ້າ​ພະ​ເຈົ້າ​ມີ​ແຜນ​ນະ​ໂຍ​ບາຍ​ເປີດກວ້າງ​ຮູບ​ແບບ​ນີ້ອອກ​ສູ່​ຕາ​ແສງ​ຕ່າງໆ​ໃນ​ເມືອງ. ເຈືອງ​ມີ້ ມີ 30 ຕາ​ແສງ ແລະ 2 ເທດ​ສະ​ບານ. ໃນ​ໄລ​ຍະ 2010 – 2015 ພວກ​ຂ້າ​ພະ​ເຈົ້າ​ຊີ້​ນຳ​ໃຫ້ 12 ຕາ​ແສງ ດຳ​ເນີນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ສູ້​ຊົນ​ເຖິງ​ປີ 2020 ຈະ​ມີ 100% ຈຳ​ນວນ​ຕາ​ແສງ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”.

        ຜ່ານ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຕາ​ແສງ ຖູ້ຍ​ເຮືອງ ກໍ່​ເຫັນ​ວ່າ: ການ​ສ້າງ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ມີ​ຄວາມ​ຈຳ​ເປັນ, ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ກະ​ສີ​ກອນ​ພັດ​ທະ​ນາ​ຕາມ​ທິດ​ໝັ້ນ​ຄົງ. ການ​ສ້າງ​ບັນ​ດາ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ກໍ່​ຈະ​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ທ້ອງ​ຖີ່ນ​ຕ່າງໆ​ສຳ​ເລັດ​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ການ​ຜະ​ລິດ​ກະ​ສີ​ກຳ​ທີ່​ເປັນສິນ​ຄ້າໃນ​ຈຳ​ນວນ​ມາດ​ຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

       

 

ຕອບກັບ

ຂ່າວ/ບົດ​ອື່ນ